ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່, ສປຊ ຊຸດທີ 76

18:46 | 26/09/2021

ການເຂົ້າຮ່ວມກອງປະຊຸມຢູ່ ສປຊ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ບໍ່ພຽງແຕ່ເຮັດໃຫ້ບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ພົ້ນເດັ່ນຂຶ້ນໃນເຫດການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກເທົ່ານັ້ນ ຫາກຍັງສືບຕໍ່ນຳມາເຊິ່ງຜົນງານຢ່າງຮອບດ້ານນັບແຕ່ການທູດຫຼາຍຝ່າຍ, ສອງຝ່າຍ, ການທູດວັກຊິນ ຕະຫຼອດຮອດການສົ່ງເສີມການລົງທຶນ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76 ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76
ທ່ານປະທານປະເທດ ກູບາ ປະດັບຫຼຽນ​ໄຊ Jose Marti ໃຫ້ແກ່ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ທ່ານປະທານປະເທດ ກູບາ ປະດັບຫຼຽນ​ໄຊ Jose Marti ໃຫ້ແກ່ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່, ສປຊ ຊຸດທີ 76

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່, ສປຊ ຊຸດທີ 76. ພາບ:TTXVN

ຕອນຄ່ຳວັນທີ 25 ກັນຍາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ແລະ ປະຕິບັດການເຄື່ອນໄຫວສອງຝ່າຍຈຳນວນໜຶ່ງຢູ່ ອາເມລິກາ ແຕ່ວັນທີ 21 ຫາວັນທີ 24 ກັນຍາ.

ການເຂົ້າຮ່ວມກອງປະຊຸມຢູ່ ສປຊ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ບໍ່ພຽງແຕ່ເຮັດໃຫ້ບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ພົ້ນເດັ່ນຂຶ້ນໃນເຫດການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກເທົ່ານັ້ນ ຫາກຍັງສືບຕໍ່ນຳມາເຊິ່ງຜົນງານຢ່າງຮອບດ້ານນັບແຕ່ການທູດຫຼາຍຝ່າຍ, ສອງຝ່າຍ, ການທູດວັກຊິນ ຕະຫຼອດຮອດການສົ່ງເສີມການລົງທຶນ. ດ້ວຍປະມານ 60 ການເຄື່ອນໄຫວທີ່ແທດຈິງ, ມີປະສິດທິຜົນທີ່ໄດ້ປະຕິບັດພາຍໃນ 3 ວັນ, ການຢ້ຽມຢາມຄັ້ງນີ້ເປັນພະຍານຫຼັກຖານລະອຽດຊີ້ໃຫ້ເຫັນປະເທດ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ ແລະ ມີຄວາມຮັບຜິດຊອບສຳລັບບັນດາບັນຫາສາກົນໃນປັດຈຸບັນ ແລະ ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງຫວຽດນາມ ກ່ຽວກັບສັນຕິພາບ, ສະຖຽນລະພາບ ແລະ ພ້ອມກັນພັດທະນາ.

vovworld.vn

ເຫດການ
302 Found

Found

The document has moved here.