ຫວຽດນາມ ຮຽກຮ້ອງການຫຼຸດຜ່ອນອາວຸດນິວເຄຼຍ

07:38 | 30/09/2021

ຍສໝ - ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢັ້ງຢືນນະໂຍບາຍຂອງ ຫວຽດນາມກ່ຽວກັບຕ້ານການເຜີຍແຜ່ ແລະ ຫຼຸດຜ່ອນອາວຸດນິວເຄຼຍ, ທ່ານເນັ້ນໜັກວ່າ ຫວຽດນາມ ໄດ້ເຂົ້າຮ່ວມ, ປະຕິບັດບັນດາພັນທະຕາມບັນດາສົນທິສັນຍາສາກົນຢ່າງຄົບຖ້ວນ...

ໄທຈະສືບຕໍ່ສັກວັກຊິນໃນວົງກ້ວາງໃຫ້ແກ່ຊາວຕ່າງປະເທດ, ໃນນັ້ນມີຊາວຫວຽດນາມ ໄທຈະສືບຕໍ່ສັກວັກຊິນໃນວົງກ້ວາງໃຫ້ແກ່ຊາວຕ່າງປະເທດ, ໃນນັ້ນມີຊາວຫວຽດນາມ
ການແຂ່ງຂັນຮອບຄັດເລືອກເຕະບານຊິງແຊ້ມອາຊີ 2022: ທີມບານເຕະຍິງຫວຽດນາມ ເອົາຊະນະ ທີມເຕະບານຍິງ ມານດີວ 16-0 ການແຂ່ງຂັນຮອບຄັດເລືອກເຕະບານຊິງແຊ້ມອາຊີ 2022: ທີມບານເຕະຍິງຫວຽດນາມ ເອົາຊະນະ ທີມເຕະບານຍິງ ມານດີວ 16-0
ຫວຽດນາມ ຮຽກຮ້ອງການຫຼຸດຜ່ອນອາວຸດນິວເຄຼຍ
ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ. ພາບ: TTXVN

ວັນທີ 27 ກັນຍາ, ກ່າວຄຳເຫັນທີ່ກອງປະຊຸມທີ່ກອງປະຊຸມສະເຫຼີມສະຫຼອງ 25 ປີແຫ່ງວັນເປີດພິທີເຊັນສັນຍາຫ້າມທົດລອງນິວເຄຼຍຢ່າງຮອບດ້ານ (CTBT) ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກເຖິງບັນດາຜົນງານທີ່ບັນລຸໄດ້ກ່ຽວກັບສັນຍາຫ້າມທົດລອງນິວເຄຼຍຢ່າງຮອບດ້ານ ແມ່ນຍ້ອນບັນດາຄຳໝັ້ນສັນຍາ, ຄວາມມານະພະຍາຍາມລວມຂອງປະຊາຄົມສາກົນກ່ຽວກັບການຫ້າມທົດລອງ, ຕ້ານການເຜີຍແຜ່ ແລະ ຫຼຸດຜ່ອນອາວຸດນິວເຄຼຍ.

ທ່ານໄດ້ຢັ້ງຢືນຄືນໃໝ່ນະໂຍບາຍຂອງຫວຽດນາມ ກ່ຽວກັບການຕ້ານການເຜີຍແຜ່ ແລະ ຫຼຸດຜ່ອນອາວຸດນິວເຄຼຍ, ທ່ານເນັ້ນໜັກວ່າ ຫວຽດນາມ ໄດ້ເຂົ້າຮ່ວມ, ປະຕິບັດບັນດາພັນທະຕາມບັນດາສົນທິສັນຍາສາກົນຢ່າງຄົບຖ້ວນ, ໃນນັ້ນ ມີສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ

ສົນທິສັນຍາຫ້າມການທົດລອງນິວເຄຼຍຮອບດ້ານ, ສົນທິສັນຍາວ່າດ້ວຍການຫ້າມອາວຸດນິວເຄຼຍ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ.

ທ່ານເອກອັກຄະລັດຖະທູດກໍ່ຢືນຢັນສິດຂອງບັນດາປະເທດກ່ຽວກັບການຄົ້ນຄວ້າ, ພັດທະນາ, ນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ ແລະ ຮຽກຮ້ອງໃຫ້ນຳໃຊ້ບັນດາຖານຂໍ້ມູນຂອງອົງການຫ້າມການທົດສອບນິວເຄຼຍຮອບດ້ານກ່ຽວກັບການປະຕິບັດການຕ້ານການເຜີຍແຜ່, ການຫຼຸດຜ່ອນອາວຸດນິວເຄຼຍ ແລະ ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ.

ໄຊພອນ

ເຫດການ
302 Found

Found

The document has moved here.