ນີ້ແມ່ນການໄປຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Christopher Luxon ນັບແຕ່ທ່ານດຳລົງຕຳແໜ່ງເມື່ອເດືອນພະຈິກ 2023. ນະໂຍບາຍການຕ່າງປະເທດຂອງ ນິວຊີແລນ ພາຍໃຕ້ການນຳຂອງທ່ານໄດ້ຮັບການກຳນົດໂດຍແຜນນະໂຍບາຍ "ສ້າງຕັ້ງຄືນໃໝ່" ບັນດາການພົວພັນສາກົນ, ໃນນັ້ນ ເບິ່ງອາຊີຕາເວັນອອກສ່ຽງໃຕ້ ເປັນບູລິມະສິດສູງຖັດຈາກ ອົດສະຕາລີ ແລະ ປະເທດເກາະເພື່ອນບ້ານ ປາຊີຟິກໃຕ້.
ໜັງສືພິມ Times ຂອງ ນິວຊີແລນ ລົງຂ່າວໃນວັນທີ 21 ກຸມພານີ້, ໂດຍຄັດສະເໜີຄຳປາໄສຂອງທ່ານຍົກລັດຖະມົນຕີ Christopher Luxon ວ່າ “ຫວຽດນາມ ແມ່ນດວງດາວທີ່ພວມຂຶ້ນໃນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ເຕີບໂຕໄວທີ່ສຸດໃນພາກພື້ນ. ປີນີ້, ສອງປະເທດພວກເຮົາ ໄດ້ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ການໄປຢ້ຽມຢາມຂອງຂ້າພະເຈົ້າ ຈະສືບຕໍ່ຊຸກຍູ້ສາຍພົວພັນຂອງພວກເຮົາ, ປັບປຸງການຄ້າທີ່ມີຢູ່ແລ້ວ ແລະ ເປີດກາລະໂອກາດຫຼາຍກ່ວາໃຫ້ແກ່ວິສາຫະກິດ ນິວຊີແລນ, ເພື່ອເພີ່ມລາຍຮັບ ແລະ ສ້າງວຽກເຮັດງານທໍາຢູ່ໃນບ້ານເກີດ".
![]() |
ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນການພົບປະຢູ່ Wellington ໃນເດືອນມີນາ 2024. (ພາບ: TTXVN) |
ໂດຍຕອບສຳພາດກັບສື່ມວນຊົນກ່ອນການໄປຢ້ຽມຢາມ, ທ່ານນາງ Caroline Beresford ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຂໍ້ຕົກລົງສອງຝ່າຍຫຼາຍສະບັບ ຈະໄດ້ຮັບການລົງນາມເນື່ອງໃນການຢ້ຽມຢາມຄັ້ງນີ້.
ທ່ານນາງຢືນຢັນວ່າ ການໄປຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Luxon ພ້ອມກັບຄະນະຜູ້ແທນວິສາຫະກິດຂະໜາດໃຫຍ່ ບໍ່ພຽງແຕ່ມີຄວາມໝາຍ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ 2 ປະເທດ (19 ມີຖຸນາ 1975 – 19 ມີຖຸນາ 2025) ເທົ່ານັ້ນ, ຫາກຍັງເພື່ອປັບປຸງ ແລະ ເປີດກ້ວາງການພົວພັນຄູ່ຮ່ວມມືສຳຄັນຄື ຫວຽດນາມ.
ການໄປຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Christopher Luxon ຄາດວ່າຈະເປີດກາລະໂອກາດດຳເນີນທຸລະກິດໃໝ່, ສຳລັບບັນດາວິສາຫະກິດໃນຄະນະຜູ້ແທນການຄ້າຄາດວ່າ ຈະລົງນາມໃນສັນຍາຮ່ວມມືກັບບັນດາຄູ່ຮ່ວມມືຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດການສຶກສາ, ອາຫານ ແລະ ເຄື່ອງດື່ມ.
ໃນສະພາບການໂລກປະຈຸບັນ, ເລື່ອງບັນດາປະເທດຄື ຫວຽດນາມ ແລະນິວຊີແລນ - ທັງສະໜັບສະໜູນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃຫ້ປະຊາຊົນ - ຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນກ່ວາອີກ ເພື່ອປົກປັກຮັກສາບັນດາຮາກຖານທີ່ສອງຝ່າຍໄດ້ວາງອອກໃນຊຸມປີມໍ່ໆມານີ້. ສະນັ້ນ, ທ່ານນາງ Caroline Beresford ກ່າວວ່າ ການຍົກລະດັບການພົວພັນ ຫວຽດນາມ - ນິວຊີແລນ ແມ່ນບາດກ້າວທີ່ຖືກຕ້ອງ.
ທ່ານນາງ ເອກອັກຄະລັດຖະທູດ Caroline Beresford ແບ່ງປັນວ່າ ທ່ານນາງໄດ້ເຮັດວຽກງານການຕ່າງປະເທດເປັນເວລາ 25 ປີ ແລະ ເຄີຍປະຕິບັດງານຢູ່ 5 ປະເທດ, ໃນນັ້ນມີ ອາເມລິກາ, ແຕ່ຍັງບໍ່ເຄີຍເຫັນວິທີເຂົ້າເຖິງການພັດທະນານະໂຍບາຍໃດທີ່ມີລັກສະນະເປັນວິຊາການສຶກສາ, ເຂັ້ມງວດ ແລະ ມີລະບົບຄືຢູ່ ຫວຽດນາມ. ນີ້ແມ່ນສິ່ງທີ່ປະທັບໃຈທີ່ສຸດ ແລະ ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ທົ່ວພາກພື້ນ ແລະ ໂລກ ສາມາດຖອດຖອນບົດຮຽນໄດ້ຈາກວິທີການທີ່ຫວຽດນາມ ສ້າງນະໂຍບາຍ.
“ນິວຊີແລນ ຍັງມີແຜນການຂະຫຍາຍຕົວທາງດ້ານເສດຖະກິດທີ່ເຕັມໄປດ້ວຍຄວາມໃຝ່ສູງ, ແຕ່ຈາກພື້ນຖານທີ່ນ້ອຍກວ່າ ຫວຽດນາມ. ແລະເມື່ອທ່ານນາຍົກລັດຖະມົນຕີ ນິວຊີແລນໄປຢ້ຽມຢາມ ຫວຽດນາມ ໃນອາທິດໜ້າ, ຂ້າພະເຈົ້າຈະບອກລາວວ່າ ຖ້າລາວກັບມາຢູ່ທີ່ນີ້ໃນ 5 ປີຂ້າງໜ້າ, ລາວອາດຈະບໍ່ຈື່ ຫວຽດນາມ ອີກແລ້ວ. ນີ້ແມ່ນປະເທດທີ່ມີແຮງບັນດານໃຈແທ້ໆ, ດ້ວຍອັດຕາການເຕີບໂຕທີ່ເຮັດໃຫ້ໂລກປະຫລາດໃຈ”, ທ່ານເອກອັກຄະລັດຖະທູດແບ່ງປັນຕື່ມ.
ທ່ານນາງ Caroline Beresford ໄດ້ກ່າວວ່າ ນິວຊີແລນ ປາດຖະໜາຢາກປະກອບສ່ວນເຂົ້າໃນເລື່ອງພັດທະນາຂອງ ຫວຽດນາມ ໃນຖານະເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນເພື່ອນທີ່ຈິງໃຈ. ເຖິງວ່າ ນິວຊີແລນ ໄດ້ມີການປະກອບສ່ວນເລັກນ້ອຍເຂົ້າໃນການພັດທະນາຂອງ ຫວຽດນາມ, ແຕ່ຍັງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຢ່າງແຮງ. ການໄປຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Christopher Luxon ແມ່ນເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈນັ້ນກ່ວາອີກ, ສະແດງຄວາມເຄົາລົບນັບຖືຕໍ່ ຫວຽດນາມ, ສະແດງຄວາມຮູ້ບຸນຄຸນຕໍ່ການນຳພາຂອງ ຫວຽດນາມ ແລະ ຢືນຢັນຄວາມຈິງຈັງຂອງ ນິວຊີແລນ ໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ.
ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ຫງວຽນວັນຈຸ່ງ ໄດ້ຕີລາຄາວ່າ ການໄປຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Christopher Luxon ແມ່ນມີຄວາມໝາຍປະຫວັດສາດ, ປະກອບສ່ວນຫັນຄວາມມຸ່ງຫວັງຂອງປະຊາຊົນສອງປະເທດໃຫ້ປະກົດຜົນເປັນຈິງໃນໄລຍະໃໝ່.
ໃນການໄປຢ້ຽມຢາມ ນິວຊີແລນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນເດືອນ ມີນາ 2024, 2 ຝ່າຍໄດ້ຢືນຢັນຄວາມຕັດສິນໃຈດ້ານການເມືອງ ແລະ ຄວາມຕັ້ງໃຈທີ່ຈະສ້າງບາດກ້າວບຸກທະລຸຕື່ມອີກ ເພື່ອໃຫ້ເປົ້າໝາຍວົງເງິນການຄ້າ 2 ຝ່າຍບັນລຸ 3 ຕື້ USD ໃນປີ 2026.
ຕາມທ່ານເອກອັກຄະລັດຖະທູດ ຫງວຽນວັນຈຸ່ງ ແລ້ວ, ຫວຽດນາມ ແລະ ນິວຊີແລນ ມີບັນດາທ່າແຮງດ້ານເສດຖະກິດທີ່ສາມາດເພີ່ມເຕີມໃຫ້ກັນ, ພິເສດແມ່ນບັນດາຂົງເຂດທີ່ມີຄວາມໝາຍຍຸດທະສາດຕໍ່ອະນາຄົດຂອງ 2 ປະເທດ. ສອງປະເທດຍັງເປັນສະມາຊິກຂອງຫຼາຍສັນຍາການຄ້າເສລີທີ່ສຳຄັນໃນພາກພື້ນ, ສ້າງກາລະໂອກາດ ເພື່ອໝູນໃຊ້ບັນດາທ່າໄດ້ປຽບໃນການແລກປ່ຽນການຄ້າ ແລະ ການຮ່ວມມືດ້ານເສດຖະກິດ ແລະ ການລົງທຶນ.
ການສຶກສາ ແລະ ບຳລຸງສ້າງ ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອທີ່ໄດ້ນຳມາເຊິ່ງໝາກຜົນຕົວຈິງລະຫວ່າງ 2 ປະເທດ. ນັກສຶກສາຫວຽດນາມ ນັບມື້ນັບຫຼາຍຄົນ ໄດ້ເລືອກເອົາ ນິວຊີແລນ ເປັນຈຸດໝາຍປາຍທາງການສຶກສາ ຍ້ອນພື້ນຖານສຶກສາຄຸນນະພາບສູງ ແລະ ບັນດາໂຄງການທຶນການສຶກສາທີ່ໜ້າສົນໃຈ. ນິວຊີແລນ ກໍ່ພວມໜູນຊ່ວຍ ຫວຽດນາມ ບຳລຸງສ້າງນັກຊ່ຽວຊານ, ພະນັກງານຄຸ້ມຄອງລະດັບສູງ, ພະນັກງານຄົ້ນຄ້ວາວິທະຍາສາດລົງເລິກຂະແໜງ ແລະ ຖັນແຖວແຮງງານທີ່ມີສີມືດີ.
ດ້ວຍຄຳໝັ້ນສັນຍາຢ່າງເຂັ້ມແຂງໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, 2 ປະເທດພວມເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃໝ່ຄື: ການພັດທະນາພະລັງງານທົດແທນ, ປົກປັກຮັກສາສິ່ງແວດລ້ອມ, ກະສິກຳເຕັກໂນໂລຢີສູງ ແລະ ຍືນຍົງ. ນິວຊີແລນ ສາມາດໜູນຊ່ວຍ ຫວຽດນາມ ໃນການຍົກສູງເຕັກໂນໂລຢີ ແລະ ມາດຕະການຫລຸດຜ່ອນການປ່ອຍອາຍພິດກາກບອນ. ສອງຝ່າຍພວມເປີດກ້ວາງການຮ່ວມມືໃນຂົງເຂດໃໝ່ຄື: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດພູມປັນຍາ, ເສດຖະກິດໝູນວຽນ ແລະ ການຫັນປ່ຽນພະລັງງານ, ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.
![]() | ຍສໝ - ຕອນຄ່ຳວັນທີ 7 ທັນວາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີການພົບປະກັບເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ກ່ອນທີ່ເດີນທາງໄປປະຕິບັດໜ້າທີ່. |
ມີງດຶກ