​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຟອກ​ເງິນ

20:07 | 26/12/2021

ຍສໝ - ຜູ້ຊ່ຽວຊານສາກົນຂອງສະມາຄົມທະນາຍຄວາມຂອງອາເມລິກາ ແບ່ງປັນຄວາມເຂົ້າໃຈທົ່ວໄປກ່ຽວກັບຜົນກະທົບຂອງການຟອກເງິນທີ່ອາດເກີດຂຶ້ນຕໍ່ຂະແຫນງການເງິນ, ຄວາມຫມັ້ນຄົງຂອງປະເທດຊາດ...

ທີມຫວຽດນາມ ຍາດໄດ້ 3 ຫຼຽນກາໝາກຮຸກໜຸ່ມໂລກ ທີມຫວຽດນາມ ຍາດໄດ້ 3 ຫຼຽນກາໝາກຮຸກໜຸ່ມໂລກ
ຟື້ນຟູ, ພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ ໃນສະພາບການໃໝ່ ຟື້ນຟູ, ພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ ໃນສະພາບການໃໝ່
ພາບປະກອບ: tapchitaichinh.vn
ພາບປະກອບ: tapchitaichinh.vn

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ,ທ່ານ ຫົວໜ້າ​ສະ​ຖາ​ບັນ​ລັດ ​ແລະ ກົດໝາຍ, ຮສ. ປອ. ​ເຈືອງ​ໂຮ່ຫາຍ ໃຫ້ຮູ້​ວ່າ: ການ​ປ້ອງ​ກັນ ແລະ ຕ້ານ​ການ​ຟອກ​ເງິນ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ມີຄວາມສໍາຄັນຫຼາຍທີ່ກ່ຽວຂ້ອງ​ຢ່າງ​ແໜ້ນ​ແຟ້ນກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ຫວຽດນາມ ຍາມ​ໃດ​ກໍ່​ມີ​ຄວາມ​ສົນ​ໃຈ ​ແລະ ປາດ​ຖະໜາ​ຢາກ​ຮຽນ​ຮູ້​ປະສົບ​ການ​ສາກົນ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຟອກ​ເງິນ ​ເພື່ອ​ສ້າງລະບົບ​ກົດໝາຍໃຫ້ສຳເລັດ​, ປັບປຸງ ແລະ ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວໃນການປ້ອງກັນ, ​ຕ້ານ​ການ​ຟອກ​ເງິນທີ່ຕອບສະໜອງໄດ້ຕາມບັນດາ​ມາດຕະຖານ​ສາກົນ.

ທີ່​ກອງ​ປະຊຸມສໍາມະນາ, ບັນດາ​ນັກ​ຊ່ຽວຊານ​ສາກົນ​ຂອງ​ສະມາຄົມ​ທະນາຍຄວາມ​ອາ​ເມ​ລິ​ກາ ​ໄດ້​ແບ່ງປັນບັນດາ​ຄວາມ​ເຂົ້າ​ໃຈ​ທົ່ວໄປ​ກ່ຽວ​ກັບ​ຜົນ​ກະທົບ​ຂອງ​ການ​ຟອກ​ເງິນທີ່ອາດເກີດຂຶ້ນ​ຕໍ່​ຂະ​ແໜງ​ການ​ເງິນ, ສະຖຽນ​ລະ​ພາບ​ຂອງ​ບັນດາ​ປະ​ເທດ ກໍ່ຄືບັນດາຜົນ​ສະທ້ອນ​ຈາກ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຟອກ​ເງິນ​ຕໍ່​ສັງຄົມ ​ແລະ ລະບົບ​ເສດຖະກິດທົ່ວໄປ. ບັນດາຜູ້ຊ່ຽວຊານຍັງໃຫ້ຂໍ້ມູນກ່ຽວກັບວິທີການ, ເລ່ລ່ຽມ ກໍ່ໂທດກຳ; ປະສົບການດ້ານການຄຸ້ມຄອງ - ຕ້ານການຟອກເງິນໃນຂົງເຂດຄາຊີໂນ ແລະ ເກມໂບນັດໃນສະຫະລັດ; ຖອດ​ຖອນ​ບົດຮຽນ ​ແລະ ​ຂໍ້ສະເໜີແນະໃນ​ການ​ສ້າງກົດບັນຢັດ, ນະ​ໂຍບາຍກ່ຽວກັບການປ້ອງກັນ, ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ການ​ຟອກ​ເງິນ​ຢູ່ ຫວຽດນາມ ໃຫ້ສຳເລັດ.

ໄຊພອນ

ເຫດການ
302 Found

Found

The document has moved here.