ທະຫານລຸງໂຮ່ - ນາມມະຍົດອັນສູງສົ່ງ ເຊິ່ງປະຊາຊົນ ແລະກຳລັງປະກອບອາວຸດ ກູບາ ຮັກແພງ ແລະນິຍົມນັບຖື | |
ຫຼໍ່ລ້ຽງວັດທະນະທຳທະຫານລຸງໂຮ່ ທະຫານລຸງໂຮ່ “ສີ່ກ້າ” |
ໃນຊຸມປີຜ່ານມາ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນແຂວງກອນຕຸມ ມີຫຼາຍການຫັນປ່ຽນຢ່າງຕັ້ງໜ້າ. ເຖິງຢ່າງໃດກໍ່ຕາມ, ເມື່ອທຽບໃສ່ລະດັບທົ່ວໄປແລ້ວ, ເລື່ອງເຂົ້າເຖິງບັນດາການບໍລິການການແພດ, ກວດພະຍາດຢູ່ບາງທ້ອງຖິ່ນຂອງເຂດຫ່າງໄກສອກຫຼີກ ຍັງປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ເຂົ້າໃຈສະພາບການນັ້ນເປັນຢ່າງດີ, ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ໄດ້ຈັດຕັ້ງການກວດພະຍາດ, ແຈກຢຸກຢາໂດຍບໍ່ເສຍຄ່າ, ໃຫ້ຄໍາປຶກສາສຸຂະພາບ ແລະມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນທີ່ຢູ່ເຂດຊາຍແດນຄັ້ງຕ່າງໆ. ບັນດາການເຄື່ອນໄຫວທີ່ແທດຈິງນີ້ບໍ່ພຽງແຕ່ປະກອບສ່ວນເບິ່ງແຍງດູແລສຸຂະພາບວົງຄະນະຍາດເທົ່ານັ້ນ, ຫາກຍັງຮັດແໜ້ນນໍ້າໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ປັບປຸງທ່າຮົບປະຊາຊົນຢູ່ເຂດຊາຍແດນປະເທດໃຫ້ໝັ້້ນຄົງເຂັ້ມແຂງ.
![]() |
ແພດທະຫານຊາຍແດນແຂວງກອນຕຸມ ກວດພະຍາດ, ແຈກຢຸກຢາໃຫ້ປະຊາຊົນຕາແສງຊາລອງ, ເມືອງງອັກໂຮ່ຍ, ແຂວງກອນຕຸມ. ພາບ: ວັນລ໊ີ |
ໃນຊຸມວັນທ້າຍປີ 2024, ເມື່ອອາກາດເຢັນໜາວ, ແຕ່ຮຸ່ງເຊົ້າ, ປະຊາຊົນຫຼາຍຮ້ອຍຄົນສັງກັດບັນດາບ້ານ, ໝູ່ບ້ານຂອງຕາແສງຊາລອງ, ເມືອງງອັກໂຮ່ຍ ໄດ້ມາເຕົ້າໂຮມກັນຢູ່ສູນສາທາລະນະສຸກຕາແສງດ້ວຍຄວາມຫວັງໄດ້ກວດພະຍາດ ແລະຮັບຢາໂດຍບໍ່ເສຍຄ່າຈາກບັນດາພະນັກງານການແພດທະຫານຊາຍແດນແຂວງກອນຕຸມ. ເຖິງວ່າໄດ້ເດີນທາງໄກ, ລຳບາກ, ແຕ່ໃຜໆກໍ່ມີຄວາມກະຕືລືລົ້ນ, ດີໃຈເມື່ອຖັນແຖວແພດທະຫານໄດ້ກວດສຸຂະພາບໃຫ້, ໄດ້ຮັບຄໍາປຶກສາໃນການປິ່ນປົວພະຍາດ. ໃນການກວດສຸຂະພາບຄັ້ງນີ້, ແພດທະຫານຊາຍແດນແຂວງກອນຕຸມໄດ້ກະກຽມຢາທີ່ມີຄຸນນະພາບສູງປະເພດຕ່າງໆຕື່ມອີກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນທ້ອງຖິ່ນ. ຄຽງຂ້າງກັນນ້ັນ, ບັນດາແພດໝໍຍັງແນະນໍາໃຫ້ພໍ່ແມ່ປະຊາຊົນນໍາໃຊ້ຢາໃຫ້ຖືກວິທີ, ມີປະສິດທິຜົນ, ໃຫ້ຄໍາປຶກສາ, ມີມາດຕະການປ້ອງກັນພະຍາດ, ຊ່ວຍຍົກສູງຄວາມຮັບຮູ້ກ່ຽວກັບການເບິ່ງແຍງ, ຮັກສາສຸຂະພາບສ່ວນຕົວ ແລະຄອບຄົວ.
ທ່ານພັນເອກ ຫງວຽນວັນຢຸງ, ທ່ານໝໍຂະແໜງສະເພາະຂັ້ນ 1 ຫົວໜ້າຄະນະເສນາຮັກທະຫານຊາຍແດນແຂວງກອນຕຸມ ໃຫ້ຮູ້ວ່າ: “ຜ່ານການກວດພະຍາດ, ແຈກຢຸຸກຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນຕາແສງຊາລອງ, ພວກຂ້າພະເຈົ້າເຫັນວ່າພະຍາດທີ່ພໍ່ແມ່ປະຊາຊົນເປັນຢູ່ໃນປັດຈຸບັນແມ່ນຄວາມດັນເລືອດສູງ, ໂລກຂໍ້ອັກເສບ, ເຈັບກະເພາະ, ຜິວໜັງ ແລະບາງພະຍາດແມ່ນກ່ຽວກັບລະບົບຫາຍໃຈ. ພວກຂ້າພະເຈົ້າໄດ້ກວດພະຍາດ, ຂຽນໃບສັ່ງຢາໂດຍບໍ່ເສຍຄ່າ ແລະຈັດຕັ້ງການໃຫ້ຄໍາປຶກສາແກ່ພໍ່ແມ່ປະຊາຊົນໃຫ້ມີຄວາມເຂົ້າໃຈ ແລະຮູ້ວິທີປິ່ນປົວກ່ຽວກັບບາງພະຍາດທີ່ເຄີຍເປັນຢູ່ທ້ອງຖິ່ນ”.
ເຖິງວ່າຖັນແຖວພະນັກງານມີໜ້ອຍກໍ່ຕາມ, ແຕ່ດ້ວຍຈິດໃຈ, ຄວາມສຸດອົກສຸດໃຈ, ຄວາມຮັບຜິດຊອບ ແລະການອຸທິດຕົນ, ເຮັດຈົນສຸດຄວາມສາມາດເພື່ອໜ້າທີ່ເບິ່ງແຍງດູແລ, ຮັກສາສຸຂະພາບໃຫ້ປະຊາຊົນຢູ່ເຂດຊາຍແດນ, ພະນັກງານການແພດທະຫານຊາຍແດນແຂວງກອນຕຸມ ຍາມໃດກໍ່ຍົກສູງຈັນຍາບານ, ການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ຍົກສູງລະດັບວິຊາການ, ວິຊາສະເພາະຢ່າງບໍ່ຢຸດຢັ້ງ. ເສີມຂະຫຍາຍບົດບາດຫຼັກແຫຼ່ງໃນວຽກງານເບິ່ງແຍງດູແລ, ຮັກສາສຸຂະພາບຂອງວົງຄະນະຍາດ, ເສນາຮັກທະຫານຊາຍແດນແຂວງຍັງໄດ້ຕັ້ງໜ້າປະສານສົມທົບກັບສຸກສາລາທະຫານ ແລະປະຊາຊົນ ໃນບໍລິເວນຊາຍແດນ, ພ້ອມດ້ວຍສູນການແພດທ້ອງຖິ່ນ ແລະບັນດາອົງການຈັດຕັ້ງອາສາສະໝັກສັງຄົມຈັດຕັ້ງການກວດພະຍາດ, ໃຫ້ຄໍາປຶກສາ, ແຈກຢຸກຢາໂດຍບໍ່ເສຍຄ່າ ແລະມອບຂອງຂວັນໃຫ້ປະຊາຊົນນັບພັນຄົນ. ນອກຈາກນັ້ນ, ເສນາຮັກທະຫານຊາຍແດນແຂວງກອນຕຸມ ຍັງເປີດກວ້າງຂອບເຂດການເບິ່ງແຍງດູແລສາທາລະນະສຸກໄປເຖິງປະຊາຊົນບັນດາແຂວງຊາຍແດນອັດຕະປື, ເຊກອງ (ລາວ) ແລະ Rattanakiri (ກໍາປູເຈຍ). ຫຼາຍລາຍການກວດພະຍາດ, ແຈກຢຸກຢາໂດຍບໍ່ເສຍຄ່າລວມຍອດມູນຄ່າຫຼາຍຕື້ງດົ່ງໄດ້ຜັນຂະຫຍາຍ, ສະແດງໃຫ້ເຫັນອາລົມຈິດສາກົນອັນດີງາມ, ປະກອບສ່ວນປັບປຸງສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງຫວຽດນາມ ແລະປະເທດບ້ານໃກ້ເຮືອນຄຽງ, ພ້ອມກັນສ້າງຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາແບບຍືນຍົງ.
ທ່ານ ອາແຊມ, ບ້ານ ຢັງໂລ໊ 2, ຕາແສງຊາລອງ ແບ່ງປັນວ່າ: “ແຕ່ຫຼາຍປີນີ້, ປີໃດຂ້າພະເຈົ້າກໍ່ໄດ້ມາກວດພະຍາດ, ໄດ້ຮັບຢາໂດຍບໍ່ເສຍຄ່າ ຈາກເສນາຮັກທະຫານຊາຍແດນ. ມີບາງເທື່ອເສນາຮັກທະຫານຊາຍແດນໄດ້ມາຮອດເຮືອນ, ມາກວດພະຍາດໃຫ້ປະຊາຊົນຢູ່ຕາແສງ. ຂ້າພະເຈົ້າເປັນໂລກຂໍ້ອັກເສບ, ຕິດເຊື້ອທາງລະບົບຫາຍໃຈ ແລະມໍ່ໆມານີ້ກໍເປັນຄວາມດັນເລືອດສູງຕື່ມອີກ, ຕ້ອງໄດ້ກິນຢາເປັນປະຈໍາ”.
ຕາມທ່ານພັນຕີ ຫງວຽນແກງຮ່ຽນ, ນັກການເມືອງຄ້າຍທະຫານຊາຍແດນຊາລອງ ແລ້ວ, ປົກກະຕິ, ນອກຈາກເສນາຮັກທະຫານຊາຍແດນແຂວງມາກວດພະຍາດ, ແຈກຢຸກຢາໂດຍບໍ່ເສຍຄ່າ, ໃຫ້ຄໍາປຶກສາສຸຂະພາບແລ້ວ, ກົມກອງກໍ່ຈັດສົ່ງພະນັກງານການແພດລົງໄປກວດພະຍາດ, ແນະນໍາໃຫ້ປະຊາຊົນປ້ອງກັນພະຍາດທໍາມະດາຮອດເຮືອນປະຊາຊົນແຕ່ລະຫຼັງ; ພ້ອມທັງສ້າງບັນຊີລາຍຊື່ຂອງຄອບຄົວທີ່ມີຄົນເຈັບຢ່າງເປັນປະຈໍາ ເພື່ອມີແຜນການກວດ, ເບິ່ງແຍງດູແລສຸຂະພາບເອງ. ຈາກວຽກເຮັດທີ່ມີຄວາມໝາຍນັ້ນ, ປະຊາຊົນນັບມື້ນັບມີຄວາມເຊື່ອໝັ້ນຕໍ່ທະຫານຊາຍແດນ ແລະຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ມີຄວາມອຸ່ນອ່ຽນໃຈອອກແຮງງານທຳການຜະລິດ, ສ້າງຄອບຄົວໃຫ້ມີຢູ່ມີກິນ, ມີຄວາມອີ່ມໜຳສຳລານ, ມີຄວາມຜາສຸກ.
ປະຈຸບັນ, ຢູ່ເຂດຊາຍແດນແຂວງກອນຕຸມ, ປະຊາຊົນສ່ວນຫຼາຍໄດ້ດໍາລົງຊີວິດຢັ່ງຢາຍຢູ່ເຂດຫ່າງໄກສອກຫຼີກ, ໄກກັບສູນສາທາລະນະສຸກ ແລະໂຮງໝໍ. ເງື່ອນໄຂດິນຟ້າອາກາດທີ່ຮ້າຍແຮງ, ພູມີປະເທດທຸລະກັນດານ, ທາງໄປມາຫຍຸ້ງຍາກເຮັດໃຫ້ການເຂົ້າເຖິງການບໍລິການການແພດກາຍເປັນສິ່ງທ້າທາຍໃຫຍ່. ຍ້ອນເຫດນັ້ນ, ໃນເວລາເຈັບປ່ວຍ, ໂລກໄພໄຂ້ເຈັບ ຫຼືເກີດອຸບັດຕິເຫດ, ເສນາຮັກທະຫານຊາຍແດນຍາມໃດກໍ່ແມ່ນຜູ້ທຳອິດທີ່ມີໜ້າ, ແກ້ໄຂຢ່າງທັນການ, ເຮັດປະຖົມພະຍາບານ ແລະປິ່ນປົວຂັ້ນຕົ້ນໃຫ້ພໍ່ແມ່ປະຊາຊົນ. ຄຽງຂ້າງກັນນ້ັນ, ໃນ 2 ປີມານີ້, ບັນດາພະນັກງານເສນາຮັກທະຫານຊາຍແດນແຂວງກອນຕຸມ ໄດ້ປິ່ນປົວພະຍາດໃຫ້ທະຫານ 11.651 ເທື່ອຄົນ, ກວດສຸຂະພາບເປັນປະຈໍາປີໃຫ້ທະຫານ 3.900 ເທື່ອຄົນ, ກວດສຸຂະພາບເຂົ້າເປັນທະຫານ 900 ເທື່ອຄົນ; ກວດພະຍາດ, ແຈກຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນເກືອບ 1.000 ເທື່ອຄົນ; ກວດພະຍາດ ແລະແຈກຢຸກຢາໃຫ້ປະຊາຊົນລາວ, ປະຊາຊົນກໍາປູເຈຍຢູ່ເສັ້ນຊາຍແດນ 3 ຄັ້ງມີກວ່າ 750 ເທື່ອຄົນ.
ດ້ວຍທິດນໍາທີ່ວ່າ “ແພດໝໍຄືແມ່ຜູ້ໃຈດີ” ແລະຄວາມສຸດໃຈ, ຄວາມຮັບຜິດຊອບຂອງແພດໝໍທະຫານຊາຍແດນ, ຖັນແຖວພະນັກງານເສນາຮັກທະຫານຊາຍແດນແຂວງກອນຕຸມ ຍາມໃດກໍ່ມານະພະຍາຍາມຜ່ານຜ່າຄວາມທຸກຍາກ, ແຕ່ຂາດເຂີນທາງດ້ານຊັບພະຍາກອນມະນຸດ ຕະຫຼອດຮອດການຈໍາກັດດ້ານວັດຖຸອຸປະກອນການແພດ. ເຖິງວ່າເງື່ອນໄຂຍັງມີຫຼາຍສິ່ງຫຼາຍຢ່າງລຳບາກຍາກເຂັນກໍຕາມ, ແຕ່ດ້ວຍເຈດຈຳນົງທີ່ກ້າແກ່ນ, ຄວາມສຸດອົກສຸດໃຈ ແລະເຫັນໃຈກັນຢ່າງເລິກເຊິງກັບປະຊາຊົນທີ່ຢູ່ເຂດຊາຍແດນ, ເຂົາເຈົ້າໄດ້ຕັດສິນໃຈປະຕິບັດໜ້າທີ່ ເບິ່ງແຍງດູແລ, ຮັກສາສຸຂະພາບໃຫ້ພໍ່ແມ່ປະຊາຊົນໃຫ້ສໍາເລັດ. ການອຸທິດຕົນທີ່ມີຄວາມໝາຍນັ້ນບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນມີເງື່ອນໄຂເຂົ້າເຖິງການບໍລິການການແພດດີກວ່າເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງເຂດຊາຍແດນໃຫ້ນັບມື້ນັບມີຄວາມໝັ້ນຄົງເຂັ້ມແຂງ, ມີສະຖຽນລະພາບ, ນັບມື້ນັບພັດທະນາແບບຍືນຍົງ.
![]() | ຫຼໍ່ລ້ຽງວັດທະນະທຳທະຫານລຸງໂຮ່ ທະຫານລຸງໂຮ່ “ສີ່ກ້າ” ປ່ຽນແປງໃໝ່, ປະດິດສ້າງ, ກ້າຄິດ, ກ້າເວົ້າ, ກ້າເຮັດ, ກ້າຮັບຜິດຊອບເພືຶ່ອຜົນປະໂຫຍດລວມນັ້ນແມ່ນໜຶ່ງໃນບັນດາລັກສະນະພິເສດພື້ນຖານຂອງຄຸນທາດທະຫານລຸງໂຮ່ ເຊິ່ງໄດ້ລະບຸໃນມະຕິສະບັບເລກທີ 847-NQ/QUTW ລົງວັນທີ 28 ທັນວາ 2021 ຂອງຄະນະພັກການທະຫານສູນກາງ (ຕໍ່ໄປນີ້ເອ້ີນວ່າມະຕິ 847). |
![]() | ຮູບພາບ “ທະຫານລຸງໂຮ່” ໃນເຂດໃຈກາງທີ່ປະສົບໄພນໍ້າຖ້ວມຢູ່ແຂວງ ລາຍເຈົາ ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກ ພັກ, ລັດ, ການຮ່ວມແຮງຮ່ວມໃຈ, ການປະກອບສ່ວນຂອງບັນດາກະຊວງ, ຂະແໜງການຕ່າງໆຈາກສູນກາງລົງຮອດທ້ອງຖິ່ນ, ພິເສດແມ່ນການຊ່ວຍເຫຼືອຂອງພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 2 ຢ່າງສຸດຈິດສຸດໃຈ, ການດໍາລົງຊີວິດຂອງປະຊາຊົນຢູ່ເຂດປະສົບໄພນໍ້າຖ້ວມແຂວງ ລາຍເຈົາ ກໍາລັງຄ່ອຍໆກັບຄືນເປັນປົກກະຕິ. |