ທ່ານ Eduord Philippe ພວມມີການຢ້ຽມຢາມຫວຽດນາມ ກັບຄະນະຜູ້ແທນວິສາຫະກິດປະມານ 10 ແຫ່ງ ໃນຂົງເຂດທ່າກຳປັ່ນ, ການຕໍ່ກຳປັ່ນ, ເຕັກໂນໂລຊີຂໍ້ມູນຂ່າວສານ, ຜູ້ອຳນວຍການວິສາຫະກິດ ແລະ ອຳນວຍການໃຫຍ່ຂອງມະຫາວິທະຍາໄລຝະລັ່ງຈຳນວນໜຶ່ງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິີງ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ Eduord Philippe ທີ່ກັບຄືນຫວຽດນາມ ໃນປີ 2023 ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝະຣັ່ງ.
![]() |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບອະດີດນາຍົກລັດຖະມົນຕີ ຝະລັ່ງ Eduord Philippe |
ທ່ານ ຟ້າມມິງຈິີງ ແລະ ທ່ານ Eduord Philippe ໄດ້ຕີລາຄາວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝະລັ່ງ ພວມພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງໃນທຸກຂົງເຂດ ດ້ວຍຄວາມເຊື່ອຖືຢ່າງສູງໃນດ້ານການເມືອງ.
ຝະລັ່ງ ຍາມໃດກໍ່ແມ່ນຄູ່ຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການພັດທະນາແຖວໜ້າຂອງເອີລົບ ຢູ່ ຫວຽດນາມ. ວົງເງິນການຄ້າສອງຝ່າຍພວມຟື້ນຟູ ພາຍຫຼັງໂລກລະບາດໂຄວິດ-19, ບັນລຸ 5,3 ຕື້ເອີໂຣໃນປີ 2022, ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2021. 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຊຸກຍູ້ວົງເງິນການຄ້າໃນໄລຍະຈະມາເຖິງ, ພິເສດແມ່ນພາຍຫຼັງສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ມີຜົນສັກສິດ.
ເພື່ອສືບຕໍ່ຍົກສູງປະສິດທິຜົນ ແລະ ການຮ່ວມມືອັນໃຫຍ່ຫຼວງລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງນະຄອນ Le Havre ກັບບັນດາທ້ອງຖິ່ນຫວຽດນາມ ເວົ້າສະເພາະ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ທ່ານ Eduord Philippe ຈະປະກອບສ່ວນຊຸກຍູ້ຝ່າຍຝະຣັ່ງໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນຂອງ EU - ຫວຽດນາມ (EVIPA) ໂດຍໄວ ແລະ ສະໜັບສະໜູນ, ຊຸກຍູ້ຄະນະກຳມະການເອີລົບ (EC) ເພື່ອຍົກເລີກບັດເຫຼືອງ IUU ຂອງ EC ສຳລັບບັນດາຜະລິດຕະພັນອາຫານທະເລຂອງຫວຽດນາມ ໂດຍໄວ.
ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ທ່ານ Eduord Philippe ຈະຊຸກຍູ້ບັນດາທ້ອງຖິ່ນຂອງຝະຣັ່ງ, ໃນນັ້ນມີນະຄອນ Le Havre, ເພື່ອເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ແລະ ປະຊາຄົມວິສາຫະກິດຂອງສອງປະເທດ.
![]() |
ສ່ວນທ່ານ Eduord Philippe ໄດ້ຕີລາຄາສູງ ແລະ ຊົມເຊີຍ ຫວຽດນາມ ໃນການຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດໃນໄລຍະຜ່ານມາ. ການຢ້ຽມຢາມຄັ້ງນີ້ ກໍ່ເພື່ອແນໃສ່ຊຸກຍູ້ການເຊື່ອມຕໍ່ລະຫວ່າງນະຄອນ Le Havre ແລະ ບັນດານະຄອນຂອງຫວຽດນາມ; ຊຸກຍູ້ການຮ່ວມມືດ້ານທ່າກຳປັ່ນ ແລະ ເສດຖະກິດທາງທະເລກັບ ຝູອຽນ ແລະ ດາໜັງ.
ທ່ານໃຫ້ຮູ້ວ່າ ຝ່າຍຝະຣັ່ງ ແລະ ທ່ານ Eduord Philippe ຈະສືບຕໍ່ຊຸກຍູ້ການຮ່ວມມືກັບຫວຽດນາມ, ຕັ້ງໜ້າສະໜັບສະໜູນຫວຽດນາມ ໃນຂະບວນການພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ຄຳຮຸ່ງ