ຍສໝ - ຕອນບ່າຍວັນທີ 5 ມີນາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ ພົນຕີ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ນໍາໜ້າຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ຍສໝ - ນັບແຕ່ເຂົ້າສູ່ການເຄື່ອນໄຫວ, ໂຮງຮຽນມັດທະຍົມຕອນຕົ້ນ ທົ໋ງເຍີດ ຢູ່ພາກກາງລາວ ໄດ້ສຸມໃສ່ການສິດສອນ ແລະ ຮ່ຳຮຽນ, ໂດຍສະເພາະແມ່ນການຮັກສາພາສາຫວຽດນາມ, ໃຫ້ແກ່ລຸ້ນຄົນຫວຽດນາມ ຢູ່ຕ່າງປະເທດ ແລະ ລູກຫຼານຊາວລາວ.
ດ້ວຍຈິດໃຈ, ຄວາມສຸດອົກສຸດໃຈ, ຄວາມຮັບຜິດຊອບ ແລະການອຸທິດຕົນ, ເຮັດຈົນສຸດຄວາມສາມາດເພື່ອໜ້າທີ່ເບິ່ງແຍງດູແລ, ຮັກສາສຸຂະພາບໃຫ້ປະຊາຊົນຢູ່ເຂດຊາຍແດນ, ພະນັກງານການແພດທະຫານຊາຍແດນແຂວງກອນຕຸມ ຍາມໃດກໍ່ ເສີມຂະຫຍາຍບົດບາດຫຼັກແຫຼ່ງໃນວຽກງານເບິ່ງແຍງດູແລ, ຮັກສາສຸຂະພາບຂອງວົງຄະນະຍາດ, ເສນາຮັກທະຫານຊາຍແດນແຂວງຍັງໄດ້ຕັ້ງໜ້າປະສານສົມທົບກັບສຸກສາລາທະຫານ ແລະປະຊາຊົນ ໃນບໍລິເວນຊາຍແດນ, ພ້ອມດ້ວຍສູນການແພດທ້ອງຖິ່ນ ແລະບັນດາອົງການຈັດຕັ້ງອາສາສະໝັກສັງຄົມຈັດຕັ້ງການກວດພະຍາດ, ໃຫ້ຄໍາປຶກສາ, ແຈກຢຸກຢາໂດຍບໍ່ເສຍຄ່າ ແລະມອບຂອງຂວັນໃຫ້ປະຊາຊົນນັບພັນຄົນ.
ຍສໝ - ທີ່ການພົບປະ, ເຮັດວຽກລະຫວ່າງການນຳຫວຽດນາມ - ລາວ - ກຳປູເຈຍ ເມື່ອບໍ່ດົນມານີ້, ຍາມໃດກໍ່ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນ, ຝຶກອົບຮົມໃຫ້ແກ່ຊາວໜຸ່ມ, ການນຳຊາວໜຸ່ມ, ຊຸກຍູ້ການໂຄສະນາເຜີຍແຜ່ຢ່າງເລິກເຊິ່ງກວ້າງຂວາງເຖິງປະຊາຊົນທຸກຊັ້ນຂອງ 3 ປະເທດ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບຄວາມໝາຍ ແລະ ມູນຄ່າປະຫວັດສາດຂອງການຮ່ວມມືລະຫວ່າງ 3 ປະເທດ.
ຍສໝ - ພາຍຫຼັງຜົນສຳເລັດຂອງເວທີປາໄສບັນດານະຄອນມິດຕະພາບ ແລະ ການຮ່ວມມື - ດານັງ 2025, ແຜນທີ່ການຮ່ວມມືສາກົນນະຄອນ ດານັງ ໄດ້ຮັບການເປີດກ້ວາງໄປຍັງ 50 ທ້ອງຖິ່ນຂອງ 24 ປະເທດ ແລະ ເຂດແຄ້ວນ. ເພື່ອຫັນໝາກຜົນແຫ່ງການຮ່ວມມືສາກົນເປັນລະອຽດ, ດານັງ ພວມເປັນເຈົ້າການໃນການຍົກລະດັບ, ຍົກສູງການພົວພັນຕ່າງປະເທດ, ເປີດກ້ວາງໃຫ້ການການພັດທະນາຂອງນະຄອນ.
ຍສໝ - ແບ່ງປັນຮ່ວມກັນແມ່ນ້ຳຂອງ ແລະ ເຂດພູຫຼວງ ເຈື່ອງເຊີນ ອັນສະຫງ່າລາສີ, ການພົວພັນລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ ບໍ່ພຽງແຕ່ແມ່ນການພົວພັນບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມເທົ່ານັ້ນ, ຫາກຍັງມີຄວາມໝາຍຍຸດທະສາດລະຫວ່າງ 3 ປະເທດ, ບັນຈຸຍອດແຍ່ນ້ຳໃຈສາມັກຄີທີ່ຊື່ສັດ, ຈິງໃຈ, ບໍລິສຸດທີ່ສາມປະເທດມີຕໍ່ກັນ. ການເຊື່ອມຕໍ່ກັນແບບພິເສດນີ້ ໄດ້ຖືກສະແດງໃຫ້ເຫັນຕະຫຼອດປະຫວັດສາດ.
ຍສໝ - ວົງເງິນການຄ້າຫວຽດນາມ-ລາວ ໃນເດືອນມັງກອນ ປີ 2025 ໄດ້ຂະຫຍາຍຕົວຢ່າງແຂງແຮງ, ເພີ່ມຂຶ້ນ 66,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ເພື່ອແນໃສ່ເພີ່ມທະວີນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງປະຊາຊົນຢູ່ເຂດຊາຍແດນ, ຄະນະພັກ, ອຳນາດການປົກຄອງ ແລະກຳລັງປະກອບອາວຸດ, ເປັນຕົ້ນແມ່ນຄ້າຍທະຫານຊາຍແດນໃນບໍລິເວນໄດ້ໂຄສະນາ, ຂົນຂວາຍປະຊາຊົນປະຕິບັດຮູບແບບແຮກສ່ຽວກຸ່ມຊຸມຊົນຢູ່ສອງຟາກຊາຍແດນ, ສົມທົບກັນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ...
ຍສໝ - ວັນທີ 3 ມີນາ, ຢູ່ແຂວງສາລະວັນ (ລາວ) ໄດ້ດຳເນີນກອງປະຊຸມພົບປະປະຈໍາປີກ່ຽວກັບການປະຕິບັດງານຊາຍແດນລະຫວ່າງແຂວງ ກວາງຈີ້ - ສາລະວັນ. ທ່ານ ຮ່າສີດົງ ຮັກສາການປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະຊີ້ນຳວຽກງານຊາຍແດນຫວຽດນາມ - ລາວ ແຂວງ ກວາງຈີ້ ; ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງ, ຫົວໜ້າຄະນະຊີ້ນຳວຽກງານຊາຍແດນລາວ-ຫວຽດນາມ ແຂວງສາລະວັນ ພ້ອມດ້ວຍບັນດາອົງການທີ່ມີໜ້າທີ່, ທ້ອງຖິ່ນຊາຍແດນຂອງສອງແຂວງເຂົ້າຮ່ວມ.
ຍສໝ - ວັນທີ 1 ມີນາ 2025, ອົງການ GNI ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເຊີນເຢືອງ ໄດ້ຈັດຕັ້ງງານປະກວດ “ແບ້ແຂງແຮງ - ແບ້ງາມ - ລ້ຽງແບ້ທີ່ມີຊຳນານ” ຄັ້ງທີ 3 ຢູ່ເມືອງ ເຊີນເຢືອງ, ແຂວງ ຕວຽນກວາງ.
ຍສໝ - ສະຫາຍ ຮອງເລຂາຜູ້ປະຈຳການຄະນະພັກແຂວງ ເລວັນຮ້ຽວ ເນັ້ນໜັກວ່າ ການບຳລຸງສ້າງນັກຮຽນ, ນັກສຶກສາລາວ ແມ່ນໜ້າທີ່ການເມືອງສຳຄັນຂອງແຂວງ ຫາຍເຢືອງ.
ຍສໝ - ໂດຍໄປທ່ຽວໝູ່ບ້ານດອກໄມ້ພວມອວດຄວາມງາມ, ຊົມບັນດາຜະລິດຕະພັນພື້ນເມືອງຂອງຮ່າໂນ້ຍ, ຮຽນຮູ້ປະຫວັດສາດວັດທະນະທຳຫວຽດນາມ ດ້ວຍຜົນງານອັນເລີດລ້ຳລືຊາຂອງ ຮ່າຍບາຈືງ... ແມ່ນບັນດາປະສົບການຂອງຜູ້ແທນສາກົນ 400 ກວ່າຄົນໃນໂຄງການທ່ຽວຊົມທິວທັດຍາມລະດູບານໃໝ່ປີ 2025.
ຍສໝ - ວັນທີ 3 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງການສຳມະນາວິທະຍາສາດ “ການທູດປະຊາຊົນໃນໄລຍະພັດທະນາໃໝ່ຂອງປະເທດ”, ໂດຍສຸມໃສ່ 3 ເນື້ອໃນໃຫຍ່ຄື: ສະພາບການໂລກ, ພາກພື້ນ ແລະຄວາມໝາຍແຝງຕໍ່ຫວຽດນາມ; ຫວຽດນາມ ໃນຍຸກໃໝ່; ຂໍ້ສະເໜີແນະຕໍ່ວຽກງານການທູດປະຊາຊົນ.
ຍສໝ - ເມື່ອເບິ່ງຄືນປະຫວັດສາດອັນສະຫງ່າງາມຂອງການພົວພັນລະຫວ່າງ ຫວຽດນາມ - ສະຫະພັນຣັດເຊຍ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ຣັດເຊຍ ເຊື່ອໝັ້ນວ່າ 2 ປະເທດສາມາດເອກອ້າງທະນົງໃຈ ແລະ ມີຄວາມໜ້າປະເອີບໃຈມຸ່ງໄປສູ່ອະນາຄົດ...
ຍສໝ - ນັບຈາກຄວາມຮູ້ສຶກທີ່ແປກໃນໄລຍະທຳອິດເມື່ອຢູ່ໄກຈາກບ້ານເກີດເມືອງນອນ, ນັກສຶກສາ ລາວ ແລະ ກຳປູເຈຍ ຫຼາຍຄົນຢູ່ນະຄອນ ໂຮ່ຈີມິນ ໄດ້ມີຊາຍຄາທີ 2 ຍ້ອນຄວາມເອົາໃຈໃສ່, ການແບ່ງປັນຂອງບັນດາແມ່ ຫວຽດນາມ.
ຍສໝ - ຫວຽດນາມ ຮຽກຮ້ອງໃຫ້ທຸກຝ່າຍຢຸດຕິການປະທະກັນໃນທັນທີ, ບໍ່ມີການກະທຳທີ່ເຄັ່ງຕຶງຂຶ້ນ, ໃຫ້ບຸລິມະສິດປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນ; ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທໍາ.
ຍສໝ - ຕອນຄ່ຳວັນທີ 28 ກຸມພາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 65 ປີແຫ່ງວັນເກີດຂອງກະສັດຍີ່ປຸ່ນ Naruhito. ໂດຍເຂົ້າຮ່ວມພິທີມີທ່ານຮອງປະທານສະພາປະຊາຊົນນະຄອນໂຮ່ຈິມິນ, ປະທານສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ນະຄອນໂຮ່ຈິມິນ ຮວິ່ງແທງເຍີນ ແລະ ກົງສູນໃຫຍ່ ຍີ່ປຸ່ນ ປະຈຳນະຄອນ ໂຮ່ຈີມິນ Ono Masuo.
ຍສໝ - ຕາມທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລ້ວ, ເພື່ອໃຫ້ ອາຊຽນ ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບ 3 ໃນໂລກຕ້ອງມີຄວາມສາມັກຄີ, ຈິນຕະນາການບຸກທະລຸ, ຍຸດທະສາດຢ່າງແຫຼມຄົມ, ເສັ້ນທາງທີ່ສາມາດເປັນໄປໄດ້, ການກະທຳທີ່ຂ້ຽວຂາດ.
ຍສໝ - ທ່ານ ເລດືກຕຽນ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈິ ໄດ້ມອບໃຫ້ພະແນກກໍ່ສ້າງແຂວງນີ້ ໜູນຊ່ວຍບໍລິສັດ ນາມຕຽນ ຈຳກັດ ເພື່ອສຳເລັດເອກະສານການອອກແບບສຳລັບໂຄງການກໍ່ສ້າງສາຍພານສົ່ງຖ່ານຫີນຈາກລາວ ໄປຫວຽດນາມ.
ຍສໝ - ໃນລະຫວ່າງວັນທີ 25-28 ກຸມພາ, ທ່ານ ນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 2.
ຍສໝ - ຄ້າຍທະຫານຊາຍແດນຈ່ຽງເຕືອງ ສົມທົບກັບຄະນະພັກ, ອໍານາດການປົກຄອງ 2 ຕາແສງຜັນຂະຫຍາຍຂະບວນການ “ທົ່ວປວງຊົນເຂົ້າຮ່ວມປົກປັກຮັກສາອະທິປະໄຕ, ຄວາມສະຫງົບເຂດຊາຍແດນໃນສະພາບການໃໝ່” ຢ່າງມີປະສິດທິຜົນ; ຂົນຂວາຍປະຊາຊົນປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບຊາຍແດນ...
ຍສໝ - ມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ນາຍທະຫານ 5 ຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບຂອງ ສປຊ
ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດແລ້ວ, ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ (AFF) ຄັ້ງທີ 2 ແຕ່ວັນທີ 25 – 28 ກຸມພາ.
ຍສໝ - ວັນທີ 23 ກຸມພາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ ປີ 2024, ລະບົບແນວໂຮມປະເທດຊາດ ນະຄອນ ແລະ ບັນດາອົງການສະມາຊິກ ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວການທູດປະຊາຊົນຢ່າງມີປະສິດທິຜົນ.
ຍສໝ - ໃນຂອບເຂດບັນດາການເຄື່ອນໄຫວຂອງງານບຸນກາເຟ ບວນມາທວດ ຄັ້ງທີ 9 - 2025, ງານບຸນຊ້າງ ບວນໂດນ ຈະດຳເນີນໃນວັນທີ 11 – 12 ມີນາ. ໃນງານບຸນຊ້າງປີນີ້, ເປັນຄັ້ງທຳອິດທີ່ສູນທ່ອງທ່ຽວ ບວນໂດນ ຈະຈັດຕັ້ງການເຄື່ອນໄຫວແນະນຳບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວລາວ ຢູ່ເຂດຊາຍແດນ ບວນໂດນ.
ຍສໝ - ຕອນບ່າຍວັນທີ 20 ກຸມພາ, ບັນດາຜູ້ແທນທີ່ເຂົ້າຮ່ວມລາຍການພົບປະລະດູບານໃໝ່ປີ 2025 ແລະ ກອງປະຊຸມຄະນະກຳມະການວຽກງານປະສົມ ຄັ້ງທີ 16 ດຳເນີນຢູ່ ກວາງນິງ ໄດ້ເຂົ້າຮ່ວມການປູກຕົ້ນໄມ້ມິດຕະພາບຢູ່ສວນສາທາລະນະດອກໄມ້ ຮ້າລອງ (ເມືອງ ແບ້ກດັງ, ນະຄອນ ຮ້າລອງ).
ຍສໝ - ວັນທີ 23 ກຸມພາ, ຢູ່ນະຄອນ ໂຮ່ຈິມິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ທ່າກຳປັ່ນ ເຕີນກາງ - ກາດຫຼາຍ, ຂຶ້ນກັບບໍລິສັດ.spj ເຕີນກາງ ໄຊງ່ອນ, ເຫຼົ່າທັບເຮືອ.
ຍສໝ - ສຳລັບລູກຫຼານຊາວຫວຽດນາມ ທີ່ຫ່າງໄກບ້ານເກີດເມືອງນອນກໍາລັງດຳລົງຊີວິດ ແລະເຮັດວຽກຢູ່ອົດສະຕາລີ, ບັນດາງານລ້ຽງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ຫຼືເອີ້ນກັນດ້ວຍຄວາມຮັກແພງສະໜິດສະໜົມວ່າ 'ປີໃໝ່ປະຊາຄົມ' ໂດຍສະຖານກົງສູນໃຫ່ຍຫວຽດນາມ ປະຈຳຊິດນີ ຈັດຕັ້ງເຊິ່ງໄດ້ຮັບການຕ້ອນຮັບຢ່າງເບີກບານມ່ວນຊື່ນ, ຈູບຈ້າວຫ້າວຫັນ ແລະເຕັມໄປດ້ວຍອາລົມຈິດ.
ຍສໝ - ແມ່ທັບນ້ອຍ 15 ໄດ້ຊີ້ນຳ ນຳພາ, ປະຕິບັດໜ້າທີ່ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະມີປະສິດທິຜົນ, ເປັນ “ບ່ອນອີງ” ອັນໝັ້ນແກ່ນໃຫ້ແກ່ຄະນະພັກ, ອຳນາດການປົກຄອງ, ປະຊາຊົນທີ່ຢູ່ເຂດຊາຍແດນ.
ຍສໝ - ແຕ່ວັນທີ 17-21 ກຸມພາ, 2 ຄະນະອາສາສະໝັກຂອງສະພາກາແດງແຂວງ Daejeon - Sejong ແລະ ນະຄອນ Seoul (ສ.ເກົາຫຼີ) ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງຢູ່ເມືອງ ເກີນເຢີ (ນະຄອນ ໂຮ່ຈີມິງ) ແລະ ເມືອງ ຢ່າຫວຽນ (ແຂວງ ນີ່ງບີງ). ນີ້ແມ່ນໂອກາດເພື່ອໃຫ້ບັນດາຝ່າຍເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນ ແລະ ພ້ອມກັນຮ່ວມມືເພື່ອຍົກສູງພາລະກຳດ້ານມະນຸດສະທຳ, ມຸ່ງໄປເຖິງຊຸມຊົນສາມັກຄີ ແລະ ແບ່ງປັນ.