ການ​ສົ່ງ​ອອກ​ປາ​ຈາ ​ໄປ​ຍັງ​ລັດເຊຍ​ ເພີ່ມ​ຂຶ້ນ 83%

16:31 | 31/12/2021

ຍສໝ - ການ​ສົ່ງ​ອອກ​ປາ​ຈາ ​ໄປ​ຍັງລັດ​ເຊຍ ​ໃນ 11 ເດືອນ​ຕົ້ນ​ປີ 2021 ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ຜ່ານ​ນັ້ນ, ກໍປະກອບສ່ວນອັນໃຫຍ່ຫຼວງ​ເຂົ້າ​ໃນ​ການ​ເຕີບ​ໂຕ​ຂອງ​ການ​ສົ່ງ​ອອກ​ສິນໃນນໍ້າ​ຂອງ​ຫວຽດນາມ​ ໄປ​ຍັງ​ຕະຫຼາດ​ນີ້.

ສິນ​ຄ້າ​ສົ່ງ​ອອກ​ໄປ​ຍັງ​ຈີນ​ຖືກ​ຕິດ​ຢູ່ ດ່ານ​ຊາຍ​ແດນ: ຫວຽດ​ນາມ ມີ​ທ່າ​ໄດ້​ປຽ​ບ​ແຕ່​ຍັງ​ບໍ່​ທັນ​ສວຍ​ໃຊ້​ໄດ້ ສິນ​ຄ້າ​ສົ່ງ​ອອກ​ໄປ​ຍັງ​ຈີນ​ຖືກ​ຕິດ​ຢູ່ ດ່ານ​ຊາຍ​ແດນ: ຫວຽດ​ນາມ ມີ​ທ່າ​ໄດ້​ປຽ​ບ​ແຕ່​ຍັງ​ບໍ່​ທັນ​ສວຍ​ໃຊ້​ໄດ້
ມີ​ຜະ​ລິດ​ຕະ​ພັ​ນ​ກະ​ເສດ, ສິນ​ໃນ​ນ້ຳ ຫວຽດ​ນາມ ກວ່າ 1000 ຊະ​ນິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຈີນ ມີ​ຜະ​ລິດ​ຕະ​ພັ​ນ​ກະ​ເສດ, ສິນ​ໃນ​ນ້ຳ ຫວຽດ​ນາມ ກວ່າ 1000 ຊະ​ນິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຈີນ

ຕາມ​ສະມາຄົມປຸງແຕ່ງ ​ແລະ ​ສົ່ງ​ອອກສິນໃນນໍ້າ​ຫວຽດນາມ (VASEP) ​ແລ້ວ, ​ໃນ 11 ​ເດືອນ​ຕົ້ນ​ປີ​ນີ້, ການ​ສົ່ງ​ອອກ​ສິນໃນນໍ້າ​ຂອງ​ຫວຽດນາມ​ໄປ​ຍັງ​ລັດ​ເຊຍ ບັນລຸ​ເກືອບ 150 ລ້ານ USD, ​ເພີ່ມ​ຂຶ້ນ 27% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020.

ການ​ສົ່ງ​ອອກ​ປາ​ຈາ ​ໄປ​ຍັງ​ລັດເຊຍ​ ເພີ່ມ​ຂຶ້ນ 83%
ການ​ສົ່ງ​ອອກ​ປາ​ຈາ ​ໄປ​ຍັງ​ລັດເຊຍ​ ເພີ່ມ​ຂຶ້ນ 83%. ພາບປະກອບ: nongnghiep.vn

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍໄປຍັງ​ລັດ​ເຊຍ ລ້ວນແຕ່​ເພີ່ມ​ຂຶ້ນ. ​ໃນ​ນັ້ນ, ການ​ສົ່ງ​ອອກ​ປາຈາ ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ທີ່​ສຸດ, ດ້ວຍ 83%, ບັນລຸ​ເກືອບ 30 ລ້ານ USD ​ແລະ ກວມເອົາ 19% ຍອດ​ການສົ່ງ​ອອກ​ສິນໃນນໍ້າ​ໄປ​ຍັງ​ຕະຫຼາດ​ລັດ​ເຊຍ.

​ໃນ​ຕົ້ນ​ປີ​ນີ້, ລັດ​ເຊຍ ​ໄດ້​ອະນຸມັດ​ໃຫ້​ວິ​ສາ​ຫະກິດສິນໃນນໍ້າຂອງ​ຫວຽດນາມ 25 ​ແຫ່ງ​ສົ່ງ​ອອກ​ໄປ​ຍັງລັດ​ເຊຍ ​ຕື່ມ​ອີກ. ສິ່ງ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ເປີດ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ປາ​ຈາ​ຂອງ​ຫວຽດ​ນາມ. ພາຍຫຼັງປາຈາ, ການສົ່ງອອກຜະລິດຕະ ພັນສິນໃນນໍ້າຫຼັກແຫຼ່ງຕ່າງໆໄປຍັງລັດເຊຍ ກໍ່ເພີ່ມຂຶ້ນຢ່າງແຮງໃນ 11 ເດືອນຜ່ານມາ ຄື: ປາທູນ່າ, ປາມຶກ ແລະ ປາມຶກຍັກ ລ້ວນແຕ່ເພີ່ມຂຶ້ນ 63%; ປາ​ທະ​ເລຕ່າງໆ ​ເພີ່ມ​ຂຶ້ນ 19%…

ປາ​ທະ​ເລຕ່າງໆ (ບໍ່​ລວມ​ທັງ​ປາ​ທູ​ນ່າ) ແມ່ນ​ກຸ່ມ​ທີ່​ມີ​ມູນ​ຄ່າ​ສົ່ງ​ອອກ​ສິນ​ໃນນໍ້າ​ ​ໄປ​ຍັງ ລັດ​ເຊຍ ໃຫຍ່​ທີ່​ສຸດໃນ​ຮອບ 11 ເດືອນ ດ້ວຍ​ມູນ​ຄ່າ​ກວ່າ 63 ລ້ານ USD, ກວມ​ເອົາ 43%. ການສົ່ງອອກກຸ້ງໄປຍັງລັດເຊຍ ໃນ 11 ເດືອນບັນລຸເກືອບ 41 ລ້ານ USD, ກວມເອົາກວ່າ 27%. ​

ໜ້າທີ່ເອົາໃຈໃສ່ແມ່ນ, ​ໃນ 11 ​ເດືອນ​ຜ່ານ​ມາ, ການ​ສົ່ງ​ອອກ​ນ້ຳປາ ​ແລະ ​ນໍ້າປາປະເພດຕ່າງໆ ​ຂອງຫວຽດນາມ ​ໄປ​ຍັງ​ລັດ​ເຊຍ ​ໄດ້​ເພີ່ມ​ຂຶ້ນທົບ 3 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ບັນລຸ​ເກືອບ 1,3 ລ້ານ USD.

ບູນມີ

ເຫດການ
302 Found

Found

The document has moved here.