![]() | Plan International ນຳຫ້ອງຮຽນຖາວອນໃຫ້ນັກຮຽນທີ່ດ້ອຍໂອກາດຢູ່ ກວາງຈີ້ |
![]() | ເພີ່ມຂົວຕໍ່ພັດທະນາພາສາຫວຽດ ຢູ່ຍີ່ປຸ່ນ ໂດຍຜ່ານການຮ່ວມມືດ້ານການສຶກສາ |
ຕອນເຊົ້າວັນທີ 3 ມີນາ, ການນຳຄະນະຜູ້ແທນສະພາແຫ່ງຊາດແຂວງ ຫາຍເຢືອງ ໄດ້ມີການເຮັດວຽກກັບມະຫາວິທະຍາໄລ ຫາຍເຢືອງ ກ່ຽວກັບການປະຕິບັດນະໂຍບາຍໜູນຊ່ວຍນັກສຶກສາຕ່າງປະເທດແຂວງ ວຽງຈັນ (ລາວ).
ສະຫາຍ ເລວັນຮ້ຽວ, ຮອງເລຂາຜູ້ປະຈຳການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ, ເລຂາຄະນະພັກບັນດາອົງການພັກ ເປັນປະທານກອງປະຊຸມເຮັດວຽກ.
![]() |
ສະຫາຍ ເລວັນຮ້ຽວ, ຮອງເລຂາຜູ້ປະຈຳການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ, ເລຂາຄະນະພັກບັນດາອົງການພັກ ເປັນປະທານກອງປະຊຸມເຮັດວຽກ. |
ທີ່ການວຽກ, ການນຳມະຫາວິທະຍາໄລ ຫາຍເຢືອງ ໄດ້ລາຍງານກ່ຽວກັບເງື່ອນໄຂທີ່ພັກ, ຊີວິດການເປັນຢູ່ແລະ ສະພາບການຮໍ່າຮຽນຂອງນັກສຶກສາລາວ 15 ຄົນ ທີ່ພວມຮໍ່າຮຽນຢູ່ໂຮງຮຽນ 2 ເດືອນຜ່ານມາ; ພ້ອມກັນນັ້ນ, ສະເໜີວິທີແກ້ໄຂບາງຂໍ້ຫຍຸ້ງຍາກທີ່ເກີດຂຶ້ນ.
ສະຫາຍ ເລວັນຮ້ຽວ ໄດ້ຮັບຮູ້, ຕີລາຄາສູງບັນດາຄວາມເປັນເຈົ້າການ, ຄວາມຄິດຂອງມະຫາວິທະຍາໄລ ຫາຍເຢືອງ ໃນການເບິ່ງແຍງ, ສ້າງຄວາມສະດວກໃຫ້ແກ່ການດຳລົງຊີວິດ, ສິດສອນຂອງນັກສຶກສາ ລາວ. ພ້ອມກັນນັ້ນ, ທ່ານຍັງເນັ້ນໜັກວ່າ ການບຳລຸງສ້າງນັກຮຽນ, ນັກສຶກສາລາວ ແມ່ນໜ້າທີ່ສຳຄັນຂອງແຂວງ, ປະກອບສ່ວນຮັດແໜ້ນຄວາມສາມັກຄີ, ມິດຕະພາບລະຫວ່າງສອງແຂວງ ຫາຍເຢືອງ - ວຽງຈັນ ແລະ ສອງປະເທດຫວຽດນາມ - ລາວ.
ສະຫາຍ ເລວັນຮ້ຽວ ໄດ້ສະເໜີມະຫາວິທະຍາໄລ ຫາຍເຢືອງ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາພະແນກ, ຂະແໜງການ ທີ່ກ່ຽວຂ້ອງ, ແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ ເພື່ອສ້າງເງື່ອນໄຂດີທີ່ສຸດໃຫ້ນັກສຶກສາລາວໄປຮ່ຳຮຽນຢູ່ ຫາຍເຢືອງ.
ໃນນັ້ນ ຕ້ອງສົມທົບກັບພະແນກການເງິນ ເພື່ອສຳເລັດອັດຕາກຳນົດໃຊ້ຈ່າຍ ເພື່ອລົງນາມໃນສັນຍາກັບອາຈານ ແລະ ນັກຊ່ຽວຊານສອນພາສາຫວຽດນາມ ໃຫ້ບັນດານັກສຶກສາຕ່າງປະເທດຢ່າງມີປະສິດທິຜົນ; ຍົກສູງຄຸນນະພາບການຮຽນການສອນໃຫ້ດີຂຶ້ນ.
ພ້ອມກັບການສິດສອນພາສາຫວຽດນາມ, ຄວາມຮູ້, ມະຫາວິທະຍາໄລ ຫາຍເຢືອງ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຕ້ອງມີບັນດາການເຄື່ອນໄຫວນອກຫຼັກສູດຕື່ມອີກ ເພື່ອໃຫ້ນັກສຶກສາຕ່າງປະເທດໄດ້ມີໂອກາດຮຽນຮູ້ກ່ຽວກັບຮີດຄອງປະເພນີ, ຄວາມເຂົ້າໃຈກ່ວາອີກຕໍ່ດິນແດນ ແລະ ປະຊາຊົນແຂວງ ຫາຍເຢືອງ.
ກ່ອນໜ້ານັ້ນ, ສະຫາຍ ເລວັນຮ້ຽວ ໄດ້ໄປຢ້ຽມຢາມຫໍພັກ, ຫ້ອງຮຽນຂອງບັນດານັກສຶກສາລາວ. ສະຫາຍໄດ້ມອບຂອງຂວັນ, ລະດົມໃຫ້ນັກສຶກສາຕ່າງປະເທດຜ່ານຜ່າຄວາມຫຍຸ້ງຍາກໃນເບື້ອງຕົ້ນ ແລະ ໄດ້ຮຽນຈົບດ້ວຍດີ.
ເດືອນທັນວາ 2024, ຕາມຂໍ້ຕົກລົງຮ່ວມມືລະຫວ່າງສອງແຂວງ, ແຂວງຫາຍເຢືອງ ໄດ້ຕ້ອນຮັບນັກສຶກສາແຂວງ ວຽງຈັນ 15 ຄົນມາຮ່ຳຮຽນຕາມເປົ້ົ້າໝາຍໜູນຊ່ວຍຄົບຖ້ວນຢູ່ມະຫາວິທະຍາໄລຫາຍເຢືອງ, ໃນສົກຮຽນ 2024-2028. ໃນປີທຳອິດ, ນັກສຶກສາລາວ ຮຽນໂຄງການພາສາຫວຽດນາມ, ແລ້ວກໍສືບຕໍ່ຮຽນວິຊາວິທະຍາໄລຢູ່ບາງມະຫາວິທະຍາໄລແຂວງຫາຍເຢືອງ.
ໃນເວລາຮຽນ ແລະ ດຳລົງຊີວິດຢູ່ ຫາຍເຢືອງ, ນັກສຶກສາລາວ ໄດ້ຈັດວາງຢູ່ຫໍພັກ ແລະ ສຶກສາຢູ່ວິທະຍາໄລ ຫາຍເຢືອງ ຢູ່ຕາແສງ ລຽນຮົ່ງ (ນະຄອນ ຫາຍເຢືອງ).
![]() | ຍສໝ - ສະພາປະຊາຊົນແຂວງ ຫາຍເຢືອງ - ແຂວງ ວຽງຈັນ ໄດ້ດຳເນີນກອງປະຊຸມພົບປະ, ປຶກສາຫາລືຢ່າງເລິກເຊິ່ງ ແລະ ແລກປ່ຽນປະສົບການເຄື່ອນໄຫວກ່ຽວກັບວຽກງານສະພາປະຊາຊົນ. |
![]() | ມຸ່ງໄປເຖິງການສ້າງຕັ້ງເຂດອຸດສາຫະກຳລາວ-ຫວຽດນາມ ຍສໝ - ວັນທີ 30 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສປປ ລາວ ສະເຫຼີມໄຊ ກົມມະສິດ ເນື່ອງໃນໂອກາດທີ່ໄປຢ້ຽມຢາມ, ເຮັກວຽກຢູຸ່ຫວຽດນາມ. |
ມີງດຶກ