ທ່ານ ເລຫາຍຮວ່າ ໄດ້ຖືກເລືອກໃຫ້ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ

16:17 | 06/10/2021

ຍສໝ - ວັນທີ 5 ຕຸລາ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ກາວບັ່ງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II, ອາຍຸການ 2021 - 2026. ທ່ານ ເລຫາຍຮວ່າ - ຮອງປະທານຄະນະກຳມະການປະຊາຊົນແຂວງ ກາວບັ່ງ ໄດ້ຖືກເລືອກໃຫ້ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ, ຊຸດທີ II, ອາຍຸການ 2021 - 2026.

ກາວບັ່ງ - ດິນແດນແຫ່ງປະຕິວັດ ຫວຽດນາມ ກາວບັ່ງ - ດິນແດນແຫ່ງປະຕິວັດ ຫວຽດນາມ
ກາວບັ່ງ - “ແຂວງສີຂຽວ”  ມາຮອດປະຈຸບັນຍັງບໍ່ມີຜູ້ຕິດເຊື້ອພະຍາດ COVID-19 ກາວບັ່ງ - “ແຂວງສີຂຽວ” ມາຮອດປະຈຸບັນຍັງບໍ່ມີຜູ້ຕິດເຊື້ອພະຍາດ COVID-19

ເຂົ້າຮ່ວມກອງປະຊຸມມີ: ທ່ານ ຫງວຽນວັນແຢວງ - ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ; ທ່ານ ນົງແທງຕຸ່ງ - ຮອງປະທານສະພາປະຊາຊົນ, ຮອງປະທານຄະນະກໍາມະການແນວໂຮມປະເທດຊາດແຂວງ ກາວບັ່ງ; ທ່ານ ເລຫາຍຮວ່າ - ກຳມະການຄະນະພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງກາວບັ່ງ; ທ່ານ ດ່າມວັນແອງ - ອະດີດຮອງເລຂາພັກແຂວງ, ອະດີດປະທານສະພາປະຊາຊົນແຂວງ, ປະທານສະຫະພັນອົງການຈັດຕັ້ງມິດຕະພາບແຂວງກາວບັ່ງ; ທ່ານ ຫຼີຫາຍເຫົ່າ - ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ກາວບັ່ງ (ສະມາຄົມ).

ທ່ານ ເລຫາຍຮວ່າ ໄດ້ຖືກເລືອກໃຫ້ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ
ບັນຍາກາດທີ່ກອງປະຊຸມໃຫຍ່

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ 1 ຂອງສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ ມາຮອດປັດຈຸບັນ, ສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ ໄດ້ສຸມໃສ່ວຽກງານການສ້າງອົງການຈັດຕັ້ງ, ພັດທະນາເຄືອຂ່າຍສະມາຄົມ ໄປຂັ້ນເມືອງ, ຕາແສງ, ຈັດຕັ້ງປະຕິບັດບັນດາການເຄື່ອນໄຫວໃນການເພີ່ມທະວີການແລກປ່ຽນມິດຕະພາບ, ຄວາມສາມັກຄີລະຫວ່າງປະຊາຊົນສອງຊາດຫວຽດນາມ - ລາວ; ປະກອບສ່ວນປົກປັກຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ.

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນວັນແຢວງ - ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ສະແດງຄວາມປິຕິຊົມຊື່ນ ແລະ ສະແດງຄວາມເຄົາລົບຕໍ່ບັນດາໝາກຜົນເຊິ່ງສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງກາວບັ່ງ ບັນລຸໄດ້ໃນອາຍຸການຜ່ານມາໃນສີ່ຂົງເຂດວຽກງານຫຼັກແມ່ນ: ການສຶກສາ, ໂຄສະນາເຜີຍແຜ່; ເພີ່ມທະວີການແລກປ່ຽນມິດຕະພາບ, ຮັດແໜ້ນຄວາມສາມັກຄີລະຫວ່າງຫວຽດນາມ - ລາວ; ວຽກງານນຳ້ຈິດມິດໃຈ ແລະ ປັບປຸງ, ສ້າງສາ ແລະພັດທະນາອົງການຈັດຕັ້ງຂອງສະມາຄົມ.

ທ່ານ ຮອງປະທານ VUFO ຫວັງວ່າ ສະມາຄົມຈະປະຕິບັດສໍາເລັດເປົ້າໝາຍທີ່ວາງໄວ້ໃນວຽກງານປັບປຸງ, ສ້າງສາ ແລະ ພັດທະນາອົງການຈັດຕັ້ງຂອງສະມາຄົມ ແລະ ສະມາຊິກ, ປັບປຸງ ແລະ ຍົກສູງຄຸນນະພາບແລະ ປະສິດທິຜົນການເຄື່ອນໄຫວຂອງສະມາຄົມ. ພ້ອມກັນນັ້ນ ກໍ່ຫວັງວ່າ ສະມາຄົມຈະເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ຖືເປັນສຳຄັນ ແລະ ປະຕິບັດວຽກງານໂຄສະນາ, ການສຶກສາໃນມະຫາຊົນໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນການສຶກສາ, ບໍາລຸງສ້າງຄົນລຸ້ນໜຸ່ມ ເພື່ອໃຫ້ເຂົາເຈົ້າເຄົາລົບຖະນຸຖະໜອມອະດີດ, ເຂົ້າໃຈຢ່າງຈະແຈ້ງກ່ຽວກັບຄວາມຈໍາເປັນ ແລະ ຄວາມສໍາຄັນແຫ່ງພາລະກິດຄວາມສາມັກຄີເປັນພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ແລະ ສະໝັກໃຈທີ່ຈະສືບທອດຄົນລຸ້ນກ່ອນເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຊັບສົມບັດອັນລໍ້າຄ່າຂອງປະຊາຊົນສອງຊາດ.

VUFO ກໍ່ປາດຖະໜາໃຫ້ສະມາຄົມປະຕິບັດພາລະບົດບາດເປັນທີ່ປຶກສາເປັນຢ່າງດີ ແລະ ເປັນກຳລັງຫຼັກແຫຼ່ງໃນການຈັດຕັ້ງປະຕິບັດບັນດາກິດຈະກຳດ້ວຍຮູບແບບທີ່ຫຼາກຫຼາຍ, ເໝາະສົມ, ມີຫົວຄິດປະດິດສ້າງ, ແທດຈິງ, ມີປະສິດທິຜົນເພື່ອເພີ່ມທະວີການພົວພັນແລກປ່ຽນມິດຕະພາບ, ຮັດແໜ້ນຄວາມສາມັກຄີລະຫວ່າງປະຊາຊົນຂອງສອງປະເທດ. .

ເນື່ອງໃນໂອກາດນີ້, ທ່ານຮອງປະທານ VUFO ຫງວຽນວັນແຢວງ ກໍ່ໄດ້ມອບໃບຍ້ອງຍໍຂອງ ຄະນະປະທານ VUFO ໃຫ້ແກ່ສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ ແລະ ທ່ານ ຫຼີຫາຍເຫົ່າ - ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ ຍ້ອນການປະກອບສ່ວນອັນຕັ້ງໜ້າຫຼາຍຢ່າງໃນວຽກງານການທູດປະຊາຊົນໃນໄລຍະປີ 2013-2021.

ທ່ານ ເລຫາຍຮວ່າ ໄດ້ຖືກເລືອກໃຫ້ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ
ຄະນະບໍລິຫານງານສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ກາວບັ່ງ ອາຍຸການ 2021 - 2026

ຢູ່ທີ່ນີ້, ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ປະກອບດ້ວຍ 14 ທ່ານ, ຄະນະປະຈຳປະກອບດ້ວຍ 5 ຄົນ. ທ່ານ ເລຫາຍຮວ່າ - ຮອງປະທານຄະນະກໍາມະການປະຊາຊົນແຂວງ ກາວບັ່ງ ໄດ້ຮັບຄວາມໄວ້ວາງໃຈຈາກກອງປະຊຸມໃຫຍ່ເພື່ອເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ ຊຸດທີ II, ອາຍຸການ 2021 - 2026. ຮ້ອຍເອກ ເລວັນເຖືຶອກ, ຫົວໜ້າ ຄະນະປະສານງານທະຫານອາສາສະໝັກ ແລະ ຊ່ຽວຊານທະຫານ ຫວຽດນາມ ຊ່ວຍການປະຕິວັດລາວ ຢູ່ແຂວງ ກາວບັ່ງ ແລະ ທ່ານນາງ ຈ້ຽວຖີ້ກ່ຽວຢູງ - ຮອງຫົວໜ້າພະແນກການຕ່າງປະເທດແຂວງ ກາວບັ່ງ ໄດ້ຖືກເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນຮອງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ກາວບັ່ງ ອາຍຸການໃໝ່.

ໃນຈົດໝາຍອວຍພອນທີ່ໄດ້ສົ່ງໄປຍັງສະມາຄົມ, ຕາງໜ້າໃຫ້ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ, ທ່ານ ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ເຈິ່ນວັນຕຸຍ ໄດ້ອວຍພອນຕໍ່ບັນດາຜົນງານ ເຊິ່ງສະມາຄົມບັນລຸໄດ້ໃນອາຍຸການຜ່ານມາ. ທ່ານ ເຈິ່ນວັນຕຸຍ ໄດ້ເນັ້ນໜັກວ່າ ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ຈະສົມທົບກັນຢ່າງແໜ້ນແຟ້ນກັບສະມາຄົມໃນການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ສະພາບການວຽກງານຂອງສະມາຄົມເພື່ອໃຫ້ສະມາຄົມບັນລຸໄດ້ບັນດາໜ້າທີ່ຂອງຕົນດີທີ່ສຸດ.

ທ່ານ ເຈິ່ນວັນຕຸຍ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ ແລະ ຊີ້ນຳຂອງຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ກາວບັ່ງ, ການປະສານສົມທົບຂອງບັນດາພະແນກ, ຄະນະ, ຂະແໜງການ ຂອງແຂວງ, ການນຳພາຂອງຄະນະການນໍາຊຸດໃໝ່ຂອງສະມາຄົມທີ່ໄດ້ຮັບການເລືອກຕັ້ງໂດຍກອງປະຊຸມໃຫຍ່ ແລະ ດ້ວຍຄວາມມານະພະຍາຍາມຂອງສະມາຊິກທັງໝົດ, ແນ່ນອນວ່າສະມາຄົມຈະມີການປະກອບສ່ວນອັນແທດຈິງ, ຕັ້ງໜ້າ, ສໍາຄັນ ເຂົ້າໃນວຽກງານການຕ່າງປະເທດເວົ້າລວມ ແລະ ພາລະກິດຂອງຄວາມສາມັກຄີສາກົນເວົ້າສະເພາະຂອງແຂວງ, ພ້ອມກັບສະມາຄົມມິດຕະພາບຫວຽດນາມ - ລາວ ໃນທົ່ວປະເທດ ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ ມີພະລັງຊີວິດໃໝ່ໃນສະພາບການ ແລະ ເງື່ອນໄຂໃໝ່ຕື່ມອີກ.

ໄຊພອນ

ເຫດການ
302 Found

Found

The document has moved here.