ກວາງນາມ ເພີ່ມທະວີການຮ່ວມມືກັບແຂວງອັດຕະປື (ລາວ) | |
ແຂວງຈຳປາສັກ ມອບອຸປະກອນຮັບໃຊ້ ນະຄອນປາກເຊ ເພື່ອແກ້ໄຂການລະບາດ ພະຍາດໂຄວິດ-19 |
ທີ່ການພົບປະ, ການນຳພະແນກຍຸຕິທຳແຂວງ ແຄ໋ງຮ່ວາ ແລະ ຜູ້ຕາງໜ້າຂອງສອງຄະນະຜູ້ແທນພະແນກຍຸຕິທໍາ ສປປ.ລາວ ໄດ້ແຈ້ງຂໍ້ມູນໂດຍສັງເຂບກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງທ້ອງຖິ່ນ ແລະ ໝາກຜົນການປະຕິບັດໜ້າທີ່ຂອງ 3 ພະແນກໃນປີ 2022. ສອງຝ່າຍ ກໍ່ໄດ້ສຸມໃສ່ແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບການປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນວຽກງານວິຊາສະເພາະ. ພະແນກຍຸຕິທຳແຂວງ ແຄ໋ງຮ່ວາ ໄດ້ແບ່ງປັນປະສົບການໃນການປ່ຽນແປງໃໝ່, ຍົກສູງປະສິດທິຜົນການກໍ່ສ້າງ ແລະ ເຮັດສຳເລັດລະບົບເອກະສານຂໍ້ກຳນົດກົດໝາຍ; ປະສົບການໃນການປະຕິບັດຂັ້ນຕອນ ການຂໍເຂົ້າສັນຊາດຫວຽດນາມ ແລະ ການຮັບເອົາເປັນລູກລ້ຽງ ຂອງແຂວງ ແຄ໋ງຮ່ວາ.
![]() |
ພະແນກຍຸຕິທຳແຂວງແຄ໋ງຮ່ວາ ເພີ່ມທະວີການແລກປ່ຽນວິຊາສະເພາະກັບພະແນກຍຸຕິທຳແຂວງອັດຕະປື ແລະ ແຂວງຈຳປາສັກ (ລາວ) |
ການນຳພະແນກຍຸຕິທຳແຂວງ ແຄ໋ງຮ່ວາ ປາດຖະໜາວ່າ ບັນດາພະແນກຍຸຕິທຳຂອງແຂວງອັດຕະປື ແລະ ແຂວງຈຳປາສັກ ຈະຕັ້ງໜ້າແລກປ່ຽນບົດຮຽນ, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານຍຸຕິທຳ ແລະ ກົດໝາຍ, ປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ມູນເຊື້ອອັນພິເສດ, ຄວາມສາມັກຄີ ແລະ ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ.
![]() |
![]() |
ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງປະເທດລາວ ທີ່ຈະມາເຖິງ, ການນຳພະແນກຍຸຕິທຳແຂວງ ແຄ໋ງຮ່ວາ ກໍອວຍພອນໃຫ້ບັນດາການນຳ, ພະນັກງານພະແນກຍຸຕິທຳ 2 ແຂວງ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ. ເນື່ອງໃນໂອກາດນີ້, ພະແນກຍຸຕິທຳແຂວງ ແຄ໋ງຮ່ວາ ກໍໄດ້ມອບຫຼຽນກາທີ່ລະນຶກຂອງແຂວງ ແຄ໋ງຮ່ວາ ໃຫ້ແກ່ສະມາຊິກຄະນະ ແລະ ມອບຂອງທີ່ລະນຶກ, ເຄື່ອງຈັກ ແລະ ອຸປະກອນຫ້ອງການໃຫ້ແກ່ພະແນກຍຸຕິທຳຂອງ 2 ແຂວງອັດຕະປື ແລະ ແຂວງຈຳປາສັກ.

ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ

ຄະນະຜູ້ແທນຂັ້ນສູງແຂວງ ຢາລາຍ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ແຂວງ ອັດຕະປື

ແຂວງ ອັດຕະປື (ລາວ) ປາດຖະໜາຢາກຮຽນຮູ້ຈາກ ດັກລັກ ກ່ຽວກັບປະສົບການໃນການເປີດກວ້າງຕະຫຼາດ

ເລິມດົງ: ຮັບນັກສຶກສາຕ່າງປະເທດຈາກແຂວງ ບໍລິຄຳໄຊ ແລະ ຈຳປາສັກ ຂອງປະເທດເພື່ອນ ລາວ
ທ່ານອາດຈະມັກ

ເພີ່ມພູນຄູນສ້າງການພົວພັນມິດຕະພາບຫວຽດນາມ - ເກົາຫຼີເໜືອ

ວິສາຫະກິດຫວຽດນາມ ຊອກຫາກາລະໂອກາດເປີດກວ້າງທ້ອງຕະຫຼາດຢູ່ງານວາງສະແດງສາກົນຢູ່ ຈີເລ

ເປີດພິທີການຝຶກຊ້ອມກູ້ຊີບກູ້ໄພຮ່ວມລະຫວ່າງກອງທັບ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ

ຫວຽດນາມ ແລະໄທ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາກົນໄກຫຼາຍຝ່າຍ ແລະ ພາກພື້ນ

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຢີຍຸດທະສາດ
