Samsung ລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ 5G ຢູ່ ຫວຽດນາມ

15:00 | 01/10/2021

ຍສໝ - ຜູ້ອຳນວຍການໃຫຍ່ບໍລິສັດ Samsung ຫວຽດນາມ Choi Joo Ho ໃຫ້ຮູ້ວ່າ Samsung ພວມສ້າງສູນຄົ້ນຄ້ວາ ແລະ ພັດທະນາດ້ວຍຂອບຂະໜາດກວ່າ 220 ລ້ານ USD ຢູ່ຮ່າໂນ້ຍ ໂດຍຈະຄົ້ນຄ້ວາພັດທະນາ 5G ແລະ ປັນຍາປະດິດຢູ່ຫວຽດນາມ…

ການທົດລອງ 5G ຢູ່ຫວຽດນາມ ບັນລຸຄວາມໄວກວ່າ 4,7Gb/ວິນາທີ ການທົດລອງ 5G ຢູ່ຫວຽດນາມ ບັນລຸຄວາມໄວກວ່າ 4,7Gb/ວິນາທີ
Samsung ຮ່ວມມືກັບຫວຽດນາມເພື່ອຕໍ່ສູ້ຕ້ານພະຍາດ COVID-19 Samsung ຮ່ວມມືກັບຫວຽດນາມເພື່ອຕໍ່ສູ້ຕ້ານພະຍາດ COVID-19

ເມື່ອບໍ່ດົນມານິ້, ກ່າວຄຳເຫັນທີ່ກອງປະຊຸມສຳມະນາທາງອອນໄລ ກັບບັນດາກະຊວງ, ຂະແໜງການ, ແຂວງ ແລະ ວິສາຫະກິດ ທີມີການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢູ່ ຫວຽດນາມ, ທ່ານ Choi Joo Ho ເນັ້ນໜັກວ່າ ໃນໄລຍະຍາວ, ຫວຽດນາມຍັງຄົງແມ່ນສະຖານທີ່ດຶງດູດນັກລົງທຶນຕ່າງປະເທດ…

Samsung ລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ 5G ຢູ່ ຫວຽດນາມ
ພາບປະກອບ

ຕາມທ່ານ Choi Joo Ho ແລ້ວ, ໃນ 6 ເດືອນຕົ້ນປີ, Samsung ຍັງຄົງຮັກສາການຜະລິດ ແລະ ສົ່ງອອກ ແລະ ຖ້າໂຮງງານຢູ່ນະຄອນໂຮ່ຈີມິນ ສືບຕໍ່ເຂົ້າສູ່ການເຄື່ອນໄຫວຄືນໃໝ່ໄດ້ໄວໆນີ້, ບໍລິສັດຈະບັນລຸເປົ້າໝາຍການສົ່ງອອກໃນປີ 2021.

ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບາງວິສາຫະກິດ FDI ໃຫ້ຮູ້ວ່າ ເຂົາເຈົ້າຍັງເຊື່ອໝັ້ນ ຕໍ່ສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ, ແລະ ໃນເວລາດຽວກັນ ຄາດວ່າລັດຖະບານ, ບັນດາກະຊວງ, ຂະແໜງການ, ແຂວງ ຈະສືບຕໍ່ໃຫ້ບຸລິມະສິດການສັກຢາວັກຊີນໃຫ້ຄົນງານ ແລະ ເປີດປະຕູ ເພື່ອຟື້ນຟູການຜະລິດ ແລະ ດຳເນີນທຸລະກິດ, ເຮັດໃຫ້ຂັ້ນຕອນການບໍລິຫານງ່າຍຂຶ້ນ.ທ່ານ Choi Joo Ho ຢືນຢັນວ່າ Samsung ຈະບໍ່ປ່ຽນແປງຍຸດທະສາດການລົງທຶນຢູ່ຫວຽດນາມ ເຖິງແມ່ນວ່າຄື້ນທີສີ່ຂອງການລະບາດຂອງພະຍາດ COVID-19 ຈະສ້າງຄວາມຫຍຸ້ງຍາກຫຼາຍຢ່າງ ໃຫ້ແກ່ໂຮງງານຜະລິດກໍ່ຕາມ. Samsung ຈະສືບຕໍ່ຂະຫຍາຍການຜະລິດ, ສືບຕໍ່ລົງທຶນໃສ່ອຸປະກອນໃຫ້ກັບ 6 ໂຮງງານທີ່ດໍາເນີນການຜະລິດຢູ່ຫວຽດນາມ. ກຸ່ມບໍລິສັດຈະລົງທຶນຫຼາຍກວ່າ ໃນການຄົ້ນຄວ້າ ແລະ ພັດທະນາເພື່ອເຮັດໃຫ້ Samsung ຫວຽດນາມ ກາຍເປັນພື້ນຖານການຜະລິດທີ່ສໍາຄັນຂອງໂລກ. ປະຈຸບັນ, Samsung ຫວຽດນາມ ພວມສືບຕໍ່ສ້າງສູນ R&D (ຄົ້ນຄວ້າ ແລະ ພັດທະນາ) ດ້ວຍຂອບຂະໜາດຫຼາຍກວ່າ 220 ລ້ານ USD ຢູ່ຮ່າໂນ້ຍ. ສູນ R&D ຈະຄົ້ນຄວ້າ ແລະ ພັດທະນາ 5G, ຖານຂໍ້ມູນຂະໜາດໃຫຍ່, ປັນຍາປະດິດຢູ່ຫວຽດນາມ, ປະກອບສ່ວນຍົກລະດັບກຸ່ມ Samsung...

ທ່ານ Binu Jacob, ຜູ້ອຳນວຍການໃຫຍ່ບໍລິສັດ Nestlé Vietnam ກ່າວວ່າ ກຸ່ມບໍລິສັດ Nestlé Vietnam ໄດ້ຕັດສິນໃຈລົງທຶນ 132 ລ້ານໂດລາສະຫະລັດ ເພື່ອສ້າງໂຮງງານແຫ່ງໃໝ່ ຢູ່ດົງນາຍ ໃນສອງປີຂ້າງໜ້າ, ຈາກນັ້ນ ຈະເຮັດໃຫ້ຫວຽດນາມ ກາຍເປັນສູນການຜະລິດຂອງ Nestlé ໃນອາຊີ ແລະ ໂອເຊຍເນຍ. ປະຈຸບັນ ໂຮງງານຜະລິດຢູ່ຫວຽດນາມ ແມ່ນໂຮງງານຜະລິດຊັ້ນນໍາທີ່ມີປະສິດທິພາບຂອງ Nestlé, ສະນັ້ນ ກຸ່ມບໍລິສັດ ໄດ້ຕັດສິນໃຈລົງທຶນສ້າງໂຮງງານຜະລິດແຫ່ງໃໝ່ຢູ່ດົງນາຍ…

ຄຳຮຸ່ງ

Tags: Samsung 5G FDI
ເຫດການ
302 Found

Found

The document has moved here.