ທ່ານນາງ ເອກອັກຄະລັດຖະທູດ Caroline Beresford: ຮັດແໜ້ນສາຍຜູກພັນລະຫວ່າງຫວຽດນາມ ແລະນິວຊີແລນ ກວ່າອີກ

21:55 | 26/02/2025

ຍສໝ - ໃນລະຫວ່າງວັນທີ 25-28 ກຸມພາ, ທ່ານ ນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 2.

ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ແລກປ່ຽນກັບ Turkish Airlines, ຊຸກຍູ້ການຮ່ວມມືດ້ານການບິນ
ເອກອັກຄະລັດຖະທູດ ຫງວຽນມິງເຕິມ: ນໍາການພົວພັນມິດຕະພາບຫວຽດນາມ-ລາວ ສືບຕໍ່ກາຍເປັນການພົວພັນແບບຢ່າງທີ່ຫາຍາກໃນໂລກ
ທ່ານນາງ ເອກອັກຄະລັດຖະທູດ  Caroline Beresford: ຮັດແໜ້ນສາຍຜູກພັນລະຫວ່າງຫວຽດນາມ ແລະນິວຊີແລນ ກວ່າອີກ

ທ່ານນາງ Caroline Beresford ເອກ​ອັກຄະ​ລັດຖະທູດ ນິວຊີ​ແລນ ປະຈຳ ຫວຽດນາມ ຕອບ​ສຳພາດ​ສື່ມວນຊົນ. ພາບ: ສຳນັກຂ່າວສານ ຫວຽດນາມ

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ ນາງ Caroline Beresford ​ເອກ​ອັກຄະ​ລັດຖະທູດ ນິວຊີ​ແລນ ປະຈຳ ຫວຽດນາມ ​ໄດ້​ໃຫ້​ສຳພາດ​ຕໍ່​ສື່ມວນຊົນ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຢ້ຽມຢາມ ກໍ່ຄືການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຕີ​ລາຄາ​ກ່ຽວກັບຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ ນາຍົກລັດຖະມົນຕີ Christopher Luxon ​ຄືແນວ​ໃດ?

ອາດ​ເວົ້າ​ໄດ້​ວ່າ ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ເປັນ​ພິ​ເສດ​ຕໍ່​ ນິວ​ຊີ​ແລນ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ Luxon ມີ​ແຜນການດຳເນີນງານທີ່ມີ​ຄວາມມຸ່ງຫວັງ​ຫຼາຍທີ່ສຸດສຳລັບ​ສາຍ​ພົວ​ພັນ​ກັບ​ພາກ​ພື້ນ ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​. ລັດຖະບານ​ຂອງທ່ານ​ໄດ້​ເຄື່ອນ​ໄຫວ​ຢ່າງ​ວ່ອງ​ໄວ ​ເພື່ອສ້າງຕັ້ງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຕໍ່ຂົງ​ເຂດ​ຍຸດ​ທະ​ສາດ​ນີ້ຄືນໃໝ່; ​ແລະ ​ໃນ​ນັ້ນ, ນິວຊີ​ແລນ ກໍ່​ໄດ້​ກຳນົດ ​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ​ຂອງ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ.

ສະນັ້ນ, ການຢ້ຽມຢາມຂອງທ່ານ ນາຍົກລັດຖະມົນຕີ ພ້ອມກັບຄະນະຜູ້ແທນການຄ້າຂະໜາດໃຫຍ່ ບໍ່ພຽງແຕ່ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດເທົ່ານັ້ນ ຫາກຍັງ ເພື່ອປັບປຸງ ແລະ ເປີດກວ້າງ, ພັດທະນາສາຍພົວພັນກັບຄູ່ຮ່ວມມືທີ່ສຳຄັນຄື ຫວຽດນາມ ກວ່າອີກ. ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Luxon ແມ່ນເພື່ອແນໃສ່ເພີ່ມທະວີ ແລະ ຮັດແໜ້ນສາຍຜູກພັນລະຫວ່າງ 2 ປະເທດກວ່າອີກ, ພິເສດ ແມ່ນໃນສະພາບການທີ່ໂລກມີການປ່ຽນແປງທີ່ຄາດເດົາໄດ້ຍາກຄືໃນປັດຈຸບັນ.

ຮຽນທ່ານ, ປີນີ້ຫວຽດນາມ ແລະ ນິວຊີແລນ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ ຕີ​ລາຄາ​ກ່ຽວກັບການ​ພັດທະນາ​ຂອງ​ການ​ພົວພັນ​ສອງຝ່າຍ​ໃນ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາ​ແລະ​ ຄາດຄະເນການຢ້ຽນມຢາມຂອງ​ທ່ານ​ນາຍົກລັດຖະມົນຕີ Luxon ສາມາດຈະ​ເປີດ​ກາລະໂອກາດໃໝ່ຄືແນວໃດ?

​ເມື່ອ​ເບິ່ງ​ຄືນ​ 50 ປີ​ທີ່​ຜ່ານ​ມາ, ສອງ​ປະ​ເທດ​ໄດ້​ເດີນທາງມາໄດ້ໄລຍະທາງທີ່ຍາວ. ນິວຊີ​ແລນ ເລີ່ມ​ຕົ້ນການ​ພົວ​ພັນ​ທາງ​ການ​ທູດ​ກັບ​ຫວຽດ​ນາມ, ມອບທຶນສຶກສາໃນຂອບເຂດລາຍການພັດທະນາຂອງພວກຂ້າພະເຈົ້າ. ນັບ​ແຕ່​ນັ້ນ​ມາ, ສາຍ​ພົວພັນ​ສອງຝ່າຍນີ້ ໄດ້​ຮັບ​ການ​ພັດທະນາ​ເທື່ອ​ລະ​ກ້າວ ດ້ວຍ​ສາຍຜູກພັນ​ໃໝ່​ຫຼາຍ​ຢ່າງ. ມາຮອດປັດຈຸບັນ, ການເຊື່ອມຕໍ່ນີ້ ໄດ້ຮັດແໜ້ນຫຼາຍກວ່າເມື່ອ 50 ປີກ່ອນຢ່າງແທ້ຈິງ. ໃນນັ້ນ, ການ​ຮ່ວມ​ມື​ສອງ​ຝ່າຍ​ກວມ​ເອົາ​ບັນດາ​ຂົງ​ເຂດ​ຮ່ວມ​ມືທີ່​ສຳຄັນ​ຄື: ດ້ານ​ການ​ເມືອງ, ​ເສດຖະກິດ, ກະສິກຳ, ການພັດທະນາ​ແບບ​ຍືນ​ຍົງ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການຄົ້ນຄວ້າ, ການສຶກສາ...

ຈາກບັນດາ​ພື້ນຖານ​ອັນ​ໜັກ​ແໜ້ນ​ນັ້ນ, ພວກ​ຂ້າພະ​ເຈົ້າ ​ຄາດ​ວ່າ ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ນາຍົກລັດຖະມົນຕີ Luxon ຄັ້ງນີ້ ຈະ​ເປີດບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ໃໝ່. ດັ່ງ​ນັ້ນ, ພວກເຈົ້າ​ອາດ​ຄາດ​ຫວັງ​ໃນບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​ໃຫມ່​ລະ​ຫວ່າງ​ສອງ​ປະ​ເທດ. ແນ່ນອນ, ພວກເຮົາຈະສືບຕໍ່ເພີ່ມທະວີບັນດາຂົງເຂດການຮ່ວມມືທີ່ເປັນມູນເຊື້ອເຊັ່ນ ກະສິກໍາ ແລະ ການສຶກສາ, ແຕ່ພວກເຮົາຈະນໍາໃຊ້ບັນດາການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຢີໃຫມ່ຂອງ ນິວຊີແລນ ເພື່ອສາມາດເພີ່ມຄຸນຄ່າໃຫ້ແກ່ບັນດາຂົງເຂດເຫຼົ່ານັ້ນ. ຈາກ​ນັ້ນ, ພວກ​ເຮົາຈະສາມາດ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໃຫ້​ແກ່​ ຫວຽດນາມ ກໍ່ຄືການຊຸກຍູ້​ການ​ພົວພັນ​ສອງ​ຝ່າຍໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຈຸດ​ພົ້ນ​ເດັ່ນ​ໃນການ​ຢ້ຽມ​ຢາມ​ຄັ້ງ​ນີ້​ ແມ່ນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Christopher Luxon ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ​ ອາ​ຊຽນ (AFF) ຄັ້ງ​ທີ 2 ໂດຍຫວຽດ​ນາມ ເປັນເຈົ້າພາບ. ທ່ານເອກອັກຄະລັດຖະທູດສາມາດບອກພວກຂ້າພະເຈົ້າກ່ຽວກັບຄວາມສໍາຄັນຂອງການເຄື່ອນໄຫວນີ້ໄດ້ບໍ, ຮຽນທ່ານ?

ຂ້າພະ​ເຈົ້າດີ​ໃຈຫຼາຍ​ທີ່​ທ່ານ​ນາຍົກລັດຖະມົນຕີ Luxon ຈະ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ອະນາຄົດ ​ອາ​ຊຽນ (AFF). ນີ້​ແມ່ນ​ເຫດການ​ທີ່​ ນິວຊີ​ແລນ​ ສະໜັບສະໜູນ​ຢ່າງ​ແຮງ. ພວກ​ຂ້າພະ​ເຈົ້າຂໍ​ຂອບ​ໃຈ ຫວຽດນາມ ເພາະວ່າໄດ້ວາງອອກ​ຂໍ້​ລິ​ເລີ່​ມນີ້ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ອະນາຄົດ​ຂອງ ອາ​ຊຽນ, ພິ​ເສດ ​ແມ່ນ​ໃນ​ສະພາບ​ຄວາມ​ບໍ່​ໝັ້ນຄົງທີ່​ພາກ​ພື້ນ ​ແລະ ​ໂລກ​ພວມ​ປະ​ເຊີນ​ໜ້າ.

​ໃນ​ທັດສະນະ​ຂອງ​ ນິວຊີ​ແລນ, ບົດບາດ​ເປັນ​ໃຈກາງ​ຂອງ​ ອາ​ຊຽນ ​ແມ່ນແກ່ນສານ​ໃນ​ການ​ຮັກສາ​ຄວາມໝັ້ນຄົງ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງທັງໝົດ​ປະຊາຊົນ​ໃນພາກພື້ນ.

ປີ​ນີ້​ຍັງ​ເປັນ​ປີ​ຄົບຮອບ 5 ປີ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມືລະຫວ່າງ ​ນິວຊີ​ແລນ-ອາ​ຊຽນ. ນິວຊີ​ແລນ ​ແມ່ນ​ຄູ່​ຮ່ວມມືສົນທະນາທີ​ສອງ​ຂອງ​ອາ​ຊຽນ. ບັນດາ​ລາຍການ​ຮ່ວມ​ມື​ຂອງ ນິວຊີ​ແລນ ກັບ ອາ​ຊຽນ ກໍ່ມີ​ຄວາມ​ຫຼາກ​ຫຼາຍ, ອຸດົມສົມບູນ​ຄື​ກັບບັນດາລາຍການກັບ ຫວຽດນາມ. ​ແນ່ນອນ​ວ່າ ພວກ​ຂ້າພະ​ເຈົ້າ​ ຍາມໃດກໍ່ສະໜັບສະໜູນ ​ແລະ ຈະ​ສືບ​ຕໍ່​ປັບປຸງສາຍ​ພົວພັນ​ກັບ ອາ​ຊຽນ, ກໍ່ຄືສາຍ​​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂອບ​ເຂດ ອາ​ຊຽນ.

ຂໍຂອບໃຈທ່ານທູດ!

ການຢ້ຽມຢາມທາງລັດຖະກິດຫວຽດນາມຂອງເລຂາທິການໃຫຍ່, ປະທານປະເທດລາວ ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ກວ່າອີກ

ການຢ້ຽມຢາມທາງລັດຖະກິດຫວຽດນາມຂອງເລຂາທິການໃຫຍ່, ປະທານປະເທດລາວ ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ກວ່າອີກ

ຍສໝ - ສະຫາຍ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມທາງລັດຖະກິດຫວຽດນາມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ

ເອກອັກຄະລັດຖະທູດ ສະວິດ ຄົນໃໝ່ ສະແດງຄວາມຕື້ນຕັນໃຈຕໍ່ຄວາມຮັກແພງແຂກຄົນຂອງປະຊາຊົນ ຫວຽດນາມ

ເອກອັກຄະລັດຖະທູດ ສະວິດ ຄົນໃໝ່ ສະແດງຄວາມຕື້ນຕັນໃຈຕໍ່ຄວາມຮັກແພງແຂກຄົນຂອງປະຊາຊົນ ຫວຽດນາມ

ຍສໝ - ມາ​ ​ຫວຽດນາມ ​ເພື່ອ​ຮັບມອບໝາຍ​ໜ້າທີ່, ທ່ານ​ເອກ​ອັກຄະ​ລັດຖະທູດ ສະວິດ ປະຈຳ ຫວຽດນາມ ຄົນ​ໃໝ່ Johan Ndisi ​ໄດ້​ສະ​ແດງ​ຄວາມຕື້ນຕັນໃຈຕໍ່​ຄວາມ​ອົບ​ອຸ່ນ ​ແລະ ຄວາມຮັກແພງແຂກຄົນ​ຂອງ​ປະຊາຊົນ​ ຫວຽດນາມ.

ແທັງຮັ່ງ