ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງກອງທັບສອງປະເທດຫວຽດນາມ-ລາວ ນັບມື້ນັບແໜ້ນແຟ້ນ

21:19 | 06/03/2025

ຍສໝ - ຕອນບ່າຍວັນທີ 5 ມີນາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ ພົນຕີ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ນໍາໜ້າຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ຈີເລ ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ຈີເລ ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາ
ຄວາມຮັກແພງອ້າຍນ້ອງ ຫວຽດນາມ - ລາວ ນັບມື້ນັບແໜ້ນແຟ້ນ ຄວາມຮັກແພງອ້າຍນ້ອງ ຫວຽດນາມ - ລາວ ນັບມື້ນັບແໜ້ນແຟ້ນ

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ຮັບຮູ້ຜົນການຮ່ວມມືຮອບດ້ານລະຫວ່າງກອງທັບສອງປະເທດ ໃນໄລຍະມໍ່ໆມານີ້, ເປັນຕົ້ນແມ່ນໃນຂົງເຂດ, ຄື: ການສົມທົບ ແລະເປັນເສນາທິການຜັນຂະຫຍາຍໜ້າທີ່ການທະຫານ, ການປ້ອງກັນຊາດ; ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບັນຫາຍຸດທະສາດ; ໜູນຊ່ວຍເຊິ່ງກັນ ແລະກັນໃນການກໍ່ສ້າງທ່າຮົບ ແລະກຳລັງບົ່ມຊ້ອນດ້ານປ້ອງກັນຊາດ; ການບໍາລຸງສ້າງຊັບພະຍາກອນມະນຸດ; ເສີມຂະຫຍາຍກົນໄກແລກປ່ຽນ, ໂອ້ລົມສົນທະນາ ແລະແຮກສ່ຽວ...

ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງກອງທັບສອງປະເທດຫວຽດນາມ-ລາວ ນັບມື້ນັບແໜ້ນແຟ້ນ
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຊົມເຊີຍຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາບ: ຮ່າວັນ

ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ກອງທັບສອງປະເທດ ເພີ່ມທະວີການສົມທົບກັນ, ເປັນເສນາທິການໃຫ້ການນໍາຂັ້ນສູງຂອງສອງປະເທດ ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຜັນຂະຫຍາຍຜົນການພົບປະລະຫວ່າງຜູ້ນໍາຂອງ 3 ພັກ ແລະນາຍົກລັດຖະມົນຕີ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຢູ່ນະຄອນໂຮ່ຈີມິນ ເມື່ອເດືອນກຸມພາທີ່ຜ່ານມາ, ປັບປຸງກຸ່ມກ້ອນມະຫາສາມັກຄີທີ່ສະໜິດແໜ້ນລະຫວ່າງ 3 ປະເທດ; ຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວ.

ໃນນັ້ນ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະພົບປະແລກປ່ຽນລະຫວ່າງກອງທັບສອງຝ່າຍ; ຕັ້ງໜ້າຜັນຂະຫຍາຍວຽກງານບໍາລຸງກໍ່ສ້າງຊັບພະຍາກອນມະນຸດ; ຊຸກຍູ້ການຮ່ວມມືດ້ານຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ພະລາທິການ-ເຕັກນິກ; ຍູ້ແຮງການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ ຫວຽດນາມ - ລາວ ໃຫ້ມີສັນຕິພາບ, ສະຖຽນລະພາບ, ພັດທະນາ, ໃນນັ້ນມີການກໍ່ສ້າງກຸ່ມບ້ານ; ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ ຢ່າງທັນການ; ເຂົ້າຮ່ວມການພັດທະນາເສດຖະກິດ, ກໍ່ສ້າງຮູບແບບເສດຖະກິດປ້ອງກັນຊາດ; ໂຄສະນາເຜີຍແຜ່, ສຶກສາອົບຮົມກ່ຽວກັບປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະ ສອງກອງທັບຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊ່ົວກາລະນານ.

ບັນຍາກາດທີ່ການຕ້ອນຮັບ. ພາບ: ຮ່າວັນ

ສ່ວນທ່ານພົນຕີ ສາຍໃຈ ກົມມະສິດ ໃຫ້ຮູ້ວ່າ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຫາກໍ່ດໍາເນີນການພົບປະສອງຝ່າຍ ປະສົບຜົນສໍາເລັດຢ່າງຈົບງາມ. ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການພົວພັນຮ່ວມມື, ຜັນຂະຫຍາຍເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ ຕາມຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ, ເປັນຕົ້ນແມ່ນຂໍ້ຕົກລົງຂັ້ນສູງຫວຽດນາມ - ລາວ ປີ 2024, ການພົບປະລະຫວ່າງການນຳພັກຂອງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ.

ສອງຝ່າຍໄດ້ເຫັນດີເພີ່ມທະວີການແບ່ງປັນບັນຫາຍຸດທະສາດຜ່ານການພົບປະຂັ້ນສູງ, ກົນໄກເຈລະຈານະໂຍບາຍປ້ອງກັນຊາດ; ເພີ່ມທະວີການຮ່ວມມືປົກປັກຮັກສາຊາຍແດນຂອງສອງປະເທດ, ໃນນັ້ນມີການກໍ່ສ້າງກຸ່ມບ້ານ; ຖືເປັນສໍາຄັນການຮ່ວມມືດ້ານການບຳລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ; ຊຸກຍູ້ການຮ່ວມມືດ້ານພະລາທິການ, ເຕັກໂນໂລຢີຂໍ້ມູນຂ່າວສານ, ອຸດສາຫະກຳປ້ອງກັນຊາດ, ພັດທະນາເສດຖະກິດ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ.

*ຕອນເຊົ້າວັນທີ 5 ມີນາ, ສະຫາຍພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບສະຫາຍພົນຕີ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 4 ຫາວັນທີ 6 ມີນາ.

ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງກອງທັບສອງປະເທດຫວຽດນາມ-ລາວ ນັບມື້ນັບແໜ້ນແຟ້ນ
ສະຫາຍພົນເອກ ຟານວັນຢາງ ຕ້ອນຮັບສະຫາຍພົນຕີ ສາຍໃຈ ກົມມະສິດ.

ທີ່ການຕ້ອນຮັບ, ສະຫາຍພົນເອກ ຟານວັນຢາງ ຕີລາຄາສູງໝາກຜົນການພົບປະເຈລະຈາກ່ອນໜ້ານັ້ນລະຫວ່າງສອງສະຫາຍຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ. ທ່ານສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍການກໍານົດທິດການພົວພັນຮ່ວມມືສອງປະເທດທີ່ການພົບປະກັບຜູ້ນຳສາມພັກຫວຽດນາມ-ລາວ-ກໍາປູເຈຍ ໃນເດືອນກຸມພາ 2025 ຜ່ານມາ ແລະບັນດາເນື້ອໃນການຮ່ວມມືໄດ້ຮັບການເຫັນດີເປັນເອກະພາບຈາກການນຳກະຊວງປ້ອງກັນປະເທດສອງປະເທດ, ຈຸດສຸມແມ່ນປະຕິບັດບັນດາບາດກ້າວບຸກທະລຸກ່ຽວກັບຄຸນນະພາບຮ່ວມມືໃນການບໍາລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດ; ວຽກງານເປັນເສນາທິການໃຫ້ການນໍາຂັ້ນສູງກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດ, ໜູນຊ່ວຍລາວ ສ້າງຕັ້ງກຳລັງຮັກສາສັນຕິພາບສະຫະປະຊາຊາດ; ສົມທົບກັນຈັດຕັ້ງການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສາມທ່ານ ໃນປີ 2025...

ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງກອງທັບສອງປະເທດຫວຽດນາມ-ລາວ ນັບມື້ນັບແໜ້ນແຟ້ນ
ບັນຍາກາດທີ່ການຕ້ອນຮັບ.

ສ່ວນສະຫາຍພົນຕີ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍພົນເອກ ຟານວັນຢາງ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບຄະນະ; ພ້ອມທັງລາຍງານຕໍ່ສະຫາຍພົນເອກ ຟານວັນຢາງ ກ່ຽວກັບໝາກຜົນການພົບປະເຈລະຈາລະຫວ່າງສອງຄະນະ, ຕາມນັ້ນແລ້ວ, ສອງຝ່າຍໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງກອງທັບຫວຽດນາມ-ລາວ ໃນໄລຍະຜ່ານມາ; ສອງກົມໃຫຍ່ເສນາທິການ ຈະສົມທົບກັນຜັນຂະຫຍາຍບັນດາເນື້ອໃນຮ່ວມມືຕາມຂໍ້ຕົກລົງແຜນການຮ່ວມມືທີ່ການນຳກະຊວງປ້ອງກັນປະເທດສອງປະເທດໄດ້ລົງນາມຢ່າງມີປະສິດທິຜົນ.

*ກໍ່ໃນຕອນເຊົ້າວັນທີ 5 ມີນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ສະຫາຍພົນເອກ ຫງວຽນເຕີນເກືອງ, ກໍາມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນໍາໂດຍສະຫາຍພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 4 ຫາວັນທີ 6 ມີນາ. ພາຍຫຼັງພິທີຕ້ອນຮັບ, ສອງຄະນະ ໄດ້ດໍາເນີນການພົບປະເຈລະຈາ.

ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງກອງທັບສອງປະເທດຫວຽດນາມ-ລາວ ນັບມື້ນັບແໜ້ນແຟ້ນ
ສະຫາຍພົນເອກ ຫງວຽນເຕີນເກືອງ ແລະສະຫາຍພົນຕີ ສາຍໃຈ ກົມມະສິດ ກວດແຖວກຽດຕິຍົດ. ພາບ: ຢຸງຍູງ

ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ສະຫາຍພົນເອກ ຫງວຽນເຕີນເກືອງ ອວຍພອນສະຫາຍພົນຕີ ສາຍໃຈ ກົມມະສິດ ໄດ້ຮັບແຕ່ງຕັ້ງຈາກພັກ, ລັດລາວ ໃຫ້ດຳລົງຕໍາແໜ່ງເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ເຊື່ອໝັ້ນວ່າ ໃນຕຳແໜ່ງຂອງຕົນ, ສະຫາຍ ຈະປະກອບສ່ວນນຳພາກອງທັບປະຊາຊົນລາວ ໃຫ້ນັບມື້ນັບພັດທະນາ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດຫວຽດນາມ-ລາວ ນັບມື້ນັບແໜ້ນແຟ້ນ.

ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງກອງທັບສອງປະເທດຫວຽດນາມ-ລາວ ນັບມື້ນັບແໜ້ນແຟ້ນ
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຢຸງຍູງ

ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມລະຫວ່າງການນຳກະຊວງປ້ອງກັນປະເທດສອງປະເທດ, ສະເໜີສຸມໃສ່ຊຸກຍູ້ການພົວພັນຮ່ວມມືໃນບັນດາເນື້ອໃນຈຸດສຸມ, ຄື: ສົມທົບກັນຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຕາມຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ, ເປັນຕົ້ນແມ່ນຂໍ້ຕົກລົງຂັ້ນສູງ ຫວຽດນາມ-ລາວ ໃນປີ 2024, ການພົບປະລະຫວ່າງການນຳພັກສາມປະເທດຫວຽດນາມ-ລາວ-ກໍາປູເຈຍ (ວັນທີ 22 ກຸມພາ 2025) ຢ່າງມີປະສິດທິຜົນ; ເພີ່ມທະວີການແບ່ງປັນບັນຫາຍຸດທະສາດ, ຜ່ານການພົບປະຂັ້ນສູງ, ກົນໄກເຈລະຈານະໂຍບາຍປ້ອງກັນຊາດ; ໜູນຊ່ວຍລາວ ສ້າງຕັ້ງກຳລັງຮັກສາສັນຕິພາບສະຫະປະຊາຊາດ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສຫຼາຍຝ່າຍ...

ສ່ວນສະຫາຍພົນຕີ ສາຍໃຈ ກົມມະສິດ ໄດ້ຢັ້ງຢືນຄວາມໝາຍຂອງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງນີ້ຂອງຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ; ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດລາວ-ຫວຽດນາມ ໃນໄລຍະຜ່ານມານັບມື້ນັບເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງແທດຈິງ. ປີ 2024, ການຮ່ວມມືລະຫວ່າງກອງທັບສອງປະເທດໄດ້ພັດທະນາຢ່າງຮອບດ້ານໃນບັນດາຂົງເຂດແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນເຫຼົ່າທັບ, ເຫຼົ່າຮົບ... ພ້ອມກັນນັ້ນສອງຝ່າຍກໍ່ຕັ້ງໜ້າໜູນຊ່ວຍເຊິ່ງກັນ ແລະກັນທີ່ເວທີປາໄສສາກົນ.

ສະຫາຍພົນຕີ ສາຍໃຈ ກົມມະສິດ ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ກອງທັບສອງປະເທດລາວ-ຫວຽດນາມ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ຈີເລ ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ຈີເລ ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາ

ຍສໝ - ທ່ານລັດຖະມົນຕີກະຊວງການຕ່າງປະເທດຈີເລ ໃຫ້ຮູ້ວ່າ, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ນັບມື້ນັບໃກ້ຊິດ ແລະ ພັດທະນາ, ພິເສດແມ່ນພາຍຫຼັງທີ່ສອງປະເທດໄດ້ລົງນາມໃນ FTA ໃນປີ 2011, ເຮັດໃຫ້ຫວຽດນາມກາຍເປັນຄູ່ຮ່ວມມືທີ່ສຳຄັນຂອງຈີເລ.

ຄວາມຮັກແພງອ້າຍນ້ອງ ຫວຽດນາມ - ລາວ ນັບມື້ນັບແໜ້ນແຟ້ນ ຄວາມຮັກແພງອ້າຍນ້ອງ ຫວຽດນາມ - ລາວ ນັບມື້ນັບແໜ້ນແຟ້ນ

ຕອນເຊົ້າວັນທີ 28 ພະຈິກ, ຄະນະກຳມະການ ແນວໂຮມແຫ່ງຊາດຫວຽດນາມ ນະຄອນໂຮຈີມິງ, ສະຫະພັນ ອົງການຈັດຕັ້ງມິດຕະພາບ ນະຄອນໂຮ່ຈີ໋ມິງ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນໂຮຈີມິງ ໄດ້ຈັດງານສະຫຼອງຄົບຮອບ 43 ປີ ວັນຊາດ ສປປ ລາວ.

ເຫດການ