![]() | ສ້າງຕັ້ງສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ |
![]() | 100.000 ຄົນເຂົ້າຮ່ວມງານບຸນລະດູບານໃໝ່ບ້ານເກີດເມືອງນອນ 2025 ຢູ່ນະຄອນ ໂອຊາກາ |
ພາຍຫຼັງມາຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ, ນັກສຶກສາລາວ ແລະ ກຳປູເຈຍ ຫຼາຍຄົນໄດ້ມີຊາຍຄາຕື່ມອີກ, ເຊິ່ງເຂົາເຈົ້າຮູ້ສຶກເຖິງນ້ຳໃຈຄວາມອົບອຸ່ນ, ການແບ່ງປັນໃນທຸກຄາບອາຫານ ແລະ ທຸກການສົນທະນາ.
ລາຍການ “ຄອບຄົວ ຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ” ໄດ້ກາຍເປັນຂົວເຊື່ອມຕໍ່ບັນດາພື້ນຖານວັດທະນະທຳ, ຮັດແໜ້ນສາຍພົວພັນອັນເລິກເຊິ່ງລະຫວ່າງປະຊາຊົນ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ.
ຄອບຄົວທີສອງເຕັມໄປດ້ວຍຄວາມອົບອຸ່ນ
ຕອນບ່າຍຂອງທ້າຍອາທິດໜຶ່ງ, ເຮືອນຂອງນາງ ຫງວຽນທິຮັ່ງ (ອາຍຸ 58 ປີ, ອາໄສຢູ່ເມືອງ 4, ນະຄອນ ໂຮ່ຈີມິນ) ເຕັມໄປດ້ວຍສຽງເວົ້າສຽງຫົວ ເມື່ອນາງແນະນຳໃຫ້ບັນດາລູກສາວປຸງແຕ່ງເຍື່ອງອາຫານ ຫວຽດນາມ.
![]() |
ນາງ ຫງວຽນທິຮັ່ງ ພ້ອມກັບ ໄຊຍະວົງ ດວງມະນີ ເຂົ້າຮ່ວມການແຂ່ງຂັນປຸງແຕ່ງອາຫານ. ພາບ: NVCC |
ໃນຂະນະທີ່ຊ່ວຍແມ່ປຸງແຕ່ງອາຫານ, ນາງ ໄຊຍະວົງ ດວງມະນີ (ອາຍຸ 23 ປີ, ນັກສຶກສາມະຫາວິທະຍາໄລ ຫງວຽນເຕິດແທ່ງ) ເວົ້າວ່າ ລາວຍັງຈື່ຈຳໄດ້ຢ່າງຈະແຈ້ງເຖິງສະໄໝທີ່ລາວມາ ຫວຽດນາມ ຄັ້ງທຳອິດ. ໃນເວລານັ້ນ, ດວງມະນີ ຍັງບໍ່ສາມາດກິນອາຫານ ຫວຽດນາມ ໄດ້, ດັ່ງນັ້ນ, ລາວຕ້ອງ “ກຽມ” ໝີ່ລາວເພື່ອປ່ຽນແທນ. ມີຫຼາຍມື້ທີ່ລາວຄິດຮອດບ້ານຫຼາຍ, ດວງມະນີ ໄດ້ເວົ້າກັບພໍ່ແມ່ ແລະ ບອກວ່າ ລາວຢາກກັບບ້ານ.
“ນັ້ນແມ່ນ ປີ 2019, ເຖິງວ່າພະຍາຍາມເຊື່ອມໂຍງ ແຕ່ຂ້າພະເຈົ້າຍັງບໍ່ຄຸ້ນເຄີຍນະຄອນ ໂຮ່ຈິມິນ ທີ່ຄຶກຄັກ,ຟົດຟື້ນ ຫາກຍາມໃດກໍ່ຄິດເຖິງແຕ່ເລື່ອງຢາກກັບລາວ. ແຕ່ຫຼັງຈາກນັ້ນ ຍ້ອນຢູ່ບ້ານແມ່ ຮັ່ງ, ແມ່ໄດ້ສອນວິທີປຸງແຕ່ງອາຫານ, ຂ້າພະເຈົ້າໄດ້ຄ່ອຍໆຄຸ້ນເຄີຍກັບອາຫານ ຫວຽດນາມ ແລະ ຖືວ່າບ່ອນນີ້ແມ່ນຄອບຄົວທີ 2 ຂອງຂ້າພະເຈົ້າ” - ດວງມະນີ ແບ່ງປັນ.
![]() |
ນາງ ຫງວຽນທິຮັ່ງ ອ້ອມລ້ອມພ້ອມກັບລູກໆຢູ່ເຮືອນໃນທ້າຍອາທິດ. ພາບ: ບາວເຟືອງ |
ປະຈຸບັນ, ນາງ ຮັ່ງ ພວມອຸປະກາລະໃຫ້ນັກສຶກສາລາວ 6 ຄົນ, ຄອບຄົວຂອງນາງກໍ່ແມ່ນຄອບຄົວມີສະມາຊິກຫຼາຍທີ່ສຸດໃນບັນດາຄອບຄົວທີ່ລົງທະບຽນເຂົ້າຮ່ວມລາຍການ “ຄອບຄົວ ຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ”.
ນາງ ຮັ່ງ ເຄີຍເປັນນາຍທະຫານ, ຜົວຂອງນາງໄດ້ເສຍຊີວິດເກືອບ 20 ປີ ແລ້ວ, ລູກສອງຄົນຂອງນາງພວມດຳລົງຊີວິດ ແລະ ເຮັດວຽກຢູ່ໄກບ້ານ. ນາງອວດວ່າ ນາງດີໃຈຫຼາຍທີ່ໄດ້ມີນັກສຶກສາລາວ ໄປດໍາລົງຊີວິດຮ່ວມກັນ, ພ້ອມກັນກິນເຂົ້າ, ສົນທະນາທຸກໆມື້.
ນັບແຕ່ກາຍເປັນແມ່ອຸປະກາລະໃຫ້ນັກສຶກສາ ກຳປູເຈຍ 2 ຄົນ, ນາງ ຢ້ຽບທິກິມຮ່ຽນ (ອາໄສຢູ່ເມືອງ 4, ນະຄອນ ໂຮ່ຈີມິນ) ຍາມໃດກໍ່ຮູ້ສຶກເຖິງບັນຍາກາດໃນຄອບຄົວຂອງຕົນທີ່ຄຶກຄື້ນຄວາມມ່ວນຊື່ນ.
ບັນດາມື້ໃນທ້າຍອາທິດ, ລູກໆໄດ້ຍາດເວລາກັບບ້ານແມ່ ຮ່ຽນ ເພື່ອກິນເຍື່ອງອາຫານ ຫວຽດນາມ ແລະ ລໍຖ້າແມ່ພາເຂົາເຈົ້າອອກໄປຫຼິ້ນ, ຢ້ຽມຊົມນະຄອນ ໂຮ່ຈີມິນ.
![]() |
ນາງ ຢ້ຽບທິກິມຮ່ຽນ ພ້ອມກັບລູກສອງຄົນເຊິ່ງແມ່ນນັກສຶກສາ ກຳປູເຈຍ. ພາບ: ບາວເຟືອງ |
ກໍ່ຍ້ອນການແບ່ງປັນຂອງລູກຫຼານ, ນາງ ຮ່ຽນ ໄດ້ຮູ້ວັດທະນະທຳຂອງຊາວ ກຳປູເຈຍ ຕື່ມອີກ, ໄດ້ຊີມເຍື່ອງອາຫານ ກຳປູເຈຍ ແລະ ສິ່ງທີ່ໜ້າສົນໃຈອີກຫຼາຍຢ່າງ.
ພາຍຫຼັງໄດ້ຮັບຟັງເລື່ອງ ຫວຽດນາມ ຈາກໝູ່ເພື່ອນແນະນຳແລ້ວ, ນາງ Chhey Vorn (ອາຍຸ 22 ປີ, ຢູ່ນະຄອນ Siem Reap, ກຳປູເຈຍ) ກໍ່ຢາກມາແຫ່ງນີ້ ເພື່ອລົງຕົວຈິງກັບວັດທະນະທຳ, ປະຊາຊົນ ຫວຽດນາມ.
ສຳລັບນາງ Chhey Vorn, ສອງປີທີ່ຢູ່ກັບແມ່ ຮ່ຽນ ແມ່ນເຕັມໄປດ້ວຍຄວາມຊົງຈຳທີ່ໜ້າຊື່ນຊົມ. ນັກຮຽນຍິງຄົນນີ້ໄດ້ຮັບຊຸດເສື້ອຍາວໂດຍແມ່ຂອງນາງມອບໃຫ້, ແມ່ໄດ້ພາໄປວັດ, ໄປທ່ອງທ່ຽວ,...
ຈາກຄວາມຮຸ້ສຶກທີ່ແປກກາຍເປັນ " fan " ຂອງອາຫານ ຫວຽດນາມ
ເຂົ້າຮ່ວມລາຍການ “ຄອບຄົວ ຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ” ແຕ່ມື້ຕົ້ນໆ, ນາງ ໂຕເຟືອງແອງ (ຕາແສງ 13, ເມືອງ ເຕີນບິ່ງ, ນະຄອນ ໂຮ່ຈີມິນ) ໄດ້ພ້ອມກັບລູກຫຼານຜ່ານຫຼາຍຄວາມຊົງຈຳ ແລະ ຄວາມຕື້ນຕັນໃຈ.
ປະຈຸບັນ, ນາງ ເຟືອງແອງ ພວມຮັບການອຸປະກາລະໃຫ້ນັກສຶກສາລາວ 4 ຄົນ. ໃນນັ້ນ ມີນັກສຶກສາສອງຄົນທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລແພດສາດ ຟ້າມງອກແທັກ, ນັກສຶກສາຄົນໜຶ່ງທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລ ວັນລາງ ແລະ ທ້າວ ກິຢາງ ກາງປາວ (ອາຍຸ 26 ປີ, ຢູ່ແຂວງ ອຸດົມໄຊ, ລາວ) ທີ່ພວມຮ່ຳຮຽນຢູ່ສະຖາບັນການບິນ.
![]() |
ນາງ ໂຕເຟືອງແອງ ແລະ ລູກໆ. ພາບ: NVCC |
ໃນມື້ທຳອິດທີ່ພວກລູກຍັງມີຄວາມເກງໃຈໃນການດຳລົງຊີວິດຢູ່ເຮືອນໃໝ່, ນາງ ເຟືອງແອງ ມັກໃຊ້ເວລາຊ່ວຍໃຫ້ພວກລູກຮຽນພາສາ ຫວຽດນາມ ຕື່ມອີກ ເພື່ອສື່ສານຢ່າງໝັ້ນໃຈກວ່າ, ສອນວິທີປຸງແຕ່ງອາຫານ ແລະ ເຊີນພວກລູກພ້ອມກັນໄປຢ້ຽມຢາມບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ເຂດຮ່ອງຮອຍປະຫວັດສາດ, ຊອກຮູ້ກ່ຽວກັບວັດທະນະທຳ ຫວຽດນາມ.
ໃນປີ 2022, ນາງ ເຟືອງແອງ ໄດ້ຮັບ ກິຢາງ ກາງປາວ ເປັນລູກ. ຈາກການບໍ່ຄຸ້ນເຄີຍກັບທຸກສິ່ງທຸກຢ່າງເຊັ່ນ ພາສາ, ວິທີການສື່ສານ, ການດຳລົງຊີວິດ... ມາຮອດປັດຈຸບັນ ກິຢາງ ໄດ້ຄ່ອຍໆຄຸ້ນເຄີຍ ແລະ ກາຍເປັນ “fan” ຂອງອາຫານ ຫວຽດນາມ ຢ່າງກະຕືລືລົ້ນ.
ທ້າວ ກິຢາງ ເວົ້າວ່າ “ເຖິງວ່າຈະກັບຄືນປະເທດກໍ່ຕາມ, ແຕ່ຂ້າພະເຈົ້າຍັງຈະກັບເມືອ ຫວຽດນາມ ເພື່ອຢ້ຽມຢາມແມ່ຂອງຂ້າພະເຈົ້າ, ນີ້ແມ່ນສິ່ງທີ່ຂ້າພະເຈົ້າຍາມໃດກໍ່ຄິດເຖິງ”.
![]() | ສົມທົບກັນຈັດຕັ້ງວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2024 ຢູ່ນະຄອນ ເກີນເທີ ຍສໝ - ຄະນະກຳມະການປະຊາຊົນນະຄອນ ເກີນເທີ ຫາກໍ່ປະກາດໃຊ້ແຜນການສົມທົບກັນຈັດຕັ້ງວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ເກີນເທີ ປີ 2024. |
![]() | ເປີດຫ້ອງຮຽນພາສາ ຫວຽດນາມ ຢູ່ນະຄອນ Augsburg ຍສໝ - ຫ້ອງຮຽນພາສາ ຫວຽດນາມ ບໍ່ພຽງແຕ່ຊ່ວຍໃຫ້ເດັກນ້ອຍສາມາດຮັກສາພາສາແມ່ຂອງເຂົາເຈົ້າໄດ້ເທົ່ານັ້ນ ຫາກຍັງເຂົ້າໃຈເຖິງຮີດຄອງປະເພນີ, ວັດທະນະທໍາ ແລະ ປະຫວັດສາດຂອງຊາດຕື່ມອີກ. |
ແທັງຮັ່ງ