ຮ່າ​ໂນ້ຍ ບໍ່​ຈັດ​ຕັ້ງພິ​ທີ

ຮ່າ​ໂນ້ຍ ບໍ່​ຈັດ​ຕັ້ງພິ​ທີ "countdown", ຍິງບັ້ງໄຟດອກ ໃນ​ປີ​ໃໝ່ 2022

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານ ເຈິ່ນ​ຕວັນ​ແອັງ, ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ ຍ້ອນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ນະ​ຄອນ​ຈະ​ບໍ່​ຈັດ​ຕັ້ງ​ການ​ຍິງ​ບັ້ງ​ໄຟດອກ ພ້ອມ​ກັບ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ວັດ​ທະ​ນະ​ທຳ​ຢູ່ກາງແຈ້ງ ແລະ ລາຍ​ການ countdown" ຕ້ອ​ນ​ຮັບ​ປີ​ໃໝ່ 2022.

​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ

​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ

ຍສໝ - ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ໜັງ​ສື​ພິມ Nikkei Asia, ຍີ່ປຸ່ນ ​ເມື່ອ​ວິ​ເຄາະ​ຍຸດ​ທະ​ສາດ​ການ​ລົງທຶນ​ຢູ່​ຕ່າງປະ​ເທດ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ.

ການ​ສົ່ງ​ອອກ​ປາ​ຈາ ​ໄປ​ຍັງ​ລັດເຊຍ​ ເພີ່ມ​ຂຶ້ນ 83%

ການ​ສົ່ງ​ອອກ​ປາ​ຈາ ​ໄປ​ຍັງ​ລັດເຊຍ​ ເພີ່ມ​ຂຶ້ນ 83%

ຍສໝ - ການ​ສົ່ງ​ອອກ​ປາ​ຈາ ​ໄປ​ຍັງລັດ​ເຊຍ ​ໃນ 11 ເດືອນ​ຕົ້ນ​ປີ 2021 ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ຜ່ານ​ນັ້ນ, ກໍປະກອບສ່ວນອັນໃຫຍ່ຫຼວງ​ເຂົ້າ​ໃນ​ການ​ເຕີບ​ໂຕ​ຂອງ​ການ​ສົ່ງ​ອອກ​ສິນໃນນໍ້າ​ຂອງ​ຫວຽດນາມ​ ໄປ​ຍັງ​ຕະຫຼາດ​ນີ້.

ເສດ​ຖະ​ກິດ ຫວຽດ​ນາມ ປີ 2021 ມີ​ການ​ເຕີບ​ໂຕ 2,58%

ເສດ​ຖະ​ກິດ ຫວຽດ​ນາມ ປີ 2021 ມີ​ການ​ເຕີບ​ໂຕ 2,58%

ຍ​ສ​ໝ - ການ​ເຄື່ອນ​ໄຫ​ວ​ນຳ​ເຂົ້າ​ສົ່ງ​ອອກ, ດຶງ​ດູ​ດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ວິ​ສາ​ຫະ​ກິດ​ຟື້ນ​ຟູ​ການ​ຜະ​ລິດ​ດຳ​ເນີ​ນ​ທຸ​ລະ​ກິດ… ແມ່ນ​ບັນ​ດາ​ຈຸດ​ຕັ້ງ​ໜ້າ​ໃນ​ພາບ​ພົດ​ເສດ​ຖະ​ກິດ​ຫວຽດ​ນາມ ປີ 2021.

ທ່ານໝໍຫວຽດນາມ ຊ່ວຍຄົນຕ່າງປະເທດຫຼາຍຄົນ ທີ່ເປັນອຳມະພາດ ແລະ ເລືອດອອກໃນສະໝອງ

ທ່ານໝໍຫວຽດນາມ ຊ່ວຍຄົນຕ່າງປະເທດຫຼາຍຄົນ ທີ່ເປັນອຳມະພາດ ແລະ ເລືອດອອກໃນສະໝອງ

ຍສໝ - ຄົນຕ່າງປະເທດສ່ວນຫຼາຍ ແມ່ນນັກທ່ອງທ່ຽວ ຫຼື ມາຫວຽດນາມເພື່ອເຮັດວຽກ, ດັ່ງນັ້ນເຂົາເຈົ້າຈຶ່ງບໍ່ມີຍາດພີ່ນ້ອງໄປນຳ, ແຕ່ແພດໝໍຫວຽດນາມ ກໍບໍ່ປະຕິເສດການປິ່ນປົວສຸກເສີນໃຫ້.

ຫວຽດນາມ ຍົກ​ສູງ​ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ສາກົນ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ

ຫວຽດນາມ ຍົກ​ສູງ​ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ສາກົນ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ

ຍ​ສ​ໝ - ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Enrique A. Manalo ​ແລ້ວ, ການ​ດຳລົງ​ຕຳ​ແໜ່​ງ​ເປັນກຳ​ມະ​ການ​ບໍ່​ຖາ​ວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ, ​ເປັນ​ຕົ້ນ​ແມ່ນ​ເມື່ອ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ໝູນວຽນ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ, ຫວຽດນາມ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ປະຊາ​ຄົມ ອາ​ຊຽນ, ພ້ອມ​ກັນ​ນັ້ນ ​ກໍ່​ໄດ້​ຊ່ວຍ​ເຫຼືອ​ປັບ​ປຸງການ​ພົວ​ພັນ​ລະ​ຫວ່າງ​ສະ​ຫະ​ປະ​ຊາ​ຊາດ ​ແລະ​ ອາ​ຊຽນ​ ໃຫ້​ໝັ້ນ​ແກ່ນ​ກ່​ວາ​ອີກ.

WHO ໃຫ້ຄຳໝັ້ນສັນຍາພ້ອມກັບຫວຽດນາມ ໃນໄລຍະ “ດຳລົງຊີວິດຢ່າງປອດໄພຮ່ວມກັບ ໂຄວິດ-19”

WHO ໃຫ້ຄຳໝັ້ນສັນຍາພ້ອມກັບຫວຽດນາມ ໃນໄລຍະ “ດຳລົງຊີວິດຢ່າງປອດໄພຮ່ວມກັບ ໂຄວິດ-19”

ຍສໝ - ທ່ານ ​ດຣ Kidong Park, ຫົວໜ້າ​ຜູ້ຕາງໜ້າ​ອົງການ​ອະນາ​ໄມ​ໂລກ (WHO) ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ອົງການ​ອະນາ​ໄມ​ໂລກ (WHO) ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັກສາ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ ຫວຽດນາມ ​ໃນ​ທຸກ​ດ້ານ​ໃນຂະບວນວິວັດ​ ​ຫັນ​ປ່ຽນ​ຈາກ​ໄລຍະການ​ຄວບ​ຄຸມ ​ເຖິງ “ການ​ດຳ​ລົງ​ຊີ​ວິດ​ຢ່າງ​ປອດ​ໄພ​ຮ່ວມກັບ ໂຄ​ວິດ-19.”

ຄາດຄະເນວ່າໃນປີ 2021, ວົງເງິນການຄ້າຂອງຫວຽດນາມ ຈະບັນລຸປະມານ 3 ຕື້ USD

ຄາດຄະເນວ່າໃນປີ 2021, ວົງເງິນການຄ້າຂອງຫວຽດນາມ ຈະບັນລຸປະມານ 3 ຕື້ USD

ຍສໝ - ຕາມ​ສະຖິຕິ​ເບື້ອງ​ຕົ້ນ, ຄາດ​ວ່າ​ການ​ສົ່ງ​ອອກ​ໃນ​ເດືອນ​ທັນວາ ​ປີ 2021 ຈະ​ບັນລຸ​ປະມານ 33,5 ຕື້ USD, ​ເພີ່ມ​ຂຶ້ນ​ກວ່າ 21% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ. ​ໃນ​ຕະຫຼອດ​ປີ 2021, ວົງ​ເງິນ​ສົ່ງ​ອອກ​ຂອງ​ປະ​ເທດ​ບັນລຸ​ກວ່າ 335 ຕື້ USD.

ກະຊວງສາທາລະນະສຸກ ແນະນຳວິວັດການອອກ 'ໜັງສືຜ່ານແດນວັກຊີນ'

ກະຊວງສາທາລະນະສຸກ ແນະນຳວິວັດການອອກ 'ໜັງສືຜ່ານແດນວັກຊີນ'

ຍສໝ - ໃນຈົດໝາຍທາງລັດຖະການ ເລກທີ 5772/QD-BYT, ກະຊວງສາທາລະນະສຸກ ແນະນຳຂັ້ນຕອນການອອກ “ໜັງສືຜ່ານແດນວັກຊີນ” ເຊິ່ງນຳໃຊ້ຢ່າງເປັນເອກະພາບ ຢູ່ທຸກຮາກຖານສັກຢາກັນພະຍາດໃນທົ່ວປະເທດ.

ຮ່າໂນ້ຍ ຜັນຂະຫຍາຍການສັກຢາວັກຊີນຕ້ານໂຄວິດ-19 ໂດສທີ 3

ຮ່າໂນ້ຍ ຜັນຂະຫຍາຍການສັກຢາວັກຊີນຕ້ານໂຄວິດ-19 ໂດສທີ 3

ຍສໝ - ຕາມ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ຮ່າ​ໂນ້ຍ​ ແລ້ວ, ໄລ​ຍະ​ເວ​ລາ​ຫ່ງກັນຂອງ​ການ​ສັກ​ຢາ​ເຂັມເພີ່ມເຕີມ​ ແລະ​ ການ​ສັກ​ຢາເຂັມ​ສຸດ​ທ້າຍ ​ແມ່ນ​ແຕ່ 28 ວັນ ​ຫາ 3 ເດືອນ.

320 ລະຫັດຜະລິດຕະພັນຂອງຫວຽດນາມ ໄດ້ຮັບໃບອະນຸຍາດ ສົ່ງອອກໄປຍັງຈີນ

320 ລະຫັດຜະລິດຕະພັນຂອງຫວຽດນາມ ໄດ້ຮັບໃບອະນຸຍາດ ສົ່ງອອກໄປຍັງຈີນ

ຍສໝ - ມາ​ຮອດ​ເວລາ 11 ​ໂມງ​ຂອງ​ວັນ​ທີ 24 ທັນວາ 2021, ​​ມີ 320 ລະຫັດ​ຜະລິດ​ຕະພັນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ຮັບໃບ​ອະນຸຍາດ​ສົ່ງ​ອອກ​ໄປ​ຍັງຕະຫຼາດ​ຈີນ.

ລາຍການພິເສດເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງໂຮງລະຄອນ ການຟ້ອນລຳດົນຕີ ຫວຽດນາມ

ລາຍການພິເສດເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງໂຮງລະຄອນ ການຟ້ອນລຳດົນຕີ ຫວຽດນາມ

ຍສໝ - ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ໂຮງລະຄອນ ການຟ້ອນລຳດົນຕີ ຫວຽດນາມ (1951-2021) ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 25 ທັນວາ ຢູ່​ສູນ​ສິລະ​ປະ ເອົາເກີ (ຮ່າ​ໂນ້ຍ).

ກອງ​ປະ​ຊຸມ​ໃຫຍ່​​ຜູ​້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XI ຂອງ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ຈະ​ດຳ​ເນີນໃນ​ວັນ​ທີ 29  - 31 ທັນ​ວາ

ກອງ​ປະ​ຊຸມ​ໃຫຍ່​​ຜູ​້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XI ຂອງ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ຈະ​ດຳ​ເນີນໃນ​ວັນ​ທີ 29 - 31 ທັນ​ວາ

ຍ​ສ​ໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງສະມາຄົມນັກຂ່າວ ຫວຽດນາມ ອາຍຸການ 2020 – 2025 ຈະດຳເນີນໃນລະຫວ່າງວັນທີ 29 – 31 ທັນວາ ຢູ່ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ມີບັນດາການນຳພັກ, ລັດ, ຜູ້ແທນ 553 ທ່ານທີ່ຕາງໜ້າໃຫ້ສະມາຊິກສະມາຄົມນັກຂ່າວຫວຽດນາມ ກ່ວາ 27.400 ຄົນ.

ເລີ່ມ​ລົງ​ມື​ກໍ່​ສ້າງ “ທ່າ​ກ່ຳ​ປັ່ນໃຫຍ່​ທີ່​ສຸດ” ແຫ່ງ​ທຳ​ອິດ ຂອງ​ເຄືອ​ຂ່າຍ Logistic ອັດ​ສະ​ລິ​ຍະ ອາ​ຊຽນ

ເລີ່ມ​ລົງ​ມື​ກໍ່​ສ້າງ “ທ່າ​ກ່ຳ​ປັ່ນໃຫຍ່​ທີ່​ສຸດ” ແຫ່ງ​ທຳ​ອິດ ຂອງ​ເຄືອ​ຂ່າຍ Logistic ອັດ​ສະ​ລິ​ຍະ ອາ​ຊຽນ

ຍ​ສ​ໝ -ຫວ່າງແລ້ວນີ້, ຄະນະກຳມະການປະຊາຊົນແຂວງ ວິງຟຸກ, ກຸ່ມບໍລິສັດ T&T Group ແລະ YCH (ໂດຍແມ່ນກຸ່ມບໍລິສັດແຖວໜ້າໂລກກ່ຽວກັບ Logistics) ໄດ້ເລີ່ມລົງມືກໍ່ສ້າງສູນ Logistic ICD ວິງຟຸກ ຢ່າງເປັນທາງການ ດ້ວຍຍອດເງິນລົງທຶນເກືອບ 3.900 ຕື້ດົ່ງ. ພິທີເລີ່ມລົງມືກໍ່ສ້າງ ໄດ້ຈັດຂຶ້ນແບບທາງໄກ ພ້ອມກັນກັບ ຢູ່ສິງກະໂປ.

ທິມ​ຊາ​ດບານ​ເຕະ​ຫວຽດ​ນາມ ຍັງບໍ່​ທັນຍາດ​ໄດ້​ຄະ​ແນນ​ໃນ​ນັດ​ເຕະຮອບ​ຮອງ​ຊະ​ນະ​ເລີດນັດ​ທີ 1 ຂອງ AFF Cup 2020

ທິມ​ຊາ​ດບານ​ເຕະ​ຫວຽດ​ນາມ ຍັງບໍ່​ທັນຍາດ​ໄດ້​ຄະ​ແນນ​ໃນ​ນັດ​ເຕະຮອບ​ຮອງ​ຊະ​ນະ​ເລີດນັດ​ທີ 1 ຂອງ AFF Cup 2020

ຍ​ສ​ໝ - ຫວ່າງແລ້ວນີ້, ທິມ​ຊາດ​ບານ​ເຕະ ຫວຽດ​ນາມ ໄດ້​ເສຍ 0 – 2 ປະຕູ​ຕໍ່​ທິມ​ຊາດ​ບານ​ເຕະ​ໄທ ຢູ່​ນັດ​ເຕະ​ຮອບຮອງ​ຊ​ະ​ນະ​ເລີດ​ນັດ​ທີ 1 ຂອງ AFF Cup 2020 ຢູ່​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ ສິງ​ກະ​ໂປ. ບັນ​ດາລູກ​ເຂົ້າ​ປະ​ຕູ​ຂອງທິມ​ຊາດ​ບານ​ເຕະ ໄທ​ລ້ວນ​ແຕ່​ແມ່ນ​ນັກ​ເຕະ ຈັນ​ນາ​ທິບ ເຕະເຂົ້າໃນ​ຕັ້ງທີ 1 ຂອ​ງ​ນັດ​ເຕະ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຫົວເລື່ອງກ່ຽວກັບການປ່ຽນແປງໃໝ່, ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຫົວເລື່ອງກ່ຽວກັບການປ່ຽນແປງໃໝ່, ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ

ຍສໝ - ເມື່ອບໍ່ດົນມານີ້, ທ່ານ​ ເວືອງ​ດິ່ງ​ເຫ້ວ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ສະພາ​ແຫ່ງ​ຊາດ, ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ຄະນະ​ຊີ້​ນຳ​ກໍ່ສ້າງ​ບັນດາ​ຫົວ​ເລື່ອງແບ່ງໜ້າທີ່​ໃຫ້​ຄະນະ​ພັກ​ສະພາ​ແຫ່ງ​ຊາດ ຂຶ້ນກັບແຜນຮ່າງ “ຍຸດ​ທະ​ສາດ​ກໍ່ສ້າງ ​ແລະ ບູລະນະ ລັດແຫ່ງອຳນາດນິຕິບັນຍັດ​ສັງຄົມ​ນິຍົມ​ຫວຽດນາມ ຮອດ​ປີ 2030, ກໍານົດທິດ​ເຖິງ​ປີ 2045”.

ກະຊວງສາທາລະນະສຸກ: ປະຕິບັດ 8 ມາດຕະການເພື່ອຫຼຸດຜ່ອນການເສຍຊີວິດຈາກພະຍາດໂຄວິດ-19

ກະຊວງສາທາລະນະສຸກ: ປະຕິບັດ 8 ມາດຕະການເພື່ອຫຼຸດຜ່ອນການເສຍຊີວິດຈາກພະຍາດໂຄວິດ-19

ຍສໝ - ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ເພື່ອ​ຫລຸດຜ່ອນ​ຜູ້​ເສຍ​ຊີວິດ​ຈາກ​ພະຍາດ​ໂຄ​ວິດ-19 ​ແມ່ນ​ເນື້ອ​ໃນ ໂທລະເລກທາງການທີ່​ຫາກໍໄດ້ລົງ​ນາມໂດຍ ​ທ່ານ​ຮອງ​ລັດຖະມົນຕີ ຫງວຽນເຈື່ອງເຊີນ ​​ໃນ​ວັນ​ທີ 22 ທັນວາ, ​ໃນ​ນັ້ນ​ມີ 8 ​ເນື້ອ​ໃນ​ສະ​ເໜີ​ໂດຍ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນ​ເພື່ອ “ສືບ​ຕໍ່​ເອົາໃຈໃສ່​ຊີ້​ນໍາ”. ໃນນັ້ນມີ 3 ເປົ້່າໝາຍທີ່ກ່ຽວຂ້ອງເຖິງຊັບພະຍາກອນມະນຸດ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຟອກ​ເງິນ

​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຟອກ​ເງິນ

ຍສໝ - ຜູ້ຊ່ຽວຊານສາກົນຂອງສະມາຄົມທະນາຍຄວາມຂອງອາເມລິກາ ແບ່ງປັນຄວາມເຂົ້າໃຈທົ່ວໄປກ່ຽວກັບຜົນກະທົບຂອງການຟອກເງິນທີ່ອາດເກີດຂຶ້ນຕໍ່ຂະແຫນງການເງິນ, ຄວາມຫມັ້ນຄົງຂອງປະເທດຊາດ...

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ  ​ເຂົ້າ​ຮ່ວມ​ພິທີສະ​ເຫຼີມ​ສະ​ຫຼອງ​ວັນ​ຄ້າຍ​ວັນ​ເກີດ ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ຄົບຮອບ 110 ປີ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ​ເຂົ້າ​ຮ່ວມ​ພິທີສະ​ເຫຼີມ​ສະ​ຫຼອງ​ວັນ​ຄ້າຍ​ວັນ​ເກີດ ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ຄົບຮອບ 110 ປີ

ຍສໝ - ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 110 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ໄດ້​ກ່າວ​ສູນທອນພົດ​ທີ່​ລະ​ນຶກ.

ຫວຽດນາມ ປະຕິບັດສຳເລັດຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດເປັນຢ່າງດີ

ຫວຽດນາມ ປະຕິບັດສຳເລັດຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດເປັນຢ່າງດີ

ຫວຽດນາມ ໄດ້ປະຕິບັດສຳເລັດການດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດເປັນຢ່າງດີ ໃນໄລຍະ 2 ປີທີ່ດຳລົງຕຳແໜ່ງດັ່ງກ່າວ.

ຈີນຢຸດ​ຕິ​ການ​ນຳ​ເຂົ້າ​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ​ມອງກ໊າຍ, ບໍ່​ຮູ້​ມື້​ໃດ​ຈະ​ເປີດ​ຄືນ

ຈີນຢຸດ​ຕິ​ການ​ນຳ​ເຂົ້າ​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ​ມອງກ໊າຍ, ບໍ່​ຮູ້​ມື້​ໃດ​ຈະ​ເປີດ​ຄືນ

ຍ​ສ​ໝ - ໂດຍກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19, ຝ່າຍ​ຈີນ ໄດ້​ປະ​ກາດ​ຢຸດ​ຕິ​ການ​ນຳ​ສົ່ງ​ສິນ​ຄ້າ​ຜ່ານ​ແດນ ຜ່ານ​ບັນ​ດາ​ດ່ານ​ຊາຍ​ແດນ ຂອງ ນະ​ຄອນ ມອງ​ກ໊າຍ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຄົ້ນ​ຫາ, ປ້ອງ​ກັນ​ຕ້ານ​ໂລກ​ລ​ະ​ບາດ​ໂຄວິດ - 19.

ຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານເນື່ອງໃນ ໂອກາດບຸນປີໃໝ່ປະຈໍາຊາດ ແລະວັນບຸນລະດູບານໃໝ່ປີ 2022

ຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານເນື່ອງໃນ ໂອກາດບຸນປີໃໝ່ປະຈໍາຊາດ ແລະວັນບຸນລະດູບານໃໝ່ປີ 2022

ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫົວໜ້າຄະນະຊີ້ນຳລະຫວ່າງຂະແໜງສູນກາງກ່ຽວກັບຫຼັກ ອະນາໄມຄວາມປອດໄພດ້ານສະບຽງອາຫານ, ເປັນປະທານກອງປະຊຸມທາງ ໄກທົ່ວປະເທດຜັນຂະຫຍາຍວຽກງານຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ແລະວັນບຸນປີໃໝ່ 2022.

ສະພາຄວາມໝັ້ນຄົງ ຮັບຮອງເອົາມະຕິຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງຄະນະຮັກສາສັນຕິພາບ ສປຊ ຢູ່ ກົງໂກ

ສະພາຄວາມໝັ້ນຄົງ ຮັບຮອງເອົາມະຕິຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງຄະນະຮັກສາສັນຕິພາບ ສປຊ ຢູ່ ກົງໂກ

ຍສໝ - ຫວ່າງແລ້ວນີ້, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິເລກທີ 2612 ວ່າດ້ວຍການຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງ ຄະນະຮັກສາສັນຕິພາບ ສປຊ ຢູ່ ສາທາລະນະລັດ ປະຊາທິປະໄຕ ກົງໂກ (MONUSCO) ແລະ ປຶກສາຫາລືກ່ຽວກັບສະພາບການ ຢູ່ ຊີຣີ ແລະ ເອທີໂອປີ.

ກອງ​ປະ​ຊຸມ​ການ​ທູດວັດ​ທະ​ນະ​ທຳ

ກອງ​ປະ​ຊຸມ​ການ​ທູດວັດ​ທະ​ນະ​ທຳ

ຍ​ສ​ໝ - ຫວ່າງແລ້ວນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈັດ​ກອງ​ປະ​ຊຸມ “ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ການ​​ທູດ​ວັດ​ທ​ະ​ນະ​ທຳ​​ຮອດ​ປີ 2030: ເປັນ​ເຈົ້າ​ການ​ຮັບ​ມື, ປະ​ກອບ​ສ່ວນ​ແຜ່​ຂະ​ຫຍາຍ​ຄຸນ​ຄ່າ ແລະ ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ ຫວຽດ​ນາມ” ຕາມ​ຮູບ​ແບບ​ໂດຍ​ກົງ​ສົມ​ທົບ​ທາງ​ໄກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ: ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ແມ່ນ​ສູນ​ກາງ ແລະ ເຈົ້າ​ຂອງ​ໃນ​ການ​​ສ້າງ​ສາ ແລະ ​ປະ​ຕິ​ບັດ​ກົດ​ໝາຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ: ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ແມ່ນ​ສູນ​ກາງ ແລະ ເຈົ້າ​ຂອງ​ໃນ​ການ​​ສ້າງ​ສາ ແລະ ​ປະ​ຕິ​ບັດ​ກົດ​ໝາຍ

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 21 ທັນວາ​ນີ້, ກະຊວງ​ຍຸຕິ​ທຳ​ໄດ້​ຈັດ​ກອງ​ປະຊຸມ​ຜ່ານ​ທາງ​ອອນ​ລາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຕຸລາການ ​ປີ 2022 ຢູ່ 63 ຈຸດ​ເຊື່ອມ​ຕໍ່ທາງໄກໃນ​ແຂວງ, ນະຄອນ.

ຫວຽດນາມ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ການ​ຮ່ວມ​ເດີນ​ທາງ​ຂອງ​ບັນດາ​ອົງການຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຂອງ​ຕ່າງປະ​ເທດ

ຫວຽດນາມ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ການ​ຮ່ວມ​ເດີນ​ທາງ​ຂອງ​ບັນດາ​ອົງການຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຂອງ​ຕ່າງປະ​ເທດ

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 21 ທັນ​ວາ, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ​ຫວຽດນາມ (VUFO) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ພິທີ​ຮັບ​ເອົາ​ການ​ປະກອບສ່ວນ​ຂອງ​ອົງການຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຂອງ​ຕ່າງປະ​ເທດ​ໃນ​ປີ 2021.

ຫ​ວຽດ​ນາ​ມ - ກຳ​ປູ​ເຈຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູ​ດ​ປະ​ຊາ​ຊົ​ນ

ຫ​ວຽດ​ນາ​ມ - ກຳ​ປູ​ເຈຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູ​ດ​ປະ​ຊາ​ຊົ​ນ

ຕອນບ່າຍວັນທີ 21 ທັນວາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບ ທ່ານນາງ Mem Sam On, ຮອງນາຍົກລັດຖະມົນຕີ ກຳປູເຈຍ, ລັດຖະມົນຕີກະຊວງການພົວພັນສະພາແຫ່ງຊາດ, ສະພາສູງ ແລະ ກວດກາ ກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ.

ໂທ​ລະ​ເລກ​ລັດ​ຖະການ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ຄວບ​ຄຸມ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron

ໂທ​ລະ​ເລກ​ລັດ​ຖະການ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ຄວບ​ຄຸມ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron

ຍ​ສ​ໝ - ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຫາ​ກໍ່​ລົງ​ນາມ​ໂທ​ລະ​ເລກລັດ​ຖະ​ການ​ເລກ​ທີ 1745 ໃນ​ວັນ​ທີ 19 ທັນ​ວາ ປີ 2021 ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ເພີ່ມ​ທ​ະ​ວີວຽກ​ງານ​ປ້ອງ​ກັນ, ຕ້ານໂລກ​ລະ​ບາດ​ໂຄວິດ - 19, ຄວບ​ຄຸມ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron.

|< < 1 2 3 4 5 > >|
ເຫດການ
302 Found

Found

The document has moved here.