ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍອວຍພອນ ທ່ານ Motegi Toshimitsu ເຊິ່ງໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ

17:07 | 06/10/2021

ຍສໝ - ເນື່ອງໃນໂອກາດ ສະພາແຫ່ງຊາດ ຍີ່ປຸ່ນ ເລືອກຕັ້ງທ່ານ Kishida Fumio ເປັນນາຍົກລັດຖະມົນຕີ ຄົນທີ 100 ຂອງຍີ່ປຸ່ນ, ວັນທີ 4 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍອວຍພອນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ
ນາຍົກລັດຖະມົນຕີ ຟ້າມມິງຈິງ: ການເປີດປະຕູ, ຜ່ອນຜັນການແຍກຕົວຕ້ອງປະຕິບັດຢ່າງລະມັດລະວັງ ນາຍົກລັດຖະມົນຕີ ຟ້າມມິງຈິງ: ການເປີດປະຕູ, ຜ່ອນຜັນການແຍກຕົວຕ້ອງປະຕິບັດຢ່າງລະມັດລະວັງ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍອວຍພອນ ທ່ານ Motegi Toshimitsu ເຊິ່ງໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ
ທ່ານ Kishida Fumio ນາຍົກລັດຖະມົນຕີຍີ່ປຸ່ນ. ພາບ: Reuters

ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກໍ່ໄດ້ສົ່ງຈົດໝາຍອວຍພອນທ່ານ Motegi Toshimitsu ເຊິ່ງໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ.

ວັນທີ 4 ຕຸລາ, ໂດຍຕອບຄໍາສໍາພາດຂອງນັກຂ່າວ ກ່ຽວກັບການເລືອກຕັ້ງທ່ານ Kishida Fumio ເປັນນາຍົກລັດຖະມົນຕີ ຄົນໃໝ່ຂອງຍີ່ປຸ່ນ, ທ່ານນາງ ເລທິທຸຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

ຫວຽດນາມ ສະແດງຄຳອວຍພອນທ່ານ Kishida Fumio ທີ່ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ຄົນທີ 100 ຂອງ ຍີ່ປຸ່ນ. ຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງ ທ່ານນາຍົກລັດຖະມົນຕີ Kishida Fumio, ປະເທດຍີ່ປຸ່ນ ຈະສືບຕໍ່ພັດທະນາ, ວັດທະນາຖາວອນ, ປະຊາຊົນ ນັບມື້ນັບມີຄວາມຜາສຸກ.

ຫວຽດນາມ ຖືການພົວພັນຮ່ວມມືມິດຕະພາບກັບ ຍີ່ປຸ່ນ ເປັນສຳຄັນ ແລະ ມີຄວາມປາດຖະໜາຢາກຮ່ວມມືກັບ ທ່ານນາຍົກລັດຖະມົນຕີ Kishida Fumio ແລະ ລັດຖະບານຊຸດໃໝ່ຂອງ ຍີ່ປຸ່ນ ຢ່າງແໜ້ນແຟ້ນ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.

ໄຊພອນ

ເຫດການ
302 Found

Found

The document has moved here.