ລົບລ້າງສິ່ງຂ້ອງຄາໃຫ້ໂຄງການສາຍພານສົ່ງຖ່ານຫີນຈາກລາວ ໄປຫວຽດນາມ, ດ້ວຍຍອດທຶນເກືອບ 1.500 ຕື້ດົ່ງ

22:14 | 26/02/2025

ຍສໝ - ທ່ານ​ ເລດືກຕຽນ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈິ ​ໄດ້​ມອບ​ໃຫ້​ພະ​ແນ​ກກໍ່ສ້າງ​ແຂວງ​ນີ້ ​ໜູນ​ຊ່ວຍ​ບໍລິສັດ ນາມ​ຕຽນ ຈຳກັດ ​ເພື່ອ​ສຳ​ເລັດ​ເອກະສານ​ການອອກ​ແບບ​ສຳລັບໂຄງການ​ກໍ່ສ້າງ​ສາຍພານ​ສົ່ງ​ຖ່ານ​ຫີນ​ຈາກ​ລາວ ​ໄປຫວຽດນາມ.

ປີ 2024, ຂະແໜງການທ່ອງທ່ຽວຂອງຫວຽດນາມ ມີລາຍຮັບປະມານ 840.000 ຕື້ດົ່ງ
ເຄື່ອງດື່ມຊູກຳລັງ Number 1 ໄດ້ຊອກຫາເຈົ້າຂອງລາງວັນ 500 ລ້ານດົ່ງ

ຕອນບ່າຍວັນທີ 24 ກຸມພາ, ທ່ານ ເລດຶກຕຽນ ຮອງປະທານຄະນະກໍາມະການປະຊາຊົນແຂວງ ກວາງຈິ ໄດ້ເປັນປະທານກອງປະຊຸມກ່ຽວກັບການຍູ້ໄວຄວາມຄືບໜ້າໂຄງການກໍ່ສ້າງສາຍພານ​ສົ່ງ​​ຖ່ານຫີນຈາກລາວ ໄປຫວຽດນາມ, ໃນເຂດດິນແດນ ຫວຽດນາມ ແລະ ໂຄງການສາງເຕົ້າໂຮມສີນຄ້າຢູ່ ບ້ານ ອາແດງ, ຕາແສງ ອາງໍ, ເມືອງ ດັກກຣົງ.

​ໂຄງການ​ກໍ່ສ້າງ​ສາຍພານ​ສົ່ງ​ຖ່ານ​ຫີນ​ຈາກ​ລາວ ​ໄປ​ຫວຽດນາມ, ໃນ​​ຂອບເຂດດິນ​ແດນ​ຫວຽດນາມ ​ຢູ່​ເຂດ​ດ່ານ​ຊາຍ​ແດນ​ສາກົນ ​ລາ​ໄລ ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ກວາງ​ຈິ ກ່ຽວ​ກັບ​ແຜນນະໂຍບາຍ​​ການ​ລົງທຶນ ​ແລະ ການເຫັນດີຮັບນັກ​ລົງທຶນ​ໃນ​ມະຕິ​ເລກທີ 1568/QD-UBND ລົງ​ວັນ​ທີ 28 ມິຖຸນາ 2024.

ລົບລ້າງສິ່ງຂ້ອງຄາໃຫ້ໂຄງການສາຍພານສົ່ງຖ່ານຫີນຈາກລາວ ໄປຫວຽດນາມ, ດ້ວຍຍອດທຶນເກືອບ 1.500 ຕື້ດົ່ງ

ທ່ານ​ ເລດຶກຕຽນ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ຈີ ເປັນ​ປະ​ທານ​ກອງ​ປະ​ຊຸມ. ຮູບພາບ:ເຈື່ອງເຍິດ

ມາ​ຮອດ​ປະຈຸ​ບັນ, ​ໂຄງການ​ພວມ​ເລັ່ງລັດ​ໃຫ້​ສຳ​ເລັດບັນດາ​ລະບຽບການ​ລົງທຶນ​ໃນ​ຕໍ່ໜ້າ ​ເພື່ອ​ດຳ​ເນີນ​ການ​ກໍ່ສ້າງ ​ແລະ ດຳ​ເນີນ​ໂຄງການ; ​ໃນນັ້ນ, ເພື່ອ​ຕອບ​ສະໜອງ​ແຫຼ່ງ​ພະລັງງານໄຟຟ້າເຄື່ອນໄຫວ​​ໂຄງການ, ນັກລົງທຶນ​ໄດ້​ສະ​ເໜີ​ກັບຄະນະ​ກຳມະການ​ປະຊາຊົນ​ແຂວງ ​ກໍ່ສ້າງ​ສະຖານີແປງໄຟຟ້າ 110kV ​ເພື່ອ​ຮັບ​ໃຊ້ໃຫ້​ໂຄງການ​ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ.

ຕາມ​ບົດ​ລາຍ​ງານ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ ດັກກຣົງ ​ແລ້ວ, ມາ​ຮອດ​ປະຈຸ​ບັນ, ​ເມືອງ​ນີ້​ໄດ້ມີ​​ເອກະສານ​ສົ່ງໃຫ້​ພະ​ແນ​ກກໍ່ສ້າງ​ແຂວງ ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ເປັນເອກະພາບກ່ຽວ​ກັບ​ໜ້າທີ່ແຜນຜັງ 1/500 ຂອງ​ສາງ​ເຕົ້າໂຮມສີນຄ້າ ​ແລະ ຜູ້​ລົງທຶນ​ກໍ່​ພວມເຮັດ​ສຳ​ເລັດ​ເອກະສານລາຍ​ງານການຄົ້ນຄວ້າຄວາມເປັນໄປໄດ້ຂອງ​ໂຄງການ.

ຊີ້ນຳ​ທີ່ກອງປະຊູມ, ທ່ານ ເລ​ດຶກ​ຕຽນ ​ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈີ ​ເນັ້ນ​ໜັກ​ວ່າ: ​ໂຄງການ​ກໍ່ສ້າງ​ສາຍ​ພານສົ່ງ​ຖ່ານ​ຫີນ​ຈາກ​ລາວ ​ໄປຫວຽດນາມ ​ແມ່ນ​ໂຄງການ​ຈຸດສຸມ​ຂອງ​ແຂວງ, ສະ​ນັ້ນ, ກໍ່ຮຽກຮ້ອງ​ໃຫ້​ບັນດາ​ພະແນກ, ຂະແໜງການ​ສົມທົບ​ກັບ​ຜູ້​ລົງທຶນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ເພື່ອ​ແກ້​ໄຂ​ບັນດາຂັ້ນຕອນ​ທີ່​ຍັງ​ຄົງ​ຄ້າງ ແນໃສ່ຍູ້ແຮງປະຕິບັດ​ບັນດາ​ບາດກ້າວ​ຂັ້ນຕໍ່ໄປ.

ທ່ານ ​ເລ​ດຶກ​ຕຽນ ຮອງ​ປະທານ​​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄດ້​ມອບ​ໃຫ້​ພະແນກກໍ່ສ້າງ​ຄົ້ນຄວ້າ, ແນະ​ນຳໃຫ້​ນັກ​ລົງທຶນ​ສຳ​ເລັດ​ເອກະສານ​ອອກ​ແບບ​ໂຄງການ​ກໍ່ສ້າງ​ສາຍພານ​ສົ່ງ​ຖ່ານ​ຫີນ​ຈາກ​ລາວ ​ໄປຫວຽດນາມ ຕາມ​ການ​ຕົກລົງທີ່ເປັນເອກະພາບ​ແຜນນະ​ໂຍບາຍ​ການລົງທຶນ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​​ກ່ອນນັ້ນ.

ດ່ານັ່ງ ຂົນຂວາຍການຊ່ວຍເຫຼືອອຸປະຖຳຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດກວ່າ 246 ຕື້ດົ່ງ

ດ່ານັ່ງ ຂົນຂວາຍການຊ່ວຍເຫຼືອອຸປະຖຳຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດກວ່າ 246 ຕື້ດົ່ງ

ຍສໝ - ຕາມ​ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບ​ວຽກ​ງານອົງການບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ​ປີ 2023 ​ໂດຍພະແນກ​ການ​ຕ່າງປະ​ເທດ​ນະຄອນ​ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ກັນຍາ​, ​ໄລຍະ 2019 - 2022, ນະຄອນ​ດ່າ​ນັ່ງ​ ໄດ້​ຂົນຂວາຍ ​ແລະ ຮັບບ້ວງ​ເງິນ​​ຊ່ວຍ​ເຫຼືອ 191 ບ້ວງຈາກບັນດາ​ອົງການ​ບໍ່ຂຶ້ນກັບລັດຖະບານຕ່າງປະ​ເທດ ດ້ວຍ​ຍອດ​ຈຳນວນ​ງົບປະມານ​ທີ່​ໝັ້ນ​ໝາຍ​ແມ່ນ 384,1 ຕື້​ດົ່ງ ​ແລະ ​ໄດ້​ເບີກຈ່າຍ 246,2 ຕື້​ດົ່ງ, ...

ວຽກງານບໍ່ຂຶ້ນລັດຖະບານໃຫ້ຄຳໝັ້ນສັນຍາອຸປະຖຳມີມູນຄ່າກວ່າ 88 ຕື້ດົ່ງ

ວຽກງານບໍ່ຂຶ້ນລັດຖະບານໃຫ້ຄຳໝັ້ນສັນຍາອຸປະຖຳມີມູນຄ່າກວ່າ 88 ຕື້ດົ່ງ

ຍສໝ - ວັນ​ທີ 3 ຕຸລາ​ນີ້, ຄະນະ​ປະຈຳສະຫະພັນ​ບັນດາອົງການມິດຕະພາບ​ແຂວງ ດົ່ງນາຍ ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທີ 16 (​​ຊຸດ​ທີ 2) ​ເພື່ອ​ຕີ​ລາຄາ​ໝາກຜົນ 9 ​ເດືອນ ​ແລະ ຜັນ​ຂະຫຍາຍ​ວຽກ​ງານ 3 ​ເດືອນ​ທ້າຍ​ປີ 2023.

ແທັງຮັ່ງ