ຫວຽດນາມ ປະຕິບັດສຳເລັດຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດເປັນຢ່າງດີ

12:40 | 26/12/2021

ຫວຽດນາມ ໄດ້ປະຕິບັດສຳເລັດການດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດເປັນຢ່າງດີ ໃນໄລຍະ 2 ປີທີ່ດຳລົງຕຳແໜ່ງດັ່ງກ່າວ.

ຟື້ນຟູ, ພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ ໃນສະພາບການໃໝ່ ຟື້ນຟູ, ພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ ໃນສະພາບການໃໝ່
ໃຫ້ບຸລິມະສິດການປົກປ້ອງສິດ ແລະ ຜົນປະໂຫຍດຖືກຕາມກົດໝາຍຂອງວິສາຫະກິດ ແລະ ພົນລະເມືອງ ຫວຽດນາມ ໃຫ້ບຸລິມະສິດການປົກປ້ອງສິດ ແລະ ຜົນປະໂຫຍດຖືກຕາມກົດໝາຍຂອງວິສາຫະກິດ ແລະ ພົນລະເມືອງ ຫວຽດນາມ
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ (ພາບ: TTXVN)
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ (ພາບ: TTXVN)

ໃນໄລຍະ 2 ປີທີ່ດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021, ຫວຽດນາມ ໄດ້ຢືນຢັນບົດບາດ, ທີ່ຕັ້ງຢູ່ອົງການສຳຄັນທີ່ສຸດຂອງສະຫະປະຊາຊາດ.

ເນື່ອງໃນໂອກາດທີ່ ຫວຽດນາມ ສິ້ນສຸດອາຍຸການກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ 2020-2021, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ຖືວ່າ, ຫວຽດນາມ ໄດ້ປະຕິບັດສຳເລັດການດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດເປັນຢ່າງດີ ໃນໄລຍະ 2 ປີທີ່ດຳລົງຕຳແໜ່ງດັ່ງກ່າວ.

“ຫວຽດນາມ ໄດ້ປະກອບສ່ວນເຂົ້າຫຼາຍບັນຫາ. ບັນຫາທີ 1 ແມ່ນພວກເຮົາປະກອບສ່ວນເຂົ້າໃນການເຄົາລົບກົດໝາຍໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໂລກ. ທີ 2 ແມ່ນຊຸກຍູ້ເລື່ອງລາວຕ່າງໆກ່ຽວກັບການປົກປ້ອງສາມັນຊົນ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ. ທີ 3 ແມ່ນໃນຄວາມມານະພະຍາຍາມຮັບມືກັບສິ່ງທ້າທາຍແບບໃໝ່ ໃນນັ້ນມີການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນ. ທີ 4 ແມ່ນພວກເຮົາຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນກວ່າ ແລະ ຍົກສູງບົດບາດຂອງບັນດາອົງການຈັດຕັ້ງສາກົນ, ພາກພື້ນ ແລະ ອະນຸພາກພື້ນ, ການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງ, ພາກພື້ນ ແລະ ອະນຸພາກພື້ນ ກັບສະຫະປະຊາຊາດ ໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ. ນັ້ນແມ່ນບັນດາການປະກອບສ່ວນພົ້ນເດັນທີ່ສຸດຂອງ ຫວຽດນາມ ໃນຕະຫຼອດອາຍຸການດັ່ງກ່າວ”.

ໃນໄລຍະຈະມາເຖິງ, ເຖິງວ່າ ຫວຽດນາມ ບໍ່ໄດ້ດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອີກກໍ່ຕາມ, ແຕ່ຫົວເລື່ອງທີ່ໃຫ້ບຸລິມະສິດໃນສະພາຄວາມໝັ້ນຄົງ ກໍຄືຫົວຂໍ້ຢູ່ສະຫະຊາຊາດ, ກໍ່ຍັງແມ່ນເລື່ອງລາວກ່ຽວກັບການເຄົາລົບກົດໝາຍ, ກົດໝາຍສາກົນໃນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ…

vovworld.vn

ເຫດການ
302 Found

Found

The document has moved here.