ປີ 2021, ການດຶງດູດ FDI ເພີ່ມຂຶ້ນ 9%, ລື່ນກາຍ 31 ຕື້ USD

06:16 | 31/12/2021

ຍສໝ - ໃນປີ 2021 ມີ 106 ປະເທດ ແລະ ເຂດແຄ້ວນ ລົງທຶນເຂົ້າຫວຽດນາມ.

Samsung ລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ 5G ຢູ່ ຫວຽດນາມ Samsung ລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ 5G ຢູ່ ຫວຽດນາມ
ເປັນຄັ້ງທຳອິດ, ຫວຽດນາມນອນໃນ top 20 ປະເທດນຳໜ້າໃນການດຶງດູດ FDI ຫຼາຍທີ່ສຸດໃນໂລກ ເປັນຄັ້ງທຳອິດ, ຫວຽດນາມນອນໃນ top 20 ປະເທດນຳໜ້າໃນການດຶງດູດ FDI ຫຼາຍທີ່ສຸດໃນໂລກ

ມາ​ຮອດ​ວັນ​ທີ 20 ທັນວາ, ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ໃໝ່, ທຶນ​ດັດປັບ​ ​ແລະ ທຶນ​ສົມທົບ​ເພື່ອ​ຊື້​ຫຸ້ນສ່ວນ​ຂອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ຢູ່ ຫວຽດນາມ ບັນລຸ​ກ່ວາ 31 ຕື້ USD (31,15 ຕື້ USD), ​ເພີ່ມ​ຂຶ້ນ 9,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ 2020… ໃນນັ້ນ, ທັງທຶນຈົດທະບຽນໃໝ່ ແລະ ທຶນດັດປັບລ້ວນແຕ່ເພີ່ມຂຶ້ນ, ມີພຽງແຕ່ທຶນປະກອບສ່ວນຊື້ຫຸ້ນ ຍັງຫຼຸດລົງ ແຕ່ກໍ່ຫຼຸດລົງນ້ອຍກ່ວາ ເມື່ອທຽບໃສ່ເດືອນກ່ອນ.

ປີ 2021, ການດຶງດູດ FDI ເພີ່ມຂຶ້ນ 9%, ລື່ນກາຍ 31 ຕື້ USD
ປີ 2021, ການດຶງດູດ FDI ເພີ່ມຂຶ້ນ 9%, ລື່ນກາຍ 31 ຕື້ USD. (ພາບ: TTXVN)

ລະອຽດ, ມີ 1.738 ໂຄງການໃໝ່ ໄດ້ອອກໃບທະບຽນການລົງທຶນ, ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 15 ຕື້ USD; 985 ​ຄັ້ງ​ຂອງ​ໂຄງການ​ໄດ້​ຈົດ​ທະບຽນດັດ​ປັບ​​ທຶນ​ຮອນ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ເພີ່ມ​ເຕີມ​ກວ່າ 9 ຕື້ USD.

ມາ​ຮອດ​ຈຸດ​ເວລາ​ນີ້, ນັກ​ລົງທຶນ​ຕ່າງປະ​ເທດ​ ໄດ້​ລົງທຶນ​ເຂົ້າ​ໃນ 18 ຂະ​ແໜງ​ການ​ໃນ​ຈຳນວນ 21 ຂະ​ແໜງ​ເສດຖະກິດ​ແຫ່ງ​ຊາດ; ​ໃນ​ນັ້ນ, ຂະ​ແໜງ​ການ​ປຸງ​ແຕ່ງ ​ແລະ ຜະລິດ​ ໄດ້ນຳ​ໜ້າ ດ້ວຍ​ຍອດ​ຈຳນວນ​ທຶນ​ລົງທຶນ​ກວ່າ 18 ຕື້ USD. ມີ 106 ປະເທດ ແລະ ເຂດແຄ້ວນລົງທຶນເຂົ້າຫວຽດນາມ ໃນປີ 2021. ໃນນັ້ນ, ສິງກະໂປ ນຳໜ້າ ດ້ວຍຍອດຈຳນວນເງິນລົງທຶນກວ່າ 10,7 ຕື້ USD; ສ.ເກົາຫຼີ ຢືນອັນດັບທີ 2 ດ້ວຍຍອດຈຳນວນເງິນລົງທຶນເກືອບ 5 ຕື້ USD ແລະ ຍີ່ປຸ່ນ ຢືນອັນດັບທີ 3 ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 4 ຕື້ USD.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.