ຫວຽດນາມ ສະໜັບສະໜູນການແກ້ໄຂການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໂດຍສັນຕິວິທີ

21:47 | 03/03/2025

ຍສໝ - ຫວຽດນາມ ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຢຸດຕິ​ການ​ປະ​ທະ​ກັນ​ໃນ​ທັນທີ, ບໍ່ມີການ​ກະທຳ​ທີ່​​ເຄັ່ງ​ຕຶງຂຶ້ນ, ​ໃຫ້​ບຸລິມະສິດ​ປົກປ້ອງສາມັນຊົນ ແລະ ​ພື້ນຖານ​ໂຄງ​ລ່າງ​ພົນລະ​ເຮືອນ; ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທໍາ.

ກອງປະຊຸມຂັ້ນສູງ NAM ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19
ມອບຫຼຽນທີ່ລະນຶກຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມແກ່ທ່ານນາງ Tran To Nga

ວັນ​ທີ 24 ກຸມພາ​ນີ້ (ຕາມ​ເວລາ​ພາກ​ຕາ​ເວັນ​ອອກ​ຂອງ ​ອາ​ເມ​ລິ​ກາ), ສະມັດຊາໃຫຍ່​ສະຫະ​ປະຊາ​ຊາດ (ສປຊ) ​ໄດ້​ຈັດ​ກອງ​ປະຊຸມ​ສຸກ​ເສີນ​ພິ​ເສດ​ກ່ຽວ​ກັບ​ສະພາບການ​ ຢູແກຼນ ພາຍຫຼັງ 3 ປີ​​ທີ່ເກີດການ​ປະ​ທະ​ກັນ​ລະຫວ່າງ ລັດ​ເຊຍ - ຢູແກຼນ.

ຫວຽດນາມ ສະໜັບສະໜູນການແກ້ໄຂການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໂດຍສັນຕິວິທີ

ທ່ານ​ ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ, ຫົວໜ້າ​ຄະນະ​ຜູ້ແທນ ຫວຽດນາມ ປະຈຳ​ ສະຫະ​ປະຊາ​ຊາດ. (ພາບ: ຮວ່າຍແທັງ/ສຳນັກຂ່າວສານ ຫວຽດນາມ)

ຕາມ​ສຳນັກ​ຂ່າວສານ ຫວຽດນາມ ປະຈຳ ນິວຢອກ ​ແລ້ວ, ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ, ຫົວໜ້າ​ຄະນະ​ຜູ້ແທນ ຫວຽດນາມ ປະຈຳ ສປຊ ຢືນຢັນ​ຄືນ​ໃໝ່​ຫຼັກ​ໝັ້ນ​ຂອງ ຫວຽດນາມ ກ່ຽວກັບການ​ແກ້​ໄຂ​ບັນດາການ​ແກ້ງແຍ້ງ ​ແລະ ການ​ປະ​ທະ​ກັນ​ສາກົນ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ປະຕິບັດ​ກົດໝາຍ​ສາກົນ ​ແລະ ກົດ​ບັດ​ສະຫະ​ປະຊາ​ຊາດ, ພິ​ເສດ​ແມ່ນ​ບັນດາ​ຫຼັກການ​ພື້ນຖານວ່າດ້ວຍຄວາມເຄົາລົບ​ເອກະລາດ, ອຳນາດ​ອະທິປະ​ໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ໃຊ້ ແລະ ຂົ່ມຂູ່ນຳໃຊ້ຄວາມຮຸນແຮງ.

ໂດຍແບ່ງປັນ​ຄວາມ​ເປັນກັງວົນ​ຢ່າງ​ເລິກ​ເຊິ່ງຂອງ​ປະຊາ​ຄົມ​ສາກົນ​ກ່ຽວ​ກັບ​ຜົນ​ສະທ້ອນ ​ແລະ ຜົນ​ກະທົບຫຍໍ້ທໍ້ຂອງ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າ​ງຢາງ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຢຸດຕິ​ການ​ປະ​ທະ​ກັນ​ໃນ​ທັນທີ, ບໍ່ໃຫ້ມີການ​ກະທຳ​ທີ່ເຮັດໃຫ້​ຄວາມ​ເຄັ່ງ​ຕຶງເພີ່ມຂຶ້ນ, ບຸລິມະສິດ​ປົກປ້ອງສາມັນຊົນ ແລະ ​ພື້ນຖານ​ໂຄງ​ລ່າງ​ພົນລະ​ເຮືອນ, ສ້າງ​ເງື່ອນໄຂຄວາມ​ສະດວກ​ໃນ​ການ​ເຄື່ອນ​ໄຫວ​ມະນຸດສະທຳ​ໃຫ້ປະຊາຊົນທີ່ຖືກຜົນສະທ້ອນຢ່າງ​ຮີບ​ດ່ວນ.

ຫົວໜ້າຄະນະຜູ້ແທນ ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງສະຫະປະຊາຊາດ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຕີລາຄາສູງບັນດາຂໍ້ລິເລີ່ມທີ່ມີລັກສະນະສ້າງສັນ ເພື່ອຊຸກຍູ້ການເຈລະຈາເພື່ອຢຸດຕິການ​ປະ​ທະ​ກັນ, ບົນພື້ນຖານກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ມີການຄິດໄລ່ເຖິງບົດບາດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍທີ່ກ່ຽວຂ້ອງ.

ຜູ້ຕາງໜ້າ​ ຫວຽດນາມ ​ເນັ້ນ​ໜັກ​ວ່າ ບັນດາວິທີການ​ແກ້​ໄຂ​ການ​ປະ​ທະ​ກັນຕ້ອງ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ມີ​ການ​ເຂົ້າ​ຮ່ວມ​ຂອງ​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ​ໂດຍ​ກົງ, ​ແທນ​ທີ່​ຈະ​ເຮັດ​ໃຫ້​ເກີດ​ການ​ແບ່ງ​ແຍກ ​ແລະ ປະ​ເຊີນ​ໜ້າ​ກັນ​ຫຼາຍ​ຂຶ້ນ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າ​ງຢາງ ຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວິວັດການ​ການ​ຕ່າງປະເທດ ​ກໍ່​ຄື​ວິວັດ​ການ​ສ້າງສາ ​ແລະ ຟື້ນ​ຟູ​ຢູ່ ຢູແກຼນ, ​ເພື່ອ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ

ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ

ຍສໝ - ໃນວັນທີ 13 ເມສານີ້, ທີ່ສະຖານທູດລາຊະອານາຈັກກຳປູເຈຍປະຈຳຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງປີໃໝ່ Chöl Nam Thmay ປີ 2021 - ປະຕິທິນທາງພຸດທະສາສະໜາ 2564 ສຳລັບພະນັກງານສະຖານທູດ ແລະ ນັກສຶກສາກຳປູເຈຍທີ່ກຳລັງຮຽນຢູ່ຫວຽດນາມ.

ພິທີປຸກລະດົມການສອບເສັງຊອກຫາວິທີການຫັນເປັນດີຈີຕອນຫວຽດນາມ VIET SOLUTIONS 2020

ພິທີປຸກລະດົມການສອບເສັງຊອກຫາວິທີການຫັນເປັນດີຈີຕອນຫວຽດນາມ VIET SOLUTIONS 2020

​ຍ​ສ​ໝ - VIET SOLUTIONS ແມ່ນ​ການ​ສອບ​ເສັງ​ຊອ​ກ​ຫາ​ວິ​ທີ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ສຳ​ລັບ​ສ່ວນ​ບຸ​ຄົນ, ວິ​ສາ​ຫະ​ກິດ​ໃນ​ທົ່ວ​ໂລກ​ໂດຍ​ກະ​ຊວງ​ຖ​ະ​ແຫຼງ​ຂ່າວ ແລະ ການ​ສື່​ສານ ຫວຽດ​ນາມ ແລະ ກຸ່ມ​ບໍ​ລິ​ສັດ ອຸດ​ສາ​ຫະ​ກຳ ໂທ​ລະ​ຄົມ​ມະ​ນາ​ຄົມ ກອງ​ທັບ​ສົມ​ທົນ​ກັນ​ຈັດ​ຕັ້ງ​ຂຶ້ນ.

ແທັງຮັ່ງ