ຫ​ວຽດ​ນາ​ມ - ກຳ​ປູ​ເຈຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູ​ດ​ປະ​ຊາ​ຊົ​ນ

09:08 | 23/12/2021

ຕອນບ່າຍວັນທີ 21 ທັນວາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບ ທ່ານນາງ Mem Sam On, ຮອງນາຍົກລັດຖະມົນຕີ ກຳປູເຈຍ, ລັດຖະມົນຕີກະຊວງການພົວພັນສະພາແຫ່ງຊາດ, ສະພາສູງ ແລະ ກວດກາ ກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ.

ການພົວພັນຫວຽດນາມ - ລາວ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານໃນປີ 2021 ການພົວພັນຫວຽດນາມ - ລາວ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານໃນປີ 2021
ນັກຮຽນ​ຮູ້ໂລກ​ຕີ​ລາຄາ​ສູງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ນັກຮຽນ​ຮູ້ໂລກ​ຕີ​ລາຄາ​ສູງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ
undefined
ທ່ານ ປະທານປະເທດ ຫງວຽນຊວັນຟຸກ ພົບປະກັບທ່ານນາງ Mem Sam On, ຮອງນາຍົກລັດຖະມົນຕີ ກຳປູເຈຍ (ພາບ: TTXVN)

ທີ່ການພົບປະ, ທ່ານ ປະທານປະເທດ ຫງວຽນຊວັນຟຸກ ໄດ້ອວຍພອນປະຊາຊົນ ກຳປູເຈຍ ທີ່ບັນລຸໄດ້ຜົນງານສຳຄັນໃນສ້າງສາປະເທດຊາດ, ຮັກສາສະຖຽນລະພາບດ້ານ ການເມືອງ - ການປ້ອງກັນຄວາມສະຫງົບ, ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງທີ່ຕັ້ງບົດບາດຂອງປະເທດໃນສາກົນຢ່າງບໍ່ຢຸດຢັ້ງ; ທ່ານປະທານປະເທດ ຫວຽດນາມ ກໍ່ຢັ້ງຢືນວ່າ ການນຳ ແລະ ປະຊາຊົນ ຫວຽດນາມ ຫວັງວ່າ ປະຊາຊົນ ກຳປູເຈຍ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃຫຍ່ຫຼວງຫຼາຍກວ່າອີກໃນໄລຍະທີ່ຈະມາເຖິງ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ຕີລາຄາສູງຕໍ່ການຮ່ວມໜູນຊ່ວຍລະຫວ່າງ 2 ປະເທດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນເວລາຜ່ານມາ.

ສ່ວນທ່ານນາງຮອງລັດຖະມົນຕີ Men Sam On ໄດ້ເຫັນດີຕໍ່ການສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວການທູດລະຫວ່າງປະຊາຊົນ, ການພົວພັນແລກປ່ຽນລະຫວ່າງບັນດາອົງການຈັດຕັ້ງມະຫາຊົນ, ສະຫະພັນແມ່ຍິງ, ຊາວໜຸ່ມຂອງ 2 ປະເທດ; ຊຸກຍູ້ ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແລະ ກຳປູເຈຍ - ຫວຽດນາມ ເພີ່ມທະວີການສົມທົບກັນດ້ານການສຶກສາ, ໂຄສະນາເຜີຍແຜ່ເພື່ອໃຫ້ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນລຸ້ນໜູ່ມ 2 ປະເທດຮັບຮູ້ຢ່າງຈະແຈ້ງກວ່າກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງການຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບຢ່າງດີງາມລະຫວ່າງ 2 ປະເທດ.

vov.world.vn

ເຫດການ
302 Found

Found

The document has moved here.