ທະນາຄານແຫ່ງ ສປປ.ລາວ ພະຍາຍາມຮັກສາອັດຕາແລກປ່ຽນເງິນຕາເປັນປົກກະຕິ

15:55 | 24/02/2023

ຍສໝ - ການກຳນົດຂອງ BOL ຊ່ວຍໃຫ້ບັນດາທະນາຄານການຄ້າມີຄ່າການເໜັງຕີງຢ່າງມີໄຫວພິບໃນການຊື້-ຂາຍເງິນຕາຕ່າງປະເທດ, ຈາກນັ້ນຈະຊ່ວຍຮັກຄ່າເງິນກີບເປັນປົກກະຕິ.

ທະນາຄານໂລກ: ຄາດຄະເນວ່າ ເສດຖະກິດ ຫວຽດນາມ ຈະເຕີບໂຕ 7,5% ໃນປີ 2022 ທະນາຄານໂລກ: ຄາດຄະເນວ່າ ເສດຖະກິດ ຫວຽດນາມ ຈະເຕີບໂຕ 7,5% ໃນປີ 2022
ໜັງສືພິມເຢຍລະມັນ: ຫວຽດນາມ ພັດທະນາໃນພື້ນຖານທີ່ໝັ້ນຄົງ ໜັງສືພິມເຢຍລະມັນ: ຫວຽດນາມ ພັດທະນາໃນພື້ນຖານທີ່ໝັ້ນຄົງ

​ເພື່ອ​ຮັກສາອັດຕາແລກປ່ຽນເງິນຕາ ​ແລະ ມູນ​ຄ່າ​ເງິນ​ກີບເປັນປົກກະຕິ, ທະນາຄານ​ແຫ່ງ​ ສປປ.ລາວ (BOL) ໄດ້​ອອກ​ມະຕິ​ສະບັບ​ໃໝ່ ​ກ່ຽວ​ກັບ​ການ​ກຳນົດ​ອັດຕາ​ແລກປ່ຽນ ​ເພື່ອ​ຊີ້​ນຳໃຫ້ບັນດາ​ທະນາຄານ​ການ​ຄ້າ ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ເງິນຕາ​ຕ່າງປະ​ເທດ.

ຂໍ້ກຳນົດຂອງ BOL ອະນຸຍາດໃຫ້ທະນາຄານການຄ້າ ມີຄ່າເໜັງຕີງຢ່າມີໄຫວພິບໃນການຊື້-ຂາຍເງິນຕາຕ່າງປະເທດ, ຈາກນັ້ນຈະຊ່ວຍຮັກສາຄ່າເງິນກີບເປັນປົກກະຕິ. ລະອຽດ, ທະນາຄານການຄ້າ ໄດ້ຮັບອະນຸຍາດໃຫ້ກໍານົດອັດຕາແລກປ່ຽນໃນແຕ່ລະມື້ໂດຍອີງໃສ່ອັດຕາອ້າງອີງທີ່ BOL ກໍານົດ.

ທະນາຄານແຫ່ງ ສປປ.ລາວ ພະຍາຍາມຮັກສາອັດຕາແລກປ່ຽນເງິນຕາເປັນປົກກະຕິ

ທະນາຄານແຫ່ງ ສປປ.ລາວ ພະຍາຍາມຮັກສາອັດຕາແລກປ່ຽນເງິນຕາໃຫ້ເປັນປົກກະຕິ. (ພາບ: Laoedaily)

ຕາມນັ້ນແລ້ວ, ອັດຕາການຊື້-ຂາຍເງິນກີບ/USD ຂອງທະນາຄານການຄ້າ ຈະບໍ່ໄດ້ຜິດດ່ຽງກັນຫຼາຍກ່ວາ +/-4.5% ເມື່ອທຽບໃສ່ອັດຕາອ້າງອີງຂອງ BOL.

ການກຳນົດໃຫມ່ ບໍ່ໄດ້ຈໍາກັດລະດັບການເໜັງຕີງຜິດດ່ຽງໃນອັດຕາແລກປ່ຽນ ລະຫວ່າງເງິນກີບ ແລະ ເອີໂຣ, ບາດ, ຢຽນ ແລະ ສະກຸນເງິນອື່ນໆ, ອະນຸຍາດໃຫ້ມີການແຕກຕ່າງກັບອັດຕາອ້າງອີງຂອງ BOL.

ຢ່າງໃດກໍ່ຕາມ, ໃນຂໍ້ກຳນົດບັນດາອັດຕາແລກປ່ຽນເງິນຕາທັງຫມົດ, ຊ່ອງຫວ່າງລະຫວ່າງອັດຕາການຊື້ ແລະ ການຂາຍບໍ່ຄວນເກີນ 1%. ໃນແຕ່ລະມື້, ບັນດາທະນາຄານການຄ້າ ມີໜ້າທີ່ລາຍງານມູນຄ່າການຊື້ຂາຍເງິນຕາຕ່າງປະເທດ ໃຫ້ທະນາຄານແຫ່ງລັດ, ໂດຍມີບົດລາຍງານແຍກຕ່າງຫາກ ສໍາລັບແຕ່ລະສະກຸນເງິນ.

ສື່​ມວນ​ຊົນ​ລາວ​ລາຍ​ງານ​ວ່າ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ເພື່ອ​ຮັກສາ​ລະດັບ​ອັດຕາ​ແລກປ່ຽນເງິນຕາເປັນປົກກະຕິ, ​ເງິນ​ກີບ ​ແລະ ສະກັດ​ກັ້ນ​ອັດຕາ​ເງິນ​ເຟີ້, BOL ໄດ້​ປະຕິບັດ​ມາດ​ຕະການ​ຫຼາຍ​ຢ່າງ. ໃນເດືອນແລ້ວນີ້, BOL ກໍໄດ້ຮຽກຮ້ອງໃຫ້ຫົວໜ່ວຍແລກປ່ຽນເງິນຕາ 113 ແຫ່ງທີ່ຂຶ້ນກັບທະນາຄານການຄ້າ ຢຸດການດຳເນີນທຸລະກິດ ຫຼັງຈາກໄດ້ຖອນໃບອະນຸຍາດດຳເນີນທຸລະກິດ.

ໃນປີ 2023, ລັດຖະບານລາວ ໄດ້ໃຫ້ຄໍາໝັ້ນສັນຍາຈະເຮັດການແລກປ່ຽນເງິນຕາເຄັ່ງຄັດຕື່ມອີກ ໂດຍອີງໃສ່ກົນໄກທາງດ້ານຕະຫຼາດ ແຕ່ພາຍໃຕ້ການຄຸ້ມຄອງຂອງລັດ. ຕາມ​ນັ້ນ​ແລ້ວ, ລັດຖະບານ​ລາວ ​ຈະ​ບັງຄັບ​ໃຊ້​ກົດໝາຍ​ວ່າດ້ວຍການຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ ​ໂດຍ​ອະນຸຍາດ​ໃຫ້​ທະນາຄານ​ການ​ຄ້າ​ສາມາດ​ຊື້-ຂາຍ​ເງິນຕາ​ຕ່າງປະ​ເທດ​ໄດ້ ​ແລະ ​ຢຸດຕິ​ການ​ຊື້​ຂາຍ​ໃນ​ຫົວໜ່ວຍ​ແລກປ່ຽນ​ເງິນຕາ​ ທີ່​ບໍ່​ເປັນ​ທາງ​ການ​.

ລັດຖະບານລາວ ຈະເພີ່ມທະວີການຄວບຄຸມແຫລ່ງເງິນຕ່າງປະເທດ ທີ່ໄດ້ຮັບຈາກການສົ່ງອອກ ແລະ ກະແສຂອງເງິນຕາຕ່າງປະເທດ ຈາກການລົງທຶນຕ່າງປະເທດໃຫ້ຫລາຍຂຶ້ນ ເພື່ອນຳເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານຫລາຍຂຶ້ນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.