ເລີ່ມ​ລົງ​ມື​ກໍ່​ສ້າງ “ທ່າ​ກ່ຳ​ປັ່ນໃຫຍ່​ທີ່​ສຸດ” ແຫ່ງ​ທຳ​ອິດ ຂອງ​ເຄືອ​ຂ່າຍ Logistic ອັດ​ສະ​ລິ​ຍະ ອາ​ຊຽນ

15:25 | 27/12/2021

ຍ​ສ​ໝ -ຫວ່າງແລ້ວນີ້, ຄະນະກຳມະການປະຊາຊົນແຂວງ ວິງຟຸກ, ກຸ່ມບໍລິສັດ T&T Group ແລະ YCH (ໂດຍແມ່ນກຸ່ມບໍລິສັດແຖວໜ້າໂລກກ່ຽວກັບ Logistics) ໄດ້ເລີ່ມລົງມືກໍ່ສ້າງສູນ Logistic ICD ວິງຟຸກ ຢ່າງເປັນທາງການ ດ້ວຍຍອດເງິນລົງທຶນເກືອບ 3.900 ຕື້ດົ່ງ. ພິທີເລີ່ມລົງມືກໍ່ສ້າງ ໄດ້ຈັດຂຶ້ນແບບທາງໄກ ພ້ອມກັນກັບ ຢູ່ສິງກະໂປ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຫົວເລື່ອງກ່ຽວກັບການປ່ຽນແປງໃໝ່, ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຫົວເລື່ອງກ່ຽວກັບການປ່ຽນແປງໃໝ່, ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ
ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ມອບ​ສົ່ງ​ສຳ​ນັກ​ງານ​ຕຳຫຼວດ​ແຫ່ງ​ທຳ​ອິດ​ໃຫ້​ກະ​ຊວງ​ຕຳຫຼວດ​ລາວ ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ມອບ​ສົ່ງ​ສຳ​ນັກ​ງານ​ຕຳຫຼວດ​ແຫ່ງ​ທຳ​ອິດ​ໃຫ້​ກະ​ຊວງ​ຕຳຫຼວດ​ລາວ
ເລີ່ມ​ລົງ​ມື​ກໍ່​ສ້າງ “ທ່າ​ກ່ຳ​ປັ່ນໃຫຍ່​ທີ່​ສຸດ” ແຫ່ງ​ທຳ​ອິດ ຂອງ​ເຄືອ​ຂ່າຍ Logistic ອັດ​ສະ​ລິ​ຍະ ອາ​ຊຽນ
ພາບປະກອບ:petrotimes.vn

ໂດຍແມ່ນສ່ວນໜຶ່ງໃນການວາງແຜນກຳນົດລະອຽດກ່ຽວກັບການພັດທະນາລະບົບທ່າກ່ຳປັ່ນ Inland Container Depot (ICD) ແລະ ສູນ Logistics ຫວຽດນາມ ໄລຍະ 2020, ກຳນົດທິດຮອດປີ 2030, ສູນ Logistics ICD ວິງຟຸກ ແມ່ນ “ທ່າກ່ຳປັ່ນໃຫຍ່ທີ່ສຸດ” ແຫ່ງທຳອິດຂອງເຄືອຂ່າຍ logistics ອັດສະລິຍະຢູ່ພາກພື້ນ ອາຊຽນ, ມີບົດບາດໜ້າທີ່ປະມວນຂອງ ສູນແຈກຢາຍ (Distribution Center - DC) ແລະ ເຂດ ICD ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວສະໜອງບັນດາການບໍລິການ Logistics ແລະ ໄດ້ຮັບການນຳໃຊ້ເຕັກໂນໂລຢີ IoT ທີ່ທັນສະໄໝແຖວໜ້າໂລກ.

ສູນ​​ມີ​ຂອບ​ຂະ​ໜາດ​ກ່​ວາ 83 ha, ດ້ວຍ​ສະ​ມັດ​ຕະ​ພາ​ບ​ອອກ​ແບບ​ສິນ​ຄ້າ​ຜ່ານ​ແດນ​ປະ​ມານ 530.000 TEU/ປີ, ນອນ​ຢູ່​ເທດ​ສະ​ບານ ເຮືອງແກງ ແລະ ຕາ​ແສງ​ເຊີຍ​ໂລຍ, ເມືອງ ບິ່ງ​ຊວຽນ, ແຂວງວິງ​ຟຸກ

ສ່ວນຢູ່ສະຖານທີ່ເຊື່ອມຕໍ່ ສິງກະໂປ, ທ່ານ Tan See Leng ລັດຖະມົນຕີກະຊວງແຮງງານ, ທັງເປັນລັດຖະມົນຕີຜູ້ທີ 2 ກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ ໄດ້ຕີລາຄາວ່າ ຕະຫຼາດຫວຽດນາມ ແມ່ນຕະຫຼາດທີ່ເປັນໜ້າສົນໃຈສຳລັບຄູ່ຮ່ວມມືສິງກະໂປ. ເຫດການເລີ່ມລົງມືກໍ່ສ້າງ ທ່າກ່ຳປັ່ນດັ່ງກ່າວເປັນຂີດໝາຍແຫ່ງການຮ່ວມມື ລະຫວ່າງສອງກຸ່ມບໍລິສັດໃຫຍ່ ຂອງສອງປະເທດ ແລະ ແມ່ນໂຄງການທີ່ມີເງິນລົງທຶນຫຼາຍທີ່ສຸດຂອງ ສິງກະໂປ ທີ່ລົງທຶນຢູ່ຫວຽດນາມ. ໂຄງການສາມາດໝູນໃຊ້ທ່າໄດ້ປຽບຂອງ ຫວຽດນາມ ທີ່ພວມຟື້ນຟູພາຍຫຼັງຖືກຜົນກະທົບຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19, ຊ່ວຍໃຫ້ພັດທະນາອຸດສາຫະກຳ 4.0 ແລະ ບຳລຸງສ້າງພື້ນຖານຊັບພະຍາກອນມະນຸດຂອງ ຫວຽດນາມ.

ຕາມແຜນການແລ້ວ, ໂຄງການຈະນຳເຂົ້າການເຄື່ອນໄຫວຂຸດຄົ້ນໄລຍະ 1 ແຕ່ໄຕມາດທີ III ປີ 2022 ແລະ ນຳເຂົ້າເຄື່ອນໄຫວໄລຍະ 2 ໃນໄຕມາດທີ IV ປີ2024.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.