| ທະນາຄານ UOB: ການເຕີບໂຕຂອງ GDP ຫວຽດນາມຈະບັນລຸ 6,6% ໃນປີ 2023 | |
| ໜັງສືພິມເຢຍລະມັນ: ຫວຽດນາມ ພັດທະນາໃນພື້ນຖານທີ່ໝັ້ນຄົງ |
ຕາມການປະກາດຂອງທະນາຄານແຫ່ງ ສປປ ລາວ, ຈຸດປະສົງຂອງການຈຳໜ່າຍພັນທະບັດ ແມ່ນສືບຕໍ່ປະຕິບັດນະໂຍບາຍເງິນຕາ, ປະກອບສ່ວນຮັກສາສະຖຽນລະພາບຂອງເງິນຕາແຫ່ງຊາດ, ເພື່ອບັນລຸຈຸດປະສົງຂອງແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄືໂຄງການແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ - ການເງິນ.
ຕາມທະນາຄານແຫ່ງ ສປປ ລາວ ແລ້ວ, ນີ້ແມ່ນການອອກພັນທະບັດອີເລັກໂຕຣນິກຄັ້ງທີ 2, ພາຍຫຼັງການອອກພັນທະບັດເອເລັກໂຕຣນິກ ມີມູນຄ່າ 1,000 ຕື້ກີບໃນວັນທີ 9 ມັງກອນນີ້.
![]() |
ປະເທດລາວ ຈຳໜ່າຍພັນທະບັດເອເລັກໂຕຣນິກ ງວດທີ 2 ມູນຄ່າ 1,000 ຕື້ກີບ |
ການອອກພັນທະບັດຄັ້ງນີ້ ຈະອອກໃນຮູບແບບເອເລັກໂຕຼນິກ, ຜູ້ຊື້ຈະໄດ້ຮັບໃບຢັ້ງຢືນການເປັນເຈົ້າຂອງພັນທະບັດໂດຍ 7 ທະນາຄານການຄ້າ ທີ່ໄດ້ຮັບອະນຸຍາດໂດຍທະນາຄານແຫ່ງ ສປປ ລາວ, ປະກອບມີ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL), ທະນາຄານພັດທະນາລາວ (LDB), ທະນາຄານສົ່ງເສີມກະສິກຳ (APB), ທະນາຄານຮ່ວມທຸລະກິດ ລາວ-ຫວຽດນາມ (LaoVietBank), ທະນາຄານຮ່ວມພັດທະນາ (JDB), ທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ - ສາຂານະຄອນຫຼວງວຽງຈັນ (ICBC) ແລະ ທະນາຄານ BIC ລາວ ຈຳກັດ. ພັນທະບັດ ມູນຄ່າ 1,000 ຕື້ກີບ ໃນຄັ້ງນີ້ ໄດ້ອອກຈຳໜ່າຍຢ່າງເປັນທາງການ ແຕ່ວັນທີ 28 ກຸມພາ 2023 ເປັນຕົ້ນໄປ.
ການອອກພັນທະບັດຄັ້ງນີ້ ຄາດວ່າຈະສືບຕໍ່ດຶງດູດແຫຼ່ງກຳລັງຈາກສັງຄົມ ເພື່ອໜູນຊ່ວຍການພັດທະນາເສດຖະກິດ - ສັງຄົມ ແລະ ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ເງິນຕາຕ່າງປະເທດຂອງລາວ.
ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ
ຫຼາຍກວ່າ 12.300 ຕື້ດົ່ງຂອງພັນທະບັດອະສັງຫາລິມະຊັບໄດ້ຮອດກຳນົດຊຳລະໃນເດືອນສຸດທ້າຍຂອງປີ
ຊາວກະສິກອນປະຕິບັດການຊົມໃຊ້ຜະລິດຕະພັນກະເສດໃນຕະຫຼາດການຄ້າເອເລັກໂຕຣນິກ Sendo
ລັດ ຂະຫຍາຍການນໍາໃຊ້ລະບົບເອເລັກໂຕຣນິກ ຢູ່ດ່ານສາກົນ ຄຸ້ມຄອງລາຍຮັບ
ທ່ານອາດຈະມັກ
ລັດຖະມົນຕີກະຊວງການຕ່າງປະເທດລາວ: ຫວຽດນາມໃຫ້ການຊ່ວຍເຫຼືອຢ່າງຈິງໃຈ ແລະ ຈົງຮັກພັກດີໃຫ້ແກ່ລາວ
Hikaru Watanabe: ພາສາຫວຽດນາມ ທີ່ດີຈາກສິ່ງທີ່ງ່າຍດາຍຫຼາຍ, ສຽງຈ່າວຕອນເຊົ້າ, ທັກທາຍປະຈໍາວັນ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສິ້ນສຸດບັນດາການເຄື່ອນໄຫວຢູ່ G20 ແລະ ບັນດາການເຄື່ອນໄຫວ 2 ຝ່າຍຢູ່ ອາຟະລິກາໃຕ້ ຢ່າງຈົບງາມ
ກອງປະຊຸມສາກົນຄັ້ງທີ 5 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈະດຳເນີນໃນວັນທີ 4 ທັນວາ
ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອ ແລະ ກອງປະຊຸມໃຫຍ່ແຂ່ງຂັນຜູ້ຮັກຊາດ ໄລຍະ 2025 - 2030
