ລັດ​ຖະ​ບານ ລາວ ໃຫ້​ບຸ​ລິ​ມະ​ສິດ​ວຽກ​ງານດ້ານ​ໂພ​ຊະ​ນາການ​ແຫ່ງ​ຊາດ

09:20 | 01/03/2023

ຍ​ສ​ໝ - ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ກິ​ແກ້ວ ໄຂ​ຄຳ​ພິ​ທູນ ແລ້ວ, ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ປີ 2030, ລັດ​ຖະ​ບານລາວ ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປັບ​ປຸງລະບົບ​​ໂພ​ຊະ​ນາການ.

ຫວຽດ​ນາມ - ລາ​ວ​ ຮັດ​ແໜ້ນ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ ຫວຽດ​ນາມ - ລາ​ວ​ ຮັດ​ແໜ້ນ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ
ສອງ​ຫ້ອງວ່າ​ການ​ລັດ​ຖະ​ບານ ລາວ-ຫວຽດ​ນາມ ເຫັນ​ດີ​ປະ​ຕິ​ບັດ​ແຜ​ນ​ການ​ຮ່ວມ​ມື​ໃນ​ຕໍ່​ໜ້າ ສອງ​ຫ້ອງວ່າ​ການ​ລັດ​ຖະ​ບານ ລາວ-ຫວຽດ​ນາມ ເຫັນ​ດີ​ປະ​ຕິ​ບັດ​ແຜ​ນ​ການ​ຮ່ວມ​ມື​ໃນ​ຕໍ່​ໜ້າ

ລັດ​ຖະ​ບານລາວ ໃຫ້​ບຸ​ລິ​ມະ​ສິດ​ວຽກ​ງານ​ດ້ານໂພ​ຊະ​ນາການແຫ່ງ​ຊາດ

ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ກິ​ແກ້ວ ໄຂ​ຄຳ​ພິ​ທູນ ແລ້ວ, ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ປີ 2030, ລັດ​ຖະ​ບານລາວ ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປັບ​ປຸງ​ລະບົບ​ໂພ​ຊະ​ນາການ.

ພາບ​ປະ​ກອບ: nhandan.vn
ພາບ​ປະ​ກອບ: nhandan.vn

​ໄລ​ຍະ​ຜ່ານ​ມາ, ລັດ​ຖະ​ບານລາວ ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ແຫ່ງ​ຊາ​ດ​ກ່ຽວ​ກັບ​ດ້ານ​ໂພ​ຊະ​ນະາການ ຄັ້ງ​ທີ VIII ແລະ ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາ​ດ​ກ່ຽວ​ກັບ​ທາດ​ໂພ​ຊ​ະ​ນະາການ ປະ​ຈຳ​ປີ 2022 ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ ກ່ຽວ​ກັບ​ທາດ​ໂພ​ຊ​ະນ​າການ​ລາວ ກິ​ແກ້ວ ໄຂ​ຄຳ​ພິ​ທູນ.

ເຂົ້າ​ຮ່ວມກອງ​ປະ​ຊຸມ ຍັງ​ມີ​ບັນ​ດາ​ຄະ​ນະ​ກຳ​ມະ​ການດ້ານ​ໂພ​ຊ​ະ​ນາການຂັ້ນ​ກະ​ຊວງ, ອ​ງົການ​ທີ່​ທຽບ​ເທົ່າ​​ກະ​ຊວງ ແລະ ທ້ອງ​ຖິ່ນ, ຜູ້​ຕາງ​ໜ້າ​ບັນ​ດາ​ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້ອງ, ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ ແລະ ຜູ້​ຕາງ​ໜ້າ​ບັ​ນ​ດາ​ອົງ​ການ, ອົງ​ການ​ຈັ​ດ​ຕັ້ງ​ສາ​ກົນ.

​ກອ​ງ​ປະ​ຊຸມ​ເພື່ອ​ແນ​ໃສ່​ສະຫຼຸບ​ການ​ຈັດ​ຕັ້​ງ​ປະ​ຕິ​ບັດ​ວຽກ​ງານ​ແຫ່ງ​ຊາດ​ກ່ຽວ​ກັບດ້ານ​ໂພ​ຊະ​ນາການ ແລະ ຕີ​ລາ​ຄາ​ຄືນ​ໃໝ່​ບັນ​ດາ​ກຸ່ມ​ປະ​ຕິ​ບັດ​ງານ, ບັນ​ດາ​ມາດ​ຖານ​ຕາມ​ແຜນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານດ້ານ​ໂພ​ຊະ​ນາການ​ໄລ​ຍະ 2021 – 2025, ກໍ່​ຄື​ວາງ​ອອກ​ທິດ​ທາງ, ແຜນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ດາ້ນໂພ​ຊະ​ນາການ ​ໃນ​ປີ 2023.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ກິ​ແກ້ວ ໄຂ​ຄຳ​ພິ​ທູນ ໃຫ້​ຮູ້​ວ່າ ລັດ​ຖະ​ບານ​ລາວ ວາງ​ເປົ້າ​ໝາຍ​ບັນ​ລຸ​ໄດ້​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ​ໃນ​ປີ 2030. ການ​ປັບ​ປຸງ​ລະ​ບົບ​ໂພ​ຊ​ະ​ນາການ​ແມ່ນ​ໜຶ່ງ​ໃນ​ບັນ​ດາບ​ຸ​ລິ​ມະ​ສິດ​ໂດຍ​ລັດ​ຖະ​ບານ​ໄດ້ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ.

​ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ​ແລ້ວ, ໄລ​ຍະ 2020 – 2022, ງົບ​ປະ​ມານ​ຂອງ​ລາວ​ສະ​ຫງວ​ນ​ໃຫ້​ແກ່​ວຽກ​ນ​ງານ​ດ້ານໂພ​ຊະ​ນາການ​ກວມ​ເອົາ​ປະ​ມານ 0,5% GDP, ປະ​ມານ 2% ງົ​ບ​ປະ​ມານ​ແຫ່ງ​ຊາດ, ສ່ວນ​ຍັງ​ເຫຼືອ​ແມ່ນ​ການ​ໜູນ​ຊ່ວຍ​ຈ​າ​ກ​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ສາ​ກົນ. ດັ່ງ​ນັ້ນ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ລາວ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ກ່​ວາ​ອີກ​ໃນ​ການ​ກໍ່​ສ້າງ​ແຜນ​ການ ແລະ ເພີ່ມ​ງົ​ບ​ປະ​ມານ​ທີ່​ສະ​ຫງວນ​ໃຫ້​ແກ່​ວຽກ​ງານດ້ານ​ໂພ​ຊະ​ນາການ​ໃນ​ທຸກ​ລະດັບ.

​ກອງ​ປະ​ຊຸມ​ຕີ​ລາ​ຄາ​ວ່າ ໃນ​ໄລ​ຍະ​ຜ່ານ​ມາ, ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານດ້ານ​ໂພ​ຊະ​ນາການບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ໃນ​ບາງ​ດ້ານ, ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ກີດ​ຂວາງ​ການ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ, ເຊັ່ນວ່າ ​ການຫຼຸດ​ຜ່ອນ​ອັດ​ຕາ​ເດັກ​ນ້ອຍ​ຂາດ​ໂພ​ຊະ​ນາການ, ຂາດ​ວີ​ຕາ​ມິນ…

ບຸນ​ຄົງ

Tags: ລາວ
ເຫດການ
302 Found

Found

The document has moved here.