ສັກຢາກັນພະຍາດໂຄວິດ-19 ໃຫ້ແກ່ນັກສຶກສາລາວເກືອບ 300 ຄົນ

11:34 | 30/09/2021

ຍສໝ - ວັນທີ 29 ກັນຍາ, ທີ່ສູນສາທາລະນະສຸກ ຕາແສງ ຕືເຊີນ, ແຂວງ ບັກນິງ, ມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຍີຮ່າໂນ້ຍ ສົມທົບກັບຄະນະຊີ້ນໍາການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ຂອງແຂວງບັກນິງ ໄດ້ຈັດການສັກຢາກັນພະຍາດໂຄວິດ -19 ໃຫ້ກັບນັກສຶກສາລາວເກືອບ 300 ຄົນ ທີ່ພວມດໍາລົງຊີວິດ ແລະຮໍ່າຮຽນຢູ່ໂຮງຮຽນ.

ໜູນຊ່ວຍນັກສຶກສາລາວກວ່າ 300 ຄົນເພື່ອຜ່ານຜ່າການແຜ່ລະບາດຂອງພະຍາດໂຄວິດ -19 ໜູນຊ່ວຍນັກສຶກສາລາວກວ່າ 300 ຄົນເພື່ອຜ່ານຜ່າການແຜ່ລະບາດຂອງພະຍາດໂຄວິດ -19
ລາວ: ປັດຈຸບັນມີຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍທັງໝົດ 4 ຄົນ ນະຄອນຫລວງວຽງຈັນ 3 ຄົນ ແລະ ຢູ່ຈຳປາສັກ 1 ຄົນ ລາວ: ປັດຈຸບັນມີຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍທັງໝົດ 4 ຄົນ ນະຄອນຫລວງວຽງຈັນ 3 ຄົນ ແລະ ຢູ່ຈຳປາສັກ 1 ຄົນ
ສັກຢາກັນພະຍາດໂຄວິດ-19 ໃຫ້ແກ່ນັກສຶກສາລາວເກືອບ 300 ຄົນ
ບັນດານັກສຶກສາລາວລໍຖ້າຜຽນທີ່ຈະໄດ້ຮັບການສັກວັກຊີນກັນພະຍາດ ໂຄວິດ -19

ພາຍຫຼັງທີ່ໄດ້ຮັບສັກຢາແລ້ວ, ທ້າວ ມິດຕາ ສຸຂະພອນ ເຊິ່ງພວມສຶກສາຂະແໜງການແພດ, ເປັນນັກສຶກສາລາວຢູ່ທີ່ມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຍີຮ່າໂນ້ຍ ໄດ້ໃຫ້ຮູ້ວ່າ: ເມື່ອໄດ້ຍິນແຈ້ງການວ່າທາງໂຮງຮຽນຈະໜູນຊ່ວຍນັກສຶກສາຕ່າງປະເທດໃນການສັກຢາກັນພະຍາດໂຄວິດ-19 ແລ້ວ, ຂ້າພະເຈົ້າເອງ ແລະບັນດາໝູ່ເພື່ອນຮູ້ສຶກດີໃຈຫຼາຍ. ຫຼັງຈາກໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19 ແລ້ວ, ຂ້າພະເຈົ້າຮູ້ສຶກມີຄວາມອຸ່ນອ່ຽນໃຈທີ່ສຸດ, ຕາງໜ້າໃຫ້ນັກສຶກສາລາວທຸກຄົນ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ລັດຫວຽດນາມ ແລະມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຍີຮ່າໂນ້ຍທີ່ໄດ້ໃຫ້ຄວາມເອົາໃຈໃສ່, ເປັນຫ່ວງເປັນໄຍ, ສ້າງເງື່ອນໄຂໃນການປ້ອງກັນການລະບາດທີ່ດີທີ່ສຸດໃຫ້ແກ່ນັກສຶກສາລາວທີ່ພວມດໍາລົງຊີວິດ ແລະຮໍ່າຮຽນຢູ່ໂຮງຮຽນ.

ສັກຢາກັນພະຍາດໂຄວິດ-19 ໃຫ້ແກ່ນັກສຶກສາລາວເກືອບ 300 ຄົນ
ທ້າວ ມິດຕາ ສຸຂະພອນ ເຊິ່ງພວມສຶກສາຂະແໜງການແພດ, ເປັນນັກສຶກສາລາວຢູ່ທີ່ມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຍີຮ່າໂນ້ຍ (ເບື້ອງຂວາ)

ໂດຍແບ່ງປັນກັບນັກຂ່າວຂອງວາລະສານຍຸກສະໄໝ, ທ່ານ ເລຊວນຕວນ, ພະນັກງານທີ່ສະຖາບັນຮ່ວມມືສາກົນ, ມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຍີຮ່າໂນ້ຍ ໄດ້ໃຫ້ຮູ້ວ່າເພື່ອຮັບປະກັນການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ແລະຄວາມປອດໄພດ້ານສຸຂະພາບສໍາລັບບັນດານັກສຶກສາລາວທີ່ພວມດໍາລົງຊີວິດ ແລະຮໍ່າຮຽນຢູ່ໂຮງຮຽນ, ທາງໂຮງຮຽນໄດ້ສົມທົບກັບຄະນະຊີ້ນໍາການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ຂອງແຂວງບັກນິງເພື່ອສ້າງເງື່ອນໄຂ ແລະໜູນຊ່ວຍໃຫ້ນັກສຶກສາລາວໄດ້ຮັບການສັກຢາວັກຊີນ.

ສັກຢາກັນພະຍາດໂຄວິດ-19 ໃຫ້ແກ່ນັກສຶກສາລາວເກືອບ 300 ຄົນ
ທ່ານ ເລຊວນຕວນ, ພະນັກງານທີ່ສະຖາບັນຮ່ວມມືສາກົນ, ມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຍີຮ່າໂນ້ຍ (ເບື້ອງຂວາ)

ນອກຈາກນັ້ນ, ເພື່ອໜູນຊ່ວຍໃຫ້ນັກສຶກສາລາວຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຈາກການລະບາດຂອງພະຍາດໂຄວິດ- 19, ເມື່ອບໍ່ດົນມານີ້ ທາງໂຮງຮຽນກໍ່ໄດ້ໜູນຊ່ວຍເງິນສົດ ແລະເຄື່ອງໃຊ້ທີ່ຈໍາເປັນເຊັ່ນ: ໝີ່ສຳເລັດຮູບ, ໄຂ່, ນ້ຳພືດ... ລວມມູນຄ່າທັງໝົດເກືອບ 800 ລ້ານດົ່ງໃຫ້ກັບນັກສຶກສາລາວເກືອບ 300 ຄົນທີ່ພວມຮໍ່າຮຽນຢູ່ໂຮງຮຽນ.

ຄຽງຄູ່ກັບການປ້ອງກັນການລະບາດຂອງພະຍາດໂຄວິດ-19, ໂຮງຮຽນຍັງໄດ້ຈັດຕັ້ງປະຕິບັດບັນດາການເຄື່ອນໄຫວຕ່າງໆ, ຍົກສູງຄຸນະພາບການສອນອອນໄລ, ພ້ອມກັນນັ້ນ ກໍ່ກະກຽມບັນດາເງື່ອນໄຂທີ່ດີທີ່ສຸດເພື່ອຕ້ອນຮັບບັນດານັກສຶກສາລາວກັບຄືນສູ່ໂຮງຮຽນ ພາຍຫຼັງໄລຍະເວລາທີ່ປະຕິບັດການແຍກຫ່າງທາງສັງຄົມ.

ໄຊພອນ

ເຫດການ
302 Found

Found

The document has moved here.