![]() | Plan International ນຳຫ້ອງຮຽນຖາວອນໃຫ້ນັກຮຽນທີ່ດ້ອຍໂອກາດຢູ່ ກວາງຈີ້ |
![]() | ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກູບາ ແຂວງ ກວາງບິ່ງ |
ໃນຂອບເຂດກອງປະຊຸມພົບປະ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບບາງຂໍ້ມູນທີ່ພົ້ນເດັ່ນກ່ຽວກັບສະພາບການເມືອງ, ເສດຖະກິດ, ສັງຄົມ ແລະ ການເຄື່ອນໄຫວຊາຍແດນລະຫວ່າງສອງແຂວງໃນປີ 2024.
ບົນພື້ນຖານໝາກຜົນການປຶກສາຫາລື, 2 ແຂວງໄດ້ເຫັນດີເປັນເອກະພາບລົງນາມໃນບົດບັນທຶກກອງປະຊຸມປະຈຳປີ 2025 ດ້ວຍເນື້ອໃນສຳຄັນຄື: ສືບຕໍ່ຮັກສາການປະຕິບັດວຽກງານໂຄສະນາ, ເຜີຍແຜ່, ສຶກສາ, ລະດົມປະຊາຊົນຢູ່ເຂດຊາຍແດນໃຫ້ປະຕິບັດຕາມບັນດາເອກະສານນິຕິກຳກ່ຽວກັບຊາຍແດນ ຫວຽດນາມ - ລາວ ທີ່ໄດ້ລົງນາມໂດຍລັດຖະບານສອງປະເທດ; ພິເສດແມ່ນອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ ແລະ ສັນຍາກ່ຽວກັບລະບຽບການຄຸ້ມຄອງຊາຍແດນ ຫວຽດນາມ - ລາວ ໃນປີ 2016.
![]() |
ການນຳແຂວງ ກວາງຈີ້ - ແຂວງສາລະວັນ ໄດ້ລົງນາມໃນເນື້ອໃນການຮ່ວມມືທີ່ກອງປະຊຸມພົບປະ. |
ຮັກສາລະບົບການປະສານງານການລາດຕະເວນສອງຝ່າຍໃຫ້ດີ ເພື່ອປົກປັກຮັກສາເສັ້ນທາງຊາຍແດນ ແລະ ຫຼັກໝາຍຊາຍແດນ; ເພີ່ມທະວີການແລກປ່ຽນຂໍ້ມູນ, ສະພາບການເພື່ອຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາການກະທຳທີ່ກະທົບຕໍ່ເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ການລະເມີດກົດລະບຽບຊາຍແດນ; ສະກັດກັ້ນການເຂົ້າເມືອງຜິດກົດໝາຍ ແລະ ການເຄື່ອນຍ້າຍຖິ່ນຖານຢູ່ເຂດຊາຍແດນ; ການປ້ອງກັນອາດຊະຍາກຳຂ້າມແດນ; ອໍານວຍຄວາມສະດວກໃຫ້ແກ່ກິດຈະກໍາຂ້າມຊາຍແດນ.
ສຸມໃສ່ການລົງທຶນ, ຍົກລະດັບພື້ນຖານໂຄງລ່າງ ເພື່ອຮັບປະກັນປະສິດທິພາບໃນການເຄື່ອນໄຫວ ກໍ່ຄືຄວາມເໝາະສົມກັນ, ພຽງສະໝ່ຳສະເໝີກັນລະຫວ່າງສອງຝ່າຍ; ປະສານສົມທົບການສຳຫຼວດສອງຝ່າຍ ເພື່ອເຫັນດີເປັນເອກະພາບກ່ຽວກັບແຜນທີ່ເສັ້ນທາງ ແລະ ແຜນການສະເພາະ ເພື່ອສະເໜີໃຫ້ລັດຖະບານຫວຽດນາມ - ລາວ ຍົກລະດັບດ່ານຊາຍແດນຂັ້ນສອງ Coc – A Xoc ເປັນດ່ານຊາຍແດນຕົ້ນຕໍ ເມື່ອຮັບປະກັນເງື່ອນໄຂ ແລະ ມາດຕະຖານ; ພະຍາຍາມເຮັດສໍາເລັດສຳເນົາເອກະສານ, ຂໍສະເໜີການຍົກລະດັບພາຍໃນປີ 2028.
ສົມທົບກັນຄົ້ນຄວ້າ, ສຳຫຼວດ ແລະ ແລກປ່ຽນຂໍ້ມູນ ສະເໜີລັດຖະບານສອງປະເທດໂຄງການຍົກສູງ, ເປີດກ້ວາງເສັ້ນທາງແຕ່ເມືອງ ຕາໂອ້ຍ ແຂວງສາລະວັນ ຫາ ເມືອງ ນອງ ແຂວງສະຫວັນນະເຂດ ເພື່ອຕອບສະໜອງຄວາມຕ້ອງການຂົນສົ່ງຖ່ານຫີນຈາກລາວໄປຫວຽດນາມ; ສຳຫຼວດ ແລະ ເຫັນດີກ່ຽວກັບໂຄງການສ້ອມແປງ ແລະ ຍົກລະດັບເສັ້ນທາງໄປຍັງຫຼັກໝາຍຊາຍແດນແຫ່ງຊາດ 618 ທີ່ແຂວງ ກວາງຈີ້ ລົງທຶນ ແລະ ກໍ່ສ້າງ.
ແຂວງ ກວາງຈີ້ ສະເໜີໃຫ້ແຂວງສາລະວັນ ເຫັນດີເປັນເອກະພາບກ່ຽວກັບເປົ້າໝາຍ, ຄວາມໝາຍ, ຄວາມສຳຄັນ ແລະ ເນື້ອໃນຂອງແລວທາງເສດຖະກິດ ກວາງຈີ້ (ຫວຽດນາມ) - ສາລະວັນ (ລາວ) - ອຸບົນຣາຊະທານີ (ໄທ) (PARA-EWEC) ເພື່ອສະເໜີໃຫ້ລັດຖະບານລາວ ເຫັນດີຕໍ່ນະໂຍບາຍສ້າງແລວເສດຖະກິດ PARA-EWEC ແລະ ເນື້ອໃນອື່ນໆທີ່ກ່ຽວຂ້ອງ.
ເນື່ອງໃນໂອກາດນີ້, ຄະນະຊີ້ນຳເຂດຊາຍແດນ ຫວຽດນາມ - ລາວ ແຂວງ ກວາງຈີ້ ໄດ້ໜູນຊ່ວຍຄະນະຊີ້ນຳຊາຍແດນ ລາວ - ຫວຽດນາມ ແຂວງສາລະວັນ ດ້ວຍຈຳນວນເງິນ 100 ລ້ານດົ່ງ.
ເນື່ອງໃນໂອກາດນີ້, ທ່ານ ຮັກສາການປະທານຄະນະກຳມະການປະຊາຊົນແຂວງ ໄດ້ສົ່ງຄຳຢື້ຢາມຂອງທ່ານເລຂາພັກແຂວງ ກວາງຈີ້ ຫງວຽນລອງຫາຍ ເຖິງທ່ານເລຂາພັກແຂວງ, ເຈົ້າແຂວງໆສາລະວັນ ດາວວົງ ພອນແກ້ວ ແລະ ກໍ່ໄດ້ເຊື້ອເຊີນທ່ານເລຂາພັກແຂວງ, ເຈົ້າແຂວງໆສາລະວັນ ພ້ອມດ້ວຍຄະນະຜູ້ແທນໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກວາງຈີ້ ໃນເວລາໄວທີ່ສຸດ, ປະກອບສ່ວນສ້າງເງື່ອນໄຂໃຫ້ຂະແໜງການ, ທ້ອງຖິ່ນຂອງສອງແຂວງຜັນຂະຫຍາຍການຮ່ວມມືຢ່າງແໜ້ນແຟ້ນກ່ວາອີກໃນໄລຍະຈະມາເຖິງ.
ມີງດຶກ