ເພີ່ມພຸນຄຸນສ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງສາຍ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

06:00 | 05/03/2025

ຍສໝ - ແບ່ງປັນຮ່ວມກັນແມ່ນ້ຳຂອງ ແລະ ເຂດພູຫຼວງ ເຈື່ອງເຊີນ ອັນສະຫງ່າລາສີ, ການພົວພັນລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ ບໍ່ພຽງແຕ່ແມ່ນການພົວພັນບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມເທົ່ານັ້ນ, ຫາກຍັງມີຄວາມໝາຍຍຸດທະສາດລະຫວ່າງ 3 ປະເທດ, ບັນຈຸຍອດແຍ່ນ້ຳ​ໃຈ​ສາມັກຄີ​ທີ່​ຊື່​ສັດ, ຈິງ​ໃຈ, ບໍລິສຸດ​ທີ່​ສາມ​ປະ​ເທດ​ມີ​ຕໍ່​ກັນ. ການເຊື່ອມຕໍ່ກັນແບບພິເສດນີ້ ໄດ້ຖືກສະແດງໃຫ້ເຫັນຕະຫຼອດປະຫວັດສາດ.

ເປີດກວ້າງ​ການ​ພົວ​ພັນ​ ຫວຽດ​ນາມ - ຍີ່​ປຸ່ນ
ປ່ຽນແປງໃໝ່ວິທີເຂົ້າເຖິງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ

ຫວ່າງ​ມໍ່ໆ​ນີ້, ຢູ່​ນະຄອນ​ໂຮ່ຈິ​ມິນ, ໄດ້ດຳເນີນການ​ພົບ​ປະ​ລະຫວ່າງ​ທ່ານ​ ໂຕເລີມ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ; ທ່ານ​ປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ, ປະທານ​ສະພາ​ສູງ​ລາຊະ​ອານາຈັກ​ກຳປູ​ເຈຍ Hun Sen ແລະ ທ່ານ​ເລຂາທິການ​ໃຫຍ່ພັກປະຊາຊົນປະຕິວັດ​ລາວ, ປະທານ​ປະ​ເທດ ​ສປປ ລາວ ທອງ​ລຸນ ສີ​ສຸ​ລິດ. ການພົບປະຂອງຜູ້ນຳ 3 ພັກ 3 ປະເທດ ໄດ້ສືບຕໍ່ຢືນຢັນແນວທາງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງ 3 ພັກ, 3 ປະເທດ, ຍາມໃດກໍ່ໃຫ້ບູລິມະສິດການເພີ່ມພຸນຄຸນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 3 ພັກ, 3 ປະເທດ ກໍ່ຄືປະຊາຊົນ ຫວຽດນາມ - ລາວ - ກຳປູເຈຍ.

ເພີ່ມພຸນຄຸນສ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງສາຍ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ແຂວງ ດົ່ງ​ນາຍ ຈັດ​ຕັ້ງວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ປີ 2024 ໃຫ້​ບັນ​ດາ​ນັກ​ສຶກ​ສາ​ຂອງ 3 ປະ​ເທດ​ຮ່ຳ​ຮຽນ​ຢູ່ ດົ່ງ​ນາຍ. ພາບ: ຄະນະຊາວໜຸ່ມແຂວງສະໜອງ

ນະໂຍບາຍສອດຄ່ອງຂອງ 3 ພັກ, 3 ປະເທດ

​ໃນຂະບວນການປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດຕາມທິດທາງເປີດກ້ວາງ, ຫັນ​ເປັນ​ຫຼາຍ​ຝ່າຍ, ຫັນ​ເປັນຫຼາຍຮູຍຫຼາຍແບບ​ຂອງ​ການ​ພົວພັນ​ຕ່າງປະ​ເທດ, ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ພິ​ເສດ​ເຖິງ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ຖື​ນີ້​ແມ່ນ​ບັນຫາ​ຍຸດ​ທະ​ສາດ​ທີ່​ມີ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ ແລະ ພາລະກິດ​ກໍ່​ສ້າງ ແລະ ປ້ອງ​ກັນ​ປະ​ເທດ​. ນີ້​ແມ່ນ​ບັນຫາ​ທີ່​ບໍ່​ສາມາດ​ສ້າງ​ຂຶ້ນ​ໄດ້​ໃນ​ໜຶ່ງ ​ຫຼື ​ສອງ​ມື້, ຫຼື “​ກັບ​ຄືນ​ສູ່​ໄລຍະ​ນ້ຳ​ເຜິ້ງ” ຄືບັນດາ​ອິດ​ທິກຳລັງ​ສັດຕູ​ບິດ​ເບືອນ, ແຕ່​ແມ່ນ​ບັນຫາ​ຍາວ​ນານ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ທີ່​ບັນດາ​ການ​ນຳ​ລຸ້ນຕ່າງໆ​ຂອງ​ພັກ, ລັດ ​ແລະ ປະຊາຊົນ 3 ປະ​ເທດ​ຫວຽດນາມ - ລາວ - ກຳປູ​ເຈຍ ​ໄດ້​ເພີ່ມພຸນຄຸນສ້າງ​ຢ່າງ​ຕັ້ງໜ້າ.

ທີ່​ການ​ພົບ​ປະ​ຂັ້ນ​ສູງ​ດັ່ງກ່າວ, ນອກຈາກ​ໄດ້​ຊົມ​ເຊີຍ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ສາມ​ພັກ ​ແລະ 3 ປະ​ເທດ​ບັນລຸ​ໄດ້, ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 3 ປະ​ເທດ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ ​ແລະ ນັບ​ມື້​ນັບໄດ້ຮັບການປັບປຸງ, ພັດທະນາ, ການ​ນຳ 3 ປະ​ເທດ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ພົວພັນ​ອັນແໜ້ນແຟ້ນ, ສະໜິດສະໜົມ ແລະ ມີຄວາມໝາຍຍຸດ​ທະ​ສາດ​ລະຫວ່າງ 3 ປະ​ເທດ. ໃນນັ້ນ, ຄວາມສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງປະເທດນີ້ ກໍ່ແມ່ນຄວາມໝັ້ນຄົງ, ຄວາມປອດໄພ ແລະ ການພັດທະນາຂອງ 2 ປະເທດຍັງເຫຼືອ, ພ້ອມກັນນັ້ນກໍ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ 3 ພັກ, 3 ປະເທດ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ພັກ, 3 ປະເທດ ແລະ ປະຊາຊົນ ຫວຽດນາມ - ກຳປູເຈຍ - ລາວ.

3 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ລົງ​ເລິກ, ຮອບດ້ານ ​ແລະ ເປີດກ້ວາງການ​ພົວພັນ​ລະຫວ່າງ 3 ພັກ, 3 ປະ​ເທດ, ຮັດແໜ້ນຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ​ແລະ ການ​ພົວພັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຄວາມ​ສາມັກຄີ ​ແລະ ຄວາມ​ສະໜິດສະໜົມ​ລະຫວ່າງ 3 ປະ​ເທດ, ຖື​ວ່າ​ນີ້​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ, ​​ແມ່ນ​ກົດໝາຍ​ທີ່​ມີ​ຈຸດປະສົງ ​ແລະ ຫຼີກ​ລ່ຽງບໍ່​ໄດ້​ເພື່ອ​ຮັບປະກັນ​ສະພາບ​ແວດ​ລ້ອມ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ. ເຫັນດີເປັນ​ເອກະ​ພາບຮັກສາ ແລະ ເພີ່ມທະວີວຽກງານໂຄສະນາເຜີຍແຜ່ ແລະ ສຶກສາ ເພື່ອໃຫ້ຄົນລຸ້ນຫຼັງຂອງສາມປະເທດ, ພິເສດແມ່ນລຸ້ນໜຸ່ມໄດ້ເຂົ້າໃຈຢ່າງຈະແຈ້ງ ແລະ ຈື່ຈຳຮີດຄອງປະເພນີສາມັກຄີນີ້.

ຕາມທ່ານ ປອ ຫງວຽນວັນດ໋າບ, ອາຈານສອນຢູ່ຄະນະສຶກສາສາກົນ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍແລ້ວ, ຫວຽດນາມ, ລາວ, ກຳປູເຈຍ ແມ່ນ 3 ປະເທດທີ່ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ, ບົນພື້ນຖານການແບ່ງປັນ, ຄວາມເຫັນອົກເຫັນໃຈ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນພາລະກິດປົດປ່ອຍຊາດ. ການຮັກສາ ແລະ ພັດທະນາສາຍພົວພັນນີ້ ທັງເປັນການຮັບຮູ້ເຖິງຄວາມເສຍສະຫຼະຂອງຄົນລຸ້ນກ່ອນ, ຍັງເປັນຄວາມຮຽກຮ້ອງຕ້ອງການຂອງລຸ້ນຄົນປັດຈຸບັນໃນດ້ານຄວາມປອດໄພ ແລະ ການພັດທະນາ, ທັງເປັນການຮັບປະກັນໃຫ້ຄົນລຸ້ນຫຼັງສືບຕໍ່ດຳລົງຊີວິດຢູ່ພາກພື້ນທີ່ສັນຕິພາບ ແລະ ວັດທະນາຖາວອນ.

“​ໃນ​ສະພາບ​ການ​ພາກ​ພື້ນ ​ແລະ ​ໂລກ​ມີການ​ຜັນ​ແປຫຼາຍຢ່າງ, ທີ່​ບໍ່​ອາດ​ຄາດ​ຄິດ​ໄດ້​ໃນ​ປະຈຸ​ບັນ, ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ການ​ເຊື່ອມ​ຕໍ່​ຫວຽດນາມ - ລາວ - ກຳປູ​ເຈຍ ນັບ​ມື້​ນັບ​ມີ​ຄວາມ​ຈຳ​ເປັນ ​ແລະ ຮີບ​ດ່ວນ ​ເພື່ອ​ໃຫ້ 3 ປະ​ເທດສາມາດ​ເສີມຂະຫຍາຍ​ບັນດາທ່າ​ໄດ້​ປຽບ​ພາຍ​ໃນ​ຢ່າງ​ສູງ​ສຸດ​ພ້ອມ​ກັນ​ແກ້ໄຂ, ຜ່ານຜ່າ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ຈາກ​ສະພາບ​ແວດ​ລ້ອມ​ສາກົນ ​ແລະ ພາກ​ພື້ນ. ພິ​ເສດ, ສິ່ງ​ທ້າ​ທາຍກ່ຽວກັບ​ດ້ານພູມ​ສາຍຸດ​ທະ​ສາດ ແລະ ພູມ​ສາດການເມືອງ ຈະ​ກາຍ​ເປັນ​ຄວາມ​ຈະ​ແຈ້ງ​ໂດຍ​ອີງ​ໃສ່​ສະ​ພາບ​ການ ແລະ ທ່າ​ອ່ຽງ​ໃນ​ປະ​ຈຸ​ບັນ” - ທ່ານ ປອ ຫງວຽນວັນດ໋າບ ໃຫ້​ຄຳ​ເຫັນ​.

ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວເພີ່ມພູນຄູນສ້າງນ້ຳໃຈມິດ​ຕະ​ພາບ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວເພີ່ມພູນຄູນສ້າງນ້ຳໃຈມິດ​ຕະ​ພາບ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ຍສໝ - ຫຼາຍການ​ເຄື່ອນ​ໄຫວເພີ່ມພູນຄູນສ້າງນ້ຳໃຈມິດ​ຕະ​ພາບ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໄດ້ຈັດ​ຕັ້ງໂດຍບັນດາສະມາຄົມ​ມິດຕະພາບ ​ໃນ​ອາທິດ​ຜ່ານ​ມາ ​.

ເພີ່ມ​ພູນຄູນສ້າງສາຍ​ພົວພັນ​ມິດຕະພາບ ​ແລະຄວາມ​ສາມັກຄີ​ແບບ​ພິ​ເສດ​ ຫວຽດນາມ - ລາວ

ເພີ່ມ​ພູນຄູນສ້າງສາຍ​ພົວພັນ​ມິດຕະພາບ ​ແລະຄວາມ​ສາມັກຄີ​ແບບ​ພິ​ເສດ​ ຫວຽດນາມ - ລາວ

ຍສໝ - ແຂວງ ຮ່າຍເຢືອງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ, ຄະນະ​​ຕິດ​ຕໍ່​ພົວພັນທະຫານ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ການ​ທະຫານ​ຫວຽດນາມ ຊ່ວຍລາວ ແຂວງ ມີຫຼາຍການເຄື່ອນໄຫວແທດຈິງ ແລະ ມີຄວາມໝາຍ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ.

ມີງດຶກ

ເຫດການ