ຫາງສຽງລັດເຊຍຕີລາຄາຢ່າງຕັ້ງໜ້າ ຕໍ່ການຢ້ຽມຢາມຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ

21:00 | 30/09/2021

ຍສໝ - ຫາງສຽງລັດເຊຍຕີລາຄາຢ່າງຕັ້ງໜ້າ ຕໍ່ການຢ້ຽມຢາມ ສະຫະພັນລັດເຊຍຢ່າງເປັນທາງການ (ແຕ່ວັນທີ 25-28 ກັນຍາ) ຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ.

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຈະໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຈະໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສົນທະນາທາງໂທລະສັບກັບ ທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສົນທະນາທາງໂທລະສັບກັບ ທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ
ຫາງສຽງລັດເຊຍຕີລາຄາຢ່າງຕັ້ງໜ້າ ຕໍ່ການຢ້ຽມຢາມຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ
ຫາງສຽງລັດເຊຍຕີລາຄາຢ່າງຕັ້ງໜ້າ ຕໍ່ການຢ້ຽມຢາມຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ. ພາບ: TTXVN

ຂ່າວສານກ່ຽວກັບການເຄື່ອນໄຫວຕົ້ນຕໍໃນລະຫວ່າງການຢ້ຽມຢາມຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ແມ່ນໄດ້ສະທ້ອນໃຫ້ເຫັນຢູ່ໃນການລາຍງານຂ່າວທີ່ໄດ້ອັບເດດຂອງສໍານັກຂ່າວສານແຫ່ງລັດ TASS, ສໍານັກຂ່າວສານສາກົນ ລັດເຊຍ ປະຈຸບັນ, ສໍານັກຂ່າວ Sputniknews, ຊ່ອງໂທລະພາບ Chanel One, ຊ່ອງໂທລະພາບການເງິນ Vesti ແລະຫຼາຍຊ່ອງ ເວັບໄຊອື່ນໆ.

ຫາງສຽງ ແລະສື່ມວນຊົນລັດເຊຍ ໄດ້ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍໃນຫຼາຍຂົງເຂດທີ່ສໍາຄັນ, ໄດ້ເນັ້ນໜັກເຖິງຄວາມຄ້າຍຄືກັນ ແລະການປະສານສົມທົບຂອງບັນດາອົງການການຕ່າງປະເທດຂອງສອງປະເທດຕໍ່ບັນດາບັນຫາສາກົນ.

ສຳນັກຂ່າວ RIA Novosti ໄດ້ຄັດສະເໜີຄຳປາໄສຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ເຊິ່ງໄດ້ເນັ້ນໜັກວ່າ ຫວຽດນາມຖືລັດເຊຍເປັນຄູ່ຮ່ວມມືຍຸດທະສາດທີ່ສຳຄັນ, ສອງປະເທດຮ່ວມມືກັນຢ່າງແໜ້ນ ແຟ້ນໃນບັນດາຂົງເຂດທີ່ມີຄວາມສຳຄັນພິເສດ.

ໂດຍຄັດສະເໜີຄຳປາໂສຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໃນກອງປະຊຸມຖະແຫຼງຂ່າວຮ່ວມກັບ ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov, ສຳນັກຂ່າວ TASS ໄດ້ເນັ້ນໜັກເຖິງຄວາມຄ້າຍຄືກັນລະຫວ່າງຫວຽດນາມ ແລະລັດເຊຍໃນຫຼາຍບັນຫາທົ່ວໂລກ. …

ໄຊພອນ

ເຫດການ
302 Found

Found

The document has moved here.