ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ເກີ່ນເທີ ໄດ້ມອບໃບຍ້ອງຍໍໃນວຽກງານການປ້ອງກັນພະຍາດໂຄວິດ-19

11:48 | 27/09/2021

ຍສໝ - ດ້ວຍບັນດາການປະກອບສ່ວນອັນຕັ້ງໜ້າໃນການປ້ອງກັນການລະບາດຂອງພະຍາດ Covid-19 ຢູ່ນະຄອນ ເກີ່ນເທີ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ເກີ່ນເທີ (ສະຫະພັນ ເກີ່ນເທີ) ຫາກໍ່ໄດ້ຮັບໃບຍ້ອງຍໍຈາກປະທານຄະນະກໍາມະການປະຊາຊົນນະຄອນ ເກີ່ນເທີ.

ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ເກີ່ນເທີ ໄດ້ມອບໃບຍ້ອງຍໍໃນວຽກງານການປ້ອງກັນພະຍາດໂຄວິດ -19
ຈາກແຫຼ່ງການປຸກລະດົມທາງສັງຄົມ, ສະຫະພັນ ເກີ່ນເທີ ໄດ້ມອບຂອງຂວັນຫຼາຍພັນພູດເພື່ອໜູນຊ່ວຍກໍາລັງແນວໜ້າ ໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໃນບໍລິເວນນະຄອນ.

ເມື່ອບໍ່ດົນມານີ້, ຂໍ້ມູນຈາກສະຫະພັນ ເກີ່ນເທີ ໃຫ້ຮູ້ວ່າ ທ່ານ ປະທານຄະນະກຳມະການປະຊາຊົນນະຄອນ ເກີ່ນເທີ ເຈີ່ນ ຫວຽດ ເຈື່ອງ ຫາກໍ່ເຊັນຂໍ້ຕົກລົງມອບໃບຍ້ອງຍໍໃຫ້ 19 ໝູ່ຄະນະ ແລະ ສ່ວນບຸກຄົນ 90 ຄົນ ທີ່ມີຜົນງານດີເດັ່ນໃນບັ້ນຮ້ອນເຮັ່ງ ຂອງການຕ້ານການລະບາດຂອງພະຍາດໂຄວິດ -19 ຢູ່ໃນບໍລິເວນ; ໃນບັນດາໝູ່ຄະນະທີ່ໄດ້ຮັບໃບຍ້ອງຍໍ ກໍ່ມີສະຫະພັນເກີ່ນເທີ.

ທ່ານນາງ ເລຖີ້ແທງຢາງ - ປະທານສະຫະພັນ ເກີ່ນເທີ ໃຫ້ຮູ້ວ່າ ສະຫະພັນ ເກີ່ນເທີ ແມ່ນໜຶ່ງໃນບັນດາຫົວໜ່ວຍ ເຊິ່ງ ຄະນະກຳມະການປະຊາຊົນນະຄອນໄດ້ມອບໝາຍໜ້າທີ່ເພື່ອຊຸກຍູ້ການລະດົມການຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງບໍ່ຂື້ນກັບລັດຖະບານຕ່າງປະເທດ, ການສະໜັບສະໜູນຂອງບັນດາວິສາຫະກິດພາຍໃນປະເທດ, ເພີ່ມແຫຼ່ງກຳ ລັງເພື່ອຮັບມືກັບການຜັນແປທີ່ສັບສົນຂອງການແຜ່ລະບາດຂອງພະຍາດໂຄວິດ-19, ປະກອບສ່ວນເຂົ້າໃນການຮັກສາສຸຂະພາບ ແລະຊີວິດອິນຊີຂອງປະຊາຊົນ.

ສະຫະພັນ ເກີ່ນເທີ ແລະສະມາຄົມມິດຕະພາບສະມາຊິກ 21 ແຫ່ງ ໄດ້ຍູ້ແຮງບັນດາກິດຈະກໍາການທູດປະຊາຊົນ, ຈາກນັ້ນ ກໍ່ເຊື່ອມຕໍ່ບັນດາແຫຼ່ງກໍາລັງເພື່ອມີສ່ວນຮ່ວມໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດຢູ່ໃນບັນດາປະເທດ, ໂດຍສະເພາະແມ່ນຢູ່ບັນດາແຂວງແຮກສ່ຽວກັບນະຄອນ ເກີ່ນເທີ.

ສະຫະພັນ ເກີ່ນເທີ ໄດ້ຮັບບ້ວງອຸປະຖຳທີ່ບໍ່ແມ່ນໂຄງການ “ເພີ່ມທະວີການສື່ສານ ແລະການເຊື່ອມຕໍ່ປະຊາຄົມໃນການປ້ອງກັນຄວາມສ່ຽງຈາກການລະບາດຂອງພະຍາດ Covid-19” ໂດຍອົງການໜຸນຊ່ວຍເດັກ (SCI) ອຸປະຖໍາ ແລະໄດ້ຈັດຕັ້ງປະຕິບັດຢູ່ໃນ 2 ຕາແສງ ເຖີຍຊວນ, ເຖີຍດົງ (ເມືອງ ເກີ່ດໍ); ໄດ້ຮັບ 1.000 ອຸປະກອນເພື່ອໜູນຊ່ວຍການໃສ່ຜ້າອັດປາກ ໂດຍອົງການ Dariu ອຸປະຖໍາ; ລະດົມນ້ຳນົມໄດ້ຫຼາຍກວ່າ 14.000 ກ່ອງຈາກບໍລິສັດຫຸ້ນສ່ວນ ກຸ່ມທັນຍາຫານ TH ເພື່ອມອບໃຫ້ແກ່ບັນດາໂຮງໝໍ, ກຳລັງສາທາລະນະສຸກຂັ້ນຮາກຖານທີ່ປະຕິບັດວຽກງານປ້ອງກັນການລະບາດ; ອົງການຈັດຕັ້ງບໍ່ຂື້ນກັບລັດຖະບານ World Vision International (WVI/USA) ໄດ້ໜູນຊ່ວຍອຸປະກອນການແພດເພື່ອປ້ອງກັນ ແລະຄວບຄຸມການລະບາດໃຫ້ນະຄອນ ເກີ່ນເທີ ດ້ວຍມູນຄ່າທັງໝົດເກືອບ 15.000 ໂດລາສະຫະລັດ. ປະສານສົມທົບຈັດຕັ້ງຄະນະຜູ້ແທນມອບເຄື່ອງອຸປະກອນການແພດ, ເຄື່ອງໃຊ້ທີ່ຈໍາເປັນເພື່ອໜູນຊ່ວຍຊາວກໍາປູເຈຍເຊື້ອສາຍຫວຽດນາມໃນການຕ້ານການລະບາດຂອງພະຍາດໂຄວິດ -19...

ນັບແຕ່ປີ 2020 ມາຮອດປະຈຸບັນ, ສະຫະພັນ ເກີ່ນເທີ ແລະບັນດາສະມາຄົມມິດຕະພາບສະມາຊິກໄດ້ລະດົມຈາກແຫຼ່ງກໍາລັງຫຼາຍຢ່າງເພື່ອສະໜັບສະໜູນກວ່າ 3 ຕື້ດົ່ງ; ຈາກແຫຼ່ງການປຸກລະດົມທາງສັງຄົມ, ສະຫະພັນ ເກີ່ນເທີ ໄດ້ມອບຂອງຂວັນຫຼາຍພັນພູດເພື່ອໜູນຊ່ວຍກໍາລັງແນວໜ້າ ໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໃນບໍລິເວນນະຄອນ ແລະສົ່ງໄປໃຫ້ປະຊາຊົນຂອງບັນດາປະເທດເພື່ອນມິດເພື່ອໜູນຊ່ວຍການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ.

ໄຊພອນ

ເຫດການ
302 Found

Found

The document has moved here.