ລັດ​ຖະ​ບານເຫັນດີ​ຊື້​ວັກ​ຊິນ Vero Cell ຂອງ Sinopharm 20 ລ້ານ​ໂດ​ສ

07:07 | 29/09/2021

ຍ​ສ​ໝ - ລັດ​ຖະ​ບານ​ຫາ​ກໍ່​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 110/NQ-CP ກ່ຽວ​ກັບ​ການ​ສັ່ງ​ຊື້​ວັກ​ຊິນ​ກັນ​ໂຄວິດ -19 Vero Cell ຂອງ​ກຸ່ມ​ບໍ​ລິ​ສັດ Sinopharm, ປະ​ເທດ​ຈີນ.

ຝຸກວັກ​ ຈະ​ຕ້ອນ​ຮັບ​ແຂກ​ທ່ອ​ງ​ທ່ຽວ ຕາມ “ໜັງສືຜ່ານແດນ​ວັກ​ຊິນ” ຜ່ານ 3 ໄລ​ຍະ ຝຸກວັກ​ ຈະ​ຕ້ອນ​ຮັບ​ແຂກ​ທ່ອ​ງ​ທ່ຽວ ຕາມ “ໜັງສືຜ່ານແດນ​ວັກ​ຊິນ” ຜ່ານ 3 ໄລ​ຍະ
ມະ​ຕິ​ຂອງລັດ​ຖະ​ບານ​ກ່ຽວ​ກັບ​ການ​ຊື້​ວັກ​ຊິນ​ຂອງກູ​ບາ 10 ລ້ານ​ໂດ​ສ ມະ​ຕິ​ຂອງລັດ​ຖະ​ບານ​ກ່ຽວ​ກັບ​ການ​ຊື້​ວັກ​ຊິນ​ຂອງກູ​ບາ 10 ລ້ານ​ໂດ​ສ
ລັດ​ຖະ​ບານເຫັນດີ​ຊື້​ວັກ​ຊິນ Vero Cell ຂອງ Sinopharm 20 ລ້ານ​ໂດ​ສ
​ວັກ​ຊິນ​ກັນ​ໂຄວິດ - 19 Vero Cell ຂອງ​ກຸ່ມ​ບໍ​ລິ​ສັດ Sinopharm (ພາບ: baochinhphu.vn)

ຕາມ​ນັ້ນ​ແລ້ວ, ລັດ​ຖະ​ບານ​ໄດ້ເຫັນດີ​ເລື່ອງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອະ​ນຸ​ຍາດ​ນຳ​ໃຊ້​ຮູບ​ແບບ​ເພື່ອ​ຄັດ​ເລືອກ​ຜູ້​ປະມູນ​ໃນ​ກໍ​ລະ​ນີ​ພິ​ເສດ​ທີ່​ໄດ້​ກຳ​ນົດ​ຢູ່​ມາດ​ຕາ 26 ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການປະມູນສຳ​ລັບ​ເລື່ອງ​ຊື້​ວັກ​ຊິນ Vero Cell ຂອງ Sinopharm 20 ລ້ານ​ໂດ​ສ.

ມະ​ຕິ​ຊີ້​ແຈ້ງວ່າ, ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ໃບ​ສະ​ເໜີ​ເລກ​ທີ 1442/TTr-BYT ແລະ​ຮີບ​ດ່ວນຈັດ​ຕັ້ງ​ປະ​ຕິ​ບັດ​ການ​ສັ່ງ​ຊື້​ວັກ​ຊິນ​ກັນ​ໂຄວິດ - 19 Vero Cell ຂອງ​ກຸ່ມ​ບໍ​ລິ​ສັດ Sinopharm, ຮັບ​ປະ​ກັນ​ຄຸນ​ນະ​ພາບຂອງວັກ​ຊິນ, ປະ​ສິດ​ທິ​ຜົນ, ຄວາມ​ຄືບ​ໜ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ລາດ​ໂຄວິດ - 19. ມະ​ຕິນີ້​ມີ​ຜົນ​ສັກ​ສິດ​ປະ​ຕິ​ບັດ​ນັບ​ແຕ່ມື້​ລ​ົງ​ລາຍເຊັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.