ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ El Salvador

18:09 | 17/02/2023

ຕອນບ່າຍວັນທີ 14 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Alexandra Hill Tinoco ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ El Salvador ເຊິ່ງພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 14 – 16 ກຸມພາ

ການເຄືື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ແບນຊິກ ຢ່າງເປັນທາງການ ການເຄືື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ແບນຊິກ ຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ El Salvador ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມ ກໍຄື ເລື່ອງ El Salvador ເປີດນຳໃຊ້ສຳນັກງານສະຖານທູດ ປະຈຳ ຮ່າໂນ້ຍ ຈະປະກອບສ່ວນນຳການພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະໃໝ່ ທີ່ນັບມື້ນັບແທດຈິງ ແລະ ເຂົ້າສູ່ລວງເລິກ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ El Salvador

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ El Salvador

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ El Salvador ສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າທີ່ມີທ່າແຮງຂອງ ຫວຽດນາມ ໄດ້ແຊກຊຶມເຂົ້າຕະຫຼາດປະເທດນີ້; ສອງຝ່າຍສົມທົບກັນສ້າງກອບນິຕິກຳທີ່ສະດວກແກ່ການຄ້າ ແລະ ການລົງທຶນ, ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະວິສາຫະກິດ, ນຳ ຫວຽດນາມ ແລະ El Salvador ກາຍເປັນຈຸດເຊື່ອມຕໍ່ລະຫວ່າງຕະຫຼາດ ອາເມລິກາ ກາງ ກັບ ອາຊີຕາເວັນອອກສ່ຽງໃຕ້.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ El Salvador

ສ່ວນທ່ານນາງ Alexandra Hill Tinoco ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ El Salvador ຢັ້ງຢືນວ່າ ລັດຖະບານ El Salvador ປາດຖະໜາຢາກນຳການພົວພັນກັບ ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່; ນຳພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ.

ກ່ອນໜ້ານັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານນາງ Alexandra Hill Tinoco ກໍໄດ້ມີການພົບປະເຈລະຈານຳກັນ.

VOV

ເຫດການ
302 Found

Found

The document has moved here.