ນະຄອນ​ໂຮ່ຈິ​ມິນ ​ແລະ ຍີ່ປຸ່ນ ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການແລກປ່ຽນປະຊາຊົນ

11:00 | 01/03/2025

ຍສໝ - ຕອນ​ຄ່ຳ​ວັນ​ທີ 28 ກຸມພາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ສົມທົບ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່​ປຸ່ນ ນະຄອນ​ໂຮ່ຈິ​ມິນ ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ເຫຼີມສະຫຼອງ 65 ປີ​ແຫ່ງ​ວັນ​​ເກີດຂອງກະສັດຍີ່ປຸ່ນ Naruhito. ໂດຍ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ຮອງ​ປະທານ​ສະພາ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ, ປະທານ​ສະມາຄົມ​ມິດຕະພາບຫວຽດນາມ - ຍີ່ປຸ່ນ ນະຄອນ​ໂຮ່ຈິ​ມິນ ຮວິ່ງແທງເຍີນ ແລະ ກົງ​ສູນ​ໃຫຍ່ ຍີ່ປຸ່ນ ປະຈຳ​ນະຄອນ ​ໂຮ່ຈີ​ມິນ Ono Masuo.

ເປີດ​ຕົວ​ປຶ້ມ​ສອງ​ພາສາ ​ຫວຽດນາມ-ອັງກິດ ​ກ່ຽວ​ກັບ​ຄວາມ​ງາມ, ວັດທະນະທຳ​ຂອງ ​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນ
Fukushima ປາດ​ຖະໜາ​ຢາກ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ກັບ ​ຫວຽດນາມ

ກ່າວ​ຄຳປາໄສທີ່ເຫດການ, ທ່ານ ຮວິ່ງແທງເຍີນ ໄດ້​ທວນຄືນບັນດາເສັ້ນທາງພັດທະນາຂອງການ​ພົວພັນ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ນັບ​ແຕ່ເມື່ອ​ໄດ້​ຮັບການສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1973. ພາຍຫຼັງ​ໄດ້​ຮັບ​ການ​ຍົກ​ລະດັບ​ຫຼາຍ​ຢ່າງ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ ກໍ່ໄດ້​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເພື່ອ​ສັນຕິພາບ ​ແລະ ວັດທະນາ​ຖາວອນ​ຢູ່ ອາຊີ ​ແລະ ​ໃນ​ໂລກ. ນີ້​ແມ່ນພະຍານ​ຫຼັກ​ຖານ​ໃຫ້ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງລະຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ.

ນະຄອນ​ໂຮ່ຈິ​ມິນ ​ແລະ ຍີ່ປຸ່ນ ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການແລກປ່ຽນປະຊາຊົນ

ທ່ານ ຮວິ່ງແທງເຍີນ, ຮອງ​ປະທານ​ສະພາ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ສົ່ງ​ຄຳ​ອວຍພອນ​ວັນ​ເກີດເຖິງກະສັດຍີ່ປຸ່ນ Naruhito. (ພາບ: ໜັງສືພິມ ກົງລີ)

ນອກຈາກ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ແລ້ວ, ການເຄື່ອນໄຫວ​ແລກປ່ຽນ​ວັດທະນະທຳ ​ແລະ ປະຊາຊົນລະຫວ່າງ​ສອງ​ປະ​ເທດ​ກໍ່​ດຳ​ເນີນ​ໄປ​ຢ່າງ​​ຟົດຟື້ນ. ທ່ານ ຮວິ່ງແທງເຍີນ ​ໃຫ້​ຮູ້​ວ່າ ໃນ​ປີຜ່ານມາ, ສະມາຄົມ​ໄດ້​ສົມທົບ​ກັບ​ສະຖານ​ກົງສູນ​ໃຫຍ່​ຍີ່ປຸ່ນ ເພື່ອຈັດ​ຕັ້ງ​ບັນດາ​ເຫດການ​ທີ່​ເປັນໜ້າສົນໃຈ, ພົ້ນເດັ່ນ​ແມ່ນ ງານບຸນ ຫວຽດນາມ - ຍີ່ປຸ່ນ ຄັ້ງ​ທີ 9 ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ 428.000 ເທື່ອຄົນ, ດ້ວຍ​ບັນດາ​ລາຍການ​ສະ​ແດງເຊື້ອຍາວ, ເຕັ້ນ Yosakoi, ສິລະປະດື່ມນ້ຳຊາ...

ທ່ານກົງ​ສູນ​ໃຫຍ່ Ono Masuo ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວຢ່າງແທດຈິງຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ​ໂຮ່ຈິ​ມິນ ເພື່ອເພີ່ມທະວີການ​ພົວພັນ​ມິດຕະພາບລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ໃນ​ຫຼາຍປີຜ່ານ​ມາ. ທ່ານກໍ່ໄດ້ສະແດງຄວາມປາດ​ຖະໜາ​ວ່າ ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ພັດທະນາ​ແບບ​ຍືນ​ຍົງ, ຜ່ານ​ຜ່າ​ທຸກ​ສິ່ງ​ທ້າ​ທາຍ ​ແລະ ກ້າວ​ໄປ​ໄກ​ໃນ​ເວທີ​ສາກົນ.

ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ຄາດ​ວ່າ ​ບັນດາ​ສາຂາ​ສະມາຄົມໃໝ່ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ນະຄອນ​ໂຮ່ຈິ​ມິນ ຈະ​ປະກອບສ່ວນເປີດກ້ວາງ ແລະ ເພີ່ມ​ທະວີ​ພື້ນຖານມິດຕະພາບ​ລະຫວ່າງ​ປະຊາຊົນ ຍີ່ປຸ່ນ ​ແລະ ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ.

ຫວຽດ​ນາມ-ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ

ຫວຽດ​ນາມ-ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ

ຍສໝ - ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການຜັນ ຂະຫຍາຍຂໍ້ຕົກລົງສະບັບຕ່າງໆທີ່ບັນລຸໄດ້ໃນການພົບປະລະຫວ່າງສອງກົມການເມືອງ ແລະໝາກຜົນກອງປະຊຸມຄັ້ງທີ 47 ຄະນະກຳມະການ ຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ຜ່ານມາ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດການເມືອງ - ການພົວພັນ ຕ່າງປະເທດ - ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການລົງທຶນ - ການຄ້າ, ການເຊື່ອມຕໍ່ຄົມມະນາຄົມ.

Global Times (ຈີນ): ຊຸກຍູ້​ການ​ຮ່ວມ​ມື​ຢ່າງເເທດຈິງກັບ​ຫວຽດນາມ ຈາກ 5 ດ້ານ

Global Times (ຈີນ): ຊຸກຍູ້​ການ​ຮ່ວມ​ມື​ຢ່າງເເທດຈິງກັບ​ຫວຽດນາມ ຈາກ 5 ດ້ານ

ຍສໝ - ປີ 2025 ​ສະເຫຼີມສະຫຼອງ75 ປີ​ແຫ່ງ​ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ ​ຈີນ-ຫວຽດນາມ, ພ້ອມກັນນັ້ນ ​ແມ່ນ​ປີພົບປະ​ແລກປ່ຽນ​ມະນຸດສະທຳ ຈີນ-ຫວຽດນາມ. ​ໃນໂທລະເລກອວຍພອນ, ການ​ນຳ​ຂອງ​ສອງ​ປະ​ເທດ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຊຸກຍູ້​ບັນດາ​ຜົນງານ​ໃໝ່​ໃນ​ການ​ສ້າງ​ປະຊາ​ຄົມແບ່ງປັນອານາຄົດ ຈີນ-ຫວຽດນາມ ທີ່​ມີ​ຄວາມ​ໝາຍ​ຍຸດທະສາດ, ຊຸກຍູ້​ຄວາມ​ຮັບ​ຮູ້​ລວມຂັ້ນ​ສູງ​ກ່ຽວກັບ "6 ກ່ວາ" ​ໃນ​ການ​ພົວພັນ​ສອງ​ປະ​ເທດໃຫ້ເຂົ້າສູ່ຕົວຈິງ.

ມີງດຶກ

ເຫດການ