ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນດີງາມ, ສ້າງຈຸດພົ້ນເດັ່ນຢູ່ເຂດຊາຍແດນ

21:54 | 04/03/2025

ເພື່ອແນໃສ່ເພີ່ມທະວີນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງປະຊາຊົນຢູ່ເຂດຊາຍແດນ, ຄະນະພັກ, ອຳນາດການປົກຄອງ ແລະກຳລັງປະກອບອາວຸດ, ເປັນຕົ້ນແມ່ນຄ້າຍທະຫານຊາຍແດນໃນບໍລິເວນໄດ້ໂຄສະນາ, ຂົນຂວາຍປະຊາຊົນປະຕິບັດຮູບແບບແຮກສ່ຽວກຸ່ມຊຸມຊົນຢູ່ສອງຟາກຊາຍແດນ, ສົມທົບກັນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ...

ເພີ່ມທະວີການສົມທົບກັນຜັນຂະຫຍາຍວຽກງານໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ ເພີ່ມທະວີການສົມທົບກັນຜັນຂະຫຍາຍວຽກງານໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ
ເພີ່ມ​ຂົວ​ຕໍ່​ພັດ​ທະ​ນາ​ພາ​ສາ​ຫວຽດ ​ຢູ່​ຍີ່​ປຸ່ນ​ ​ໂດຍ​ຜ່ານ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ເພີ່ມ​ຂົວ​ຕໍ່​ພັດ​ທະ​ນາ​ພາ​ສາ​ຫວຽດ ​ຢູ່​ຍີ່​ປຸ່ນ​ ​ໂດຍ​ຜ່ານ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ

ໃນບໍລິເວນເມືອງກວານເຊີນ ມີເສັ້ນຊາຍແດນຍາວ 80 ກວ່າກິໂລແມັດຢູ່ 6 ຕາແສງ, ຄື: ຕາມແທັງ, ຕາມລື, ເມື່ອງມິ່ນ, ເຊີນດ້ຽນ, ນາແມ່ວ ແລະເຊີນທຸຍ ຕິດກັບເມືອງວຽງໄຊ ແລະເມືອງຊຳໃຕ້, ແຂວງຫົວພັນ.

ແນໃສ່ເພີ່ມທະວີນໍ້າໃຈມິດຕະພາບຄວາມສາມັກຄີລະຫວ່າງປະຊາຊົນຢູ່ເຂດຊາຍແດນ, ຄະນະພັກ, ອຳນາດການປົກຄອງ ແລະກຳລັງປະກອບອາວຸດ, ເປັນຕົ້ນແມ່ນຄ້າຍທະຫານຊາຍແດນໃນບໍລິເວນໄດ້ໂຄສະນາ, ຂົນຂວາຍປະຊາຊົນປະຕິບັດຮູບແບບແຮກສ່ຽວກຸ່ມຊຸມຊົນຢູ່ສອງຟາກຊາຍແດນ, ສົມທົບກັນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ພ້ອມກັນປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

ຕາມລື ແມ່ນຕາແສງມີເສັ້ນຊາຍແດນຕິດກັບກຸ່ມບ້ານເມືອງປາວ, ເມືອງຊຳໃຕ້, ແຂວງຫົວພັນ (ລາວ) ທີ່ມີລວງຍາວ 8 ກິໂລແມັດ; ທົ່ວຕາແສງມີ 695 ຄອບຄົວ. ຊາບຊຶມຢ່າງເລິກເຊິ່ງແນວທາງ, ທັດສະນະຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນອັນໝັ້ນແກ່ນ, ກໍ່ສ້າງສາຍພົວພັນສັນຕິພາບ, ມິດຕະພາບຢູ່ເຂດຊາຍແດນ, ໃນຊຸມປີຜ່ານມາ, ສະຫາຍນາງ ລໍ່ທິຢື, ຮອງປະທານຄະນະກຳມະການປະຊາຊົນຕາແສງຕາມລື ໄດ້ເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນຕັ້ງໜ້າໂຄສະນາ, ຂົນຂວາຍປະຊາຊົນເຂົ້າຮ່ວມການຮັບປະກັນຄວາມໝັ້ນຄົງໃຫ້ໝູ່ບ້ານ, ປະກອບສ່ວນປົກປັກຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນ.

ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນດີງາມ, ສ້າງຈຸດພົ້ນເດັ່ນຢູ່ເຂດຊາຍແດນ
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນນາແມ່ວ ໂຄສະນາກົດໝາຍໃຫ້ແກ່ປະຊາຊົນທີ່ໄປມາຜ່ານດ່ານຊາຍແດນ.

ບົນພື້ນຖານບັນດາເອກະສານຊີ້ນຳຂອງຂັ້ນເທິງ, ໃນແຕ່ລະປີ, ສະຫາຍນາງ ລໍ່ທິຢື ໄດ້ສ້າງແຜນການ, ແນະນໍາບັນດາໝູ່ບ້ານຈັດຕັ້ງປະຕິບັດການເຄື່ອນໄຫວກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກ່ຽວກັບວຽກງານປົກປັກຮັກສາເສັ້ນຊາຍແດນ. ເປັນເຈົ້າການສົມທົບກັບກໍາລັງຕໍາຫຼວດ, ການທະຫານ, ຄ້າຍທະຫານຊາຍແດນທີ່ຕັ້ງທັບໃນບໍລິເວນກ່ຽວກັບ “ຂົນຂວາຍປະຊາຊົນເຂົ້າຮ່ວມກໍ່ສ້າງ, ປົກປັກຮັກສາ ອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ”; “ຂະບວນການມະຫາຊົນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ”. ຂົນຂວາຍປະຊາຊົນມອບປືນທຸກປະເພດ 20 ກວ່າກະບອກ; ຮັກສາການເຄື່ອນໄຫວຂອງບັນດາໜ່ວຍຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນດ້ວຍຕົນເອງ ແລະໜ່ວຍຄຸ້ມຄອງຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍດ້ວຍຕົນເອງຂັ້ນບ້ານຢ່າງເປັນລະບຽບ. ຜ່ານນັ້ນ, ຮັກສາສະຖຽນລະພາບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະສະພາບການຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ.

ໃນໄລຍະ 2019-2024, ຄະນະພັກ, ອໍານາດການປົກຄອງຈາກເມືອງ ຮອດຕາແສງໃນບໍລິເວນເມືອງກວານເຊີນ ໄດ້ສົມທົບກັບຄ້າຍທະຫານຊາຍແດນປະຕິບັດວຽກງານຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດເປັນຢ່າງດີ. ພ້ອມກັນນັ້ນ, ຜັນຂະຫຍາຍການແຮກສ່ຽວລະຫວ່າງສອງຕາແສງເຊີນທຸຍ ແລະນາແມ່ວ ກັບກຸ່ມບ້ານນໍ້າງາ, ເມືອງວຽງໄຊ; ບ້ານຂາມ, ຕາແສງຕາມແທັງ ແຮກສ່ຽວກັບບ້ານປ່ຽນເຟືອ, ກຸ່ມເມືອງປາວ, ເມືອງຊໍາໃຕ້, ແຂວງຫົວພັນ. ໃນຊຸມປີຜ່ານມາ, ອໍານາດການປົກຄອງ ແລະປະຊາຊົນສອງຟາກຊາຍແດນໄດ້ປະຕິບັດບັນດາເອກະສານນິຕິກຳກ່ຽວກັບການຄຸ້ມຄອງ ແລະປົກປັກຮັກສາເຂດຊາຍແດນຫວຽດນາມ-ລາວ ເປັນຢ່າງດີ, ພ້ອມກັນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ. ປະຊາຊົນສອງຟາກໄດ້ສົມທົບກັນເຂົ້າຮ່ວມການຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກຳ... ແລກປ່ຽນປະສົບການໃນການພັດທະນາການລ້ຽງສັດ, ການຜະລິດ, ການປູກຝັງເປັນປະຈຳ, ເປັນຕົ້ນແມ່ນການໜູນຊ່ວຍບົດຮຽນປະສົບການ, ເຕັກນິກໃນການປູກຕົ້ນໄມ້ກະສິກຳ; ຮັກສາ ແລະເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາດ.

ສະຫາຍ ເລືອງທິແຮ້ງ ເລຂາຄະນະພັກເມືອງກວານເຊີນ ໃຫ້ຮູ້ວ່າ ສາຍພົວພັນ, ນໍ້າໃຈມິດຕະພາບລະຫວ່າງຄະນະພັກ, ອຳນາດການປົກຄອງເມືອງກວານເຊີນ ກັບສອງເມືອງວຽງໄຊ, ເມືອງຊໍາໃຕ້, ແຂວງຫົວພັນ, ສປປ ລາວ ຍາມໃດກໍ່ໄດ້ຮັກສາ, ສະໜິດຕິດພັນ. ໃນວັນບຸນ, ບຸນເຕັດ ສອງຝ່າຍໄດ້ມາຢ້ຽມຢາມ, ອວຍພອນ ແລະມອບຂອງຂວັນທີ່ສະແດງໃຫ້ເຫັນນໍ້າໃຈມິດຕະພາບ ຫວຽດນາມ-ລາວ. ໃນໄລຍະ 2019-2024, ຄະນະພັກ, ອຳນາດການປົກຄອງເມືອງກວານເຊີນ ພ້ອມກັບກໍາລັງທະຫານຊາຍແດນສົມທົບກັບຄະນະພັກ, ອຳນາດການປົກຄອງເມືອງວຽງໄຊ, ເມືອງຊໍາໃຕ້ ຈັດຕັ້ງແນະນໍາດ້ານເຕັກນິກຢູ່ 12 ບ້ານດ້ວຍການເຂົ້າຮ່ວມຂອງປະຊາຊົນເກືອບ 2.000 ຄອບຄົວ ແລະພະນັກງານຂອງເມືອງວຽງໄຊ ປະມານ 110 ເທື່ອຄົນ ກ່ຽວກັບເຕັກນິກດຳນາເປັນແຖວ, ດ້ວຍເນື້ອທີ່ 60 ເຮັກຕາ ແລະໄດ້ເກັບກ່ຽວ; ໜູນຊ່ວຍເມືອງຊໍາໃຕ້ ພັດທະນາຊົນລະປະທານ, ຜະລິດກະສິກຳດ້ວຍຄ່າໃຊ້ຈ່າຍ 500 ລ້ານດົ່ງ. ບັນດາຕາແສງເຂດຊາຍແດນໃນບໍລິເວຍເມືອງກວານເຊີນ ໄດ້ສະໜັບສະໜູນກຸ່ມນໍ້າງ່າ, ເມືອງວຽງໄຊ ແລະກຸ່ມເມືອງປາວ, ເມືອງຊໍາໃຕ້ ດ້ວຍມູນຄ່າກວ່າ 100 ລ້ານດົ່ງ.

ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ໃນການສ້າງຄວາມສາມັກຄີ, ມິດຕະພາບຢູ່ເຂດຊາຍແດນ, ຄະນະພັກ, ອຳນາດການປົກຄອງ ແລະກຳລັງປະກອບອາວຸດໃນບໍລິເວນເມືອງກວານເຊີນ ສືບຕໍ່ສຸມໃສ່ຊີ້ນຳ, ນຳພາຊາບຊຶມ, ປະຕິບັດບັນດາມະຕິ, ຄຳສັ່ງຂອງພັກ ກ່ຽວກັບໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີປະສິດທິຜົນ. ກຳນົດວ່າ ການກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ພື້ນຖານປ້ອງກັນຊາຍແດນທົ່ວປວງຊົນ, ກໍ່ສ້າງກຳລັງປະກອບອາວຸດປະຊາຊົນແມ່ນໜ້າທີ່ສຳຄັນ ແລະເປັນປະຈຳຂອງທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນ. ຮັກສາສະຖຽນລະພາບດ້ານການເມືອງ, ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂສະດວກເພື່ອສຸມໃສ່ພັດທະນາເສດຖະກິດ-ສັງຄົມ ຮັບປະກັນໃຫ້ເມືອງກວານເຊີນ ຍາມໃດກໍ່ໝັ້ນຄົງເຂັ້ມແຂງໃນທ່າຮົບປ້ອງກັນລວມຂອງແຂວງ, ຂອງທະຫານເຂດ ແລະທົ່ວປະເທດ.

ສືບຕໍ່ເພີ່ມພູນຄູນສ້າງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ສືບຕໍ່ເພີ່ມພູນຄູນສ້າງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ

ຍສໝ - ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງກາວບັ່ງ ໄດ້ຮັບການສ້າງຕັ້ງແຕ່ປີ 2013, ມາຮອດປະຈຸບັນ, ສະມາຄົມໄດ້ຜັນຂະຫຍາຍການເຄື່ອນໄຫວແທດຈິງ, ມີປະສິດທິຜົນຖືກຕາມແນວທາງ, ນະໂຍບາຍການທູດຂອງພັກ ແລະລັດ, ນັບມື້ນັບເສີມຂະຫຍາຍການເຄື່ອນໄຫວໃນວຽກງານການທູດປະຊາຊົນ, ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປະຕິບັດສໍາເລັດໜ້າທີ່ຮັກສາ ແລະປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຊຸກຍູ້ການຮ່ວມມືສາກົນຫຼາຍຂະແໜງ, ຫຼາຍຂົງເຂດ ກໍ່ຄືພັດທະນາເຄືອຂ່າຍການເຄື່ອນໄຫວການທູດປະຊາຊົນໃນບໍລິເວນແຂວງ.

ແຮກສ່ຽວບ້ານ-ບ້ານ: ພື້ນ​ຖານ​ການເພີ່ມພູນຄູນສ້າງການ​ພົວ​ພັນ​ແບບ​ຍືນ​ຍົງ​ ຫວຽດ​ນາມ - ລາວ ແຮກສ່ຽວບ້ານ-ບ້ານ: ພື້ນ​ຖານ​ການເພີ່ມພູນຄູນສ້າງການ​ພົວ​ພັນ​ແບບ​ຍືນ​ຍົງ​ ຫວຽດ​ນາມ - ລາວ

ຍສໝ​ - ການແຮກສ່ຽວ ບ້ານ-ບ້ານ ​ໄດ້ ແລະ ພວມ​ສ້າງ​ຂົວ​ເຊື່ອມ​ຕໍ່​ທີ່ໝັ້ນຄົງ, ສະໜິດຕິດພັນປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ​ຫວຽດ​ນາມ - ລາວ. ຍ້ອນ​ຮູບ​ແບບ​ນີ້, ບັນດາໝູ່​ບ້ານ​ຂອງ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮ່ວມ​ກັນ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ເຫດການ