​ເຊື່ອມ​ຕໍ່​ ຫວຽດນາມ ​ແລະ ຈີນ ຜ່ານ​ການ​ປູກ​ຕົ້ນ​ໄມ້​ມິດຕະພາບ

20:57 | 25/02/2025

ຍສໝ - ຕອນ​ບ່າຍ​ວັນ​ທີ 20 ກຸມພາ, ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ລາຍການ​ພົບປະລະດູບານໃໝ່ປີ 2025 ​ແລະ ກອງ​ປະຊຸມ​ຄະນະກຳມະການວຽກ​ງານປະສົມ ຄັ້ງ​ທີ 16 ດຳ​ເນີນ​ຢູ່​ ກວາງ​ນິງ ​ໄດ້​ເຂົ້າ​ຮ່ວມ​ການ​ປູກ​ຕົ້ນ​ໄມ້​ມິດຕະພາບ​ຢູ່​ສວນ​ສາທາລະນະດອກ​ໄມ້ ຮ້າ​ລອງ (ເມືອງ ແບ້ກດັງ, ນະຄອນ ຮ້າ​ລອງ).

ຊຸກຍູ້ການ​ພົບ​ປະ​ແລກປ່ຽນ​ລຸ້ນໜຸ່ມ, ເພີ່ມພູນຄູນສ້າງ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລະ ກຳປູ​ເຈຍ
Global Times (ຈີນ): ຊຸກຍູ້​ການ​ຮ່ວມ​ມື​ຢ່າງເເທດຈິງກັບ​ຫວຽດນາມ ຈາກ 5 ດ້ານ

ທີ່ເຫດການ, ບັນດາ​ຜູ້​ແທນ​ໄດ້​ປູກ​ຕົ້ນຈິກນ້ຳຮ່ວມ​ກັນ. ໃນ​ວັດ​ທະ​ນະ​ທໍາ​ຂອງ​ຫວຽດ​ນາມ, ຕົ້ນຈິກນ້ຳແມ່ນ​ສັນ​ຍາ​ລັກ​ຂອງຄວາມໂຊກດີ, ປະສົບຜົນ​ສໍາ​ເລັດ​ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ດ້ວຍ​ຄວາມ​ໝາຍ​ນັ້ນ, ຕົ້ນຈິກນ້ຳ​ໄດ້​ກາຍ​ເປັນ​ເຄື່ອງ​ໝາຍ​ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ລະ​ຫວ່າງ 4 ແຂວງ ​ຫວຽດ​ນາມ ແລະ ເຂດ​ປົກ​ຄອງ​ຕົນ​ເອງຊົນເຜົ່າ ​ຈວ້າງ ກວາງ​ຊີ ເວົ້າສະເພາະ ແລະ 2 ປະ​ເທດ​ ຫວຽດ​ນາມ ແລະ ຈີນ ເວົ້າ​ລວມ ໄດ້​ຮັບ​ການເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ, ພັດ​ທະ​ນາ​ແບບ​ຍືນ​ຍົງ, ພ້ອມ​ກັນ​ນັ້ນ ກໍ່​ກາຍ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບ​ຂອງ​ຄົນ​ລຸ້ນ​ຫຼັງ​ເພື່ອ​ລະ​ນຶກ​ເຖິງ​ຄວາມ​ຮັກ​ແພງ ແລະ ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

​ເຊື່ອມ​ຕໍ່​ ຫວຽດນາມ ​ແລະ ຈີນ ຜ່ານ​ການ​ປູກ​ຕົ້ນ​ໄມ້​ມິດຕະພາບ

ບັນດາຜູ້ແທນ ໄດ້ປະຕິບັດພິທີປູກຕົ້ນໄມ້ຢູ່ສວນສາທາລະນະດອກໄມ້ ຮ້າລອງ. ພາບ: Quangninh.gov.vn

ລາຍການ​ປູກ​ຕົ້ນ​ໄມ້​ມິດຕະພາບ ຈະ​ປະກອບສ່ວນ​ກໍ່ສ້າງ​ພື້ນທີ່ວັດທະນະທຳ, ການທ່ອງ​ທ່ຽວ​ສີ​ຂຽວຢູ່​ນະຄອນ ຮ້າລອງ ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ເຊື່ອມຕໍ່, ພັດທະນາ​ສາຍ​ພົວພັນ​ມິດຕະພາບນັບມື້ນັບໃຫ້ສາມັກຄີ, ຕິດພັນລະຫວ່າງ ຫວຽດນາມ - ຈີນ ເວົ້າລວມ​ ແລະ 4 ​ແຂວງ​ຄື: ກວາງ​ນິງ, ລ້າງ​ເຊີນ, ກ່າວ​ບັງ, ຮ່າ​ຢາງ ກັບເຂດປົກຄອງຕົນເອງຊົນເຜົ່າ ​ຈວ້າງ ກວາງ​ຊີ.

ລາຍການ​​ພົບປະລະດູບານໃໝ່ປີ 2025 ລະຫວ່າງເລຂາຄະນະພັກ​ຂອງ 5 ​ແຂວງ/​ເຂດ​ຄື: ກວາງ​ນິງ, ລ້າງ​ເຊີນ, ກ່າວ​ບັງ, ຮ່າ​ຢາງ (ຫວຽດນາມ), ກວາງ​ຊີ (ຈີນ) ​​ແລະ ກອງ​ປະຊຸມ​ຄະນະ​ກຳມະການວຽກງານປະສົມ ຄັ້ງ​ທີ 16 ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 19 – 21 ກຸມພາ​ນີ້ ຢູ່ ກວາງ​ນິງ.

ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ໃນ​ຂອບ​ເຂດ​ລາຍການ​​ພົບປະລະດູບານໃໝ່ປີ 2025 ລວມມີ: ​ເລຂາ​ຄະນະ​ພັກ​ແຂວງ ກວາງ​ນິງ ​ພົບ​ປະ​ກັບ​ເລຂາຄະນະພັກເຂດປົກຄອງຕົນເອງຊົນເຜົ່າ ​ຈວ້າງ ກວາງ​ຊີ; ​ເລຂາ​ຄະນະ​ພັກ​ 3 ແຂວງ​ຄື: ກ່າວ​ບັງ, ລ້າງ​ເຊີນ, ຮ່າ​ຢາງ ​​ພົບ​ປະ​ກັບເລຂາຄະນະພັກເຂດປົກຄອງຕົນເອງຊົນເຜົ່າ ​ຈ້ວາງ ກວາງ​ຊີ; ກອງປະຊຸມ​ພົບປະລະດູບານໃໝ່ປີ 2025; ກອງປະຊຸມຄະນະກຳມະການວຽກງານປະສົມ ຄັ້ງ​ທີ 16; ງານວາງສະ​ແດງ, ແນະນຳ​ຜະລິດ​ຕະພັນ OCOP ຂອງ 5 ​ແຂວງ/​ເຂດ; ການ​ສົ່ງ​ເສີມ​ການ​ຄ້າ​ການການລົງທຶນການ​ທ່ອງ​ທ່ຽວ…

ຜູ້​ແທນ​ສາ​ກົນ 150 ກວ່າ​ທ່ານ​ໄດ້​ປູກ​ຕົ້ນ​ໄມ້​ມິດ​ຕະ​ພາບ​ຢູ່ ດ່າ​ໜັງ ຜູ້​ແທນ​ສາ​ກົນ 150 ກວ່າ​ທ່ານ​ໄດ້​ປູກ​ຕົ້ນ​ໄມ້​ມິດ​ຕະ​ພາບ​ຢູ່ ດ່າ​ໜັງ

ຍສໝ - ຕອນ​ເຊົ້າ​ວັນ​ທີ 18 ມັງກອນ​ນີ້, ຢູ່​ສວນ​ສາທາລະນະ​ມິດຕະພາບ ສວາຍງ່ວນ (ຫວ້ຍງ່ວນ - ທາງແຍກ ຮ່ວາງ​ຊາ - ​ເລ​ວັນເລືອງ - ເລືອງຫຶວແຂງ, ຕາແສງ ເຖາະກວາງ, ເມືອງ ​ເຊີນ​ຈ່າ, ນະຄອນ ​ດ່າ​ໜັງ)​ໄດ້​ດຳ​ເນີນ​ພິທີ​ປູກ​ຕົ້ນ​ໄມ້​ມິດຕະພາບ. ​ເຫດການ​ດັ່ງກ່າວ​ແມ່ນ​ຢູ່​ໃນ​ຂອບ​ເຂດ​ຂອງລາຍການ​ເວທີ​ປາ​ໄສ ບັນດາ​ນະຄອນ ມິດ​ຕະພາບຮ່ວມມື ​ຈັດຂຶ້ນໂດຍ ...

ເປີດ​ຕົວປຶ້ມ ແລະ ຮູບເງົາກ່ຽວກັບນ້ຳໃຈມິດຕະພາບ ຈີນ - ຫວຽດນາມ ເປີດ​ຕົວປຶ້ມ ແລະ ຮູບເງົາກ່ຽວກັບນ້ຳໃຈມິດຕະພາບ ຈີນ - ຫວຽດນາມ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ປຶ້ມ "ເລື່ອງເລົ່າ ແລະ ພັນລະນາ ​ກວາງຊີ​ ​ກ່ຽວ​ກັບ​​ນ້ຳໃຈມິດ​ຕະ​ພາບ​ ຈີນ - ຫວຽດນາມ" ​ແລະ ​ຮູບ​ເງົາ​ "ບຽນ​ຮ່າຍ"​ ໄດ້ແນະ​ນຳ​ຢູ່ ຈີນ.

ມີງດຶກ

ເຫດການ