ໂທ​ລະ​ເລກ​ລັດ​ຖະການ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ຄວບ​ຄຸມ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron

07:07 | 22/12/2021

ຍ​ສ​ໝ - ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຫາ​ກໍ່​ລົງ​ນາມ​ໂທ​ລະ​ເລກລັດ​ຖະ​ການ​ເລກ​ທີ 1745 ໃນ​ວັນ​ທີ 19 ທັນ​ວາ ປີ 2021 ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ເພີ່ມ​ທ​ະ​ວີວຽກ​ງານ​ປ້ອງ​ກັນ, ຕ້ານໂລກ​ລະ​ບາດ​ໂຄວິດ - 19, ຄວບ​ຄຸມ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron.

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມເສົ້າ​ສະຫຼົດ​ໃຈ ກ່ຽວ​ກັບ​ເຫດ​ພາ​ຍຸໝູນ ຢູ່​ພາກ​ກາງ ອາ​ເມ​ລິ​ກາ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມເສົ້າ​ສະຫຼົດ​ໃຈ ກ່ຽວ​ກັບ​ເຫດ​ພາ​ຍຸໝູນ ຢູ່​ພາກ​ກາງ ອາ​ເມ​ລິ​ກາ
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈ​ິງ: ຄ​ວ​ບ​ຄຸມ​ໂລກ​ລ​ະ​ບາດ​ໃຫ້​ເປັນ​ຢ່າງດີ​​ເພື່ອ​ຊຸກ​ຍູ້​​ການ​ເຄື່ອນ​ໄຫວເສດ​ຖະ​ກິດ - ສັງ​ຄົມ ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈ​ິງ: ຄ​ວ​ບ​ຄຸມ​ໂລກ​ລ​ະ​ບາດ​ໃຫ້​ເປັນ​ຢ່າງດີ​​ເພື່ອ​ຊຸກ​ຍູ້​​ການ​ເຄື່ອນ​ໄຫວເສດ​ຖະ​ກິດ - ສັງ​ຄົມ
ໂທ​ລະ​ເລກ​ລັດ​ຖະການ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ຄວບ​ຄຸມ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron
ພາບ​ປະ​ກອບ

ຕາມ​ນັ້ນ​ແລ້ວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ:

1. ກະຊວງສາທາລະນະສຸກ ຕິດຕາມສະພາບການລະບາດຂອງໂລກລະບາດຢ່າງໃກ້ຊິດ, ມີ​ການຊີ້ນຳ, ນຳພາ ແລະ ລາຍງານຕໍ່ນາຍົກລັດຖະມົນຕີຢ່າງ​ທັນ​ການ ເພື່ອຊີ້ນຳມາດຕະການທີ່ຈຳເປັນ ແລະ ເໝາະສົມ; ບໍ່ໃຫ້ປະ​ໃຫ້​ຕົວເຂົ້າ​ສູ່​ທ່າ​ຮັບ; ເກີດບັນຫາຢ່າງກະທັນຫັນ; ບໍ່ປະໃຫ້ລະບົບສາທາລະນະສຸກເຄື່ອນໄຫວເກີນຄວາມສາມາດໃນວົງກ້ວາງ, ຮີບເຮັ່ງແນະນຳກ່ຽວກັບການຕີລາຄາລະດັບຂອງການແຜ່ລະບາດ ແລະ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດທີ່ຈຳເປັນໃຫ້ເໝາະສົມກັບ ສະພາບການຜັນແປຂອງໂລກລະບາດ, ອາກາດລະດູໜາວ ແລະ ຄວາມສ່ຽງຈາກເຊື້ອໄວຣັດສາຍພັນ Omicron, ເພີ່ມທະວີການຊີ້ນຳວຽກງານຕິດຕາມໂລກລະບາດໂຄວິດ - 19 ເພື່ອກວດພົບເຊື້ອໄວຣັດສາຍພັນໃໝ່ໂດຍໄວ.

2. ທຸກກະຊວງ, ຂະແໜງການ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ​ຂຶ້ນ​ກັບ​ສູນກາງ ເພີ່ມທະວີການ​ຊີ້​ນຳໃນມາດຕະການປ້ອ​ກັນ ແລະ ຕ້ານການລະບາດ; ​ພິ​ເສດ​ແມ່ນ​ການ​ກວດກາ ​ແລະ ປະຕິບັດຕໍ່​ບັນດາ​ອົງການ ​ແລະ ບຸກຄົນ​ທີ່​ລະ​ເມີດ​ລະບຽບ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດຢ່າງເຂັ້ມ​ງວດ.

ໃນຂະນະທີ່ກະຊວງສາທາລະນະສຸກຍັງບໍ່ທັນໄດ້ອອກບົດແນະນຳໃໝ່ກ່ຽວກັບການປະເມີນລະດັບການລະບາດຂອງພະຍາດທີ່​ໄດ້​ລະ​ບຸໃນຂໍ້ 1, ອີງຕາມສະພາບການສະເພາະຂອງແຕ່ລະຂະແໜງການ, ແຕ່ລະທ້ອງຖິ່ນອາດເປັນ​ເອ​ກະ​ພາບ​ກັບກະຊວງສາທາລະນະສຸກຍົກລະດັບການລະບາດຂອງພະຍາດດັ່ງກ່າວເມື່ອທຽບກັບ ລະດັບການລະບາດທີ່​ໄດ້ກຳນົດຕາມຄໍາແນະນໍາທີ່​ພວມ​ນຳ​ໃຊ້ຂອງກະຊວງສາທາລະນະສຸກໃນປະຈຸບັນ.

3. ກະຊວງສາທາລະນະສຸກ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນສູນກາງ ຮີບຮ້ອນຊີ້ນຳ ແລະ ຈັດຕັ້ງການປະຕິບັດການສັກຢາປ້ອງກັນພະຍາດທີ່ປອດໄພ ແລະ ໄວເທົ່າທີ່ຈະໄວໄດ້ ຕາມຄຳແນະນຳຂອງກະຊວງສາທາລະນະສຸກ; ບໍ່ປະໃຫ້ຜູ້ໃດທີ່ມີ​ເງື່ອ​ນ​ໄຂສັກຢາວັກຊີນແຕ່ບໍ່ໄດ້ຮັບການສັກວັກຊີນຢ່າງຄົບຖ້ວນ (ລວມທັງເຂັມ​ເພີ່ມ​ເຕີມ), ​ພິ​ເສດ​ແມ່ນຜູ້ທີ່ຢູ່ໃນກຸ່ມທີ່ມີຄວາມສ່ຽງສູງ. ກະຊວງ​ສາທາລະນະ​ສຸກ​ຮັບປະກັນ​ການ​ແຈກຢາຍ​ວັກ​ຊິນ​ໃຫ້​ທ້ອງ​ຖິ່ນ​ຢ່າງ​ພຽງພໍ. ​ບໍ່​ປະ​ໃຫ້​ເກີດ​ສະ​ພາບ​ການ​ເຫຼືອ ແລະ ຂາດ​ວັກ​ຊິນຢ່າງເດັດຂາດ.

4. ກະຊວງສາທາລະນະສຸກ ຮັບປະກັນການສະໜອງຢາຕ້ານໄວຣັດ (ຖົງຢາ C) ໃຫ້ແກ່ທ້ອງຖິ່ນຢ່າງພຽງພໍ. ບັນດາທ້ອງຖິ່ນຈັດຕັ້ງການແຈກຢາຍຢາໃຫ້ທຸກຄົນທີ່ຕິດເຊື້ອໄວຣັດ ທີ່ມີຄວາມຕ້ອງການໄດ້ກິນຢ່ໄວທີ່ສຸດ. ບໍ່ໃຫ້ເກີດສະພາບການຂາດແຄນຢາຢ່າງ​ເດັດ​ຂາດ.

5. ກະຊວງສາທາລະນະສຸກ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນ​ກັບສູນກາງ ຊີ້ນຳ, ນຳພາ, ​ບຳ​ລ​ຸງ​ສ້າງ​ໃຫ້​ແກ່​ການຈັດຕັ້ງປິ່ນປົວຢູ່ບ້ານ ແລະ ຢູ່​ກັບທີ່; ຫຼີກ​ລ້ຽງ​ການ​ອັ່ງອໍ​ຢູ່ໂຮງ​ໝໍ​ຂັ້ນ​ເທິງ​ ເຮັດ​ໃຫ້ໂຮງ​ໝໍ​ມີ​ການ​ເຄື່ອນ​ໄຫວເກີນຄວາມ​ສາມາດ.

6. ກະຊວງຖະແຫລງຂ່າວ ແລະ ສື່ສານ ເລັ່ງປັບປຸງບັນດາເຄື່ອງມືເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ສົມບູນແບບ, ສົມທົບກັບກະຊວງສາທາລະນະສຸກ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ໝູນໃຊ້ໂປ​ແກຼມຢ່າງ​ຄົບ​ຊຸດ, ມີປະສິດທິຜົນ ແລະ ແທດຈິງ; ສົມທົບ​ກັບ​ກົມ​ໂຄສະນາສຶກສາ​ສູນ​ກາງ ​ເພື່ອ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່ ​ເພື່ອ​ຍົກ​ສູງ​ສະຕິ​ລະວັງ​ຕົວ, ເປັນ​ເຈົ້າ​ການ​ໃນປ້ອງ​ກັນ ​ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ທົ່ວ​ສັງຄົມ ​ເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງ​ທີ່​ຈະ​ແຜ່​ລະບາດ​ຄືນຮອບ​ໃໝ່ເປັນວົງກວ້າງ​ໃນ​ສະພາບ​ດິນ​ຟ້າ​ອາກາດ​ທ້າຍ​ປີ ​ແລະ ໄວ​ຣັດ​ກາຍ​ພັນ Omicron.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.