ຫວຽດນາມ - ອາ​ເມ​ລິ​ກາ: ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ສົ່ງ​ອອກ​ໝາກ​ໄມ້

16:30 | 28/02/2023

ຍສໝ - ກ່ຽວ​ກັບ​ດ້ານ​ການ​ຄ້າ​ຜະລິດ​ຕະພັນ​ກະ​ເສດ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ໂດທັງຫາຍ ປາດ​ຖະໜາ​ວ່າ ກະຊວງ​ກະສິກຳ ອາ​ເມ​ລິ​ກາ ​ໃຫ້​ບຸລິມະສິດ​ຊຸກຍູ້​ຂະ​ບວນການ​ອະນຸມັດຂະແໜງການສ່ອງແສງ ​ເພື່ອ​ອຳນວຍ​ຄວາມ​ສະດວກ ​ໃຫ້​ແກ່​ການ​ສົ່ງ​ອອກ​ໝາກ​ໄມ້​ສົດ​ຂອງ ຫວຽດນາມ ໄປ​ຍັງ ອາ​ເມ​ລິ​ກາ.

ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
​ສິນ​ຄ້າ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ສະ​ຫະ​ພັນ ລັ​ດ​ເຊຍ ​ສິນ​ຄ້າ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ສະ​ຫະ​ພັນ ລັ​ດ​ເຊຍ

ນີ້ແມ່ນການຢືນຢັນຂອງ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດຖັ່ງຫາຍ ໃນຕອນບ່າຍວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ.

ສະຫະລັດອາເມລິກາ ເປັນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າ ຂອງຫວຽດນາມ, ດັ່ງນັ້ນ, ຫວຽດນາມ ປາດຖະໜາຢາກໃຫ້ສອງຝ່າຍຮັກສາການພົວພັນດ້ານເສດຖະກິດການຄ້າໃຫ້ພັດທະນາຢ່າງໝັ້ນຄົງ, ສືບຕໍ່ນຳການພົວພັນຄູ່ຮ່ວມມືຮອບດ້ານເຂົ້າສູ່ລວງເລິກ, ແທດຈິງ. ນີ້ແມ່ນການຢືນຢັນຂອງ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດຖັ່ງຫາຍ ໃນຕອນບ່າຍວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບຄະນະຜູ້ແທນ ກະຊວງກະສິກຳ ສະຫະລັດອາເມລິກາ (USDA) ໂດຍ ທ່ານນາງ Jenifer Lester Moffitt, ຮອງລັດຖະມົນຕີ ຜູ້ຮັບຜິດຊອບໂຄງການ Marketing ແລະ ການດັດສົມ ສະຫະລັດອາເມລິກາ ແລະ ທ່ານນາງ Alexis Taylor, ຮອງລັດຖະມົນຕີ ຜູ້ຮັບຜິດຊອບ ການຄ້າ ແລະ ການຕ່າງປະເທດ ສະຫະລັດອາເມລິກາ ເປັນຫົວໜ້ານຳໜ້າຄະນະຜູ້ແທນ.

ຫວຽດນາມ - ອາ​ເມ​ລິ​ກາ: ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ສົ່ງ​ອອກ​ໝາກ​ໄມ້

ໂດຍກ່ຽວຂ້ອງເຖິງບັນຫາການຄ້າຜະລິດຕະພັນກະເສດ, ທ່ານ ໂດຖັ່ງຫາຍ ສະເໜີໃຫ້ ກະຊວງກະສິກຳ ສະຫະລັດອາເມລິກາ ບູລິມະສິດຊຸກຍູ້ຂັ້ນຕອນອະນຸມັດພື້ນຖານການສາຍແສງ ເພື່ອສ້າງຄວາມສະດວກໃຫ້ແກ່ການສົ່ງອອກໝາກໄມ້ສົດ ຂອງຫວຽດນາມ ໄປຍັງ ສະຫະລັດອາເມລິກາ; ສົມທົບກັນ, ສ້າງເງື່ອນໄຂຄວາມສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມການຄ້າ ຜະລິດຕະພັນກະເສດ ຢູ່ສະຫະລັດອາເມລິກາ, ໂດຍສະເພາະແມ່ນຜະລິດຕະພັນໝາກໄມ້ສົດ, ຜະລິດຕະພັນກະເສດອັດກະປ໋ອງ. ພິເສດ, ເພີ່ມທະວີການແບ່ງປັນປະສົບການໃນການສ້າງນະໂຍບາຍ, ການປະຕິບັດລະບຽບກົດໝາຍ, ພິເສດໃນການກວດກາ ການເຄື່ອນໄຫວຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕາມຂໍ້ກຳນົດ (IUU).

ເຫດການ
302 Found

Found

The document has moved here.