ຍສໝ - ຕອນເຊົ້າວັນທີ 28 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວື່ອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ຄຳໃບ ດຳລັດ.
ຍສໝ - ວັນທີ 28 ກຸມພາ, ແຂວງກວາງບິ່ງ ແລະ ຄຳມ່ວນ ລາວ ໄດ້ເປີດປະຕູດ່ານຊາຍແດນ ກ່າຣອງ - ໜອງມ້າ ຢ່າງເປັນທາງການເພື່ອຮັບໃຊ້ໃຫ້ແກ່ປະຊາຊົນເຂດຊາຍແດນສອງປະເທດ ຫວຽດນາມ - ລາວ ໄດ້ເດີນທາງໄປຢຶ້ຢາມຖາມຂ່າວ ແລະ ແລກປ່ຽນ, ສົ່ງສິນຄ້າຜ່ານແດນ ພາຍຫຼັງທີ່ຖືກປິດເປັນເວລາ 3 ປີ.
ຍສໝ - ທະນາຄານແຫ່ງ ສປປ ລາວ ປະກາດສືບຕໍ່ຈຳໜ່າຍພັນທະບັດເອເລັກໂຕຣນິກມີມູນຄ່າ 1.000 ຕື້ກີບ, ອາຍຸພັນທະບັດ 6 ເດືອນ ອັດຕາດອກເບ້ຍ 15%/ປີ. ນີ້ແມ່ນພັນທະບັດເອເລັກໂຕຣນິກງວດທີ 2 ທີ່ຈຳໜ່າຍໂດຍປະເທດລາວ.
ຍສໝ - ວັນທີ 27 ກຸມພາ, ພະແນກຍຸຕິທໍາແຂວງ ແຄ໋ງຮ່ວາ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຈາກພະແນກຍຸຕິທໍາແຂວງອັດຕະປື ແລະ ພະແນກຍຸຕິທໍາແຂວງຈໍາປາສັກ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ). ນີ້ແມ່ນການເຄື່ອນໄຫວ ເພື່ອຜັນຂະຫຍາຍຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ ລະຫວ່າງພະແນກຍຸຕິທຳແຂວງແຄ໋ງຮ່ວາ ແລະ ພະແນກຍຸຕິທຳ 2 ແຂວງ ອັດຕະປື ແລະ ຈໍາປາສັກ. Sáng 27-2, Sở Tư pháp Khánh Hòa tiếp và làm việc với 2 đoàn công ...
ຍສໝ - ວັນທີ 24 ກຸມພາ, ຢູ່ນະຄອນເຫ້ວ, ກົມກວດກາປ່າໄມ້ ຫວຽດນາມ ສົມທົບກັບກົມກວດກາປ່າໄມ້ ລາວ ຈັດຕັ້ງກອງປະຊຸມສະຫຼຸບການຕີລາຄາໝາກຜົນການປະຕິບັດບົດບັນທຶກຊ່ວຍຈຳລະຫວ່າງສອງຝ່າຍໃນໄລຍະ 2017 – 2022 ແລະ ປຶກສາຫາລືບັນດາການເຄື່ອນໄຫວສົມທົບກັນໄລຍະ 2023 – 2028.
ຍສໝ - ໃນເວລາເກືອບ 2 ເດືອນຕົ້ນປີ 2023, ຈີນໄດ້ນຳເຂົ້າສິນຄ້າຜ່ານທາງລົດໄຟຈີນ - ລາວເພີ່ມຂຶ້ນທົບ 5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ຍສໝ - ຕາມທ່ານຮອງນາຍົກລັດຖະມົນຕີລາວ ກິແກ້ວ ໄຂຄຳພິທູນ ແລ້ວ, ເພື່ອບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງໃນປີ 2030, ລັດຖະບານລາວ ຄວນເອົາໃຈໃສ່ເປັນພິເສດເຖິງການປັບປຸງລະບົບໂພຊະນາການ.
ຍສໝ - ກ່ຽວກັບດ້ານການຄ້າຜະລິດຕະພັນກະເສດ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໂດທັງຫາຍ ປາດຖະໜາວ່າ ກະຊວງກະສິກຳ ອາເມລິກາ ໃຫ້ບຸລິມະສິດຊຸກຍູ້ຂະບວນການອະນຸມັດຂະແໜງການສ່ອງແສງ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການສົ່ງອອກໝາກໄມ້ສົດຂອງ ຫວຽດນາມ ໄປຍັງ ອາເມລິກາ.
ຍສໝ - ຫວ່າງມໍ່ໆມານີ້, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ສົມທົບກັບບ້ານມິດຕະພາບ ເວເນຊູເອລາ - ຫວຽດນາມ ເຂົ້າຮ່ວມວັນບຸນ Carnaval ທີ່ເປັນມູນເຊື້ອຂອງເວເນຊູເອລາ ໂດຍນະຄອນ Caracasຈັດຕັ້ງຢູ່ໃຈກາງນະຄອນຫຼວງ.
ຍສໝ - ນັ້ນແມ່ນຂໍ້ສັງເກດຂອງຜູ້ແທນຫຼາຍທ່ານທີ່ການໂອ້ລົມສົນທະນາ: ການພົວພັນ ຫວຽດນາມ - ອາເມລິກາ: 10 ປີແຫ່ງຄູ່ຮ່ວມມືຢ່າງຮອບດ້ານ ແລະ ແງ່ຫວັງ ເຊິ່ງໄດ້ດຳເນີນໃນວັນທີ 25 ກຸມພາ 2023 ຢູ່ຮ່າໂນ້ຍ ໂດຍສະໂມສອນ ຮ່າໂນ້ຍ ຂອງອະດີດນັກຮຽນ ຫວຽດນາມ ຢູ່ ອາເມລິກາ (VUSAC Hanoi) ແລະ ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຈັດຂຶ້ນ.
ທ່ານ ຮອງປະທານສະພາແຫ່ງຊາດ ເຈີນແທງເໝີນ ກ່າວວ່າ ໄລຍະຜ່ານມາ, ສະພາແຫ່ງຊາດ ໄດ້ຫັນບັນດາແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງພັກເປັນລະບອບລະບຽບການ; ຕົກລົງບັນດາບັນຫາສຳຄັນໃນຂົງເຂດການຕ່າງປະເທດ
ຍສໝ - ໄລຍະຜ່ານມາ, ສອງຝ່າຍໄດ້ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນສະພາບການເຄື່ອນໄຫວອາດຊະຍາກຳຄ້າມະນຸດຢູ່ເຂດຊາຍແດນ ຫວຽດນາມ - ລາວ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ, ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບ, ຄວາມສາມັກຄີ, ສະໜິດຕິດພັນຢ່າງໝັ້ນແກ່ນ, ຍາວນານລະຫວ່າງສອງປະເທດ.
ຍສໝ - ຕາມທ່ານນາງ ຫງວຽນທິແອັງຮວາ, ຫົວໜ້າພະແນກທ່ອງທ່ຽວນະຄອນແລ້ວ, ນະຄອນໂຮຈີມິນ ແມ່ນແຂວງນຳໜ້າດ້ານເສດຖະກິດ, ແມ່ນສູນວັດທະນະທຳ, ການສຶກສາ, ວິທະຍາສາດເຕັກໂນໂລຢີ ແລະ ກໍ່ແມ່ນສູນການທ່ອງທ່ຽວໃຫຍ່ທີ່ສຸດຂອງ ຫວຽດນາມ. ກ່ອນເກີດພະຍາດໂຄວິດ - 19, ການທ່ອງທ່ຽວໄດ້ປະກອບສ່ວນ ສະເລ່ຍ 10 – 11% GRDP ຂອງນະຄອນ, ດຶງດູດເກືອບ 50% ແຂກທ່ອງທ່ຽວສາກົນ ແລະ 1/3 ຈຳນວນແຂກທ່ອງທ່ຽວພາຍໃນປະເທດ, ປະກອບສ່ວນ ¼ ລາຍຮັບການທ່ອງທ່ຽວຂອງທົ່ວປະເທດ.
ຍສໝ - ທີ່ພິທີ, ທ່ານ Haldun Tekneci, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ຕວກກີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສົ່ງກຳລັງກູ້ໄພກູ້ຊີບຂອງກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ ໄປຍັງ ຕວກກີ.
ຍສໝ - ວັນທີ 23 ກຸມພາ, ຢູ່ ປັກກິງ, ປະເທດຈີນ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18 ມັງກອນ 1950 – 18 ມັງກອນ 2023).
ຍສໝ - ການກຳນົດຂອງ BOL ຊ່ວຍໃຫ້ບັນດາທະນາຄານການຄ້າມີຄ່າການເໜັງຕີງຢ່າງມີໄຫວພິບໃນການຊື້-ຂາຍເງິນຕາຕ່າງປະເທດ, ຈາກນັ້ນຈະຊ່ວຍຮັກຄ່າເງິນກີບເປັນປົກກະຕິ.
ຍສໝ - ນະຄອນໂຮ່ຈີມິນ ຈະປະກາດບັນດາຂໍ້ກຳນົດຢ່າງຈະແຈ້ງກ່ຽວກັບສິດອຳນາດ, ຄວາມຮັບຜິດຊອບ, ໄລຍະປະຕິບັດບັນດາລະບຽບການບໍລິຫານ ໃຫ້ສະມາຄົມວິສາຫະກິດ ໂດຍໄວ.
ຍສໝ -ດ້ວຍຈຳນວນປະຊາກອນ ຫຼາຍກວ່າ 1,4 ຕື້ຄົນ, ອິນເດຍ ແມ່ນຕະຫຼາດໃຫຍ່ ແລະ ມີຄວາມສາມາດບົ່ມຊ້ອນ ເພື່ອຊົມໃຊ້ບັນດາຜະລິດຕະພັນກະເສດ ແລະ ອາຫານປຸງແຕ່ງຂອງ ຫວຽດນາມ ເຊັ່ນ: ໝາກໄມ້, ກາເຟ, ຊາ, ໝາກພິກໄທ, ໝາກຫິມະພານ.
ຍສໝ - ໂດຍສືບຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ອາທິດຜ່ານມາ, ຄະນະພະນັກງານຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ, ໂດຍສະຫາຍ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວາການສູນກາງພັກປະຊາຊົນປະຕິວັດ ລາວ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຊົມ, ສຳຫຼວດກວດກາຕົວຈິງຢູ່ສູນສິ່ງຢອດຍິ່ງໝູ່ບ້ານອາຊີບ ຫວຽດ ແລະ ມະຫາວິທະຍາໄລ VinUni (ເມືອງຢາເລິມ, ນະຄອນຮ່າໂນ້ຍ).
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ສ.ເກົາຫຼີ ນຳໂດຍທ່ານ Kim Hak Yong, ສະມາຊິກສະພາແຫ່ງຊາດ ສ.ເກົາຫຼີ.
ຍສໝ - ຕອນບ່າຍວັນທີ 20 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນ່າງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ຫງວຽນເຟືອງງາ ໄດ້ໃຫ້ການຕ້ອນຮັບທ່ານ Mark Kent - ອະດີດເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ (ອາຍຸການ 2007-2010).
ຍສໝ - ທີ່ການພົບປະ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະທ່ານ Hun Sen ປະທານພັກ CPP, ນາຍົກລັດຖະມົນຕີກຳປູເຈຍ ໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ຕີລາຄາກ່ຽວກັບສະພາບການໂລກ, ພາກພື້ນ
ຍສໝ - ຕາມຂໍ້ມູນຈາກກອງບັນຊາທະຫານແຂວງ ເຊີນລາ, ອົງການປະຈຳສະພາສະໜອງເຂດປ້ອງກັນປະເທດແຂວງ ເຊີນລາ ຫາກໍ່ຈັດຕັ້ງປະຕິບັດແຜນການສະບັບເລກທີ 31/KH-UBND ລົງວັນທີ 2 ກຸມພາ 2023 ຂອງຄະນະກຳມະການປະຊາຊົນແຂວງ ເຊີນລາ ກ່ຽວກັບການຈັດຕັ້ງການຝຶກອົບຮົມພາສາຫວຽດ ໃຫ້ແກ່ພະນັກງານ ແລະ ທະຫານປະຊາຊົນຂອງ 9 ແຂວງ ສປປ ລາວ ໃນປີ 2023.
ຕອນເຊົ້າວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ພ້ອມດ້ວຍຄະນະພະນັກງານຂັ້ນສູງ ລາຊະອານາຈັກ ກຳປູເຈຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຍສໝ - ຫວ່າງມໍ່ໆມານີ້, ກ່າວຄຳເຫັນທີ່ການພົບປະກັບຄະນະຜູ້ແທນ ກູບາ ປະຈຳສະຫະປະຊາຊາດ, ເນື່ອງໃນໂອກາດທີ່ກູບາ ເລີ່ມດຳລົງບົດບາດເປັນປະທານ G77 ແລະ ຈີນ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ຕີລາຄາສູງບົດບາດຂອງກູບາ ໃນການຊຸກຍູ້ລັດທິຫຼາຍຝ່າຍ, ພ້ອມກັນນັ້ນ ກໍເຊື່ອໝັ້ນວ່າ ກູບາຈະດຳລົງຕຳແໜ່ງປະທານ ກູ່ມ G77 ແລະ ຈີນ ຢ່າງສຳເລັດຜົນ. Mới đây, phát biểu tại cuộc gặp phái đoàn Cuba tại Liên hợp quốc, nhân dịp ...
ຍສໝ - ໃນອາທິດຜ່ານມາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ພົບປະແລກປ່ຽນກັບຄະນະຜູ້ແທນສະມາຄົມມິດຕະພາບສາກົນ ຍີ່ປຸ່ນ (JIFA) ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ. 2 ອົງການໄດ້ເຫັນດີເປັນເອກະພາບການຮ່ວມມືກັນຢ່າງເປັນປະຈຳ ແລະ ສົມທົບກັນຢ່າງແໜ້ນແຟ້ນ, ຜ່ານນັ້ນ ກໍປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ຍີ່ປຸ່ນ. Tuần vừa qua, tại Hà Nội, Hội hữu nghị Việt Nam - Nhật Bản đã giao lưu với ...
ຍສໝ - ຫວ່າງມໍ່ໆນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິີງ ໄດ້ມີການຕ້ອນຮັບທ່ານ Eduord Philippe, ອະດີດນາຍົກລັດຖະມົນຕີຝະລັ່ງ, ເຊິ່ງປັດຈຸບັນແມ່ນເຈົ້າຄອງນະຄອນ Le Havre.
ຕອນບ່າຍວັນທີ 14 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Alexandra Hill Tinoco ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ El Salvador ເຊິ່ງພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 14 – 16 ກຸມພາ
ກອງປະຊຸມປີນີ້ມີຄວາມໝາຍສຳຄັນຍ້ອນບັນດາຝ່າຍພວມມານະພະຍາຍາມ ເພີ່ມທະວີຄວາມວັດທະນາຖາວອນ ແລະ ສາມັກຄີລະຫວ່າງ ອາຊຽນ ແລະ ສ.ເກົາຫຼີໃນສະພາບການຊຸກຍູ້ການຮ່ວມມືໃນໄລຍະພາຍຫຼັງໂຄວິດ - 19.
ເພີ່ມທະວີບັນດາມາດຕະການ ຮັບປະກັນການເຕີບໂຕການສົ່ງອອກ ແມ່ນຫນຶ່ງໃນບັນດາຄາດໝາຍເພື່ອແນໃສ່ສ້າງກຳລັງຫນູນໃຫ້ແກ່ການເຕີບໂຕເສດຖະກິດ ຫວຽດນາມ ໃນປີນີ້. ໃນສະພາບການເຕີບໂຕສີຂຽວ, ເສດຖະກິດ ໝູນວຽນ ພວມກາຍເປັນທ່າອ່ຽງ ແລະ ຄວາມຮຽກຮ້ອງຕ້ອງການໃນທົ່ວໂລກ, ຫວຽດນາມ ພວມພັດທະນາບັນດາລະບົບຜະລິດ ແລະ ການສະຫນອງການຄ້າສາກົນ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ມາດຖານເຄັ່ງຄັດຂອງຕະຫລາດ ພິເສດແມ່ນຄວາມຮຽກຮ້ອງຕ້ອງການຈາກສັນຍາການຄ້າເສລີລຸ້ນໃຫມ່ (FTA).