ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນຄວາມມານະພະຍາຍາມຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໃຕ້

11:30 | 27/09/2021

ຫວ່າງແລ້ວນີ້, ທີ່ນິວຢອກ, ອາເມລິກາ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະຮັບຜິດຊອບວຽກງານພາຍໃນສູນກາງພັກໄດ້ຕ້ອນຮັບທ່ານ Rebecca Nyandeng De Mabior ຮອງປະທານາທິບໍດີຊູດັງໃຕ້.

ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ຜູ້ປະສານງານ ສປຊ ປະຈໍາ ຫວຽດນາມ ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ຜູ້ປະສານງານ ສປຊ ປະຈໍາ ຫວຽດນາມ
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ  ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026 ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026
ທ່ານຟານດິ່ງຈາກ ຫົວໜ້າຄະນະຮັບຜິດຊອບວຽກງານພາຍໃນສູນກາງ. ພາບ: thanhtra.com.vn
ທ່ານຟານດິ່ງຈາກ ຫົວໜ້າຄະນະຮັບຜິດຊອບວຽກງານພາຍໃນສູນກາງ. ພາບ: thanhtra.com.vn

ທີ່ການຕ້ອນຮັບ, ທ່ານ ຟານດິ່ງຈາກ ເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນຄວາມມານະພະຍາຍາມຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້; ສະແດງຄວາມປາດຖະໜາວ່າຊູດັງໃຕ້ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວ ແລະຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ທະຫານຫວຽດນາມ ເຂົ້າຮ່ວມກໍາລັງຮັກສາສັນຕິພາບຢູ່ຊູດັງໃຕ້. ພ້ອມທັງຢັ້ງຢືນແນວທາງການທູດເອກະລາດ, ເປັນເຈົ້າການ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍຂອງຫວຽດນາມ.

ສ່ວນທ່ານຮອງປະທານາທິບໍດີ ກໍ່ໄດ້ຕີລາຄາສູງບົດບາດສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ຂອງຫວຽດນາມ ໃນການປະກອບສ່ວນເຂົ້າໃນສັນຕິພາບຂອງຊູດັງໃຕ້.

ທ່ານ ຮອງປະທານາທິບໍດີ ປາດຖະໜາຢາກ ເພີ່ມທະວີເປີດກວ້າງການພົວພັນດ້ານການທູດກັບທຸກປະເທດ, ໃນນັ້ນມີຫວຽດນາມ ແລະຢັ້ງຢືນວ່າ ຊູດັງໃຕ້ ຈະຮ່ໍາຮຽນບົດຮຽນພັດທະນາຂອງຫວຽດນາມ ໃນຫຼາຍຂົງເຂດ, ຄື: ເສດຖະກິດ, ການຄ້າ, ກະສິກໍາ, ການແພດ.

la.qdnd.vn

ເຫດການ
302 Found

Found

The document has moved here.