![]() | ຫວຽດນາມ ຊຸກຍູ້ການພົວພັນກັບບັນດາປະເທດ, ບັນດາອົງການສາກົນ |
![]() | ຮ່າຕິ້ງ ຍາມໃດກໍ່ຮັກສາ, ປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງ ລາວ |
ວັດທະນະທຳ ແລະ ປະຫວັດສາດ ຫວຽດນາມ ຍັງຄົງຄົງຄ້າງຢູ່ທຸກວັນຜ່ານແຕ່ລະຊົ່ວໂມງຮຽນ, ບັນຍາຍ ຫຼື ຜ່ານເລື່ອງລາວຂອງບັນດາຄູສອນຢູ່ໂຮງຮຽນມັດທະຍົມຕອນຕົ້ນ ທົ໋ງເຍີດ ແຂວງ ຄຳມ່ວນ, ໂຮງຮຽນຂອງສະມາຄົມຊາວຫວຽດນາມ ຢູ່ແຂວງຄຳມ່ວນ, ພາກກາງຂອງລາວ.
![]() |
ໂຮງຮຽນມັດທະຍົມຕອນຕົ້ນ ທົ໋ງເຍີດ ແຂວງ ຄຳມ່ວນ. (ພາບ: TTXVN) |
ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 400 ກິໂລແມັດ, ໂຮງຮຽນມັດທະຍົມຕອນຕົ້ນ ທົ໋ງເຍີດ ແຂວງຄຳມ່ວນ ໄດ້ສ້າງຕັ້ງຂຶ້ນໃນປີ 2024 ໃນເນື້ອທີ່ເກືອບ 3.500 ຕາແມັດ, ດ້ວຍຂະໜາດ 19 ຫ້ອງ, ລວມຍອດເງິນລົງທຶນ 25 ຕື້ດົ່ງ.
ນັບແຕ່ເຂົ້າສູ່ການເຄື່ອນໄຫວ, ໂຮງຮຽນໄດ້ສຸມໃສ່ການສອນ - ການຮຽນ, ພິເສດແມ່ນຮັກສາພາສາຫວຽດນາມ ໃຫ້ລູກຫຼານຊາວຫວຽດນາມ ຢູ່ຕ່າງປະເທດ ແລະ ລາວ ເພື່ອສະໜອງຄວາມມຸ່ງມາດປາດຖະໜາ ແລະ ຄວາມຕ້ອງການອັນຈຳເປັນຂອງຊາວຫວຽດນາມຢູ່ຕ່າງປະເທດ ກໍ່ຄືຄວາມມຸ່ງມາດປາດຖະໜາຂອງເດັກນ້ອຍຊາວຫວຽດນາມ ຢູ່ແຂວງຄໍາ
ໂຮງຮຽນມີພະນັກງານ, ຄູ-ອາຈານ ທັງໝົດ 28 ຄົນ ແລະ ນັກຮຽນ 355 ຄົນ, ໃນນັ້ນ ເດັກນ້ອຍຫວຽດນາມ ກວມປະມານ 46%, ສ່ວນທີ່ເຫຼືອແມ່ນນັກຮຽນລາວ.
ທຸກໆອາທິດ, ນັກຮຽນຈະໄດ້ຮ່ຳຮຽນ 4 ຊົ່ວໂມງຮຽນພາສາຫວຽດນາມ ແລະ ເຂົ້າຮ່ວມການເຄື່ອນໄຫວນອກຫຼັກສູດໂດຍໂຮງຮຽນຈັດຂື້ນເຊັ່ນ: ໂຄງການສີລະປະ, ກິລາ ແລະ ອື່ນໆ.
ທ່ານນາງ ຫງວຽນທິເທື່ອງ, ຮອງຜູ້ອໍານວຍການໂຮງຮຽນ ໄດ້ປາດຖະໜາວ່າ ໂຮງຮຽນບໍ່ພຽງແຕ່ແມ່ນບ່ອນສອນເທົ່ານັ້ນ ຫາກຍັງແມ່ນຂົວຕໍ່ເພື່ອອະນຸລັກຮັກສາ ແລະ ເຜີຍແຜ່ຄວາມງາມຂອງວັດທະນະທຳ ຫວຽດນາມ ນັບພັນປີໃຫ້ແກ່ດິນແດນລ້ານຊ້າງທີ່ສວຍງາມ.
![]() |
ທ່ານນາງ ຫງວຽນທິເທື່ອງ, ຮອງຜູ້ອໍານວຍການໂຮງຮຽນ. (ພາບ: TTXVN) |
ອາຈານ ເດົ້າທິເລຫາຍ, ຄູສອນແຂວງ ກວາງບິ່ງ ໄດ້ຈັດສົ່ງມາສອນຢູ່ລາວນັບແຕ່ປີ 2019 ໃຫ້ຮູ້ວ່າ ມີເດັກນ້ອຍຊາວຫວຽດນາມ ຢູ່ລາວເປັນຈຳນວນຫຼວງຫຼາຍ, ດັ່ງນັ້ນນາງຢາກປະກອບສ່ວນນ້ອຍໆໃນການອະນຸລັກຮັກສາ ແລະ ເຜີຍແຜ່ພາສາຫວຽດນາມ ໃຫ້ແກ່ເຂົາເຈົ້າ, ທັງຊ່ວຍໃຫ້ນັກຮຽນລາວ ຮັກພາສາຫວຽດນາມ.
![]() |
ອາຈານ ເດົ້າທິເລຫາຍ, ຄູສອນແຂວງ ກວາງບິ່ງ ໄດ້ຈັດສົ່ງມາສອນຢູ່ລາວ. (ພາບ: TTXVN) |
ເຊັ່ນດຽວກັນກັບອາຈານ ຫາຍ, ອາຈານ ດິງທິເທີມ ກໍ່ປາດຖະໜາຢາກໄດ້ສອນຢູ່ໂຮງຮຽນເປັນເວລາອັນຍາວນານ ເພື່ອຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີພາສາຫວຽດນາມ ໃຫ້ແກ່ນັກຮຽນຫວຽດນາມ ແລະ ລາວ.
ຕາມບັນດາຄູອາຈານແລ້ວ, ນັກຮຽນຂອງໂຮງຮຽນບໍ່ພຽງແຕ່ໄດ້ຮ່ຳຮຽນກ່ຽວກັບໂຄງການສຶກສາຂອງລາວເທົ່ານັ້ນ ຫາກຍັງຮຽນພາສາຫວຽດນາມ ເພື່ອລະນຶກເຖິງກົກເຄົ້າເຫງົ້າກໍວັດທະນະທຳ, ປະຫວັດສາດອັນຍາວນານ ກໍຄືມູນເຊື້ອຮັກຊາດຂອງຊາວ ຫວຽດນາມ, ໂດຍຜ່ານນັ້ນ ຈຶ່ງຊ່ວຍໃຫ້ເຂົາເຈົ້າສືບຕໍ່ມຸ່ງໄປເຖິງຄວາມໄຝ່ຝັນໃນອະນາຄົດ ແລະ ກາຍເປັນພົນລະເມືອງທີ່ມີປະໂຫຍດຂອງສັງຄົມຂອງສອງປະເທດ.
ນ້ອງຊາຍ ຟ້າມກວາງເຟືອກ (ອາຍຸ 10 ປີ), ລູກຫຼານຊາວລາວ ເຊື້ອຊາດຫວຽດນາມ ອາໄສຢູ່ແຂວງຄໍາມ່ວນ ແລະ ເປັນນັກຮຽນຊັ້ນ ມ5 ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ທົ໋ງເຍີດ ໃຫ້ຮູ້ວ່າ ນ້ອງມັກຮຽນພາສາຫວຽດນາມ ແທ້ໆ, ສະນັ້ນ ພາຍຫຼັງຮຽນຈົບມັດທະຍົມຕອນປາຍຢູ່ລາວແລ້ວ ນ້ອງໄດ້ກັບຄືນໄປຮຽນຕໍ່ຢູ່ຫວຽດນາມ.
![]() |
ນ້ອງຊາຍ ຟ້າມກວາງເຟືອກ. (ພາບ: TTXVN) |
ກ່ຽວກັບອະນາຄົດຂອງໂຮງຮຽນມັດທະຍົມຕົ້ນ ທົ໋ງເຍີດ, ສະມາຄົມຊາວຫວຽດນາມ ແຂວງຄຳມ່ວນ ໄດ້ວາງອອກເປົ້າໝາຍຈະສືບຕໍ່ຍົກສູງຄຸນນະພາບການສຶກສາ ແລະ ເປີດກວ້າງຂະຫນາດ, ຕັ້ງໃຈສອນດີ-ຮຽນເກັ່ງ ແລະ ສ້າງໂຮງຮຽນນັບມື້ນັບໃຫ້ເຂັ້ມແຂງ ແລະ ພັດທະນາຮອບດ້ານ.
ນອກນັ້ນ, ນີ້ກໍ່ແມ່ນທີ່ຢູ່ສີແດງ, ເປັນສະຖານທີ່ກ້າເບ້ຍໃຫ້ບັນດາລຸ້ນນັກຮຽນເກັ່ງ ເພື່ອປະກອບສ່ວນເຂົ້າໃນການພັດທະນາຈະເລີນຮຸ່ງເຮືອນຂອງປະເທດຊາດ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ
![]() | ຍູ້ແຮງການຜັນຂະຫຍາຍບັນດາໂຄງການໃຫຍ່ເຊື່ອມຕໍ່ສອງພື້ນຖານເສດຖະກິດ ຫວຽດນາມ - ລາວ ຍສໝ - ວັນທີ 24 ຕຸລາ, ຕາມເວລາທ້ອງຖິ່ນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດບັນດາການນຳກຸ່ມ BRICS ເປີດກວ້າງຢູ່ Kazan, ສະຫະພັນລັດເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. |
![]() | ທ່ານ ດົ່ງຮຸຍເກືອງ ໄດ້ຮັບເລືອກຕັ້ງເປັນຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຍສໝ - ວັນທີ 21 ຕຸລາ 2024, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄະນະປະທານ ຄັ້ງທີ 12, ຊຸດທີ 6, ອາຍຸການ 2019-2024 |
ມີງດຶກ