ຊຸກຍູ້ການ​ຕ່າງປະ​ເທດ, ຍົກ​ສູງ​ທີ່​ຕັ້ງ​ຂອງ​ທ້ອງ​ຖິ່ນ

21:31 | 05/03/2025

ຍສໝ - ພາຍຫຼັງ​ຜົນສຳເລັດຂອງ​ເວທີ​ປາ​ໄສບັນດານະຄອນມິດຕະພາບ ແລະ ການ​ຮ່ວມ​ມື - ດາ​ນັງ 2025, ​ແຜນທີ່​ການ​ຮ່ວມ​ມື​ສາກົນ​ນະຄອນ ດາ​ນັງ ໄດ້​ຮັບ​ການເປີດກ້ວາງ​ໄປ​ຍັງ 50 ທ້ອງ​ຖິ່ນ​ຂອງ 24 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ​ເພື່ອ​ຫັນ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ສາກົນເປັນລະອຽດ, ດາ​ນັງ ພວມເປັນເຈົ້າການໃນການ​ຍົກ​ລະດັບ, ຍົກສູງການ​ພົວພັນ​ຕ່າງປະ​ເທດ, ​ເປີດ​ກ້ວາງໃຫ້ການ​ການ​ພັດທະນາ​ຂອງ​ນະຄອນ.

ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ
ກອງບັນຊາການທະຫານຊາຍແດນ​ ລ້າງເຊີນ: ເປັນເຈົ້າການ, ​​ມີໄຫວພິບໃນວຽກ​ງານ​ການ​ຕ່າງປະ​ເທດ

ຕິດຕາມແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ໃນໄລຍະມໍ່ໆມານີ້, ວຽກງານການຕ່າງປະເທດຂອງ ດານັງ ດ້ວຍຈຸດສຸມແມ່ນການທູດທາງດ້ານເສດຖະກິດ ໄດ້ດຳເນີນຢ່າງຟົດຟື້ນ​, ແຜ່ລາມໄປທົ່ວທຸກຊ່ອງທາງ ແລະ ຫຼາຍຂົງເຂດ, ສະແດງໃຫ້ເຫັນບົດບາດຢ່າງຕັ້ງໜ້າໃນຫຼາຍເວທີປາໄສ ແລະ ກົນໄກຮ່ວມມືສອງຝ່າຍ, ຫຼາຍຝ່າຍທີ່ສຳຄັນ.

ຊຸກຍູ້ການ​ຕ່າງປະ​ເທດ, ຍົກ​ສູງ​ທີ່​ຕັ້ງ​ຂອງ​ທ້ອງ​ຖິ່ນ

ຜູ້​ແທນ​ຕ່າງ​ປະ​ເທດ​ຢ້ຽມ​ຢາມ​ພິ​ພິ​ທະ​ພັນ​ດານ​ັງ.

ພາຍຫຼັງບັນດາການຈັບມື​ທີ່​ມີ​ມູນ​ຄ່າ​ຫຼາຍ​ລ້ານ USD

ປີ 2024, ດານັງໄດ້ດຶງດູດທຶນ FDI ກວ່າ 213 ລ້ານ USD, ໃນນັ້ນມີໂຄງການໂຮງງານຜະລິດ ICT VINA III ໂດຍບໍລິສັດ Dentium ຈຳກັດ (ສ.ເກົາຫຼີ) ເປັນເຈົ້າລົງທຶນ, ດ້ວຍຍອດຈຳນວນທຶນຈົດທະບຽນ 177 ລ້ານ USD. ​ເພື່ອ​ມີ​ການ​ຈັບ​ມື​ທີ່​ມີ​ມູນ​ຄ່າ​ຫຼາຍ​ລ້ານ USD, ນະຄອນ​ໄດ້ເປັນເຈົ້າການໃນການ“​ເຄາະ​ປະຕູ” ​ແລະ “ເປີດ​ປະຕູ” ​ເພື່ອ​ຕ້ອນຮັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ​ໃນ​ທົ່ວ​ໂລກ. ໄລແຕ່ປິນີ້, ນະຄອນ​ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ການ​ນຳ 12 ແຫ່ງ​ຢ່າງ​ສຳ​ເລັດ​ຜົນ​ເພື່ອ​ຊຸກຍູ້​ການ​ລົງທຶນ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ຢູ່ບັນດາ​ປະ​ເທດ​, ​ເຂດ​ແຄວ້ນ​ທີ່​ເປັນ​ຄູ່​ຮ່ວມ​ມື, ທ້ອງຕະຫຼາດ​ທີ່​ສຳຄັນ ​ແລະ ມີ​ທ່າ​ແຮງ​ຄື: ຈີນ, ອາ​ເມ​ລິ​ກາ, ​ເອີ​ລົບ, ສ.​ເກົາຫຼີ, ຍີ່ປຸ່ນ,...; ພ້ອມ​ກັນ​ນັ້ນ, ​ໄດ້​ລົງ​ນາມ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ນະຄອນ Daegu (ສ.​ເກົາຫຼີ) ​ແລະ ລັດ Thuringia (​ເຢຍລະ​ມັນ). ການນຳນະຄອນຍັງໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະແຂກສາກົນປະມານ 100 ແຫ່ງທີ່ພົ້ນເດັ່ນ​ເຊັ່ນ ກຸ່ມບໍລິສັດ Qualcomm, ກຸ່ມບໍລິສັດ NVIDIA, ກຸ່ມບໍລິສັດ ADANI,... ມາເພື່ອຮຽນຮູ້ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນໃນຂົງເຂດປະດິດສ້າງ, ເຕັກໂນໂລຢີສູງ, ເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ, ພັດທະນາເຂດການຄ້າເສລີ ແລະ ສູນການເງິນພາກພື້ນ.

ທີ່ວາລະບັນຫາສະເພາະ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ເວທີ​ປາ​ໄສ​ບັນດານະຄອນມິດຕະພາບ ​ແລະ ການ​ຮ່ວມ​ມື - ດານັງ 2025, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດານັງ ໂຮ່ກີມີງ ໃຫ້​ຮູ້​ວ່າ ໃນ​ການ​ດຶງ​ດູດ​ການ​ລົງທຶນ ​ແລະ ການ​ຮ່ວມ​ມື, ດານັງ ​ໄດ້​ກຳນົດ​ສຸມໃສ່ບັນດາ​ຂົງ​ເຂດ​ເສດຖະກິດ​ສຳຄັນ​ຄື: ການທ່ອງທ່ຽວ; ການບໍລິການ logistics ທີ່ຕິດພັນກັບທ່າເຮືອ ແລະ ສະໜາມບິນສາກົນ; ເຕັກໂນໂລຢີຂໍ້ມູນ; ອຸດສາຫະກໍາເຕັກໂນໂລຢີສູງ; ເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ; ການ​ເງິນ - ທະ​ນາ​ຄານ​. “ພວກຂາ້ພະເຈົ້າ​ໄດ້​ກໍ່ສ້າງ​ບັນດາ​ນະ​ໂຍບາຍ​ສົມທົບ​ກັນ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ໃນ​ຂະ​ບວນການຊອກຫາ ແລະ ຕັດສິນ​ໃຈ​ລົງທຶນ​ເຂົ້າ​ບັນດາ​ຂົງ​ເຂດ​ທີ່​ ດານັງ ​ໃຫ້​ບຸລິມະສິດ.

ບັນດານະ​ໂຍບາຍ​ນີ້​ ບໍ່​ພຽງ​ແຕ່​ສ້າງ​ຄວາມ​ສະດວກ​ເທົ່າ​ນັ້ນ, ຫາກ​ຍັງ​ນຳ​ມາ​ເຊິ່ງທ່າ​ໄດ້​ປຽບ​ຢ່າງແທດຈິງໃຫ້​ແກ່​ນັກ​ລົງທຶນ​ອີກ​ດ້ວຍ”, ທ່ານ ມິງ ໃຫ້ຮູ້. ​ເພື່ອຜັນຂະຫຍາຍ​ບັນດາ​ເປົ້າ​ໝາຍ​ດັ່ງກ່າວ, ນະຄອນ​ຍັງ​ໄດ້​ປະຕິບັດບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ເປັນ​ລະບົບ ​ແລະ ສົມທົບ​ກັນ, ເພື່ອ​ປະຕິ​ຮູບ​ການ​ບໍລິຫານ​ຢ່າງເຂັ້ມແຂງ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ. ໝາກຜົນ​ດັ່ງກ່າວ​ໄດ້​ຮັບ​ການຫັນເປັນລະອຽດ ດ້ວຍບັນດາອັນດັບສູງ​ໃນ​ການຈັດ​ອັນ​ດັບ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ດັດ​ຊະ​ນີ​ການ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງ​ແຂວງ, ດັດ​ຊະ​ນີ​ນະ​ວັດ​ຕະ​ກໍາ​ຊັ້ນທ້ອງ​ຖິ່ນ.

ກຳລັງຜັກດັນຈາກການທູດປະຊາຊົນ

ຕາມ​ທ່ານ​ ໂຮ່​ກີ່​ມິນ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ແລ້ວ, ໜຶ່ງ​ໃນ​ບັນ​ດາສິ່ງກີດຂວາງ​ທີ່ ດານັງ ປະເສີດໜ້າ​ໃນ​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແມ່ນ​ວັດ​ທະ​ນະ​ທຳ ແລະ ພາ​ສາ. ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ການ​ສື່​ສານ​ບໍ່​ພຽງ​ແຕ່​ແມ່ນ​ການ​ແລກ​ປ່ຽນ​ຂໍ້​ມູນ​ທາງ​ພາ​ສາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ເຂົ້າ​ໃຈ ແລະ ເຄົາ​ລົບ​ນັບ​ຖືເຊີງກັນ ແລະ ກັນດ້ານວັດ​ທະ​ນະ​ທຳ ແລະ ຮີດ​ຄອງ​ປະ​ເພ​ນີ. ຄຽງ​ຄູ່​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ການ​ທູດ​ແຫ່ງ​ລັດ, ນະຄອນ ​ໄດ້​ຊຸກຍູ້​ວຽກງານ​ທາງ​ການ​ທູດ​ປະຊາຊົນ, ຖື​ນີ້​ແມ່ນ “ກຳ​ລັງແຮງ​ທາງດ້ານຈິດໃຈ”, ​ເພື່ອ​​ເພີ່ມ​ທະວີ​ຄວາມ​ຈິງ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ໝັ້ນຄົງ, ຄວາມ​ເຄົາລົບ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ນະຄອນ ດານັງ ກັບ​ເພື່ອນ​ມິດສາ​ກົນ. ຕາມ​ນັ້ນ​ແລ້ວ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຈຸດ​ສະຫວ່າງ​ໃນ​ຮູບ​ການ​ການ​ທູດ​ປະຊາຊົນ ​ແມ່ນ​ການ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ຂອງວຽກ​ງານ​ການ​ຕ່າງປະ​ເທດ​ຊັ້ນເມື່ອງບົນບໍລິເວນນະຄອນ, ສ້າງ​ການ​ພົວພັນ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ສ.​ເກົາຫຼີ, ​ເຊັ່ນ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ເມືອງ ຮ່ວາ​ວາງ ກັບ​ເມືອງ Yeongyang ​ແລະ ​ເມືອງ Bonghwa; ​ເມືອງ​ ເຊີນຈາ ກັບ​ເມືອງ​ Gurye ແລະ ​ເມືອງ ຫາຍເຈົ່າ ກັບ​ນະຄອນ Uiwang.

“ປະຈຸ​ບັນ, ການ​ທູດ​ປະຊາຊົນ ຍັງ​ມຸ່ງ​ໄປ​ເຖິງ​ການ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ ​ແລະ ທ້ອງ​ຖິ່ນ. ສະ​ນັ້ນ, ວຽກງານການ​ທູດປະຊາຊົນ​ຂອງນະຄອນ ດານັງ ບໍ່​ສາມາດ​ຢືນ​ຢູ່​ຂ້າງ​ນອກ, ​ແຕ່​ຈະ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ອີກ​ໃຫ້​ແກ່ວຽກງານການ​ທູດລວມ ​ແລະ ການພັດທະນາ​ຂອງ​ນະຄອນ”, ທ່ານ ຫງວຽນຫງອັກບິ່ງ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ແບ່ງປັນ.

ທີ່​ເວທີ​ປາ​ໄສບັນດານະຄອນມິດຕະພາບ ​ແລະ ການ​ຮ່ວມ​ມື - ດານັງ 2025, ທ່ານ​ເລຂາ​ພັກ​ນະຄອນ ດານັງ ຫງວຽນວັນກ໋ວາງ ເນັ້ນ​ໜັກ​ວ່າ ອີງຕາມພື້ນຖານ​ຄວາມ​ຮູ້ສຶກ​ຈິງ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ໝັ້ນຄົງ, ​ເຄົາລົບ​ນັບຖື​ຄວາມ​ສະ​ເໝີ​ພາບ ​ແລະ ​ເປົ້າ​ໝາຍ​ການ​ຮ່ວມ​ມື​ ເພື່ອມຸ່ງໄປເຖິງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ນະຄອນ ໄດ້​ກຳນົດ​ການ​ພົວພັນ​ດ້ານ​ການ​ທູດ​ເສດຖະກິດ​ແມ່ນ​ປາຍແຫຼມ, ຊຸກຍູ້​ການ​ທູດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ​ເປັນຈຸດສຸມ, ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມືສາກົນ, ສຸມໃສ່ເຂົ້າໃນບັນດາຂົງເຂດບູລິມະສິດເຊັ່ນ: ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ນະວັດຕະກໍາ, ເສດຖະກິດຄວາມຮູ້ ແລະ ຂົງເຂດການພັດທະນາແບບຍືນຍົງ.

​ຜົນງານຫຼາຍຢ່າງໃນວຽກງານ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ

​ຜົນງານຫຼາຍຢ່າງໃນວຽກງານ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ

ຍສໝ -ປີ 2024, ດ້ວຍ 2 ບາດກ້າວບຸກທະລຸໃຫຍ່ ແລະ 7 ໜ້າທີ່ຈຸດສຸມ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະຕິບັດລື່ນກາຍຄາດໝາຍທີ່ໄດ້ວາງອອກ. ໂດຍຕອບສຳພາດຕໍ່ວາລະສານຍຸກສະໄໝ, ທ່ານ ຫງວຽນ​ແມ້ງ​ດົງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ ໄດ້ແບ່ງປັນກ່ຽວກັບໝາກຜົນພົ້ນເດັ່ນ ແລະ ການກຳນົດທິດວຽກງານຈຳນວນໜຶ່ງໃນໄລຍະຈະມາເຖິງ.

ຫຼາຍ​ເຫດການ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ໂດຍ​ຫວຽດນາມ ​ໃນ​ປີ 2025

ຫຼາຍ​ເຫດການ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ໂດຍ​ຫວຽດນາມ ​ໃນ​ປີ 2025

ຍສໝ -​ ຕອນ​ເຊົ້າ​ວັນ​ທີ 14 ມັງກອນ, ຢູ່​ຮ່າ​ໂນ້ຍ, ກ່າວຄຳປາໄສທີ່​ກອງ​ປະຊຸມພົບປະສື່ມວນຊົນເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ ປີມະເສັງ 2025, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຍດນາມ ບຸຍແທງເຊີນ ​ໃຫ້​ຮູ້​ວ່າ ປີ​ນີ້ ຫວຽດນາມ ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​​ທາງ​ການ​ທູດສອງຝ່າຍ, ຫຼາຍ​ຝ່າຍທີ່ຟົດຟື້ນ, ພ້ອມ​ກັນ​ນັ້ນ ​ກໍ​ຮັບຜິດຊອບ​ການຈັດ​ຕັ້ງ​ເຫດການ​ການ​ທູດ​ຫຼາຍ​ຝ່າຍ​ທີ່​ສຳຄັນ​ເຊັ່ນ: ​ເວທີ​ປາ​ໄສ​ອະນາ​ຄົດ​ອາ​ຊຽນ ຄັ້ງ​ທີ 2, ກອງ​ປະຊຸມ​ສຸດ​ຍອດ​ຄູ່​ຮ່ວມ​ມື​ເພື່ອ​ການ​ເຕີບ​ໂຕ​ສີຂຽວ​ ​ແລະ ...

ມີງດຶກ

ເຫດການ