ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ບໍລິສັດໃຫຍ່ ເຕີນກາງ ໄຊງ່ອນ

20:55 | 25/02/2025

ຍສໝ - ວັນ​ທີ 23 ກຸມພາ​, ຢູ່​ນະຄອນ​ ໂຮ່ຈິ​ມິນ, ທ່ານ ​ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະປະຕິບັດງານ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ທ່າ​ກຳ​ປັ່ນ ເຕີນກາງ - ກາດຫຼາຍ, ຂຶ້ນກັບ​ບໍລິສັດ.spj ເຕີນກາງ ໄຊງ່ອນ, ເຫຼົ່າທັບເຮືອ.

ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ຕ້ອນຮັບທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງປ້ອງກັນຄວາມສະຫງົບລາວ
ກອງປະຊຸມໃຫຍ່ຄັ້ງທີ IIIຂອງໜ່ວຍພັກສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນໂຮ່ຈິມິນ

Tiếp đoàn có Đại tướng Phan Văn Giang, Ủy viên Bộ Chính trị, Phó Bí thư Quân ủy Trung ương, Bộ trưởng Bộ Quốc phòng Việt Nam; Phó Đô đốc Trần Thanh Nghiêm, Tư lệnh Hải quân; Trung tướng Nguyễn Trường Thắng, Tư lệnh Quân khu 7, cùng đại diện các cơ quan Bộ Quốc phòng, Bộ Ngoại giao, Đại sứ quán Lào tại Việt Nam, Quân chủng Hải quân và Ban lãnh đạo Tổng Công ty Tân cảng Sài Gòn cùng các đơn vị thành viên.

ຕ້ອນຮັບຄະນະມີທ່ານ ພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ; ຜູ້ບັນຊາການທະຫານເຂດ 7, ພ້ອມກັບຜູ້ຕາງໜ້າບັນດາອົງການຂອງກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ສະຖານທູດລາວ ປະຈໍາ ຫວຽດນາມ, ເຫຼົ່າທັບເຮືອ, ຄະນະການນຳບໍລິສັດໃຫຍ່ ເຕີນກາງ ໄຊງ່ອນ ພ້ອມກັບບັນດາຫົວໜ່ວຍສະມາຊິກ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ບໍລິສັດໃຫຍ່ ເຕີນກາງ ໄຊງ່ອນ

ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄປຢ້ຽມຢາມ ບໍລິສັດໃຫຍ່ ເຕີນກາງ ໄຊງ່ອນ.

ກ່າວ​ຄຳ​ປາໄສ​ທີ່​ການ​ເຮັດວຽກ, ທ່ານ​ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ ສປປ ລາວ ໃຫ້​ຮູ້​ວ່າ: ລັດຖະບານ ຫວຽດນາມ ​ໄດ້​ສ້າງ​ເງື່ອນ​ໄຂໃຫ້​ລາວ ຂຸດ​ຄົ້ນ, ເຄື່ອນໄຫວ​ຢູ່​ທ່າ​ກຳ​ປັ່ນ​ ຫວຸ້ງອາງ, ​ສິ່ງນີ້ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ໜູນ​ຊ່ວຍ​ຢ່າງ​ສູງທີ່ມີຕໍ່​ລາວ, ໜູນ​ຊ່ວຍ​ລາວ ​ຈາກ​ປະ​ເທດ​ບໍ່​ມີ​ທະ​ເລ​ ໄດ້ມີເສັ້ນທາງອອກສູ່ທະເລ, ປະກອບສ່ວນນຳ​ວົງເງິນການຄ້າລະຫວ່າງ​ສອງ​ປະ​ເທດມີການເຕີບໂຕຢ່າງປະທັບໃຈ, ພິ​ເສດ​ ໃນຂົງເຂດການ​ສົ່ງ​ອອກຜະລິດຕະພັນ​ກະເສດ, ​ແຮ່​ທາດ ​ແລະ ​ພະລັງງານໄຟຟ້າ.

ຕາມ​ທ່ານ ສອນ​ໄຊ ສີ​ພັນ​ດອນ ​ນາຍົກລັດຖະມົນຕີ ສປປ ລາວ ແລ້ວ, ໝາກຜົນ​ດັ່ງກ່າວ ມີ​ການ​ປະກອບສ່ວນ​ສຳຄັນ​ຂອງ​ບັນດາວິ​ສາ​ຫະກິດ​ປ້ອງ​ກັນ​ປະ​ເທດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບຂອງ ຫວຽດນາມ, ພິ​ເສດ​ແມ່ນ​ບໍລິສັດໃຫຍ່ ເຕີນກາງ ໄຊງ່ອນ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ການ​ສຳ​ມະ​ນາ​ເຊື່ອມ​ຕໍ່​ການ​ຄ້າ​ກັບ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ທີ່ພວມ​ເຄື່ອນ​ໄຫວໃນດິນແດນ​ຂອງ​ລາວ, ພ້ອມກັນນັ້ນ ກໍ່ຜັນຂະຫຍາຍພາຫະນະ​ຂົນ​ສົ່ງ​ສິນຄ້າ​ຂອງ​ລາວ​ ຢູ່​ທ່າ​ກຳ​ປັ່ນ ຫວຸ້ງອາງ. ລາວ​ ຕີ​ລາຄາ​ສູງກ່ຽວກັບ​ຮູບ​ແບບ​ວິ​ສາ​ຫະກິດກອງທັບ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ບໍລິສັດໃຫຍ່ ເຕີນກາງ ໄຊງ່ອນ

ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ ສປປ ລາວ ພ້ອມກັບ​ຄະນະປະຕິບັດງານ ໄດ້​ໄປ​ຢ້ຽມຢາມ​ສູນ​ບໍລິຫານການ​ຜະລິດ ຢູ່​ທ່າ​ກຳ​ປັ່ນ ​ເຕີນ​ກາງ-​ກາດຫຼາຍ.

ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ ລາວ ກ່າວ​ຕື່ມ​ວ່າ: ປັດຈຸບັນ, ລາວ ກໍ່ພວມ​​ຢູ່​ໃນ​ຂະ​ບວນການ​ຜັນຂະຫຍາຍແຜນນະໂຍບາຍເສດຖະກິດ​ເອກະລາດ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ. ຜ່ານການຢ້ຽມຢາມ ເຕີນກາງ ໄຊງ່ອນ ຄັ້ງນີ້ ຊ່ວຍໃຫ້ພວກຂ້າພະເຈົ້າໄດ້ຊອກຮູ້, ຮຽນຮູ້ປະສົບການໃນວຽກງານການຄຸ້ມຄອງ, ບໍລິຫານການຂຸດຄົ້ນທ່າເຮືອ ແລະ ການບໍລິການ logistics, ປະກອບສ່ວນເຂົ້າໃນການພັດທະນາການນຳເຂົ້າ ແລະ ສົ່ງອອກສິນຄ້າຕື່ມອີກ. ​ເພື່ອ​ບັນລຸ​ໄດ້​ສິ່ງນັ້ນ, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ລັດຖະບານ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຈະ​ເອົາ​ໃຈ​ໃສ່, ຕິດຕາມ​ ​ແລະ ຊີ້​ນຳ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື ເພື່ອ​​ບັນລຸ​ໄດ້ປະສິດທິ​ຜົນ, ພິ​ເສດ​ແມ່ນ​ການ​ຂຸດ​ຄົ້ນ​ທ່າ​ກຳ​ປັ່ນ ຫວຸ້ງອາງ ລາວ-ຫວຽດນາມ ລະຫວ່າງລັດຖະບານ ລາວ - ຫວຽດນາມ ທີ່ໄດ້ໃຫ້ຄຳ​ໝັ້ນ​ສັນຍາ.

ສະຖານທູດ​ແຫ່ງ ລາຊະອານາຈັກ ມາຣົກ ເຄົາລົບ ​ແລະ ຕີ​ລາຄາ​ສູງ​ບັນດາ​ທ່ານ​ໝໍ ຫວຽດນາມ ສະຖານທູດ​ແຫ່ງ ລາຊະອານາຈັກ ມາຣົກ ເຄົາລົບ ​ແລະ ຕີ​ລາຄາ​ສູງ​ບັນດາ​ທ່ານ​ໝໍ ຫວຽດນາມ

ຍສໝ - ສະຖານທູດ​ແຫ່ງ ​ລາຊະ​ອານາຈັກມາຣົກ ປະຈຳ ຫວຽດນາມ ຫາກໍມີຈົດໝາຍ​ສະແດງຄວາມຂອບ​ໃຈ​ຢ່າງ​ຈິງ​ໃຈ​ເຖິງ​ໂຮງໝໍ​ມິດຕະພາບ ຫວຽດດຶກ ພາຍຫຼັງທີ່​ໄດ້​ເບິ່ງແຍງໃຫ້ແກ່​ພົນລະ​ເມືອງ ມາຣົກ ສອງ​ຄົນ​ທີ່​​ປະສົບ​ອຸບັດ​ຕິ​ເຫດ​ເມື່ອ​ບໍ່​ດົນ​ມາ​ນີ້.

ຄະນະຜູ້ແທນເຈົ້າແຂວງ ຈໍາປາສັກ - ສປປ ລາວ  ຢ້ຽມຢາມ ແລະເຮັດວຽກຢູ່ ໂຮງໝໍສູນກາງ ເຫ້ວ ຄະນະຜູ້ແທນເຈົ້າແຂວງ ຈໍາປາສັກ - ສປປ ລາວ ຢ້ຽມຢາມ ແລະເຮັດວຽກຢູ່ ໂຮງໝໍສູນກາງ ເຫ້ວ

ຍສໝ - ເຈົ້າ​ແຂວງ​ຈໍາປາ​ສັກ ພ້ອມ​ດ້ວຍ​ຄະນະ​ໄດ້​ລົງໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ໂຮງໝໍ​ສູນ​ກາງ​ ເຫ້ວ ທີ່ການຕ້ອນຮັບຄະນະຜູ້ແທນ ມີຄະນະອຳນວຍການ ແລະ ການນຳຂອງບັນດາພະແນກ, ພະແນກສະເພາະຂະແໜງ.

ແທັງຮັ່ງ