ADB ມີຄວາມປະເອີບໃຈ ກ່ຽວກັບແງ່ຫວັງໄລຍະກາງ ແລະ ໄລຍະຍາວຂອງເສດຖະກິດ ຫວຽດນາມ

16:06 | 25/09/2021

ຍສໝ - ໃນວັນທີ 22 ກັນຍານີ້, ທະນາຄານພັດທະນາອາຊີ (ADB) ໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອປະກາດບົດລາຍງານການອັບເດດແງ່ຫວັງການພັດທະນາອາຊີ (ADO) ປີ 2021.

ADB ໜູນຊ່ວຍຂະແໜງສາທາລະນະສຸກ ລາວ, ກໍາປູເຈຍ, ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ADB ໜູນຊ່ວຍຂະແໜງສາທາລະນະສຸກ ລາວ, ກໍາປູເຈຍ, ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ADB ໜູນຊ່ວຍເງິນ 2,5 ລ້ານ USD ໃຫ້ແກ່ຫວຽດນາມເພື່ອຮັບມືກັບໄພທຳມະຊາດ ADB ໜູນຊ່ວຍເງິນ 2,5 ລ້ານ USD ໃຫ້ແກ່ຫວຽດນາມເພື່ອຮັບມືກັບໄພທຳມະຊາດ

ອີງຕາມບົດລາຍງານ, ເສດຖະກິດຂອງຫວຽດນາມ ຄາດວ່າຈະເຕີບໂຕ 3,8% ໃນປີນີ້ ແລະ 6,5% ໃນປີ 2022. ການເຕີບໂຕໄດ້ຟື້ນຕົວຄືນໃນເຄິ່ງທໍາອິດຂອງປີ 2021, ສ່ວນໃຫຍ່ແມ່ນມາຈາກປະລິມານໄຫຼວຽນການຄ້າທີ່ເພີ່ມຂຶ້ນສູງ, ແຕ່ຖືກຊ້າລົງໃນເຄິ່ງຂອງທ້າຍປີ ຍ້ອນວ່າ ຄື້ນກະແສຮອບທີສີ່ຂອງໂລກລະບາດ ທີ່ສົ່ງຜົນກະທົບເຂົ້າສູ່ເຄື່ອນໄຫວທຸລະກິດ ແລະ ຕະຫຼາດແຮງງານ. ຄາດວ່າອັດຕາເງິນເຟີ້ຈະໄດ້ຮັບການຄວບຄຸມໃນປີ 2021 ແລະ 2022 ເນື່ອງຈາກອັດຕາການຂະຫຍາຍຕົວຊ້າລົງ.

ADB ມີຄວາມປະເອີບໃຈ ກ່ຽວກັບແງ່ຫວັງໄລຍະກາງ ແລະ ໄລຍະຍາວຂອງເສດຖະກິດ ຫວຽດນາມ

ADB ມີຄວາມປະເອີບໃຈ ກ່ຽວກັບແງ່ຫວັງໄລຍະກາງ ແລະ ໄລຍະຍາວຂອງເສດຖະກິດ ຫວຽດນາມ. (ພາບ: dangcongsan)

ອີງຕາມບົດລາຍງານ, ເສດຖະກິດຂອງຫວຽດນາມ ຄາດວ່າຈະເຕີບໂຕ 3,8% ໃນປີນີ້ ແລະ 6,5% ໃນປີ 2022. ການເຕີບໂຕໄດ້ຟື້ນຕົວຄືນໃນເຄິ່ງທໍາອິດຂອງປີ 2021, ສ່ວນໃຫຍ່ແມ່ນມາຈາກປະລິມານໄຫຼວຽນການຄ້າທີ່ເພີ່ມຂຶ້ນສູງ, ແຕ່ຖືກຊ້າລົງໃນເຄິ່ງຂອງທ້າຍປີ ຍ້ອນວ່າ ຄື້ນກະແສຮອບທີສີ່ຂອງໂລກລະບາດ ທີ່ສົ່ງຜົນກະທົບເຂົ້າສູ່ເຄື່ອນໄຫວທຸລະກິດ ແລະ ຕະຫຼາດແຮງງານ. ຄາດວ່າອັດຕາເງິນເຟີ້ຈະໄດ້ຮັບການຄວບຄຸມໃນປີ 2021 ແລະ 2022 ເນື່ອງຈາກອັດຕາການຂະຫຍາຍຕົວຊ້າລົງ.

ແນວໃດກໍ່ຕາມ, ການຄາດຄະເນການເຕີບໂຕໄລຍະສັ້ນ ແມ່ນມີສິ່ງທ້າທາຍຫຼາຍຢ່າງ. ຄວາມສ່ຽງຕົ້ນຕໍ ແມ່ນການແຜ່ລະບາດພະຍາດເປັນເວລາດົນນານ, ໂດຍສະເພາະ ຖ້າອັດຕາການສັກຢາກັນພະຍາດໃນທົ່ວປະເທດ ຍັງບໍ່ເພີ່ມຂຶ້ນຫຼາຍ. ການເຕີບໂຕຍັງຂຶ້ນກັບການສະໜອງບັນດາສິ່ງຂອງທີ່ຈຳເປັນຂອງລັດຖະບານຢ່າງທັນການ ເຊັ່ນ: ອາຫານ ແລະ ເງິນສົດໃຫ້ກັບປະຊາຊົນທີ່ມີຄວາມສ່ຽງ ທີ່ຈະຮັບຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງພະຍາດ COVID-19.

ຫວຽດນາມ ອາດຈະໄດ້ຮັບຜົນປະໂຫຍດ ຈາກການລົບລ້າງບັນດາສິ່ງກີດຂວາງທາງດ້ານການບໍລິຫານຕໍ່ກັບທຸລະກິດ ແລະ ພົນລະເມືອງ, ພ້ອມກັນນັ້ນ ກໍ່ຊຸກຍູ້ການຫັນປ່ຽນດິຈິຕອນ ເພື່ອຍົກສູງປະສິດທິພາບຂອງມາດຕະການຄວບຄຸມໂລກລະບາດ ແລະ ໜູນຊ່ວຍການຟື້ນຕົວທີ່ຍືນຍົງ ຂອງພື້ນຖານເສດຖະກິດໃນປີນີ້ ແລະ ປີຕໍ່ໄປ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.