![]() | ລູກເຮືອ ຫວຽດນາມ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ ສ.ເກົາຫຼີ |
![]() | ຝຶກອົບຮົມການປະຕິບັດງານຕົວຈິງ ແລະບໍາລຸງພາສາຫວຽດໃຫ້ແກ່ນັກສຶກສາ 3 ແຂວງພາກເໜືອຂອງລາວ |
ຕອນບ່າຍວັນທີ 25 ກຸມພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ດຳເນີນວາລະປະຊຸມພິທີເປີດເວທີອະນາຄົດ ອາຊຽນ (AFF) 2025, ດ້ວຍຫົວຂໍ້ “ສ້າງ ອາຊຽນ ສາມັກຄີ, ກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນໂລກທີ່ມີການຜັນແປ”.
![]() |
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳປາໄສທີ່ເວທີອະນາຄົດ ອາຊຽນ 2025. (ພາບ: ເຢືອງຢ່າງ/ສຳນັກຂ່າສານ ຫວຽດນາມ) |
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ມີບົດຄຳປາໄສທີ່ສຳຄັນ, ສະເໜີ 3 ບຸລິມະສິດຍຸດທະສາດ ແລະ 3 ບຸກທະລຸການກະທຳຄື: ຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສີສັນ, ການປັບຕົວຢ່າງມີໄຫວພິບ, ລະດົມທຸກແຫຼ່ງກຳລັງໃຫ້ພັດທະນາ ແລະ ເຊື່ອມໂຍງ ອາຊຽນ ກັບໂລກ.
ເວທີອະນາຄົດ ອາຊຽນ ແມ່ນຂໍ້ລິເລີ່ມໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີໃນກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 43 ຢູ່ ອິນໂດເນເຊຍ ໃນປີ 2023.
ຫຼັງຈາກນັ້ນ, ເດືອນເມສາ ປີ 2024, ເວທີອະນາຄົດ ອາຊຽນ 2024 ດ້ວຍຫົວຂໍ້ “ສ້າງປະຊາຄົມ ອາຊຽນ ພັດທະນາຢ່າງວອງໄວ, ຍືນຍົງ, ຖືເອົາປະຊາຊົນເປັນໃຈກາງ” ໄດ້ດຳເນີນຢູ່ນະຄອນຫຼວງ ຮ່າໂນ້ຍ.
ສືບຕໍ່ຜົນສຳເລັດຂອງກອງປະຊຸມຄັ້ງທຳອິດ, ເວທີອະນາຄົດ ອາຊຽນ 2025 ໄດ້ດຶງດູດຜູ້ແທນ 600 ກວ່າທ່ານເຂົ້າຮ່ວມແບບເຊິ່ງໜ້າ, ໃນນັ້ນ ກໍ່ມີບັນດາການນຳຂັ້ນສູງຂອງບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືຫຼາຍທ່ານ.
ພິເສດ, ໃນວາລະປະຊຸມພິທີເປີດ ມີການເຂົ້າຮ່ວມຂອງທ່ານ ປະທານາທິບໍດີ ສາທາລະນະລັດປະຊາທິປະໄຕ ຕີມໍ ຕາເວັນອອກ José Ramos-Horta; ທ່ານ ຮອງນາຍົກລັດຖະມົນຕີ ບັນດາປະເທດ ລາວ ແລະ ກຳປູເຈຍ; ລັດຖະມົນຕີກະຊວງການຕ່າງປະເທດ ໄທ, ເລຂາທິການໃຫຍ່ ອາຊຽນ.
![]() |
ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ກ່າວຄຳປາໄສຂ່ຳນັບຮັບຕ້ອນ. (ພາບ: ອານດັງ/ສຳນັກຂ່າສານ ຫວຽດນາມ) |
ກ່າວຄຳປາໄສທີ່ວາລະປະຊຸມພິທີເປີດເວທີອະນາຄົດ ອາຊຽນ 2025, ໂດຍສົ່ງຄຳປາໄສຂອງທ່ານ ເລຂາທິການໃຫຍ່ ໂຕເລີມ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ທ່ານ ປະທານສະພາແຫ່ງຊາດ ເຈີ່ນແທັງເມິ້ນ ແລະ ໃນນາມສ່ວນຕົວ ຂໍຂ່ຳນັບຮັບຕ້ອນບັນດາຜູ້ແທນທີ່ເຂົ້າຮ່ວມເວທີຢ່າງສຸດອົກສຸດໃຈ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ດ້ວຍຫົວຂໍ້ວ່າ “ສ້າງ ອາຊຽນ ສາມັກຄີ, ກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນໂລກທີ່ມີການຜັນແປ”, ເວທີແມ່ນເຫດການທີ່ມີຄວາມໝາຍທີ່ສຸດໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງປະຊາຄົມ ອາຊຽນ ແລະ 30 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມຊາຍຄາ ອາຊຽນ.
ນີ້ກໍ່ແມ່ນປີທີ່ ອາຊຽນ ຜ່ານວິໄສທັດປະຊາຄົມ ອາຊຽນ ຮອດປີ 2045 ເພື່ອນຳ ອາຊຽນ ກ້າວເຂົ້າສັງກາດໃໝ່ມຸ່ງໄປເຖິງປະຊາຄົມມີຄວາມສາມັກຄີ, ເປັນເອກະພາບໃນຄວາມຫຼາກຫຼາຍ, ນະວັດຕະກໍາ, ຖືປະຊາຊົນເປັນໃຈກາງ.
ຕາມທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລ້ວ, ໂລກ ແລະ ພາກພື້ນ ອາຊີ - ປາຊີຟິກ ພວມເຫັນປະຈັກຕາການຜັນແປຢ່າງເລິກເຊິ່ງ ດ້ວຍບັນດາສິ່ງທ້າທາຍ ແລະ ກາລະໂອກາດທີ່ສະຫຼັບກັນ, ແຕ່ບັນດາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍກວ່າ. ບັນດາບັນຫາທົ່ວໂລກ, ທົ່ວປວງຊົນ, ຮອບດ້ານພວມຜັນແປຢ່າງວ່ອງໄວກວ່າ, ສັບສົນກວ່າ ແລະ ຄາດເດົາໄດ້ຍາກ.
![]() |
ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມວາລະປະຊຸມພິທີເປີດເວທີອະນາຄົດ ອາຊຽນ 2025. (ພາບ: ເຢືອງຢ່າງ/ສຳນັກຂ່າສານ ຫວຽດນາມ) |
ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ອາຊຽນ ຄາດວ່າຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບ 3 ຂອງໂລກ ດ້ວຍ GDP ລື່ນກາຍ 10.000 ຕື້ USD, ຕະຫຼາດຜູ້ບໍລິໂພກກວ່າ 800 ລ້ານຄົນ, ພ້ອມກັນນັ້ນ ກໍ່ຈະເປັນສູນກາງດ້ານເຕັກໂນໂລຢີ, ເສດຖະກິດດີຈີຕອນ ແລະ ນະວັດຕະກຳ, ດ້ວຍພື້ນຖານເສດຖະກິດດີຈີຕອນຄາດວ່າຈະບັນລຸໄດ້ 1.000 ຕື້ USD ໃນປີ 2030.
ເພື່ອໃຫ້ຄວາມຄາດວ່າດັ່ງກ່າວຈະກາຍເປັນຈິງ, ອາຊຽນ ບໍ່ພຽງແຕ່ຕ້ອງການຄວາມສາມັກຄີເປັນເອກະພາບ, ພ້ອມໃຈກັນເທົ່ານັ້ນ, ຫາກຍັງມີແນວຄິດບຸກທະລຸ, ຍຸດທະສາດທີ່ແຫຼມຄົມ, ເສັ້ນທາງທີ່ສາມາດເປັນໄປໄດ້, ແຫຼ່ງກຳລັງສຸມໃສ່ ແລະ ການກະທຳທີ່ຂ້ຽວຂາດ.
ບົນພື້ນຖານນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີ 3 ບຸລິມະສິດຍຸດທະສາດ ແລະ 3 ບຸກທະລຸໃນການກະທຳ, ໃນນັ້ນ, 3 ບຸລິມະສິດຍຸດທະສາດ ລວມມີ: ທີໜຶ່ງ, ບຸລິມະສິດປັບປຸງການເປັນເຈົ້າຕົນເອງກ່ຽວກັບຍຸດທະສາດຂອງ ອາຊຽນ ໂດຍຜ່ານການເພີ່ມທະວີຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ.
ທີສອງ, ສ້າງ ອາຊຽນ ທີ່ມີຄວາມເຂັ້ມແຂງດ້ວຍຕົນເອງທາງດ້ານເສດຖະກິດ. ໂດຍຜ່ານການປ່ຽນແປງໃໝ່ບັນດາກຳລັງຜັກດັນການເຕີບໂຕແບບດັ້ງເດີມ, ພ້ອມກັນນັ້ນ ກໍ່ຊຸກຍູ້ການເຕີບໂຕແບບໃຫມ່, ພິເສດແມ່ນກ່ຽວກັບວິທະຍາສາດເຕັກໂນໂລຢີນະວັດຕະກໍາ ແລະ ການຫັນເປັນດິຈິຕອນ.
ທີສາມ, ຮັກສາ່ຄຸນຄ່າ ແລະ ສີສັນຂອງ ອາຊຽນ ຢ່າງໝັ້ນຄົງ ເຊັ່ນ: ຈິດໃຈຂອງຄວາມເຫັນດີເຫັນພ້ອມ, ເປັນເອກະພາບໃນຄວາມຫຼາກຫຼາຍ ແລະ ເຄົາລົບຄວາມແຕກຕ່າງ.
ຄຽງຄູ່ກັນນັ້ນ, 3 ບຸກທະລຸໃນການກະທຳ ລວມມີ: ທີໜຶ່ງ, ສ້າງກົນໄກ, ມີການຕັດສິນໃຈຢ່າງມີໄຫວພິບ, ມີປະສິດທິຜົນ, ມີຄວາມຮັບຜິດຊອບກວ່າ; ຮັບປະກັນທັງຮັກສາຫຼັກການຂອງຄວາມເຫັນດີເຫັນພ້ອມ, ທັງມີກົນໄກສະເພາະໃຫ້ບັນດາຂໍ້ລິເລີ່ມຍຸດທະສາດ.
ທີສອງ, ຊຸກຍູ້ການຮ່ວມມືພາກລັດ-ເອກະຊົນເພື່ອລະດົມທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາພາກພື້ນ ອາຊຽນ, ພິເສດແມ່ນບັນດາໂຄງການສຳຄັນ; ສົ່ງເສີມການເຂົ້າຮ່ວມໃຫ້ນັບມື້ນັບໃຫຍ່ກວ່າຂອງພາກເອກະຊົນໃນການລົງທຶນທົ່ວສັງຄົມ; ພັດທະນາສະພາບແວດລ້ອມດ້ານເສດຖະກິດດິຈິຕອນ, ປອດໄພ ເພື່ອຮັບໃຊ້ການຄ້າ ແລະ ການລົງທຶນ ອາຊຽນ.
ທີສາມ, ເພີ່ມທະວີການເຊື່ອມຕໍ່ ອາຊຽນ, ພິເສດແມ່ນການເຊື່ອມຕໍ່ໂຄງລ່າງ, ການພົບປະແລກປ່ຽນປະຊາຊົນ ແລະ ຄວາມກົມກຽວກັນກ່ຽວກັບກົນໄກໃນແຕ່ລະປະເທດ ອາຊຽນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ.
ທ່ານ ນາຍົກລັດຖະມົນຕີ ເນັ້ນໜັກວ່າ 3 ທົດສະວັດທີ່ຮ່ວມເດີນທາງກັບ ອາຊຽນ ໄດ້ຢືນຢັນວິໄສທັດຍຸດທະສາດທີ່ຖືກຕ້ອງຂອງ ຫວຽດນາມ. ອາຊຽນ ກາຍເປັນພື້ນທີ່ຍຸດທະສາດ ແລະ ສະພາບແວດລ້ອມແຫ່ງການພັດທະນາທີ່ເປັນທຳມະຊາດຂອງ ຫວຽດນາມ. ສ່ວນ ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນການປັບປຸງຄວາມສາມັກຄີ, ເພີ່ມທະວີບົດບາດໃຈກາງ ແລະ ຊຸກຍູ້ການພັດທະນາແບບຍືນຍົງຂອງ ອາຊຽນ.
ພ້ອມກັນນັ້ນ, ກໍ່ໃຫ້ຄຳໝັ້ນສັນຍາຈະເປັນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນການສ້າງປະຊາຄົ ອາຊຽນ ທີ່ມີຄວາມສາມັກຄີ, ກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັບຫັນວິໄສທັດປະຊາຄົມ ອາຊຽນ 2045 ໃຫ້ປະກົດຜົນເປັນຕົວຈິງເພື່ອຜົນປະໂຫຍດຂອງທຸກຄົນໃນພາກພື້ນ, ພ້ອມກັບບັນດາປະເທດສະມາຊິກ, ຄູ່ຮ່ວມມື ແລະ ເພື່ອນມິດສາກົນ ສືບຕໍ່ຂຽນໜ້າປະຫວັດສາດທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈໃນການເດີນທາງພັດທະນາຂອງ ອາຊຽນ.
![]() | 3 ໜ້າທີ່ຈຸດສຸມຂອງ HAUFO ໃນປີ 2025 ຍສໝ - ປັບປຸງກົງຈັກການຈັດຕັ້ງ, ບຳລຸງສ້າງຖັນແຖວພະນັກງານ ແລະ ປ່ຽນແປງໃໝ່ຢ່າງປະດິດຄິດສ້າງໃນແຕ່ລະການເຄື່ອນໄຫວແມ່ນ 3 ໜ້າທີ່ຈຸດສຸມຂອງສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ (HAUFO) ໃນປີ 2025. ນັ້ນແມ່ນຄຳເຫັນຊີ້ນຳຂອງທ່ານຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ດົງຮຸຍເກື່ອງ ຊີ້ນຳຢູ່ກອງປະຊຸມສະຫຼຸບປີຂອງ HAUFO ທີ່ຈັດຂຶ້ນໃນວັນທີ 17 ມັງກອນ. |
![]() | ສິ່ງພິເສດໃນສະຖານທີ່ທີ່ສາມາດເບິ່ງພາບອານາເຂດຂອງ 3 ປະເທດ ຍສໝ - ຫຼັກໝາຍສາມແຍກແຫຼມອິນດູຈີນ, ບ່ອນທີ່ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ພົບກັນ, ບໍ່ພຽງແຕ່ເປັນສັນຍາລັກແຫ່ງສັນຕິພາບ ແລະ ມິດຕະພາບເທົ່ານັ້ນ, ແຕ່ຍັງເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວທີ່ມັກຮັກທຳມະຊາດ ແລະ ປະຫວັດສາດອີກດ້ວຍ. |
ແທັງຮັ່ງ