ຄົ້ນຫາວັດທະນະທໍາທີ່ເປັນເອກະລັກສະເພາະຂອງຄົນລາວ ໃນງານບຸນຊ້າງ ບວນໂດນ 2025

20:58 | 25/02/2025

ຍສໝ - ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ງານ​ບຸນ​ກາ​ເຟ ບວນມາທວດ ​ຄັ້ງ​ທີ 9 - 2025, ​ງານ​ບຸນຊ້າງ ບວນໂດນ ຈະ​ດຳ​ເນີນ​ໃນ​ວັນ​ທີ 11 – 12 ມີນາ. ໃນ​ງານ​ບຸນ​ຊ້າງ​ປີ​ນີ້, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ສູນ​ທ່ອງ​ທ່ຽວ​ ບວນໂດນ ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແນະນຳບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ລາວ ​ຢູ່​ເຂດ​ຊາຍ​ແດນ ​ບວນໂດນ.

ຄົ້ນຄວ້າສະເໜີຊື້ໄຟຟ້າຈາກ ຈີນ ແລະ ລາວ ຕື່ມອີກ
ທີ່ເພິ່ງ, ຜູ້ສົ່ງແຮງບັນດານໃຈໃຫ້ແກ່ນັກຮຽນ, ນັກສຶກສາ ລາວ

ຕາມ​ນັ້ນ​ແລ້ວ, ນັກ​ທ່ອງ​ທ່ຽວມາງານບຸນ ​ຈະ​ໄດ້​ຄົ້ນຫາ, ​ຊອກ​ຮູ້​ກ່ຽວ​ກັບ​ຂະ​ບວນ​ການ​ສ້າງ​ຕັ້ງ​ຂອງ​ດິນ​ແດນ ບວນໂດນ ອະພິນິຫານ ພ້ອມທັງການປະກົດຕົວຂອງ​ຄົນລາວ ໂດຍຜ່ານ​ສາກສະແດງລະຄອນ “ອະພິນິຫານບ້ານ​ເກາະ”; ໄດ້ຮັບຟັງເລື່ອງເລົ່າກ່ຽວກັບເຈົ້າຊີວິດລ່າສັດຊ້າງຜູ້ວິເສດ KhunJuNop; ໄປຢ້ຽມຢາມ, "check-in" ເຮືອນຊົງລາວ, ໄດ້ຜູກແຂນເພື່ອຂໍໃຫ້ມີ​ຄວາມໂຊກດີ ແລະ ຊີມອາຫານລາວ ທີ່ບ້ານເກາະ ໄອໂນ.

ຄົ້ນຫາວັດທະນະທໍາທີ່ເປັນເອກະລັກສະເພາະຂອງຄົນລາວ ໃນງານບຸນຊ້າງ ບວນໂດນ 2025

ມາຮອດງານບຸນຊ້າງ ບວນໂດນ 2025, ນັກທ່ອງທ່ຽວ ຈະໄດ້ຜູກແຂນ, ຂໍໃຫ້ມີຄວາມໂຊກດີ.

ໂດຍເປັນທີ່ຮູ້ກັນວ່າ ໃນທ້າຍສະຕະວັດທີ 18 ແລະ ຕົ້ນສັດຕະວັດທີ 14 ຕາມກະແສການຄ້າ, ຄົນລາວ ລຸ້ນທຳອິດ ໄດ້ລຽບຂຶ້ນໄປຕາມສາຍ ເຊເຣປົກ ເພື່ອໄປມາຄ້າຂາຍ, ແລກປ່ຽນສິນຄ້າກັບຄົນຢູ່ ບວນໂດນ. ຮູ້ສຶກໄດ້ເຖິງດິນແດນແຫ່ງທິວທັດທີ່ສວຍງາມ, ປະຊາຊົນເປັນມິດ, ຮັກແພງແຂກຄົນ ສະນັ້ນ ເຂົາເຈົ້າໄດ້ຕັດສິນໃຈທີ່ຈະຢູ່ ແລະ ຖືເປັນບ້ານເກີດເມືອງນອນແຫ່ງທີສອງ. ໂດຍຢູ່ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ, ແຕ່ຊາວ​ຫວຽດນາມ ທີ່ມີເຊື້ອຊາດລາວ ຍັງ​ມີ​ຄວາມ​ຮູ້, ອະນຸລັກ​ຮັກສາ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາດ, ປະກອບສ່ວນ​ເຮັດໃຫ້ຄັງສາງຊັບສົມບັດວັດທະນະທຳ​ຂອງ​ຊົນ​ເຜົ່າ​ ໄຕງວຽນ ອຸດົມສົມບຸນ.

ຕາມ​ແຜນການ​ແລ້ວ, ບັນດາການເຄື່ອນໄຫວ​ແນະນຳກ່ຽວກັບ​ວັດທະນະທຳ​ລາວ ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 10-13 ມີນາ​ນີ້​ຢູ່​ເກາະ​ ໄອໂນ (ຕາ​ແສງ ​ກຣົງ​ນາ).

ຫວຽດນາມ-ລາວ-ກຳປູເຈຍ ເພີ່ມທະວີຄວາມສາມັກຄີ, ເພີ່ມປະສິດທິຜົນການຮ່ວມມື, ເຊື່ອມຕໍ່ ໃນໄລຍະພັດທະນາໃໝ່ ຫວຽດນາມ-ລາວ-ກຳປູເຈຍ ເພີ່ມທະວີຄວາມສາມັກຄີ, ເພີ່ມປະສິດທິຜົນການຮ່ວມມື, ເຊື່ອມຕໍ່ ໃນໄລຍະພັດທະນາໃໝ່

ຍສໝ - ການນຳຂອງ 3 ພັກ ໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນໃນໄລຍະມໍ່ໆມານີ້, ແບ່ງປັນສະພາບການຂອງແຕ່ລະພັກ ແລະແຕ່ລະປະເທດໃນປີຜ່ານມາ, ຕີລາຄາໝາກຜົນ ແລະສະເໜີທິດທາງການຮ່ວມມືລະຫວ່າງ 3 ພັກ, 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ໃນໄລຍະຈະມາເຖິງ.

​ເປີດສະຫຼອງແບບຢ່າງໂຮງ​ຮຽນອະ​ນຸ​ບານສອງ​ແຫ່ງ​ຢູ່​ຕາ​ແສງ ຈິ້ງເຕື່ອງ ເມືອງ​  ບາດຊາດ (ລາວ​ກາຍ) ​ເປີດສະຫຼອງແບບຢ່າງໂຮງ​ຮຽນອະ​ນຸ​ບານສອງ​ແຫ່ງ​ຢູ່​ຕາ​ແສງ ຈິ້ງເຕື່ອງ ເມືອງ​ ບາດຊາດ (ລາວ​ກາຍ)

ຍສໝ - ວັນ​ທີ 19 ກຸມພາ, ແບບຢ່າງໂຮງ​ຮຽນອະ​ນຸ​ບານສອງ​ແຫ່ງ​ຢູ່​ຕາ​ແສງ​ ຈິ້ງເຕື່ອງ ເມືອງ​ ບາດຊາດ (ລາວ​ກາຍ) ​ໄດ້​​ເປີດສະຫຼອງຢ່າງ​ເປັນ​ທາງ​ການ​ພາຍຫຼັງຂະບວນການປັບປຸງ,​ ຍົກ​ລະດັບ. ໂຄງການ​ດັ່ງກ່າວ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ສະຖານທູດ ອິດສະຣາແອນ ປະຈຳ ຫວຽດນາມ ​ແລະ ວິສາຫະກິດຈຳນວນໜຶ່ງ, ເພື່ອ​ຊ່ວຍ​ແກ້​ໄຂ​ຜົນ​ສະທ້ອນ​ຈາກ​ໄພ​ທຳ​ມະ​ຊາດ​ທີ່​ເກີດ​ຈາກ​ພະຍຸ​ເລກທີ 3 (Yagi).

ມີງດຶກ

ເຫດການ