| ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເປີດຊຸດຮຽນພາສາຫວຽດນາມ ໃຫ້ພະນັກງານຄະນະເລຂາທິການສະພາແຫ່ງຊາດລາວ | |
| ຫວຽດນາມ - ກຳປູເຈຍ ຖືເປັນສຳຄັນການຊຸກຍູ້ການຮ່ວມມືດ້ານກະສິກຳ 2 ຝ່າຍ |
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວື່ອງດິ່ງເຫ້ວ ໄດ້ຕີລາຄາສູງບັນດາຜົນງານການເຮັດວຽກຂອງຄະນະຜູ້ແທນລາວ ໃນການມາຢ້ຽມຢາມຫວຽດນາມ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກັບຄະນະຜູ້ແທນບາງຮູບແບບສະເພາະ ກ່ຽວກັບບັນດາອົງການປົກຄອງທ້ອງຖິ່ນທີ່ພວມທົດລອງນຳໃຊ້ຢູ່ ຫວຽດນາມ; ກ່ຽວກັບການແນະນຳ ແລະ ຕິດຕາມກວດກາການເຄື່ອນໄຫວຂອງສະພາປະຊາຊົນຂັ້ນແຂວງ; ການລົງຄະແນນສຽງຄວາມໄວ້ເນື້ອເຊື່ອໃຈ ຕໍ່ກັບບັນດາຕໍາແຫນ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ຮັບຮອງເອົາ.
![]() |
| ທ່ານປະທານສະພາແຫ່ງຊາດຫວຽດນາມ ເວື່ອງດິ່ງເຫ້ວ ແລະ ທ່ານຮອງປະທານສະພາແຫ່ງຊາດລາວ ຄຳໃບ ດຳລັດ. (ພາບ: TTXVN) |
ທ່ານຮອງປະທານສະພາແຫ່ງຊາດລາວ ຄຳໃບ ດຳລັດ ໄດ້ສະແດງຄວາມຂອບໃຈ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ທີ່ໄດ້ສະຫງວນເວລາໃຫ້ການພົບປະ; ພ້ອມກັນນັ້ນ, ໃນຂອບເຂດການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນກໍ່ໄດ້ມີການພົບປະເຈລະຈາກັບທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ່ງ, ຄະນະວຽກງານການເລືອກຕັ້ງ; ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນາມ, ນະຄອນດ່ານັງ ແລະ ຮ່າໂນ້ຍ ເພື່ອແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາປະຊາຊົນ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ພ້ອມທີ່ຈະແລກປ່ຽນ ແລະ ແບ່ງປັນບົດຮຽນກັບສະພາແຫ່ງຊາດ ລາວ, ພ້ອມກັນນັ້ນ ກໍປາດຖະໜາຢາກແລກປ່ຽນ ແລະ ຮຽນຮູ້ບັນດາປະສົບການທີ່ດີ ແລະ ບັນດາແບບຢ່າງທີ່ມີປະສິດທິຜົນຂອງປະເທດລາວ ເພື່ອການດໍາເນີນງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນທີ່ນັບມື້ນັບມີປະສິດທິຜົນກວ່າ.
ຄຳຮຸ່ງ
ທ່ານອາດຈະມັກ
ລັດຖະມົນຕີກະຊວງການຕ່າງປະເທດລາວ: ຫວຽດນາມໃຫ້ການຊ່ວຍເຫຼືອຢ່າງຈິງໃຈ ແລະ ຈົງຮັກພັກດີໃຫ້ແກ່ລາວ
Hikaru Watanabe: ພາສາຫວຽດນາມ ທີ່ດີຈາກສິ່ງທີ່ງ່າຍດາຍຫຼາຍ, ສຽງຈ່າວຕອນເຊົ້າ, ທັກທາຍປະຈໍາວັນ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສິ້ນສຸດບັນດາການເຄື່ອນໄຫວຢູ່ G20 ແລະ ບັນດາການເຄື່ອນໄຫວ 2 ຝ່າຍຢູ່ ອາຟະລິກາໃຕ້ ຢ່າງຈົບງາມ
ກອງປະຊຸມສາກົນຄັ້ງທີ 5 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈະດຳເນີນໃນວັນທີ 4 ທັນວາ
ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອ ແລະ ກອງປະຊຸມໃຫຍ່ແຂ່ງຂັນຜູ້ຮັກຊາດ ໄລຍະ 2025 - 2030
