![]() | ທຶນການສຶກສາ GNI ຕິດປີກຄວາມໃຝ່ຝັນໃຫ້ແກ່ນັກຮຽນທຸກຍາກ 48 ຄົນຢູ່ ຝູເຖາະ |
![]() | GNI ມອບຂອງຂວັນກວ່າ 2.100 ພູດໃຫ້ແກ່ເດັກນ້ອຍຢູ່ແຂວງ ແທງຮວາ |
ນີ້ແມ່ນງານປະກວດແບ້ຄັ້ງທີ 3 ໄດ້ຈັດຕັ້ງ, ໂດຍໄດ້ເຕົ້າໂຮມ 14 ທິມ ເຂົ້າຮ່ວມແມ່ນເຈົ້າຂອງຟາມ, ຄົວເຮືອນລ້ຽງແບ້ທີ່ມາຈາກ 11 ຕາແສງຂອງເມືອງ.
![]() |
ບັນຍາກາດທີ່ການງານປະກວດ. |
ບັນດາທີມຕ້ອງຜ່ານການແຂ່ງຂັນ 4 ພາກ ຄື: ແບ້ງາມ, ແບ້ແຂງແຮງ, ລ້ຽງແບ້ທີ່ມີຊຳນານ ແລະ ເລື່ອງການລ້ຽງແບ້ (ຮູບແບບການປະກວດ ໄລນ໌).
![]() |
ບັນດາໂຕແບ້ໄດ້ຮັບລາງວັນ. |
ໃນການສິ້ນສຸດຂອງການປະກວດ, ຄະນະຈັດຕັ້ງໄດ້ມອບ 4 ລາງວັນທີໜຶ່ງ, 6 ລາງວັນທີສອງ, 9 ລາງວັນທີສາມ ແລະ 22 ລາງວັນຊົມເຊີຍ.
“ສຳລັບເມືອງ ເຊີນເຢືອງ, ແບ້ແມ່ນສັດມີສັນຍະລັກພິເສດຂອງເມືອງ ແລະ ມີຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດຢ່າງແຂງແຮງ ຍ້ອນຄວາມຕ້ອງການຂອງຕະຫຼາດໃຫຍ່ຫຼາຍ. ຜ່ານການປະກວດຄັ້ງນີ້, ຂ້າພະເຈົ້າຫວັງວ່າ GNI ແລະ ຄະນະກຳມະການປະຊາຊົນເມືອງ ເຊີນເຢືອງ ສາມາດສືບຕໍ່ຈັດຕັ້ງປີລະ 1 ເທື່ອ ເພື່ອໃຫ້ອາຊີບການລ້ຽງແບ້ກາຍເປັນຂະແໜງການກຳລັງຫຼວງສຳລັບເມືອງ ເຊີນເຢືອງ”, ທ່ານ ຫວູດິງຕ໋າມ, ຮອງຜູ້ອຳນວຍການຕະຫຼາດບໍລິການກະສິກຳເມືອງ ເຊີນເຢືອງ ແບ່ງປັນ.
![]() |
ງານປະກວດ “ແບ້ແຂງແຮງ-ແບ້ງາມ-ລ້ຽງແບ້ທີ່ມີຊຳນານ” ໃນປີ 2025 ບໍ່ພຽງແຕ່ສ້າງສະໜາມຫຼິ້ນທີ່ປອດໃສໃຫ້ປະຊາຊົນທ້ອງຖິ່ນເທົ່ານັ້ນ, ຫາກຍັງສືບຕໍ່ເຜີຍແຜ່ຍີ່ຫໍ້ແບ້ ເຊີນເຢືອງ ສູ່ຊຸມຊົນອີກດ້ວຍ. |
“ນີ້ແມ່ນຄັ້ງທີ 3 ທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມການປະກວດນີ້, ປີນີ້ບັນຍາກາດຂອງການປະກວດແມ່ນຄຶກຄື້ນກວ່າ. ຜ່ານການປະກວດຄືແນວນີ້, ຂ້າພະເຈົ້າເຫັນວ່າ ການເຄື່ອນໄຫວລ້ຽງແບ້ຂອງທ້ອງຖິ່ນໄດ້ຮັບການເຊີດຊູກວ່າ, ສ້າງກຳລັງຜັກດັນໃຫ້ພໍ່ແມ່ປະຊາຊົນທີ່ລ້ຽງແບ້ໃຫ້ງາມກວ່າເກົ່າ, ປະກອບສ່ວນສ້າງແນວພັນສັດລ້ຽງທີ່ດີໃຫ້ການປະກວດໃນຄັ້ງຕໍ່ໄປ,” ທ່ານ ຈິ້ງດຶກຮຸ່ງ, ສະມາຊິກທິມ ຕາມດາ ແບ່ງປັນ.
ງານປະກວດ “ແບ້ແຂງແຮງ-ແບ້ງາມ-ລ້ຽງແບ້ທີ່ມີຊຳນານ” ໃນປີ 2025 ບໍ່ພຽງແຕ່ສ້າງສະໜາມຫຼິ້ນທີ່ປອດໃສໃຫ້ປະຊາຊົນທ້ອງຖິ່ນເທົ່ານັ້ນ, ຫາກຍັງສືບຕໍ່ເຜີຍແຜ່ຍີ່ຫໍ້ແບ້ ເຊີນເຢືອງ ສູ່ຊຸມຊົນອີກດ້ວຍ. GNI ຫວັງວ່າການປະກວດຈະນັບມື້ນັບພັດທະນາຂຕື່ມອີກ, ປະກອບສ່ວນຊຸກຍູ້ພື້ນຖານເສດຖະກິດ ແລະ ວັດທະນະທຳຢູ່ທ້ອງຖິ່ນ.
![]() | GNI ໜູນຊ່ວຍກວ່າ 1,9 ລ້ານ USD ເພື່ອຍົກສູງຄຸນນະພາບຊີວິດຂອງເດັກນ້ອຍ ແລະ ປະຊາຊົນເມືອງ ກູຈີ ຍສໝ - ວັນທີ 21 ພະຈິກ, ຄະນະກໍາມະການປະຊາຊົນເມືອງ ກູຈີ, ນະຄອນໂຮ່ຈີມິນ ສົມທົບກັບອົງການ Good Neighbors International (GNI) - ສ.ເກົາຫຼີ ໄດ້ຈັດຕັ້ງພິທີເປີດຕົວໂຄງການ “ໜູນຊ່ວຍພັດທະນາຊຸມຊົນຢູ່ເມືອງ ກູຈີ”. ຈຸດປະສົງຂອງໂຄງການແມ່ນເພື່ອປະກອບສ່ວນປັບປຸງຄຸນນະພາບຊີວິດຂອງເດັກນ້ອຍ ແລະ ປະຊາຊົນທ້ອງຖິ່ນ. |
![]() | ຄະນະປະຕິບັດງານແຂວງ ຕວຽນກວາງ ເຮັດວຽກກັບສະຖານທູດຫວຽດນາມ ປະຈຳລາວ ຍສໝ - ໃນຊຸມປີຜ່ານມາ, ແຂວງ ຕວຽນກວາງ ໄດ້ປັບປຸງ ແລະຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບບັນດາທ້ອງຖິ່ນຂອງລາວ ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ. |
ແທັງຮັ່ງ