ຫວຽດນາມ - ກຳປູເຈຍ: ເສີມຂະຫຍາຍການຄວບຄຸມຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງບົກ ແລະ ທາງທະເລ

16:51 | 20/02/2023

ຕອນເຊົ້າວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ພ້ອມດ້ວຍຄະນະພະນັກງານຂັ້ນສູງ ລາຊະອານາຈັກ ກຳປູເຈຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຫວຽດນາມ - ກຳປູເຈຍ ຖືເປັນສຳຄັນການຊຸກຍູ້ການຮ່ວມມືດ້ານກະສິກຳ 2 ຝ່າຍ ຫວຽດນາມ - ກຳປູເຈຍ ຖືເປັນສຳຄັນການຊຸກຍູ້ການຮ່ວມມືດ້ານກະສິກຳ 2 ຝ່າຍ
ປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ຫວຽດນາມ - ກຳປູເຈຍ ປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ຫວຽດນາມ - ກຳປູເຈຍ

ທ່ານພົນເອກ ຟານວັນຢາງ ສະແດງຄວາມຊົມຊື່ນດີໃຈ ທີ່ໄດ້ຕ້ອນຮັບທ່ານພົນເອກ Tea Banh ແລະ ຄະນະຜູ້ແທນກໍາປູເຈຍ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ເນັ້ນໜັກວ່າ, ທ່ານພົນເອກ Tea Banh ແລະ ຄະນະຜູ້ແທນກໍາປູເຈຍ ແມ່ນແຂກຜູ້ມີກຽດທໍາອິດທີ່ມາຢ້ຽມຢາມກະຊວງປ້ອງກັນປະເທດຫວຽດນາມ​ໃນ​ປີ​ໃໝ່ 2023.

ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ການມາຢ້ຽມຢາມຄັ້ງນີ້ຂອງທ່ານພົນເອກ Tea Banh ຈະປະສົບຜົນສໍາເລັດຢ່າງຈົບງາມ, ສ້າງກໍາລັງແຮງໃໝ່, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນດີງາມ ລະຫວ່າງສອງປະເທດ, ສອງກະຊວງປ້ອງກັນປະເທດ ແລະ ກອງທັບສອງປະເທດ.

ຫວຽດນາມ - ກຳປູເຈຍ: ເສີມຂະຫຍາຍການຄວບຄຸມຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງບົກ ແລະ ທາງທະເລ
ທ່ານພົນເອກ ຟານວັນຢາງ ແລະ ທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ. (ພາບ: baochinhphu)

ທີ່ການພົບປະເຈລະຈາທີ່ໄດ້ດຳເນີນພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ແລະ ທ່ານພົນເອກ Tea Banh ໄດ້ເປັນເອກະພາບໂດຍຕີລາຄາວ່າ, ປີ 2022 ຜ່ານມາ ແມ່ນປີທີ່ມີຄວາມໝາຍພິເສດ ສຳລັບການພົວພັນລະຫວ່າງສອງປະເທດ, ໂດຍການນຳຂັ້ນສູງສອງປະເທດໄດ້ກຳນົດວ່າ ເປັນ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ” ດ້ວຍການເຄື່ອນໄຫວຫຼາຍຢ່າງຖືກຈັດຂຶ້ນຢູ່ທັງສອງປະເທດ.

ທ່ານພົນເອກ ຟານວັນຢາງ ແລະ ທ່ານພົນເອກ Tea Banh ໄດ້ເອກະພາບກັນຕໍ່ເນື້ອໃນແຜນການຮ່ວມມືດ້ານປ້ອງກັນຊາດໃນປີ 2023, ເຊິ່ງລວມມີ: ເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ສະພາບການ, ສົມທົບກັນລາດຕະເວນ, ຄວບຄຸມປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດດິນຕໍ່ແຜ່ນ ແລະ ທະເລ; ສ້າງແຜນການໂຄສະນາເຜີຍແຜ່ໄລຍະຍາວ ກ່ຽວກັບການພົວພັນສາມັກຄີ, ອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລັດຖະບານ, ປະຊາຊົນ ແລະ ກອງທັບສອງປະເທດ; ຜັນຂະຫຍາຍການເຄື່ອນໄຫວຮ່ວມມືໃນບັນດາເນື້ອໃນທີ່ກ່ຽວຂ້ອງ ໃນປີ ອາຊຽນ ເປັນເຈົ້າພາບຈັດງານມະຫາກຳກິລາ ຊີເກມ 32 ແລະ ອາຊຽນ ປາຣາເກມ ຄັ້ງທີ 12...

ສິ້ນສຸດການພົບປະເຈລະຈາ, ທ່ານພົນເອກ ຟານວັນຢາງ ແລະ ທ່ານພົນເອກ Tea Banh ໄດ້ລົງນາມໃນແຜນການຮ່ວມມືປີ 2023 ແລະ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ກັບ ກະຊວງປ້ອງກັນປະເທດ ກໍາປູເຈຍ ກ່ຽວກັບການຮ່ວມມືໃນຂົງເຂດກົດໝາຍການທະຫານ, ການປ້ອງກັນຊາດ.

ເຫດການ
302 Found

Found

The document has moved here.