![]() | ກອງທັບ ຫວຽດນາມ, ກຳປູເຈຍ ແລະ ລາວ ຈະເຝິກຊ້ອມການກູ້ໄພຮ່ວມ |
![]() | ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະນັກສຶກສາກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ |
ພົ້ນເດັ່ນໃນບັນດາການເຄື່ອນໄຫວດັ່ງກ່າວຕ້ອງເວົ້າເຖິງລາຍການ “ຄອບຄົວ ຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ”. ຕາມນັ້ນແລ້ວ, ໃນປີກາຍນີ້ ລາຍການໄດ້ດຶງດູດຊາວຫວຽດນາມ 95 ຄອບຄົວ, ນັກສຶກສາລາວ 127 ຄົນ ແລະ ນັກສຶກສາ ກຳປູເຈຍ 35 ຄົນເຂົ້າຮ່ວມ.
|
ທ່ານນາງ ຮວ່າງມາຍກວິ່ງຮວາ - ຫົວໜ້າຄະນະໂຄສະນາສຶກສາ - ການພົວພັນຕ່າງປະເທດ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ນະຄອນ ໂຮ່ຈີມິນ ໄດ້ເປັນປະທານຈັດຕັ້ງຄະນະຜູ້ແທນຄອບຄົວຊາວ ຫວຽດນາມ ໄປພົບປະແລກປ່ຽນກັບບັນດາຄອບຄົວຂອງນັກສຶກສາຢູ່ ກຳປູເຈຍ, ຊ່ວຍຄອບຄົວບັນດານັກສຶກສາ ກຳປູເຈຍ ມີຄວາມອຸ່ນອ່ຽນໃຈກວ່າໃນເວລາທີ່ລູກຫຼານເຂົ້າຮ່ວມການຮ່ຳຮຽນຢູ່ນະຄອນ. ພ້ອມກັນນັ້ນ, ກໍ່ເປັນເສນາທິການກ່ຽວກັບການສະໜອງຄ່າໃຊ້ຈ່າຍເພື່ອໜູນຊ່ວຍບັນດາຄອບຄົວບຸນທຳດ້ວຍຍອດຈຳນວນເງິນກ່ວາ 748 ລ້ານດົ່ງ.
ໃນຂະນະນັ້ນ, ຄະນະຊາວໜຸ່ມນະຄອນ ເປັນປະທານຈັດພິທີມອບຮັບຄອບຄົວບຸນທຳ; ຈັດຕັ້ງວັນບຸນ “ຄອບຄົວ ຫວຽດນາມ - ລາວ - ກຳປູເຈຍ”; ຍ້ອງຍໍແບບຢ່າງ “ນັກສຶກສາ, ຜູ້ຮຽນ ລາວ ແລະ ກຳປູເຈຍ ທີ່ດີເດັ່ນ ນະຄອນ ໂຮ່ຈີມິນ” 72 ຄົນໃນປີ 2024... ສະມາຄົມຊາວກະສິກອນນະຄອນ ເປັນປະທານຈັດຕັ້ງລາຍການລົງຕົວຈິງ “ໜຶ່ງມື້ເປັນຊາວກະສິກອນ” ດ້ວຍຫົວຂໍ້ “ນັກສຶກສາລາວ ແລະ ກຳປູເຈຍ ກັບທະເລ ແລະ ໝູ່ເກາະຂອງ ຫວຽດນາມ” ຢູ່ເມືອງ ເກີນເຢີ. ສະຫະພັນແມ່ຍິງນະຄອນ ແລະ ສະຫະພັນແຮງງານນະຄອນ ໄດ້ສົມທົບກັນຈັດຕັ້ງການເສັງຖາມ-ຕອບ ເພື່ອຊອກຮູ້ກ່ຽວກັບຮູ້ຊີວິດ ແລະ ພາລະກິດຂອງລຸງໂຮ່; ການສະແດງສິລະປະ, ຊຸດອາພອນພື້ນເມືອງຂອງຫວຽດນາມ, ລາວ, ກຳປູເຈຍ...
ລາຍການ “ຄອບຄົວ ຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ” ໄດ້ດຶງດູດຫຼາຍຄອບຄົວຊາວຫວຽດນາມ ຢູ່ນະຄອນ ມາຮັບອຸປະຖຳບັນດານັກສຶກສາຈາກ 2 ປະເທດເພື່ອນບ້ານ. ລາຍການດັ່ງກ່າວໄດ້ຮັບຄວາມເອົາໃຈໃສ່ການຜັນຂະຫຍາຍຢ່າງມີປະສິດທິຜົນໂດຍຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ແລະ ອົງການສະມາຊິກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ, ເພີ່ມພູນຄູນສ້າງນນ້ຳໃຈມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ - ລາວ - ກຳປູເຈຍ.
ແທັງຮັ່ງ